ມື້ນີ້, ໄດ້ມີການຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ເພື່ອປັບປຸງສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຜ່ານວິທີການແບບຄອນເນັກ ຢູ່ ສປປ ລາວ ລະຫວ່າງກະຊວງສາທາລະນະສຸກ, ກະຊວງພາຍໃນ, ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ ເຊິ່ງສະໜັບສະໜູນໂດຍ ອົງການ USAID ຜ່ານອົງການອະນາໄມໂລກ ເຊິ່ງພາຍໃຕ້ແຜນງານດັ່ງກ່າວ ອົງການ USAID ມີເຈດຈຳນົງທີ່ຈະໃຫ້ການສະໜັບສະໜູນເປັນມູນຄ່າ 10 ລ້ານໂດລາສະຫະລັດ ເປັນເວລາ 5 ປີ. ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ມິເຊວ ເອົ້າລໍ, ອຸປະທູດຮັກສາການຊົ່ວຄາວ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ. ໃນນັ້ນ, ໄດ້ມີຕາງໜ້າຈາກບັນດາກະຊວງ, ບັນດາກົມ, ສູນ ແລະ ພາກສ່ວນໜຶ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.
ວິທີການຄອນເນັກ ແມ່ນນຳພາໂດຍ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ ເຊິ່ງມີເປົ້າໝາຍສູງສຸດ ໃນການສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ຈໍາເປັນ ເປັນຕົ້ນ ການສັກຢາກັນພະຍາດ ແລະ ການບໍລິການສຸຂະພາບແມ່ ແລະ ເດັກ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສຸຂະພາບຂັ້ນຕົ້ນ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ. ວິທີການແບບຄອນເນັກ ມີເປົ້າໝາຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງພະນັກງານແພດໝໍ ແລະ ຊຸມຊົນ ໂດຍຜ່ານການປະສານງານຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ການວາງແຜນ ແລະ ການປະສານງານຮ່ວມກັນ ພ້ອມທັງ ການເສີມສ້າງ ແລະ ເຊື່ອມສານວິທີການດັ່ງກ່າວໃຫ້ມີຄວາມຍືນຍົງ.
ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການບໍລິການສຸຂະພາບ ບໍ່ໄດ້ເປັນພຽງແຕ່ການບໍລິການ, ແຕ່ມັນເປັນການໃຫ້ຄຳໝັ້ນສັນຍາອັນໜຶ່ງ ເຊິ່ງເຮົາຕ້ອງໄດ້ເອົາໃຈໃສ່ ແລະ ຮັກສາໄວ້ຮ່ວມກັນ. ການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ເປັນດັ່ງການບົວລະບັດຮາກໄມ້; ຍິ່ງຮາກໄມ້ໝັ້ນຄົງ ກິ່ງງ່າກໍຍິ່ງແຂງແຮງ. ສະມາຊິກໃນບ້ານ ເຊັ່ນດຽວກັນ, ນັບແຕ່ ປະຊາຊົນ, ພະນັກງານທ້ອງຖິ່ນ, ຕາງໜ້າຈາກອົງການຈັດຕັ້ງສັງຄົມ, ແພດໝໍ ແລະ ພະຍາບານ ພ້ອມທັງ ຜູ້ນຳທາງສາສະໜາ ແລະ ຊົນເຜົ່າ ລ້ວນແຕ່ມີສ່ວນຮ່ວມນໍາກັນໃນການສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງ ທັງໝົດ.”
“ເມື່ອເຮົາສົ່ງເສີມໃຫ້ຊຸມຊົນ ແລະ ການປົກຄອງທ້ອງຖິ່ນໃຫ້ເປັນເຈົ້າການໃນການຮັກສາສຸຂະພາບ, ເຮົາຈະສາມາດສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມຮັບຜິດຊອບ ແລະ ນຳໃຊ້ຊັບພະຍາກອນທີ່ມີຢູ່ແລ້ວໃນຊຸມຊົນຢ່າງມີປະສິດທິພາບ. ການຊ່ວຍເຫຼືອອັນເອື້ອເຟື້ອເຜືອແຜ່ຈາກອົງການ USAID ໃນຄັ້ງນີ້ ຈະຊ່ວຍໃຫ້ເຮົາສາມາດບັນລຸເປົ້າໝາຍດັ່ງກ່າວນັ້ນໄດ້ ໂດຍການຍົກລະດັບການປົກຄອງໃນຂັ້ນທ້ອງຖິ່ນ ແລະ ຮັບປະກັນໃຫ້ທຸກຄົນມີສຸຂະພາບທີ່ດີ. ການໃຫ້ຄວາມສຳຄັນແກ່ສຸຂະພາບ ຈະສ້າງຜົນດີໃຫ້ກັບທຸກຄົນ ແລະ ພວກເຮົາເອງ ຍາມໃດກໍເອົາໃຈໃສ່ຮ່ວມມືເຊິ່ງກັນ ແລະ ກັນເພື່ອໃຫ້ບັນລຸເປົ້າໝາຍນີ້. ພວກເຮົາຂໍເຊີນຊວນທຸກພາກສ່ວນມາຮ່ວມແຮງກັນ ເພື່ອຍົກສູງວຽກງານສາທາລະນະສຸກໃຫ້ພົ້ນເດັ່ນກວ່າທີ່ເຄີຍ.”
ທ່ານ ປອ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ: “ເປົ້າໝາຍຫຼັກຂອງກະຊວງເຮົາ ແມ່ນການສ້າງຊຸມຊົນທີ່ມີຄວາມເຂັ້ມແຂງ. ວຽກງານການບໍລິການສຸຂະພາບ ກໍເປັນສິ່ງຈຳເປັນອັນໜຶ່ງໃນການຍົກສູງຊີວິດການເປັນຢູ່ ແລະ ຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ. ຂ້າພະເຈົ້າມີຄວາມດີໃຈທີ່ວິທີການຄອນເນັກໄດ້ມີສ່ວນຊ່ວຍໃຫ້ເຮົາສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນວິທີທີ່ບໍ່ຄືໃຜ ແລະ ຍັງໄດ້ຮັບໝາກຜົນທີ່ພົ້ນເດັ່ນ ອີກດ້ວຍ. ພວກເຮົາຫວັງວ່າຈະໄດ້ຂະຫຍາຍວິທີການຄອນເນັກອີກຕື່ມ ແລະ ພວກເຮົາກໍມີຄວາມດີໃຈທີ່ນອກຈາກຈະໄດ້ຈັດຕັ້ງປະຕິບັດວຽກງານເພື່ອຍົກສູງສຸຂະພາບແລ້ວ ຍັງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການປົກຄອງທ້ອງຖິ່ນ ແລະ ຍົກສູງຄຸນນະພາບການບໍລິການສຸຂະພາບ ແລະ ສົ່ງເສີມໃຫ້ປະຊາຊົນໄປໃຊ້ບໍລິການອີກຕື່ມ. ສິ່ງນີ້ຖືເປັນຈຸດເລີ່ມຕົ້ນຂອງການພັດທະນາໃນທ້ອງຖິ່ນ.”
ທ່ານ ນາງ ມິເຊວ ເອົ້າລໍ, ອຸປະທູດຮັກສາການຊົ່ວຄາວ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ໄດ້ຮ່ວມງານກັບ ກະຊວງສາທາລະນະສຸກ, ກະຊວງພາຍໃນ ແລະ ອົງການອະນາໄມໂລກ ໃນການລົງທຶນໃສ່ອະນາຄົດທີ່ປະຊາຊົນລາວມີສຸຂະພາບດີ. ການຮ່ວມມືຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາອັນຍາວນານໃນການສະໜັບສະໜູນວຽກງານການພັດທະນາຂອງ ສປປ ລາວ ແລະ ການປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວທຸກຄົນ. ພວກເຮົາເຊື່ອໝັ້ນວ່າ ການປົກຄອງທີ່ເຂັ້ມແຂງຖືເປັນໝາກຫົວໃຈຂອງການສ້າງໃຫ້ປະຊາຊົນມີສຸຂະພາບແຂງແຮງ ແລະ ສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງ. ພວກເຮົາກໍຮູ້ສຶກຕື່ນເຕັ້ນທີ່ຈະໄດ້ເຫັນວິທີການຄອນເນັກໄດ້ຮັບການຜັນຂະຫຍາຍໄປຫາພື້ນທີ່ອື່ນຕື່ມອີກ ເຊິ່ງຈະສົ່ງຜົນໃຫ້ສຸຂະພາບຂອງປະຊາຊົນລາວໄດ້ຮັບໝາກຜົນອັນດີ ອີກດ້ວຍ.”
ເພື່ອເປັນການຊ່ວຍເຫຼືອຊຸມຊົນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ກຸ່ມຊົນເຜົ່າຕ່າງໆ, ການສະໜັບສະໜູນຈາກອົງການ USAID ຄັ້ງນີ້ ຈະເຮັດໃຫ້ເຮົາສາມາດຜັນຂະຫຍາຍວິທີການຄອນເນັກໄປອີກ 5 ແຂວງ ກໍຄື ແຂວງຜົ້ງສາລີ, ອຸດົມໄຊ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ເພີ່ມເຕີມຈາກປັດຈຸບັນທີ່ມີການຈັດຕັ້ງປະຕິບັດວິທີການຄອນເນັກຢູ່ 259 ບ້ານ ໃນ 10 ແຂວງທົ່ວປະເທດ. ການສະໜັບສະໜູນຈາກອົງການ USAID ຈະຊ່ວຍໃນການປະສານງານ ເພື່ອຮັບປະກັນການໃຫ້ບໍລິການສຸຂະພາບມີປະສິດທິພາບ ແລະ ປະສິດທິຜົນ ແລະ ເພື່ອເຊື່ອມສານການບໍລິການສຸຂະພາບສຳລັບແມ່ ແລະ ເດັກ ເປັນຕົ້ນ ການບໍລິການສັກຢາກັນພະຍາດ ແລະ ໂພຊະນາການເຂົ້ານຳ, ທັງນີ້ ກໍເພື່ອໃຫ້ສາມາດບັນລຸເປົ້າໝາຍໃນການຍົກສູງຄຸນນະພາບຂອງການບໍລິການສາທາລະນະສຸກໃນຂັ້ນແຂວງ ຈົນເຖິງ ຂັ້ນຊຸມຊົນ, ການສ້າງ ແລະ ນຳໃຊ້ຄູ່ມືການປິ່ນປົວຕ່າງໆ ແລະ ການຝຶກອົບຮົມໃຫ້ແກ່ພະນັກງານແພດໝໍຈາກສະຖານທີ່ບໍລິການສາທາລະນະສຸກຫຼາຍກວ່າ 200 ແຫ່ງທົ່ວປະເທດ.
ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ອົງການອະນາໄມໂລກ ໃຫ້ຄຳໝັ້ນສັນຍາວ່າຈະ ສະໜັບສະໜູນ ສປປ ລາວ ໃນຊ່ວຍເຫຼືອກຸ່ມຄົນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກໃຫ້ສາມາດເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້ໃຫ້ວຽກງານສາທາລະນະສຸກກາຍເປັນວຽກງານບູລິມະສິດຂອງທຸກພາກສ່ວນ. ການຮ່ວມມືຄັ້ງໃໝ່ນີ້ ຈະໄປເສີມໃສ່ການຮ່ວມມືອັນແໜ້ນແຟ້ນທີ່ມີຢູ່ແລ້ວ ແລະ ຈະຊ່ວຍຮັບປະກັນໃຫ້ປະຊາຊົນຊົນລາວທຸກຄົນສາມາດເຂົ້າເຖິງການບໍລິການສາທາລະນະສຸກທີ່ມີຄຸນນະພາບ ແລະ ຊ່ວຍຮັບປະກັນໃຫ້ຊຸມຊົນທີ່ມີຄວາມທຸກຍາກ ໄດ້ຮັບສິດເທົ່າທຽມກັບທຸກຄົນໃນການເຂົ້າເຖິງການບໍລິການດັ່ງກ່າວ. ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບອົງການ USAID ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນຄັ້ງນີ້.”
ລັດຖະບານ ແຫ່ງ ສະຫະລັດອາເມລິກາ ໂດຍຜ່ານອົງການ USAID, ສູນປ້ອງກັນ ແລະ ຄວບຄຸມພະຍາດ ສະຫະລັດອາເມລິກາ (CDC), ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່ ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ (DTRA) ແລະ ອົງການອະນາໄມໂລກ ໄດ້ມີການຈັດຕັ້ງປະຕິບັດວຽກງານຮ່ວມກັນເປັນເວລາຫຼາຍປີ ເພື່ອຍົກສູງສຸຂະພາບໃນ ສປປ ລາວ ເຊິ່ງວຽກງານດັ່ງກ່າວປະກອບມີ ການຊ່ວຍເຫຼືອໃນການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການສັກຢາກັນພະຍາດ, ການສ້າງຄວາມເຂັ້ມແຂງໃນການສະໜອງອົກຊີແຊນ, ການກັນ ແລະ ຄວບຄຸມການຕິດເຊື້ອ, ການເກັບກຳ ແລະ ຄຸ້ມຄອງຂໍ້ມູນການສັກວັກຊີນ, ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ການຮັບມືກັບເຫດສຸກເສີມທາງສາທາລະນະສຸກ ແລະ ການກະກຽມຄວາມພ້ອມຂອງໂຮງໝໍ.