ອົງການອະນາໄມໂລກ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 7 ເມສາ ປີ 1948 ໂດຍມີເປົ້າໝາຍເພື່ອຮັບປະກັນຜົນປະໂຫຍດສູງສຸດທາງດ້ານສາທາລະນະສຸກຂອງໝົດທຸກຄົນ.
ພະນັກງານອົງການອະນາໄມໂລກ ຫຼາຍກວ່າ 7000 ຄົນ ໃນທົ່ວໂລກ ເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມງານພາກສ່ວນອື່ນໆ ເພື່ອປັບປຸງວຽກງານສາທາລະນະສຸກ ໃນທົ່ວໂລກ. ອົງການອະນາໄມໂລກ ເປັນອົງການສະເພາະດ້ານ ທີ່ມີເອກະລາດ ແລະ ເປັນອົງການໜຶ່ງໃນເຄືອສະຫະປະຊາຊາດ.
ອົງການອະນາໄມໂລກ ໄດ້ຊ່ວຍເຫຼືອປະເທດຕ່າງໆ ໃນການສ້າງລະບົບສາທາລະນະສຸກແຫ່ງຊາດໃຫ້ແຂງແກ່ນ ແລະ ໃນການກະກຽມ ແລະ ການໂຕ້ຕອບຕໍ່ເຫດການສຸກເສີນຕ່າງໆ. ພວກເຮົານຳພາວຽກງານຕ້ານພະຍາດທີ່ບໍ່ຕິດຕໍ່ (NCD) ເຊັ່ນ: ພະຍາດຫົວໃຈ, ມະເຮັງ ແລະ ເບົາຫວານ ທີ່ເປັນສາເຫດການເສຍຊີວິດກ່ອນໄວອັນຄວນຂອງຫຼາຍລ້ານຄົນໃນທຸກໆປີ.
ອົງການອະນາໄມໂລກເຜີຍແຜ່ວຽກງານປົກຄຸມສຸຂະພາບທົ່ວປວງຊົນ, ຢາທີ່ປອດໄພ ແລະ ມີປະສິດທິພາບ ແລະ ຄວາມພະຍາຍາມ ໃນການແກ້ໄຂຄວາມບໍ່ເທົ່າທຽມທາງສຸຂະພາບ ແລະ ປັດໄຈທາງດ້ານສັງຄົມທີ່ກະທົບຕໍ່ສຸຂະພາບ. ພວກເຮົາເປັນຜູ້ນຳທີ່ບໍ່ມີຂໍ້ຂັດແຍ່ງ ສຸມໃສ່ການສ້າງບັນທັດຖານ, ມາດຕະຖານ ແລະ ຄຳແນະນຳ ກ່ຽວກັບສາທາລະນະສຸກໃນທົ່ວໂລກ.

ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ

Dr Timothy Armstrong, WHO Representative in Lao PDR
ດຣ ທິມໂມຕີ ອາມສະຕຣອງ ມາຈາກລັດນິວເຊົາເວວ, ປະເທດອົດສະຕາລີ, ເປັນຜູ້ຊ່ຽວຊານທີ່ມີປະສົບການຫຼາຍກວ່າ 30 ປີ ໃນຂົງເຂດການທູດເພື່ອສົ່ງເສີມວຽກງານສາທາລະນະສຸກ ແລະ ຂົງເຂດພະຍາດຊຳເຮື້ອ. ຫຼັງຈາກທີ່ໄດ້ເຮັດວຽກກັບຫຼາຍອົງກອນທີ່ເຮັດວຽກໃນຂົງເຂດນະໂຍບາຍກ່ຽວກັບສຸຂະພາບ ເປັນເວລາ 4 ປີ, ດຣ ທິມໂມຕີ ອາມສະຕຣອງ ໄດ້ເຂົ້າເຮັດວຽກກັບອົງການອະນາໄມໂລກໃນປີ 2002 ໂດຍໄດ້ລົງເລິກຂົງເຂດພະຍາດຊຳເຮື້ອ.
ດຣ ທິມໂມຕີ ອາມສະຕຣອງ ໄດ້ເຮັດວຽກຢູ່ອົງການອະນາໄມໂລກມາເປັນເວລາ 22 ປີແລ້ວ ເຊິ່ງທ່ານໄດ້ປະຈຳການຢູ່ສຳນັກງານໃຫຍ່ຂອງອົງການອະນາໄມໂລກ ທີ່ ເຊີແນວ, ປະເທດສະວິດເຊີແລນ ເປັນວິຊາການຮັບຜິດຊອບວຽກງານພະຍາດຊຳເຮື້ອ, ຜູ້ປະສານງານ ວຽກງານພະຍາດຊຳເຮື້ອ ແລະ ສົ່ງເສີມສຸຂະພາບ, ຫົວໜ້າໜ່ວຍງານ ຍຸດທະສາດສາກົນ ກ່ຽວກັບການສົ່ງເສີມໂພຊະນາການ, ການອອກກຳລັງກາຍ ແລະ ສຸຂະພາບ ແລະ ຫົວໜ້າກອງເລຂາໃຫ້ແກ່ຄະນະກຳມາທິການຂັ້ນສູງຂອງອົງການອະນາໄມໂລກ ວ່າດ້ວຍການຫຼຸດຜ່ອນພະຍາດອ້ວນໃນເດັກ. ນັບແຕ່ປີ 2015, ດຣ ທິມໂມຕີ ອາມສະຕຣອງ ກໍໄດ້ດຳລົງຕຳແໜ່ງເປັນ ຫົວໜ້າພະແນກກົນໄກການພົວພັນກັບປະເທດສະມາຊິກ ເຊິ່ງໃນການດຳລົງຕຳແໜ່ງດັ່ງກ່າວ, ດຣ ທິມໂມຕີ ອາມສະຕຣອງ ໄດ້ຮັບຜິດຊອບວຽກງານທີ່ຕິດພັນກັບກອງປະຊຸມສະມັດຊາໃຫຍ່ອົງການອະນາໄມໂລກ ແລະ ຄະນະບໍລິຫານງານສູງສຸດຂອງອົງການອະນາໄມໂລກ ເຊິ່ງທ່ານໄດ້ຊີ້ນຳວຽກງານການພົວພັນວຽກງານທີ່ເປັນຍຸດທະສາດກັບບັນດາປະເທດສະມາຊິກຂອງອົງການອະນາໄມໂລກ 194 ລັດ ໃນຂັ້ນສູງສຸດ ພ້ອມທັງຄຸ້ມຄອງການດຳເນີນບັນດາກົນໄກ ແລະ ໂຄງຮ່າງຈັດຕັ້ງການບໍລິຫານຂັ້ນສູງອື່ນໆຂອງອົງການອະນາໄມໂລກ.
ໃນວຽກງານການທູດເພື່ອສົ່ງເສີມວຽກງານສາທາລະນະສຸກ, ດຣ ທິມໂມຕີ ອາມສະຕຣອງ ໄດ້ຊີ້ນຳວຽກງານທີ່ຕິດພັນກັບການພົວພັນກັບບັນດາລັດສະມາຊິກ ແລະ ການທູດ ເພື່ອວາງທິດທາງຍຸດທະສາດໃຫ້ແກ່ວາລະວຽກງານສາທາລະນະສຸກສາກົນ. ທ່ານໄດ້ເນັ້ນໃສ່ການຮັບປະກັນໃຫ້ບັນດາລັດສະມາຊິກທີ່ມີລາຍຮັບຕ່ຳຫາປານກາງ ໄດ້ມີສ່ວນຮ່ວມໃນວາລະການຕັດສິນນະໂຍບາຍສາທາລະນະສຸກລະດັບສາກົນ ແລະ ສຸມໃສ່ສະໜັບສະໜູນໃຫ້ບັນດາປະເທດສະມາຊິກເປັນເອກະພາບໃນການຕັດສິນໃຈຮ່ວມກັນດ້ານວິຊາການ ແລະ ການເມືອງ ໃນບໍລິບົດທີ່ພູມສາດການເມືອງມີຄວາມສັບຊ້ອນ ແລະ ລະອຽດອ່ອນ. ໃນໄລຍະ 20 ປີທີ່ຜ່ານມາ, ດຣ ທິມໂມຕີ ອາມສະຕຣອງ ໄດ້ປະກອບສ່ວນໃນວຽກງານອັນຮີບດ່ວນໃນການເລັ່ງແກ້ໄຂຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມທີ່ເພີ່ມທະວີຄວາມໄວ ແລະ ຮຸນແຮງຂຶ້ນນັບມື້ ພ້ອມທັງເປັນໄພຂົ່ມຂູ່ອັນຮ້າຍແຮງທີ່ສຸດຕໍ່ກັບສຸຂະພາບຂອງຄົນເຮົາ.
ໃນຂົງເຂດພະຍາດຊຳເຮື້ອ, ດຣ ທິມໂມຕີ ອາມສະຕຣອງ ໄດ້ນຳພາການດຳເນີນການຄົ້ນຄວ້າ ກ່ຽວກັບ ປັດໄຈສ່ຽງຕໍ່ພະຍາດຊຳເຮື້ອ ໃນຫຼາຍກວ່າ 50 ປະເທດທົ່ວໂລກ ແລະ ຍັງໄດ້ສະໜັບສະໜູນບັນດາຍຸດທະສາດທີ່ຕິດພັນກັບການຫຼຸດຜ່ອນພະຍາດອ້ວນໃນເດັກ ແລະ ການອອກກຳລັງກາຍ ໃນທົ່ວທຸກພາກພື້ນຂອງອົງການອະນາໄມໂລກ.
ຕະຫຼອດການດຳລົງຕຳແໜ່ງຂອງ ດຣ ທິມໂມຕີ ອາມສະຕຣອງ, ທ່ານໄດ້ຖືເປັນບູລິມະສິດການສະໜັບສະໜູນບັນດາປະເທດສະມາຊິກຂອງອົງການອະນາໄມໂລກ. ທ່ານໄດ້ລົງເຮັດວຽກຢູ່ຫຼາຍກວ່າ 80 ປະເທດ (ລວມທັງປະເທດພາຍໃນທະວີບອາຊີ) ເຊິ່ງທ່ານໄດ້ສຸມໃສ່ການສະໜັບສະໜູນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ, ນະໂຍບາຍ ແລະ ແຜນງານທີ່ຈັດຕັ້ງປະຕິບັດໄດ້ຈິງ, ມີເປົ້າໝາຍທີ່ບັນລຸໄດ້ຈິງ ແລະ ເນັ້ນໜັກໃຫ້ການຈັດຕັ້ງປະຕິບັດເກີດໝາກຜົນເປັນຈິງ ເຊິ່ງນີ້ເປັນສິ່ງທີ່ເຮັດໃຫ້ເພິ່ນຍຶດໝັ້ນໃນເປົ້າໝາຍຂອງອົງການອະນາໄມໂລກ ຍ້ອນວ່າການຊ່ວຍເຫຼືອທາງວິຊາການຈາກອົງການອະນາໄມໂລກຈະເກີດໝາກຜົນອັນດີຕໍ່ບັນດາປະເທດສະມາຊິກໄດ້ ກໍຕໍ່ເມື່ອການຊ່ວຍເຫຼືອນັ້ນສອດຄ່ອງກັບວຽກງານທີ່ເປັນບູລິມະສິດຂອງບັນດາປະເທດສະມາຊິກ.
ດຣ ທິມໂມຕີ ອາມສະຕຣອງ ໄດ້ກວດແກ້ສິ່ງພິມ ເປັນຕົ້ນ ບັນດາບົດຄົ້ນຄວ້າ ແລະ ວາລະສານວິຊາການ ໃນຂົງເຂດລະບາດວິທະຍາດ້ານພັນທຸກຳ, ການເຝົ້າລະວັງພະຍາດ, ການທູດເພື່ອສົ່ງເສີມວຽກງານສາທາລະນະສຸກ ແລະ ການບໍລິຫານວຽກງານສາທາລະນະສຸກສາກົນ. ດຣ ທິມໂມຕີ ອາມສະຕຣອງ ຈົບການຄົ້ນຄວ້າລະດັບປະລິນຍາເອກ ໃນສາຂາລະບາດວິທະຍາດ້ານພັນທຸກຳ ແລະ ປະລິນຍາຕີວິທະຍາສາດ ໂດຍໄດ້ຮັບກຽດນິຍົມອັນດັບ 1 ໃນສາຂາວິຊາ ລະບາດວິທະຍາດ້ານພຶດຕິກຳຂອງປະຊາກອນ, ພັນທຸກຳ ແລະ ສັງຄົມ ຈາກມະຫາວິທະຍາໄລນິວອິງແລນ, ປະເທດອົດສະຕຣາລີ.
ຮອງຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ
ປອ ຄຣິສໂຕເຟີ ຟິສແພດທຣິກ ເຮັດວຽກຊຸກຍູ້ຂະແໜງສາທາລະນະສຸກ ໃນ ສປປ ລາວ ໂດຍຜ່ານການພົວພັນຮ່ວມມື ແລະ ມີສ່ວນຮ່ວມ ກັບພາກສ່ວນຕ່າງໆ ເປັນຕົ້ນ ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ແລະ ຜ່ານການວາງຍຸດທະສາດ ການຈັດຕັ້ງປະຕິບັດງານພາຍໃນອົງການອະນາໄມໂລກ ປະຈຳ ສປປ ລາວ. ເພິ່ນຍັງໄດ້ປະກອບສ່ວນໃນການສ້າງຂະບວນການຮ່ວມມືພາຍໃນອົງການ ໂດຍການສົ່ງເສີມການເຮັດວຽກຮ່ວມກັນຢ່າງກົມກຽວ ລະຫວ່າງ ບັນດາແຜນງານ ແລະ ໜ່ວຍງານຕ່າງໆ
ທ່ານ ຄຣິສໂຕເຟີ ຟິສແພດທຣິກ ໄດ້ມີປະສົບການເຮັດວຽກໃນອົງການອະນາໄມໂລກ ເກືອບ 20 ປີ ແລ້ວ ເຊິ່ງຜ່ານມາ ເພິ່ນໄດ້ຮັບໜ້າທີ່ເປັນນັກເສດຖະສາດດ້ານສາທາລະນະສຸກ ໃນ ສປປ ລາວ ສະໜັບສະໜູນກະຊວງສາທາລະນະສຸກ ໃນວຽກງານປະກັນສຸຂະພາບແຫ່ງຊາດ ແລະ ການໂຕ້ຕອບຕໍ່ການລະບາດຂອງພະຍາດໂຄວິດ-19 ໃນໄລຍະຕົ້ນໆຂອງການລະບາດ. ຫຼັງຈາກນັ້ນ, ທ່ານ ຄຣິສໂຕເຟີ ຟິສແພດທຣິກ ໄດ້ຍ້າຍໄປປະຈຳໃນປະເທດອຸດສະເບກິດສະຖານ ເປັນທີ່ປຶກສາດ້ານນະໂຍບາຍສາທາລະນະສຸກ ປະກອບສ່ວນໃນການປະຕິຮູບ ແລະ ການສ້າງຄວາມເຂັ້ມແຂງໃນວຽກງານການບໍລິການສຸຂະພາບຂັ້ນຕົ້ນ ໃນພາກພື້ນທະເລອາຣານ.
ທ່ານ ຄຣິສໂຕເຟີ ຟິສແພດທຣິກ ຍັງໄດ້ປະຈຳຢູ່ ສຳນັກງານໃຫຍ່ ອົງການອະນາໄມໂລກ ທີ່ ເຊີແນວ ເຊິ່ງຫຼ້າສຸດ ເພິ່ນໄດ້ເປັນເຮັດວຽກໃຫ້ກັບຜູ້ຊ່ວຍອະທິການບໍດີຂອງອົງການອະນາໄມໂລກ ໃນວຽກງານການປົກຄຸມສຸຂະພາບທົ່ວປວງຊົນ / ພະຍາດຕິດຕໍ່ ແລະ ບໍ່ຕິດຕໍ່ ແລະ ສຸຂະພາບຈິດ. ນອກນັ້ນ, ຍັງໄດ້ຊ່ວຍວຽກໃນຫ້ອງການຂອງອະທິການບໍດີ ອີກດ້ວຍ.
ປອ ຄຣິສໂຕເຟີ ຟິສແພດທຣິກ ໄດ້ຈົບການສຶກສາຊັ້ນປະລິນຍາໂທ ໃນສາຂາ ເສດຖະສາດ ແລະ ການເງິນ ແລະ ໄດ້ສຳເລັດການສຶກສາຊັ້ນປະລິນຍາເອກ ໃນສາຂາ ວິທະຍາສາດສຸຂະພາບ.
/countries/lao-peoples-democratic-republic/deputy-wr-_-dr-fitzpatrick.tmb-1920v.jpg?sfvrsn=47ea0e6a_2)
ວິໄສທັດ ແລະ ພາລະກິດຂອງອົງການອະນາໄມໂລກ
ວິໄສທັດການສ້າງຕັ້ງອົງການອະນາໄມໂລກ ແມ່ນເພື່ອສ້າງໂລກທີ່ທຸກຄົນສາມາດເຂົ້າເຖິງມາດຕະຖານດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ. ພາລະກິດຂອງອົງການອະນາໄມໂລກ ແມ່ນເພື່ອສົ່ງເສີມສຸຂະພາບ, ຮັກສາໃຫ້ໂລກປອດໄພ ແລະ ຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດ. ອົງການອະນາໄມໂລກ ເຮັດວຽກດ້ວຍຄວາມມຸ່ງໝັ້ນດ້ານສິດທິມະນຸດ, ເພື່ອຄວາມເປັນເອກະພາບ ແລະ ຄວາມສະເໝີພາບ, ໂດຍອີງໃສ່ຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດຂອງອົງການອະນາໄມໂລກ.
ໜ້າທີ່ຫຼັກຂອງອົງການອະນາໄມໂລກ ລວມມີ: ຊີ້ນຳໃນດ້ານສຸຂະພາບ ແລະ ລະດົມການຮ່ວມມື; ສ້າງວາລະແຜນງານການສຶກສາຄົ້ນຄວ້າ ແລະ ຊຸກຍູ້ໃຫ້ມີການສ້າງ, ເຜີຍແຜ່ຄວາມຮູ້ທີ່ມີຄຸນຄ່າ; ກຳນົດມາດຕະຖານ, ສົ່ງເສີມ ແລະ ຕິດຕາມການຈັດຕັ້ງປະຕິບັດ; ໃຫ້ຄໍາແນະນໍາດ້ານນະໂຍບາຍຕາມຫຼັກຈັນຍາບັນ ແບບອີງໃສ່ຂໍ້ມູນຫຼັກຖານ; ສະໜອງການຊ່ວຍເຫຼືອດ້ານວິຊາການເພື່ອກະຕຸ້ນການປ່ຽນແປງ; ສ້າງຄວາມອາດສາມາດດ້ານສະຖາບັນແບບຍືນຍົງ; ແລະ ຕິດຕາມສະຖານະ ແລະ ປະເມີນແນວໂນ້ມທາງສຸຂະພາບ.
ເພື່ອຮັບປະກັນໃຫ້ການສະໜອງການຊ່ວຍເຫຼືອທີ່ມີປະສິດທິພາບ, ອົງການອະນາໄມໂລກ ໄດ້ຈັດຕັ້ງປະຕິບັດວຽກຮ່ວມກັນທັງສາມລະດັບ ກໍຄື ສຳນັກງານໃຫຍ່, ພາກພື້ນ ແລະ ປະເທດ ເພື່ອ: ສຸມໃສ່ການຊ່ວຍເຫຼືອຈຸດທີ່ສາມາດສ້າງຄວາມແຕກຕ່າງ; ການຈັດວາງບຸກຄະລາກອນທີ່ຖືກຕ້ອງໃສ່ໜ້າວຽກທີ່ເໝາະສົມ; ພົວພັນກັບຄູ່ຮ່ວມມືຢ່າງມີປະສິດທິພາບ; ເສີມຂະຫຍາຍການສື່ສານ; ແລະ ເພື່ອປັບປຸງການປະຕິບັດງານ.
ບູລິມະສິດສໍາລັບອົງການອະນາໄມໂລກ
ແຜນງານການເຮັດວຽກທົ່ວໄປຂອງອົງການອະນາໄມໂລກ ໄດ້ມີການກໍານົດບູລິມະສິດ ແລະ ຍຸດທະສາດໃນໄລຍະກາງຂອງອົງກອນ. ກອງປະຊຸມສະມັດຊາໃຫຍ່ອົງການອະນາໄມໂລກ ໃນເດືອນພຶດສະພາ ປີ 2018 ໄດ້ອະນຸມັດແຜນງານການເຮັດວຽກທົ່ວໄປຄັ້ງທີ 13 ປີ 2019-2023 ເຊິ່ງໄດ້ກໍານົດ 3 ບູລິມະສິດທີ່ເປັນຍຸດທະສາດແບບເຊື່ອມຕໍ່ກັນໄດ້, ມີການປ່ຽນແປງຍຸດທະສາດ ແລະ ມີການປ່ຽນແປງດ້ານອົງກອນ, ພ້ອມທັງ 10 ຜົນໄດ້ຮັບເພື່ອຮັບປະກັນຊີວິດທີ່ມີສຸຂະພາບດີ ແລະ ສົ່ງເສີມສະຫວັດດີການສໍາລັບທຸກຄົນໃນທຸກໄວ. 3 ບູລິມະສິດດ້ານຍຸດທະສາດ ໄດ້ແກ່:
- ຫຼັກປະກັນສຸຂະພາບຖ້ວນໜ້າ: ຫຼາຍກວ່າ 1 ຕື້ຄົນ ໄດ້ຮັບຜົນປະໂຫຍດຈາກການຫຼັກປະກັນສຸຂະພາບຖ້ວນໜ້າ.
- ພາວະສຸກເສີນດ້ານສຸຂະພາບ: ຫຼາຍກວ່າ 1 ຕື້ຄົນໄດ້ຮັບການປົກປ້ອງທີ່ດີຂຶ້ນຈາກພາວະສຸກເສີນດ້ານສຸຂະພາບ.
- ປະຊາກອນທີ່ມີສຸຂະພາບດີ: ຫຼາຍກວ່າ 1 ຕື້ຄົນມີສຸຂະພາບ ແລະ ການເປັນຢູ່ທີ່ດີຂຶ້ນ.