ວຽກຂອງພວກເຮົາຢູ່ ສປປ ລາວ
WHO staff at measles and rubella vaccination campaign. Nationwide Measles and Rubella Campaign in Lao People’s Democratic Republic, 17- 30 November 2014.
ອົງການອະນາໄມໂລກ (WHO) ສະໜັບສະໜຸນການພັດທະນາວຽກງານບໍລິການສຸຂະພາບ ແລະ ລະບົບສາທາລະນະສຸກຢູ່ ສປປ ລາວ ຕັ້ງແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ໃນປີ 1950.
ພາລະກິດຂອງພວກເຮົາ ແມ່ນສົ່ງເສີມການບັນລຸການໃຫ້ບໍລິການຮັກສາສຸຂະພາບແກ່ໝົດທຸກຄົນ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍຜ່ານການປະຕິຮູບຂະແໜງການສາທາລະນະສຸກ ແລະ ບັນລຸການປົກຄຸມສຸຂະພາບທົ່ວປວງຊົນພາຍໃນປີ 2025 ເທື່ອລະກ້າວ.
ຫ້ອງການອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1962 ເຊິ່ງເຮັດໃຫ້ອົງການອະນາໄມໂລກສາມາດສະໜັບສະໜຸນ ແລະ ຮ່ວມມືໂດຍກົງ ກັບລັດຖະບານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນໆ ໃນຂະແໜງການສາທາລະນະສຸກ. ຫ້ອງການອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ຖືກຮັບຮູ້ຈາກ ກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານອື່ນໆວ່າເປັນ ຫ້ອງການທີ່ມີຄວາມຊໍານິຊຳນານທາງດ້ານວິຊາການ ທີ່ມີຄຸນຄ່າ ແລະ ເປັນໜຶ່ງໃນຄູ່ຮ່ວມງານແຖວໜ້າໃນຂະແໜງການສາທາລະນະສຸກ.

ຍຸດທະສາດການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ ປີ 2024-2028
ຍຸດທະສາດການຮ່ວມມື ເປັນກອບຍຸດທະສາດຂອງ ອົງການອະນາໄມໂລກ ເຊິ່ງຖືເປັນແນວທາງສໍາລັບການການຈັດຕັ້ງປະຕິບັດວຽກງານໃນປະເທດໃດໜຶ່ງ. ກະຊວງສາທາລະນະສຸກ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ ມີຄວາມຍິນດີນຳສະເໜີ ຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ ປີ 2024-2028.
ອົງການອະນາໄມໂລກ ມີຄວາມຕັ້ງໃຈທີ່ຈະຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ ໂດຍມີ 3 ບູລິມະສິດດ້ານຍຸດທະສາດ ຄື: ການສົ່ງເສີມລະບົບສາທາລະນະສຸກໃຫ້ມີຄວາມຍືນຍົງ ແລະ ສາມາດປັບຕົວຕາມສະພາບການເພື່ອກ້າວໄປສູ່ ການປົກຄຸມສຸຂະພາບທົ່ວປວງຊົນ, ການປົກປ້ອງຊຸມຊົນຈາກເຫດການສຸກເສີນທາງດ້ານສາທາລະນະສຸກ ແລະ ພະຍາດຕ່າງໆ ແລະ ປົກປ້ອງສຸຂະພາບຊຸມຊົນຈາກການປ່ຽນແປງດິນຟ້າອາກາດ ແລະ ປັດໄຈທາງສິ່ງແວດລ້ອມທີ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບ.
ເພື່ອຊ່ວຍໃນການຈັດຕັ້ງປະຕິບັດວຽກງານອັນເປັນວາລະຍຸດທະສາດນີ້ ຈະມີການປະສົມປະສານລະຫວ່າງການຊ່ວຍເຫຼືອທາງດ້ານວິຊາການ ແລະ ດ້ານການດຳເນີນງານ ພ້ອມທັງວຽກງານອື່ນໆ ອັນເປັນປັດໄຈສຳຄັນ ເຊັ່ນ ການສື່ສານເພື່ອສຸຂະພາບ, ການເຂົ້າເຖິງກຸ່ມຄົນທີ່ດ້ອຍໂອກາດ, ການພັດທະນາເຄື່ອງມືດິຈິຕອນເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ, ການສົ່ງເສີມ ແລະ ປະເມີນຜົນໄດ້ຮັບພາຍໃນປະເທດ. ໃນການຈັດຕັ້ງປະຕິບັດຍຸດທະສາດສະບັບນີ້ ຍັງໄດ້ໃຫ້ຄວາມສຳຄັນກັບການປະສານງານ ຫຼາຍພາກສ່ວນ, ສຸມໃສ່ການເຊື່ອມໂຍງການຮ່ວມມືແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ແລະ ການຮ່ວມມືຫຼາຍຂະແໜງການ ທັງຄູ່ຮ່ວມງານພາກລັດ ແລະ ພາກສ່ວນທີ່ບໍ່ສັງກັດລັດຖະບານ.
ແຜນຍຸດທະສາດ ສະບັບນີ້ ມີເປົ້າໝາຍເພື່ອສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດ 8 ແຜນງານບູລິມະສິດ ພາຍໃຕ້ ແຜນພັດທະນາຂະແໜງສາທາລະນະສຸກ ຄັ້ງທີ 9. ບັນດາແຜນງານດັ່ງກ່າວ ລ້ວນແຕ່ມີເປົ້າໝາຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ່ກ່ຽວພັນກັບສຸຂະພາບ ແລະ ສ້າງພື້ນຖານໃຫ້ແກ່ການຮັບມືກັບບັນດາສິ່ງທ້າທາຍທາງສາທາລະນະສຸກ ອັນເປັນຜົນມາຈາກການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ຜົນກະທົບໄລຍະຍາວຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ ແລະ ປັດໄຈສ່ຽງທາງສິ່ງແວດລ້ອມທີ່ນັບມື້ນັບຮູນແຮງ ແລະ ພາລະຈາກພະຍາດຊຳເຮື້ອທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຍຸດທະສາດການຮ່ວມມື ສະບັບພາສາລາວ ແມ່ນສາມາດດາວໂຫຼດໄດ້ທີ່: ຍຸດທະສາດການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ ປີ 2024-2028

This country cooperation strategy (CCS) outlines how the World Health Organization (WHO) will work with the Lao People’s Democratic Republic over...
![ຍຸດທະສາດການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ 2017-2021 [WHO Country Cooperation Strategy 2017-2021: Lao People's Democratic Republic]](https://iris.who.int/bitstream/handle/10665/371310/WPRO-2017-DPM-001-lao.pdf.jpg?sequence=6)
ຍຸດທະສາດການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ 2017-2021 [WHO Country...
ຍຸດທະສາດການຮວມມືລະຫວາງ ສປປ ລາວ ແລະ ອົງການອະນາໄມໂລກ ສະບັບນີ້ ໄດຂະຫຍາຍເວລາໃຫ ກວມເອົາໄລຍະປີ 2017-2023