ຍຸດທະສາດການຮ່ວມມື ເປັນກອບຍຸດທະສາດຂອງ ອົງການອະນາໄມໂລກ ເຊິ່ງຖືເປັນແນວທາງສໍາລັບການການຈັດຕັ້ງປະຕິບັດວຽກງານໃນປະເທດໃດໜຶ່ງ. ກະຊວງສາທາລະນະສຸກ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ ມີຄວາມຍິນດີນຳສະເໜີ ຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກ ປີ 2024-2028.
ອົງການອະນາໄມໂລກ ມີຄວາມຕັ້ງໃຈທີ່ຈະຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ ໂດຍມີ 3 ບູລິມະສິດດ້ານຍຸດທະສາດ ຄື: ການສົ່ງເສີມລະບົບສາທາລະນະສຸກໃຫ້ມີຄວາມຍືນຍົງ ແລະ ສາມາດປັບຕົວຕາມສະພາບການເພື່ອກ້າວໄປສູ່ ການປົກຄຸມສຸຂະພາບທົ່ວປວງຊົນ, ການປົກປ້ອງຊຸມຊົນຈາກເຫດການສຸກເສີນທາງດ້ານສາທາລະນະສຸກ ແລະ ພະຍາດຕ່າງໆ ແລະ ປົກປ້ອງສຸຂະພາບຊຸມຊົນຈາກການປ່ຽນແປງດິນຟ້າອາກາດ ແລະ ປັດໄຈທາງສິ່ງແວດລ້ອມທີ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບ.
ເພື່ອຊ່ວຍໃນການຈັດຕັ້ງປະຕິບັດວຽກງານອັນເປັນວາລະຍຸດທະສາດນີ້ ຈະມີການປະສົມປະສານລະຫວ່າງການຊ່ວຍເຫຼືອທາງດ້ານວິຊາການ ແລະ ດ້ານການດຳເນີນງານ ພ້ອມທັງວຽກງານອື່ນໆ ອັນເປັນປັດໄຈສຳຄັນ ເຊັ່ນ ການສື່ສານເພື່ອສຸຂະພາບ, ການເຂົ້າເຖິງກຸ່ມຄົນທີ່ດ້ອຍໂອກາດ, ການພັດທະນາເຄື່ອງມືດິຈິຕອນເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ, ການສົ່ງເສີມ ແລະ ປະເມີນຜົນໄດ້ຮັບພາຍໃນປະເທດ. ໃນການຈັດຕັ້ງປະຕິບັດຍຸດທະສາດສະບັບນີ້ ຍັງໄດ້ໃຫ້ຄວາມສຳຄັນກັບການປະສານງານ ຫຼາຍພາກສ່ວນ, ສຸມໃສ່ການເຊື່ອມໂຍງການຮ່ວມມືແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ ແລະ ການຮ່ວມມືຫຼາຍຂະແໜງການ ທັງຄູ່ຮ່ວມງານພາກລັດ ແລະ ພາກສ່ວນທີ່ບໍ່ສັງກັດລັດຖະບານ.
ແຜນຍຸດທະສາດ ສະບັບນີ້ ມີເປົ້າໝາຍເພື່ອສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດ 8 ແຜນງານບູລິມະສິດ ພາຍໃຕ້ ແຜນພັດທະນາຂະແໜງສາທາລະນະສຸກ ຄັ້ງທີ 9. ບັນດາແຜນງານດັ່ງກ່າວ ລ້ວນແຕ່ມີເປົ້າໝາຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ່ກ່ຽວພັນກັບສຸຂະພາບ ແລະ ສ້າງພື້ນຖານໃຫ້ແກ່ການຮັບມືກັບບັນດາສິ່ງທ້າທາຍທາງສາທາລະນະສຸກ ອັນເປັນຜົນມາຈາກການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ຜົນກະທົບໄລຍະຍາວຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ ແລະ ປັດໄຈສ່ຽງທາງສິ່ງແວດລ້ອມທີ່ນັບມື້ນັບຮູນແຮງ ແລະ ພາລະຈາກພະຍາດຊຳເຮື້ອທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຍຸດທະສາດການຮ່ວມມື ສະບັບພາສາລາວ ແມ່ນສາມາດດາວໂຫຼດໄດ້ທີ່: ຍຸດທະສາດການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການອະນາໄມໂລກ ປີ 2024-2028