ກ່ຽວກັບອົງການອະນາໄມໂລກ ປະຈຳ ສປປ ລາວ

ກ່ຽວກັບອົງການອະນາໄມໂລກ ປະຈຳ ສປປ ລາວ

© WHO/Yoshi Shimizu
Mother and child after a vaccination session at Mahosot hospital
© Credits

ອົງການອະນາໄມໂລກ ປະຈຳ ສປປ ລາວ

ອົງການອະນາໄມໂລກ

ອົງການອະນາໄມໂລກ ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 7 ເມສາ ປີ 1948 ໃນນາມເປັນອົງການທີ່ມີອຳນາດໃນການຊີ້ນຳ ແລະ ປະສານງານ ກ່ຽວກັບວຽກງານສາທາລະນະສຸກໃນທົ່ວໂລກ ພາຍໃຕ້ລະບົບສະຫະປະຊາຊາດ. ໂດຍການເຮັດວຽກຢູ່ໃນ 3 ລະດັບ (ລະດັບໂລກ, ພາກພື້ນ ແລະ ປະເທດ), ພະນັກງານຂອງອົງການອະນາໄມໂລກ 7000 ກວ່າຄົນ ໃນທົ່ວໂລກ ຮ່ວມມືກັບລັດຖະບານຂອງບັນດາປະເທດສະມາຊິກ 194 ປະເທດ ແລະ ຄູ່ຮ່ວມງານອື່ນໆ ເພື່ອໃຫ້ບັນລຸວິໄສທັດຂອງການສ້າງຕັ້ງອົງການ ກໍຄືການບັນລຸຜົນປະໂຫຍດສູງສຸດທາງດ້ານສາທາລະນະສຸກຂອງໝົດທຸກຄົນ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ພາກພື້ນປາຊີຟິກຕາເວັນຕົກ

ພາກພື້ນປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ ເປັນທີ່ຢູ່ອາໄສຂອງປະຊາກອນ ຫຼາຍກວ່າ 1 ສ່ວນ 4 ຂອງປະຊາກອນໂລກ ແລະ ກວມເອົາໄລຍະທາງຫຼາຍກວ່າ 1 ສ່ວນ 3 ຂອງໄລຍະທາງທົ່ວໂລກ. ໃນນັ້ນ, ພະນັກງານອົງການອະນາໄມໂລກຫຼາຍກວ່າ 600 ຄົນ ແມ່ນເຮັດວຽກຢູ່ຫ້ອງການອົງການອະນາໄມໂລກທີ່ປະຈຳຢູ່ 15 ປະເທດ ແລະ ຫ້ອງການພາກພື້ນຢູ່ ມະນີລາ ຂອງຟິລິບປິນ ເພື່ອໃຫ້ການສະໜັບສະໜຸນບັນດາປະເທດລັດສະມາຊິກ ເພື່ອໃຫ້ບັນລຸໝາກຜົນທາງດ້ານສາທາລະນະສຸກທີ່ດີກວ່າ ສຳລັບປະຊາກອນເກືອບ 1.9 ຕື້ຄົນ ໃນ 37 ປະເທດ ແລະ ຂົງເຂດ ຂອງພາກພື້ນປາຊີຟິກຕາເວັນຕົກ.

ອົງການອະນາໄມໂລກ ຢູ່ ສປປ ລາວ

ຫ້ອງການປະສານງານຂອງອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1962 ແລະ ໃນໄລຍະຕໍ່ມາ ກໍ່ໄດ້ຖືກປ່ຽນເປັນຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ ໃນປີ 1968. ໃນເບື້ອງຕົ້ນ ກໍ່ມີຄວາມທ້າທາຍຫຼາຍຢ່າງ ສຳລັບຂະແໜງສາທາລະນະສຸກ ແຕ່ອົງການອະນາໄມໂລກ ກໍໄດ້ສ້າງສາຍສຳພັນທີ່ດີກັບລັດຖະບານ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

ຜ່ານການເວລາຫຼາຍປີ, ຂະໜາດ ແລະ ຂອບເຂດການຮ່ວມມືຂອງອົງການອະນາໄມໂລກ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ຈາກພະນັກງານຕໍ່າກວ່າ 20 ຄົນ ໃນເວລາເປີດຫ້ອງການທຳອິດ ມາເປັນຫຼາຍກວ່າ 60 ຄົນ ທັງພະນັກງານລາວ ແລະ ພະນັກງານຕ່າງປະເທດໃນປະຈຸບັນ, ອົງການອະນາໄມໂລກໄດ້ຮັກສາຄວາມຕໍ່ເນື່ອງ ແລະ ການຄົງຢູ່ຂອງອົງການໃນປະເທດ ເຖິງວ່າຈະມີການປ່ຽນແປງທາງດ້ານການເມືອງ ແລະ ເສດຖະກິດ ພາຍໃນປະເທດກໍ່ຕາມ.

 

ປະຫວັດຂອງອົງການອະນາໄມໂລກ

ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການອະນາໄມໂລກ ໃນວັນທີ 17 ພຶດສະພາ ປີ 1950 ໃນເວລາເປັນລັດອາລັກຂາຂອງສະຫະພາບຝຣັ່ງ. ສປປ ລາວ ໄດ້ກາຍເປັນປະເທດເອກະລາດ ເມື່ອອຳນາດຂອງຝຣັ່ງໃນອິນໂດຈີນໄດ້ໝົດໄປໃນປີ 1954.

ສປປ ລາວ ໄດ້ຢູ່ພາຍໃຕ້ການດູແລຂອງຫ້ອງການຜູ້ຕາງອົງການອະນາໄມໂລກປະຈຳເຂດ ຢູ່ໄຊງ່ອນ ຂອງຫວຽດນາມ ນັບແຕ່ປີ 1956 ຫາວັນທີ 1 ມັງກອນ 1968 ຈົນມາຮອດການສ້າງຕັ້ງຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ ປະຈໍານະຄອນຫຼວງວຽງຈັນ, ສປປ ລາວ. ກ່ອນການສ້າງຕັ້ງຫ້ອງການ, ຫ້ອງການປະສານງານຂອງອົງການອະນາໄມໂລກ ແມ່ນໄດ້ຮັບການບໍລິຫານຄຸ້ມຄອງໂດຍຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ ຢູ່ໄຊງ່ອນ.

ຂໍ້ມູນສະຖິຕິລະດັບປະເທດ

ລະດັບພາກພື້ນ

 

ຕິດຕໍ່ຫາອົງການອະນາໄມໂລກ

ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ:
ດຣ ທິມໂມຕີ ອາມສະຕຣອງ

ທີ່ຢູ່ຫ້ອງການ:

ທີ່ຢູ່ໄປສະນີ:
ຕູ້ໄປສະນີ ເລກທີ 343 ວຽງຈັນ, ສປປ ລາວ

ໂທລະສັບ:
+856 21 353-902
+856 21 353-903
+856 21 353-904

ແຟັກ:
+856 21 353-905

ຊົ່ວໂມງເຮັດວຽກ:
08.00 - 12.00 13.00 - 17.00 (ຈັນຫາສຸກ)

ອີເມວ:
wplaowr@who.int

ກະຊວງສາທາລະນະສຸກ - ລະບົບຂໍ້ມູນສາທາລະນະສຸກ

ທີ່ຢູ່:
ຖະໜົນສີເມືອງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທລະສັບ:
+856 (0) 21 214058
+856 (0) 21 214061

ແຟັກ:
+856 (0) 21 214003

ອີເມວ:
hsipchansaly@etllao.com
hsipadm@etllao.com


ເວັບໄຊທ:
http://www.moh.gov.la