ສະພາວະສຸກເສີນ
ອົງການອະນາໄມໂລກ ມີຄວາມຕັ້ງໃຈທີ່ຈະຊ່ວຍຊີວິດ ແລະ ປົກປ້ອງສຸຂະພາບໃນໄລຍະເກີດວິກິດການ ບໍ່ວ່າຈະເປັນສາເຫດມາຈາກການລະບາດຂອງພະຍາດ, ຂໍ້ຂັດແຍ່ງ ຫຼື ໄພພິບັດຕ່າງໆ.
ແຜນງານສຸກເສີນທາງດ້ານສາທາລະນະສຸກຂອງອົງການອະນາໄມໂລກ ໄດ້ໃຊ້ຄວາມຊໍານິຊຳນານ ແລະ ຊັບພະຍາກອນຂອງອົງການອະນາໄມ ຢູ່ 3 ລະດັບຄື: ປະເທດ, ພາກພື້ນ ແລະ ສຳນັກງານໃຫຍ່ ເພື່ອຊ່ວຍບັນດາປະເທດສະມາຊິກໃນການສ້າງຄວາມອາດສາມາດທີ່ຈຳເປັນ ເພື່ອກະກຽມ, ປ້ອງກັນ, ຕອບໂຕ້ ແລະ ຟື້ນຟູ ຈາກໄພອັນທະລາຍຕ່າງໆ ທີ່ສ້າງເຫດການສຸກເສີນທາງດ້ານສາທາລະນະສຸກ. ເມື່ອຄວາມອາດສາມາດຂອງປະເທດພົບຄວາມຫຍຸ້ງຍາກ, ອົງການອະນາໄມໂລກ ຈະເຂົ້າເຮັດວຽກຄຽງບ່າຄຽງໄລ່ກັບບັນດາກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານ ເພື່ອນຳພາ ແລະ ປະສານງານກັບສາກົນໃນການຕອບໂຕ້ກັບເຫດການສຸກເສີນທາງດ້ານສາທາລະນະສຸກ..