© UNICEF
Lao PDR hosts meeting with experts from five countries to discuss improved data monitoring to address malnutrition.
© Credits

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ ກັບຜູ້ຊ່ຽວຊານຈາກ 5 ປະເທດ

2 November 2023
Joint News Release
ແຂວງຫຼວງພະບາງ

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ການປັບປຸງລະບົບຕິດຕາມວຽກງານດ້ານໂພຊະນາການ ກັບຜູ້ຊ່ຽວຊານຈາກ 5 ປະເທດ, ບັນດາຜູ້ນຳຈາກ ສໍາ​ນັກ​ງານ​ໃຫຍ່ ອົງການ ຢູນິເຊັບ ແລະ ອົງການອະນາໄມໂລກ, ພະນັກງານລະດັບພາກພື້ນ ແລະ ປະເທດ, ພ້ອມທັງ ຜູ້ຕາງໜ້າຈາກ ອົງການ GIZ ເພື່ອປຶກສາຫາລືກ່ຽວກັບ ບົດບາດຂອງຂໍ້ມູນຂ່າວສານໃນການປັບປຸງໂພຊະນາການຂອງເດັກນ້ອຍ ແລະ ແມ່ຍິງ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍ ກະຊວງສາທາລະນະສຸກ ໂດຍເປັນສ່ວນໜຶ່ງຂອງໂຄງການລິເລີ່ມໂດຍ ສະຫະພາບເອີຣົບ, ອົງການ ຢູນິເຊັບ ເເລະ ອົງການອະນາໄມໂລກ, ເພື່ອເສີມສ້າງຄວາມເຂັ້ມແຂງຂອງ ລະບົບຂໍ້ມູນຂ່າວສານດ້ານໂພຊະນາການແຫ່ງຊາດ (Strengthening National Nutrition Information Systems ຫຼື SNNIS) ເຊິ່ງແນໃສ່ການປັບປຸງຄວາມສາມາດໃນລະດັບປະເທດ ເພື່ອສ້າງຖານຂໍ້ມູນດ້ານໂພຊະນາການທີ່ມີຄຸນນະພາບ ເພື່ອສະໜັບສະໜູນນະໂຍບາຍ ແລະ ໂຄງການດ້ານໂພຊະນາການຕ່າງໆ. ໂຄງການລິເລີ່ມນີ້ ໄດ້ຈັດຕັ້ງຂຶ້ນໃນປີ 2020 ໂດຍການຮ່ວມມືກັບລັດຖະບານຂອງ 5 ປະເທດ ກໍຄື: ເອທິໂອປີ, ກົດດີວົວ, ສປປ ລາວ, ອູກັນດາ ແລະ ຊຳບີ, ແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການຈາກ ອົງການ ຢູນີເຊັບ ແລະ ອົງການອະນາໄມໂລກ ພ້ອມການສະໜັບສະໜູນດ້ານການງົບປະມານຈາກ ຄະນະກຳມາທິການເອີຣົບ.

ທ່ານ ດຣ. ຈັນສາລີ ພົມມະວົງ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ, ກ່າວວ່າ: “ກອງປະຊຸມຂອງພວກເຮົາໃນມື້ນີ້ ເປັນໂອກາດອັນສຳຄັນສຳລັບ ບັນດາຜູ້ຊ່ຽວຊານດ້ານໂພຊະນາການຈາກ 5 ປະເທດ ເພື່ອປຶກສາຫາລືກ່ຽວກັບ ຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບວິທີທີ່ພວກເຮົາຈະສາມາດເກັບກຳຂໍ້ມູນຂ່າວສານດ້ານໂພຊະນາການໃຫ້ຕໍ່ເນື່ອງ ເພື່ອປັບປຸງ ການບໍລິການ, ການວາງແຜນ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນຂົງເຂດນີ້. ກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈມາຍັງ ອົງການ ຢູນິເຊັບ ເເລະ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນ ສປປ ລາວ ແລະ ຂອບໃຈສະຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານຢ່າງຕໍ່ເນື່ອງ."

ທ່ານ ນາງ ອີນາ ມາຈູລໍນິແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ໂພຊະນາການ ຍັງຄົງເປັນວຽກງານບູລິມະສິດທີ່ສຳຄັນຂອງ ສະຫະພາບເອີຣົບ ແລະ ໂຄງການ SNNIS ເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງ ສະຫະພາບເອີຣົບ ຕໍ່ກັບ ລັດຖະບານ ເເຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາການຂາດສານອາຫານໃນທຸກຮູບແບບ. ການເກັບກຳ ແລະ ນໍາໃຊ້ຂໍ້ມູນຂ່າວສານເເບບຕໍ່ເນື່ອງ ແລະ ທັນເວລາ ແມ່ນສໍາຄັນທີ່ສຸດຕໍ່ການຕັດສິນໃຈ ແລະ ຈັດວາງຊັບພະຍາກອນທີ່ມີຢູ່ໃນວຽກງານໂພຊະນາການ ເພື່ອໃຫ້ບັນລຸຜົນໄດ້ຮັບສູງສຸດ."

ນອກຈາກນັ້ນ, ຄະນະການນຳທີ່ເຂົ້າຮ່ວມກອງປະຊຸມ, ເຊິ່ງປະກອບດ້ວຍ ພະນັກງານຈາກສໍາ​ນັກ​ງານ​ໃຫຍ່ ເເລະ ຫ້ອງການພາກພື້ນຂອງ ອົງການ ຢູນິເຊັບ ແລະ ອົງການອະນາໄມໂລກ, ຍັງໄດ້ມີໂອກາດໄປຢ້ຽມຢາມສຸກສາລາ ທີ່ ແຂວງຫຼວງພະບາງ ເພື່ອຕິດຕາມການສະໜັບສະໜູນພາຍໃຕ້ ໂຄງການ SNNIS ແລະ ຜົນໄດ້ຮັບຂອງໂຄງການຕໍ່ການປັບປຸງການເກັບກຳຂໍ້ມູນຂ່າວສານ ແລະ ການໃຫ້ບໍລິການດ້ານໂພຊະນາການທ້ອງຖິ່ນ.

ທ່ານ Arturo Romboli, ຮອງຜູ້ຕາງໜ້າ ອົງການ ຢູນິເຊັບ ປະຈຳ ສປປ ລາວ, ໄດປະກອບຄຳເຫັນວ່າ: “ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໃນທົ່ວໂລກ, ຫຼາຍໆປະເທດກໍາລັງປະເຊີນກັບສິ່ງທ້າທາຍເພີ່ມເຕີມ ເຊິ່ງອາດຈະເຮັດໃຫ້ຄວາມຄືບໜ້າ ທີ່ພວກເຮົາໄດ້ສ້າງເອົາໄວ້ໃນຊຸ່ມທົດສະວັດທີ່ຜ່ານມາ ໃນການເເກ້ໄຂບັນຫາການຂາດສານອາຫານ ຕ້ອງຕົກຢູ່ໃນພາວະຄວາມສ່ຽງ. ໃນປະຈຸບັນ ພວກເຮົາຕ້ອງຈັດລຳດັບຄວາມສຳຄັນໃນວຽກງານໂພຊະນາການໃຫ້ດີ ເພື່ອຮັບປະກັນວ່າ ຊັບພະຍາກອນທັງໝົດໄດ້ຖືກນຳໃຊ້ຢ່າງມີປະສິດທິຜົນທີ່ສຸດ ເພື່ອບັນລຸຜົນສຳລັບເດັກນ້ອຍທຸກຄົນ ແລະ ເພື່ອເຮັດສິ່ງນີ້, ຂໍ້ມູນຂ່າວສານແມ່ນມີຄວາມສໍາຄັນຫຼາຍ ລວມເຖິງໂຄງການ SNNIS ຮ່ວມຂອງພວກເຮົາ."

ທ່ານ ດຣ Achala Upendra Jayatilleke, ວິຊາການລະບົບຂໍ້ມູນຂ່າວສານດ້ານສຸຂະພາບ ຈາກ ອົງການອະນາໄມໂລກ ປະຈຳ ສປປ ລາວ, ກໍໄດ້ກ່າວວ່າ:  “ການເສີມສ້າງຄວາມສາມາດໃນການເກັບກຳຂໍ້ມູນດ້ານໂພຊະນາການຢ່າງຕໍ່ເນື່ອງ ແມ່ນກຸນແຈສຳຄັນສຳລັບການປັບປຸງໂພຊະນາການ. ໃນຖານະຜູ້ສະໜັບສະໜູນວຽກງານພັດທະນາລະບົບຂໍ້ມູນຂ່າວສານດ້ານສຸຂະພາບ, ໂພຊະນາການ ແລະ ສຸຂະພາບຂອງແມ່ ໃນ ສປປ ລາວ ມາເປັນເວລາຫຼາຍປີ, ການປັບປຸງການເຊື່ອມໂຍງລະຫວ່າງການເກັບກຳຂໍ້ມູນຂ່າວສານ ແລະ ການນໍາໃຊ້ພວກມັນໃຫ້ມີປະສິດທິພາບຂຶ້ນນັ້ນແມ່ນມີຄວາມສໍາຄັນທີ່ສຸດຕໍ່ການຍົກສູງສຸຂະພາບຂອງເດັກນ້ອຍ, ແມ່ ແລະ ຄອບຄົວ. ໂຄງການ SNNIS ໃນ ສປປ ລາວ ເຊິ່ງນຳພາໂດຍ ກະຊວງສາທາລະນະສຸກ ໄດ້ນຳໃຊ້ລະບົບຖານຂໍ້ມູນດ້ານສຸຂະພາບ ທີ່ມີຢູ່ໃນປະເທດມາກ່ອນ ກໍຄື DHIS-2 ເພື່ອເປັນເເບບຖານສໍາລັບໂຄງການດັ່ງກ່າວ, ເຊິ່ງເປັນລະບົບທີ່ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ໄດ້ຮ່ວມສ້າງຕັ້ງຂື້ນໃນປີ 2013 ແລະ ປັດຈຸບັນເເມ່ນໄດ້ຂະຫຍາຍການນຳໃຊ້ໄປທົ່ວປະເທດ ເປັນລະບົບຖານຂໍ້ມູນສຸຂະພາບທີ່ເຊື່ອມຕໍ່ກັບສູນກາງ. ອົງການອະນາໄມໂລກ ຮ່ວມກັບ ອົງການ ຢູນິເຊັບ ຢ້ຳຄືນວ່າຈະສືບຕໍ່ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການປັບປຸງການການເກັບກຳ ເເລະ ພັດທະນາຖານຂໍ້ມູນ ເພື່ອນໍາໃຊ້ເຂົ້າໃນການຕັດສິນໃຈ ກ່ຽວກັບ ວຽກງາານໂພຊະນາການຕ່າງໆໃນ ສປປ ລາວ."