ມື້ນີ້, ລັດຖະບານສະຫະລັດອາເມລິກາ ໄດ້ມອບວັກຊີນ ໄຟເຊີ ກັນພະຍາດ ໂຄວິດ-19 ສຳລັບເດັກຈຳນວນ 201,600 ໂດສ໌ ໃຫ້ເເກ່ລັດຖະບານເເຫ່ງ ສປປ ລາວ ໂດຍຜ່ານ COVAX Facility ເພຶ່ອປະກອບສ່ວນເຂົ້າໃນຂະບວນການສັກວັກຊີນກັນພະຍາດດັ່ງກ່າວໃຫ້ກັບເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ.
ການປະກອບສ່ວນວັກຊີນໃນຄັ້ງນີ້ເປັນສ່ວນໜື່ງຂອງຄວາມພະຍາຍາມຂອງ COVAX Facility ໃນການຮັບປະກັນການເຂົ້າເຖີງວັກຊີນຢ່າງເທົ່າທຽມໃນທົ່ວໂລກ ແລະ ໃນການຟື້ນຟູເສດຖະກິດ ແລະ ສັງຄົມຈາກຜົນກະທົບຂອງການລະບາດຂອງພະຍາດ ໂຄວິດ-19.
ໃນພິທີມອບຮັບວັກຊີນດັ່ງກ່າວທີ່ນະຄອນຫຼວງວຽງຈັນໃນມື້ນີ້, ທ່ານ ດຣ. ໄພວັນ ແກ້ວປະເສີດ, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ສະເເດງຄວາມຂອບໃຈຕໍ່ ພະນະທ່ານ ດຣ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ສໍາລັບການປະກອບສ່ວນໃນຄັ້ງນີ້ ແລະ ໄດ້ເນັ້ນໜັກເຖິງສາຍພົວພັນທາງການທູດລະຫວ່າງທັງສອງປະເທດ: “ການມາເຖິງຂອງວັກຊີນເຫຼົ່ານີ້ ສະເເດງໃຫ້ເຫັນເຖິງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໃນວຽກງານຫຼາຍໆຂົງເຂດ, ລວມເຖີງວຽກງານດ້ານສາທາລະນະສຸກໃນໄລຍະການລະບາດຂອງພະຍາດ ໂຄວິດ-19”.
ພະນະທ່ານ ດຣ. ປີເຕີ ເຮມອນ ກໍ່ໄດ້ສະເເດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19: “ລັດຖະບານສະຫະລັດອາເມລິກາ ພູມໃຈທີ່ໄດ້ໃຫ້ການສະໜັບສະໜູນເເກ່ ລັດຖະບານເເຫ່ງ ສປປ ລາວ ໂດຍການປະກອບສ່ວນຄັ້ງຫຼ້າສຸດນີ້, ເຊິ່ງພວກເຮົາຫວັງວ່າຈະຊ່ວຍໃນການຮັບປະກັນຄວາມປອດໄພຂອງເດັກນ້ອຍ ເເລະ ນັກຮຽນເພຶ່ອໃຫ້ພວກເຂົາສາມາດສຶືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງຕໍ່ເນື່ອງໃນສົກຮຽນໃໝ່ນີ້. ສະຫະລັດອາເມລິກາ ຈະສຶບຕໍ່ຢືນຄຽງຂ້າງ ສປປ ລາວ ໃນວຽກງານການຮັບມືກັບພະຍາດ ໂຄວິດ-19 ເເລະ ການສະໜັບສະໜຸນການຟື້ນຕົວ ຂອງ ສປປ ລາວ ຈາກຜົນກະທົບຂອງພະຍາດດັ່ງກ່າວ.”
ນອກຈາກການສະໜັບສະໜູນວັກຊີນຈຳນວນທັ້ງມົດຫຼາຍກວ່າ 2.9 ລ້ານ ໂດສ໌ ໃຫ້ເເກ່ ລັດຖະບານເເຫ່ງ ສປປ ລາວ ເເລ້ວ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການ USAID, ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ, ກະຊວງປ້ອງກັນປະເທດຂອງສະຫະລັດ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ຍັງໄດ້ເຮັດວຽກເພື່ອເສີມສ້າງຄວາມສາມາດຂອງ ສປປ ລາວ ໃນການຂົນສົ່ງ ເເລະ ແຈກຢາຍ ວັກຊີນເຫຼົ່ານີ້ໃນທົ່ວປະເທດ, ການຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານສາທາລະນະສຸກດ້ວຍການສະໜອງອຸປະກອນປ້ອງກັນສ່ວນບຸກຄົນ (PPE), ການເຝົ້າລະວັງພະຍາດໃນປະເທດ ແລະ ການສະໜອງອຸປະກອນເພື່ອປັບປຸງການຈົດທະບຽນສັກວັກຊີນ ແລະ ໃຫ້ບໍລິການສັກວັກຊີນຢ່າງປອດໄພ ອີກເຊັ່ນດຽວກັນ.
ພິທີມອບຮັບວັກຊີນຈຳນວນດັ່ງກ່າວກໍຍັງໃຫ້ກຽດເຂົ້າຮ່ວມໂດຍ ທ່ານນາງ ດຣ. ຍິງ-ຮູ ເຈັກກະລີນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ພ້ອມດ້ວຍ ທ່ານນາງ ດຣ. ເພຍ ເຣເບັນໂລ ບຣິດໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ.
ທ່ານນາງ ດຣ. ຍິງ-ຮູ ເຈັກກະລີນ ໂລ ກໍ່ໄດ້ໃຫ້ຄຳເຫັນດັ່ງກ່າວ: “ວິກິດການສາທາລະນະສຸກທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19 ນັ້ນໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດຂອງຫຼາຍໆຄອບຄົວໃນ ສປປ ລາວ ແລະ ທົ່ວໂລກ. ວັກຊີນຍັງຄົງມີຄວາມສຳຄັນໃນການແກ້ໄຂຜົນກະທົບເຫຼົ່ານີ້ ແລະ ຈະຊ່ວຍຮັກສາຊີວິດຂອງປະຊາຊົນ, ໂດຍສະເພາະບັນດາກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ”.
ວັກຊີນທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ເເມ່ນໄດ້ຮັບການອະນຸມັດຈາກ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບໃນການປ້ອງກັນພະຍາດຮ້າຍແຮງຈາກ ໂຄວິດ-19.
ທ່ານນາງ ດຣ. ເພຍ ເຣເບັນໂລ ບຣິດໂຕ ກໍ່ໄດ້ກ່າວວ່າ: “ການສັກວັກຊີນໃຫ້ກັບເດັກນ້ອຍອາຍຸ 5 ປີຂື້ນໄປ ແມ່ນເປັນຄວາມພະຍາຍາມຫຼ້າສຸດຂອງພວກເຮົາພາຍໄຕ້ COVAX ເພື່ອທີ່ຈະສະໜັບສະໜູນການເຂົ້າເຖີງວັກຊີນຢ່າງເທົ່າທຽມ ເເລະ ການສັກວັກຊີນຢ່າງຄົບຖ້ວນ ສຳລັບປະຊາຊົນລາວ, ໂດຍເນັ້ນໃສ່ບັນດາເດັກນ້ອຍ ເເລະ ໄວໜຸ່ມ ເປັນພິເສດ. ການສັກວັກຊີນໃຫ້ກັບເດັກນ້ອຍເປັນບາດກ້າວທີ່ສຳຄັນເພື່ອປົກປ້ອງການຮຽນຂອງເດັກໃນຫ້ອງຮຽນ ແລະ ຈະຊ່ວຍສົ່ງເສິີມການຟື້ນຟູການສູນເສຍການຮຽນທີ່ເກີດຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19. ການປະກອບສ່ວນຂອງສະຫະລັດອາເມລິການັ້ນກໍ່ເປັນອີກບາດກ້າວອັນສໍາຄັນໃນການຮັບປະກັນຄວາມສະເໝີພາບໃນການເຂົ້າເຖີງວັກຊີນ, ໂດຍສະເພາະສຳລັບເດັກນ້ອຍ ແລະໄວໜຸ່ມ.”
COVAX ແມ່ນການນຳພາຮ່ວມກັນ ໂດຍ CEPI, Gavi ເຊີ່ງແມ່ນພັນທະມິດດ້ານວັກຊີນ, ແລະ ອົງການອະນາໄມໂລກ, ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມຈັດສົ່ງສໍາຄັນ. COVAX ຍັງເຮັດວຽກຮ່ວມກັບ ທະນາຄານໂລກ, ອົງການຈັດຕັ້ງສັງຄົມ, ຜູ້ຜະລິດ, ແລະ ບັນດາຄູ່ຮ່ວມງານອື່ນໆອີກ. COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມື ໂຄວິດ-19 (ACT) ເຊີ່ງແມ່ນການຮ່ວມມືໃນລະດັບທົ່ວໂລກເພື່ອເລັ່ງລັດການພັດທະນາ, ຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ເຄືອງມືການກວດກາ , ປິ່ນປົວ ແລະ ການສັກວັກຊີນກັນພະຍາດ ໂຄວິດ-19.ຄູ່ຮ່ວມງານຂອງ COVAX ຕ່າງໆກໍໄດ້ມີບົດບາດອັນສຳຄັນໃນການສົ່ງເສີມຄວາມສະເໝີພາບໃນການເຂົ້າເຖີງວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ ເຊັ່ນ: ອົດສະຕາລີ, ການາດາ, ສະຫະພາບເອີຣົບ, ຟິນແລນ, ຝຣັ່ງ, ເຢຍລະມັນ, ເກັຣກ, ຍີ່ປຸ່ນ, ລັກເເຊມເບີກ, ເນເທີແລນ, ສາທາລະນະລັດເກົາຫຼີ, ສວີເດນ, ສະວິດເຊີແລນ, ລາດຊະອານາຈັກອັງກິດ ແລະ ສະຫະລັດອາເມລິກາ.
ບ່ອນຕິດຕໍ່ພົວພັນດ້ານສື່
ກະຊວງສາທາລະນະສຸກ, ສປປລາວ
ທ່ານວິສິດ ຄໍາລືຊາ, ຫົວໜ້າສູນສື່ສານເພື່ອສຸຂະພາບ ເເລະ ສຸຂະສຶກສາ, ກະຊວງສາທາລະນະສຸກ. ໂທ: +856 20 2250 2862, ອີເມລ:vkhamlusa@yahoo.com
ຫ້ອງການຝ່າຍສື່ຂອງ CEPI
ໂທ: +44 7387 055214
ອີເມລ: press@cepi.net
Gavi ທົ່ວໂລກ
ທ່ານນາງ Meghana Sharafudeen ອີເມລ໌: msharafudeen@gavi.org
ທ່ານນາງ Iryna Mazur ອີເມລ໌: imazur@gavi.org
ທ່ານ Evan O'Connell ອີເມລ໌: econnell@gavi.org
ທ່ານນາງ Laura Shevlin ອີເມລ໌: lshevlin@gavi.org
ອົງການຢູນີເຊັບ - ຫ້ອງການປະຈຳປະເທດ, ສປປລາວ
ທ່ານນາງ Chiara Frisone
ວ່າການຫົວໜ້າພະແນກສື່ສານ, ອົງການຢູນິເຊັບປະຈໍາ ສປປລາວ
ໂທ: +856 021-487508
ອີເມລ໌: cfrisone@unicef.org
ທ່ານ ຕະບອງເພັດ ພຸດທະວົງ
ຜູ້ຊ່ຽວຊານດ້ານການສື່ສານ, ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທ: (+856) 20 55519682
ອີເມລ໌: tphouthavong@unicef.org
ຫ້ອງການອົງການ WHO ປະຈຳ ສປປ ລາວ
ທ່ານ Will Seal, ຜູ້ຊ່ຽວຊານດ້ານການສື່ສານ
ໂທ: +856 20 55 510 788
ອີເມລ໌: sealw@who.int
ອົງການ WHO ໂລກ
ໂທ: +41 22 791 2222
ອີເມລ໌: mediainquiries@who.int
ສະຖານທູດສະຫະລັດອາເມລິກາທີ່ນະຄອນຫຼວງວຽງຈັນ
ທ່ານອາທິດ ຈັນທະລາດ
ຜູ້ຊ່ຽວຊານດ້ານການສື່ສານ, ອົງການ USAID ປະຈຳສປປລາວ
ໂທ: +856 20 55552833
ອີເມລ໌: AChanthalath@usaid.gov
ໝາຍເຫດ ເຖິງບັນນາທິການ
ບັນຊີລາຍຊື່ຂອງຜູ້ໃຫ້ທຶນທີ່ໄດ້ໃຫ້ຄໍາຫມັ້ນສັນຍາກັບ Gavi COVAX AMC ແມ່ນມີຢູ່ທີ່ນີ້ here.
ຜູ້ຕິດຕາມການສະໜອງທຶນແບບໂຕ້ຕອບ ສຳລັບຜູ້ເລັ່ງລັດ ACT ເຊິ່ງລວມມີລາຍລະອຽດຂອງການສະໜອງທຶນໃຫ້ແກ່ COVAX, ສາມາດເບິ່ງໄດ້ທີ່ນີ້ here.
ກ່ຽວກັບ COVAX
COVAX, ເປັນເສົາຫຼັກຂອງຜູ້ເລັັ່ງລັດການເຂົ້າເຖິງເຄື່ອງມືພະຍາດໂຄວິດ-19 (ACT) Access to COVID-19 Tools (ACT) Accelerator, ເຊິ່ງແມ່ນການນຳພາຮ່ວມກັນໂດຍມີສຳພັນທະມິດສຳລັບຂໍ້ລິເລີ່ມການກຽມຄວາມພ້ອມຕໍ່ການລະບາດຂອງພະຍາດ (CEPI), Gavi ເຊິ່ງເປັນພັນທະມິດຂອງການໃຫ້ວັກຊີນກັນພະຍາດ, ອົງການອະນາໄມໂລກ (WHO) - ທີ່ໄດ້ເຮັດວຽກເປັນຄູ່ຮ່ວມງານກັບໂຮງງານຜະລິດວັກຊີນໃນປະເທດທີ່ພັດທະນາແລ້ວ ແລະ ປະເທດພວມພັດທະນາ, ອົງການຢູນິເຊັບ, ອົງ ການທະນາຄານໂລກ ແລະອື່ນໆ. COVAX ແມ່ນຂໍ້ລິເລີ່ມໜຶ່ງດຽວໃນທົ່ວໂລກທີ່ພວມເຮັດວຽກຮ່ວມກັບລັດຖະບານຂອງປະ ເທດຕ່າງໆ ແລະ ບັນດາໂຮງງານຜະລິດ ເພື່ອຮັບປະກັນໃຫ້ມີວັກຊີນກັນພະຍາດໂຄວິດ-19 ໃນທົ່ວໂລກ ນັບທັງປະເທດທີ່ມີລາຍໄດ້ສູງ ແລະ ປະເທດທີ່ມີລາຍໄດ້ຕໍ່າ.
CEPI ແມ່ນສຸມໃສ່ກຸ່ມການຄົ້ນຄວ້າວິໄຈ ແລະ ການພັດທະນາວັກຊີນຂອງ COVAX COVAX vaccine research and development portfolio: ເປັນການລົງທືນໃນ R&D ໃນຜູ້ສະໝັກຢ່າງຫຼາກຫຼາຍທີ່ມີຄວາມເປັນໄປໄດ້, ໂດຍມີເປົ້າໝາຍໃນການສະໜັບ ສະໜູນການພັດທະນາວັກຊີນ 3 ຊະນິດທີ່ປອດໄພ ແລະ ມີປະສິດຕິຜົນ ເຊິ່ງສາມາດມອບໃຫ້ບັນດາປະເທດທີ່ເຂົ້າຮ່ວມໃນ COVAX Facility. ໃນສ່ວນໜຶ່ງຂອງວຽກງານນີ້, CEPI ໄດ້ຮັບປະກັນສິດທິທຳອິດໃນການປະຕິເສດຕໍ່ 1 ຕື້ໂດສ໌ ທີ່ມີທ່າອ່ຽງເປັນໄປໄດ້ສຳລັບ COVAX Facility ຕໍ່ຜູ້ສະໝັກຈຳນວນໜຶ່ງ ແລະ ໄດ້ລົງທືນແບບຍຸດທະສາດໃນການຜະລິດວັກຊີນ ເຊິ່ງປະກອບມີການສະຫງວນຄວາມສາມາດໄວ້ໃນການຜະລິດວັກຊີນໃນເຄືອຂ່າຍຂອງ COVAX Facility, ແລະ ຮັບປະກັນໃຫ້ມີຫຼອດແກ້ວເພື່ອບັນຈຸວັກຊີນ 2 ຕື້ໂດສ໌. CEPI ຍັງພວມລົງທຶນໃສ່ຜູ້ສະໝັກສັກວັກຊີນທີ່ເປັນ “ຄົນລຸ້ນຕໍ່ໄປ” ເຊິ່ງເປັນທາງເລືອກເພີ່ມເຕີມໃຫ້ແກ່ທົ່ວໂລກໃນການຄວບຄຸມພະຍາດໂຄວິດ-19ໃນອະນາຄົດອີກດ້ວຍ.
Gavi ສຸມໃສ່ການຈັດຊື້ ແລະ ຈັດສົ່ງສິນຄ້າໃຫ້ແກ່ COVAX: ດ້ວຍການປະສານງານດ້ານການອອກແບບ, ການຈັດຕັ້ງປະຕິບັດ ແລະ ການບໍ ລິຫານຂອງ COVAX Facility ແລະ Gavi COVAX AMC ແລະ ການເຮັດວຽກຮ່ວມກັບບັນດາຄູ່ຮ່ວມທີ່ເປັນພັນທະມິດ ເຊັ່ນ:UNICEF ແລະ WHO ໂດຍຄຽງຄູ່ກັບລັດຖະບານຂອງປະເທດຕ່າງໆ ໃນການກຽມຄວາມພ້ອມ ແລະ ການຈັດສົ່ງຂອງປະເທດ. COVAX Facility ແມ່ນກົນໄກການຈັດຊື້ວັກຊີນກັນພະຍາດໂຄວິດ-19ທີ່ໄດ້ລວບລວມເອົາໃນທົ່ວໂລກ, ໂດຍຜ່ານກົນໄກດັ່ງກ່າວ COVAX ຈະຮັບປະ ກັນການເຂົ້າເຖິງວັກຊີນທີ່ເປັນທໍາ ແລະ ມີຄວາມເທົ່າທຽມກັນສຳລັບທັງໝົດ 190 ປະເທດທີ່ເຂົ້າຮ່ວມ, ໂດຍນຳໃຊ້ກອບການຈັດສັນທີ່ອົງການອະນາໄມໂລກ (WHO) ໄດ້ສ້າງຂື້ນ. COVAX Facility ຈະເຮັດແນວນີ້ ດ້ວຍການລວບລວມອຳນາດການຈັດຊື້ຈາກບັນດາພາກເສດຖະກິດທີ່ເຂົ້າຮ່ວມ ແລະ ໃຫ້ການຄໍ້າປະກັນດ້ານປະ ລິມານໃນທົ່ວທຸກຜູ້ສະໝັກສັກວັກຊີນທີ່ມີຄວາມເປັນໄປ. Gavi COVAX AMC ແມ່ນກົນໄກດ້ານການເງິນທີ່ສະໜັບສະໜູນການມີສ່ວນຮ່ວມຂອງ 92 ປະເທດທີ່ມີລາຍໄດ້ຕໍ່າ ແລະ ລາຍໄດ້ປານກາງຢູ່ພາຍໃນ COVAX Facility, ເພື່ອໃຫ້ສາມາດເຂົ້າເຖິງວັກຊີນທີ່ປອດໄພ ແລະ ມີປະສິດຕິພາບ. Gavi ພວມລະດົມທຶນໃຫ້ແກ່ COVAX AMC ແລະ ສະໜອງທຶນໃຫ້ແກ່ອົງການຢູນີເຊັບໃນການຈັດຊື້ວັກຊີນ ພ້ອມທັງບັນດາຄູ່ຮ່ວມງານ ແລະ ລັດຖະບານປະເທດຕ່າງໆທີ່ເຮັດວຽກກ່ຽວກັບການກຽມຄວາມພ້ອມ ແລະ ການຈັດສົ່ງ, ລວມທັງສະໜັບສະໜູນອຸປະກອນລະບົບຄວາມເຢັນ, ການຊ່ວຍເຫຼືອດ້ານວິຊາການ, ເຂັມສີດ ຢາ, ພາຫະນະ, ແລະ ດ້ານອື່ນໆຂອງການປະຕິບັດງານດ້ານພະລາທິການທີ່ສັບສົນທີ່ສຸດໃນການຈັດສົ່ງ. ອົງການຢູນິເຊັບ ແລະ ອົງ ການສາທາລະນະສຸກ Pan-American (PAHO) ຈະເຮັດໜ້າທີ່ເປັນຜູ້ປະສານງານດ້ານການຈັດຊື້ໃຫ້ແກ່ COVAX Facility, ຊ່ວຍຈັດສົ່ງວັກຊີນໃຫ້ແກ່ຜູ້ເຂົ້າຮ່ວມ COVAX AMC ແລະ ຜູ້ອື່ນໆ.
ອົງການອະນາໄມໂລກ (WHO) ມີຫຼາກຫຼາຍພາລະບົດບາດພາຍໃນ COVAX: ເປັນຜູ້ໃຫ້ຄຳແນະນຳທີ່ເປັນມາດຕະຖານກ່ຽວກັບນະໂຍບາຍດ້ານວັກຊີນ, ລະບຽບການ, ຄວາມປອດໄພ, R&D, ການຈັດສັນ ແລະ ການກຽມຄວາມພ້ອມຂອງປະເທດ. ກຸ່ມນັກຊ່ຽວຊານທີ່ປຶກສາດ້ານຍຸດທະສາດ (SAGE) ກ່ຽວກັບການໃຫ້ວັກຊີນກັນພະຍາດ ສ້າງຂໍ້ສະເໜີແນະທີ່ອີງໃສ່ຫຼັກຖານກ່ຽວກັບນະໂຍບາຍການໃຫ້ວັກຊີນກັນພະຍາດ. ລາຍຊື່ການນຳໃຊ້ສຸກເສີນ(EUL)/ບັນດາແຜນງານທີ່ມີຄຸນສົມບັດເບື້ອງຕົ້ນຂອງອົງ ການອະນາໄມໂລກ (WHO) ແມ່ນຮັບປະກັນການທົບທວນຄືນ ແລະ ການອະນຸຍາດທີ່ສອດຄ່ອງກັນໃນທົ່ວທຸກລັດທີ່ເປັນສະ ມາຊິກ. ອົງການອະນາໄມໂລກ (WHO) ໃຫ້ການປະສານງານໃນທົ່ວໂລກ ແລະ ລັດທີ່ເປັນສະມາຊິກກໍສະໜັບສະໜູນການຕິດ ຕາມກວດກາຄວາມປອດໄພຂອງວັກຊີນ. ອົງການອະນາໄມໂລກ (WHO) ໄດ້ສ້າງໂປຣໄຟລ໌ຜະລິດຕະພັນເປົ້າໝາຍສຳລັບວັກຊີນກັນພະຍາດໂຄວິດ-19 ແລະ ປະສານງານດ້ານວິຊາການຂອງ R&D. ອົງການອະນາໄມໂລກ (WHO) ໂດຍຄຽງຄູ່ກັບອົງການຢູນິເຊັບ, ນຳໜ້າໃນການສະໜັບສະໜູນບັນດາປະເທດໃນຂະນະທີ່ພວກເຂົາກະກຽມເພື່ອຮັບເອົາ ແລະ ບໍລິ ຫານຄຸ້ມຄອງວັກຊີນ. ກະແສການເຮັດວຽກໃນການກຽມຄວາມພ້ອມຂອງປະເທດ ແລະ ການຈັດສົ່ງ Country Readiness and Delivery (CRD) ປະກອບມີ Gavi ແລະ ຄູ່ຮ່ວມງານອື່ນໆຢ່າງຫຼວງຫຼາຍທີ່ເຮັດວຽກໃນລະດັບໂລກ, ລະດັບພາກພື້ນ ແລະ ລະດັບປະເທດ ເພື່ອສະໜອງເຄື່ອງມື, ຂໍ້ແນະນໍາ, ການຕິດຕາມກວດກາ ແລະ ການຊ່ວຍເຫຼືອດ້ານວິຊາການໃນພາກສະໜາມໃນດ້ານການວາງແຜນ ແລະ ການປະຕິບັດການສັກວັກຊີນ vaccines. ຄຽງຄູ່ກັບບັນດາຄູ່ຮ່ວມງານຂອງ COVAX, ອົງການອະ ນາໄມໂລກ (WHO) ຍັງພວມສ້າງລະບົບການຊົດເຊີຍໂດຍບໍ່ມີຂໍ້ຜິດພາດເຊິ່ງເປັນສ່ວນໜຶ່ງຂອງຂໍ້ຜູກມັດການຊົດໃຊ້ຄ່າເສຍຫາຍ ແລະ ຄວາມຮັບຜິດຊອບທີ່ຈຳກັດເວລາ.
ອົງການຢູນີເຊັບພວມນຳໃຊ້ປະສົບການຂອງຕົນໃນຖານະເປັນຜູ້ຊື້ວັກຊີນໜຶ່ງດຽວທີ່ໃຫຍ່ທີ່ສຸດໃນໂລກ ແລະ ເຮັດວຽກຮ່ວມກັບໂຮງງານຜະລິດ ແລະ ບັນດາຄູ່ຮ່ວມງານໃນການຈັດຊື້ວັກຊີນກັນພະຍາດໂຄວິດ-19, ພ້ອມທັງການຂົນສົ່ງ, ການຈັດສົ່ງ ແລະ ການເກັບມ້ຽນ. ໃນແຕ່ລະປີ, ອົງການຢູນິເຊັບໄດ້ຈັດຊື້ວັກຊີນຫຼາຍກວ່າ 2 ຕື້ໂດສ໌ແລ້ວສຳລັບວຽກງານໃຫ້ວັກຊີນກັນພະຍາດແບບປົກ ກະຕິ ແລະ ການຕອບໂຕ້ຕໍ່ການລະ ບາດຂອງພະຍາດໃນນາມຂອງເກືອບ 100 ປະເທດ. ດ້ວຍການຮ່ວມມືກັບກອງທຶນໝູນວຽນຂອງອົງການ PAHO (PAHO Revolving Fund, ອົງການຢູນິເຊັບເປັນອົງການນຳໜ້າໃນຄວາມພະຍາຍາມ leading efforts ຈັດຫາ ແລະ ສະໜອງວັກຊີນໃຫ້ແກ່ COVAX. ນອກນັ້ນ, ອົງການຢູນິເຊັບ, Gavi ແລະ ອົງການອະນາໄມໂລກ (WHO) ພວມເຮັດວຽກຮ່ວມກັນຕະຫຼອດເວລາກັບລັດຖະບານຂອງບັນດາປະເທດເພື່ອຮັບປະກັນວ່າປະເທດຕ່າງໆໄດ້ກຽມຄວາມພ້ອມແລ້ວເພື່ອຮັບເອົາວັກຊີນ, ພ້ອມດ້ວຍການມີອຸປະກອນລະບົບຄວາມເຢັນທີ່ເໝາະສົມ ແລະ ພະນັກງານສາທາລະນະສຸກກໍໄດ້ຮັບການຝຶກອົບຮົມແລ້ວເພື່ອສັກວັກຊີນ. ອົງການຢູນິເຊັບຍັງມີບົດບາດນໍາໜ້າໃນຄວາມພະຍາຍາມເພື່ອສົ່ງເສີມຄວາມເຊື່ອໃຈຕໍ່ການສັກວັກຊີນ, ການສື່ສານເພື່ອສ້າງຄວາມໝັ້ນໃຈຕໍ່ວັກຊີນ, ການຕິດຕາມ ແລະ ການແກ້ໄຂຂໍ້ມູນຂ່າວສານທີ່ບໍ່ຖືກ ຕ້ອງໃນທົ່ວໂລກ.
ກ່ຽວກັບ CEPI
CEPI ແມ່ນການເປັນຄູ່ຮ່ວມທີ່ມີນະວັດຕະກຳລະຫວ່າງພາກລັດ, ພາກເອກະຊົນ, ອົງການເພື່ອການກຸສົນ, ແລະ ອົງການຈັດຕັ້ງສັງຄົມທີ່ໄດ້ເປີດຕົວທີ່ເມືອງດາໂວສ໌ (Davos) ໃນປີ 2017 ເພື່ອພັດທະນາວັກຊີນເພື່ອຢຸດຕິການລະບາດຂອງພະຍາດໃນອະນາ ຄົດ. CEPI ໄດ້ມີການ ເຄື່ອນໄຫວຢ່າງຮີບດ່ວນທີ່ສຸດ ແລະ ມີການປະສານງານກັບອົງການອະນາໄມໂລກ (WHO) ເພື່ອຕອບໂຕ້ແບບສຸກເສີນຕໍ່ການລະບາດຂອງພະ ຍາດໂຄວິດ-19. CEPI ໄດ້ລິເລີ່ມການເປັນຄູ່ຮ່ວມກັບ 11 ອົງການ ເພື່ອພັດທະນາວັກຊີນກັນພະຍາດ coronavirus ແບບໃໝ່. ບັນດາແຜນງານດັ່ງກ່າວພວມໃຊ້ປະໂຫຍດຈາກຖານການຕອບໂຕ້ໄດ້ຢ່າງວ່ອງໄວຊຶ່ງົດ້ຮັບການສະໜັບສະໜູນຈາກ CEPI ແລ້ວ ພ້ອມທັງການເປັນຄູ່ຮ່ວມໃໝ່.
ກ່ອນໜ້າການເກີດພະຍາດໂຄວິດ-19, ບັນດາພະຍາດທີ່ເປັນບຸລິມະສິດຂອງ CEPI ລວມມີໄວຣັດອີໂບລາ, ໄວຣັດ Lassa, ພະ ຍາດ coronavirus ລະບົບຫາຍໃຈໃນພາກຕາເວັນອອກກາງ, ໄວຣັດ Nipah, ພະຍາດ Rift Valley Fever ແລະ ເຊື້ອໄວ ຣັດ Chikungunya. CEPI ຍັງໄດ້ລົງທືນໃສ່ຖານດ້ານເຕັກໂນໂລຢີທີ່ສາມາດນຳໃຊ້ໃນການໃຫ້ວັກຊີນ ແລະ ການພັດທະນາພູມຕ້ານທານຢ່າງໄວວາ (immunoprophylactic) ຕໍ່ກັບເຊື້ອພະຍາດທີ່ຍັງບໍ່ທັນຮູ້ຈັກ (ພະຍາດ X) ອີກດ້ວຍ.
ກ່ຽວກັບ Gavi
Gavi ເປັນພັນທະມິດຂອງການໃຫ້ວັກຊີນກັນພະຍາດ ແມ່ນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນທີ່ຊ່ວຍສະໜອງວັກຊີນກັນພະຍາດໃຫ້ແກ່ເດັກເຄິ່ງໜຶ່ງຂອງໂລກ ເພື່ອຕ້ານກັບບາງພະຍາດທີ່ຮ້າຍແຮງທີ່ສຸດໃນທົ່ວໂລກ. ນັບຕັ້ງແຕ່ໄດ້ຮັບການສ້າງ ຕັ້ງຂື້ນໃນປີ 2000, Gavi ໄດ້ຊ່ວຍສ້າງພູມຕ້ານທານໃຫ້ແກ່ຄົົນທັງໝົດໃນລຸ້ນໜຶ່ງແລ້ວ,
ເຊິ່ງແມ່ນເດັກ 822 ລ້ານກວ່າຄົນ ແລະ ໄດ້ປ້ອງກັນການເສຍຊີວິດຂອງ 14 ລ້ານກ່ວາຄົນແລ້ວ, ເຊິ່ງເປັນການຊ່ວຍຫຼຸດຜ່ອນອັດຕາການຕາຍຂອງເດັກໃນ 73 ປະ ເທດກຳລັງພັດທະນາ. Gavi ຍັງມີບົດບາດສຳຄັນໃນການປັບປຸງຄວາມໝັ້ນຄົງດ້ານສາທາລະນະສຸກໃນທົ່ວໂລກດ້ວຍການສະໜັບສະໜູນລະບົບສາທາລະນະສຸກ
ກໍຄືການສະໜັບສະໜູນເງິນທຶນຈາກຄັງທົ່ວໂລກສຳລັບພະຍາດອີໂບລາ, ພະຍາດອະຫິວາ, ພະ ຍາດເຍື່ອຫຸ້ມສະໝອງອັກເສບ ແລະ ວັກຊີນໄຂ້ເຫຼືອງ. ຫຼັງຈາກມີຄວາມຄືບໜ້າເປັນເວລາ 2 ທົດສະວັດແລ້ວ, ປະຈຸບັນນີ້ Gavi ໄດ້ສຸມໃສ່ການປົກປ້ອງຄົນຮຸ່ນຫຼັງ ແລະ ເຂົ້າຫາເດັກທີ່ບໍ່ໄດ້ຮັບການໃຫ້ວັກຊີນທີ່ຖືກປ່ອຍ
ປະໄວ້ເບື້ອງຫຼັງ, ໂດຍນໍາໃຊ້ການເງິນທີ່ມີນະວັດຕະກຳ ແລະ ເຕັກໂນໂລຢີລ້າສຸດ, ຕັ້ງແຕ່ການນໍາໃຊ້ໂດຣນ (drones) ຈົນເຖິງ biometrics ເພື່ອຊ່ວຍຊີວິດຫຼາຍລ້ານຄົນ, ປ້ອງກັນການລະບາດກ່ອນທີ່ຈະແຜ່ກະຈາຍອອກໄປ ແລະ ຊ່ວຍເຫຼືອບັນດາປະເທດທີ່ຢູ່ໃນເສັ້ນທາງກ້າວສູ່ການກຸ້ມຕົນເອງ.
ຈົ່ງຮຽນຮູ້ເພີ່ມເຕີມໄດ້ທີ່ www.gavi.org ແລະ ເຊື່ອມຕໍ່ກັບພວກເຮົາໃນ Facebook ແລະTwitter.
ພັນທະມິດຂອງການໃຫ້ວັກຊີນກັນພະຍາດ ໄດ້ລວບລວມເອົາບັນດາປະເທດພວມພັດທະນາ ແລະ ລັດຖະບານຂອງບັນດາປະ ເທດຜູ້ໃຫ້ທຶນ, ອົງການອະນາໄມໂລກ, ອົງການຢູນີເຊັບ, ອົງການທະນາຄານໂລກ, ອຸດສາຫະກຳວັກຊີນ, ບັນດາອົງການດ້ານວິຊາການ,
ອົງການຈັດຕັ້ງສັງຄົມ, ມູນນິທິ Bill & Melinda Gates ແລະ ຄູ່ຮ່ວມງານຂອງພາກເອກະຊົນອື່ນໆເພື່ອເຂົ້າຫາກັນ. ຈົ່ງເບິ່ງລາຍຊື່ທັງໝົດຂອງລັດຖະບານບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງຊັ້ນນຳໜ້າອື່ນໆທີ່ສະໜັບສະໜູນວຽກງານຂອງ Gavi ໃນທີ່ນີ້ here.
ກ່ຽວກັບອົງການອະນາໄມໂລກ (WHO)
ອົງການອະນາໄມໂລກເປັນຜູ້ນຳໜ້າໃນທົ່ວໂລກໃນດ້ານສາທາລະນະສຸກພາຍໃນລະບົບຂອງສະຫະປະຊາຊາດ. ໂດຍສ້າງຕັ້ງຂື້ນໃນປີ 1948, ອົງ ການອະນາໄມໂລກ ເຮັດວຽກຮ່ວມກັບ 194 ປະເທດສະມາຊິກ, ໃນທົ່ວ 6 ຂົງເຂດ ແລະ ຈາກ 150 ກວ່າຫ້ອງ ການເພື່ອສົ່ງເສີມສຸຂະພາບ, ຮັກສາໜ່ວຍໂລກໃຫ້ປອດໄພ ແລະ ຮັບໃຊ້ຜູ້ທີ່ມີຄວາມສ່ຽງ.
ເປົ້າໝາຍຂອງພວກເຮົາ ສຳລັບຊຸມປີ 2019-2023 ແມ່ນເພື່ອຮັບປະກັນໃຫ້ປະຊາຊົນໜຶ່ງຕື້ກ່ວາຄົນຕື່ມອີກໃນອັດຕາກວມການປະກັນສຸຂະພາບສຳລັບທຸກຄົນ, ເພື່ອປົກປ້ອງປະຊາຊົນໜຶ່ງຕື້ກ່ວາຄົນຈາກພາວະສຸກເສີນດ້ານສຸຂະພາບ ແລະ ສະໜອງໃຫ້ປະຊາຊົນອີກຫຼາຍຕື້ຄົນໃຫ້ມີສຸຂະພາບ ແລະ ສະຫວັດດີພາບດີຂື້ນ.
ສຳລັບຂໍ້ມູນໃໝ່ຫຼ້າສຸດກ່ຽວກັບພະຍາດໂຄວິດ-19 ແລະ ຄໍາແນະນຳດ້ານສາທາລະນະສຸກ ເພື່ອປົກປ້ອງຕົວເອງຈາກພະຍາດ coronavirus, ຈົ່ງເຂົ້າໄປທີ່ covid.comesa.int ແລະ ຕິດຕາມອົງການອະນາໄມໂລກໃນ Twitter,
Facebook, Instagram, LinkedIn,
TikTok,
Pinterest,
Snapchat, YouTube
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຸ້ຽງຍາກທີ່ສຸດໃນໂລກ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນທົ່ວ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກ່ວາສໍາລັບທຸກຄົນ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org/coronavirus . ຈົ່ງຊອກຮູ້ຕື່ມກ່ຽວກັບວຽກງານຂອງອົງການຢູນິເຊັບກ່ຽວກັບວັກຊີນກັນພະຍາດໂຄວິດ-19 ໃນ here, ຫຼື ກ່ຽວກັບວຽກຂອງອົງການຢູນິເຊັບໃນການໃຫ້ວັກຊີນກັນພະຍາດໃນ here. ຕິດຕາມອົງການຢູນິເຊັບໃນ Twitter ແລະ Facebook.
ກ່ຽວກັບແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT
ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ແມ່ນການຮ່ວມມືໃໝ່ໃນທົ່ວໂລກເພື່ອເລັ່ງລັດການພັດທະນາ, ການຜະລິດ ແລະການເຂົ້າເຖິງແບບເທົ່າທຽມກັນໃນການກວດຫາ ການປິ່ນປົວ ແລະ ການສັກວັກຊີນກັນພະຍາດໂຄວິດ-19. ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ໄດ້ຮັບການສ້າງຕັ້ງຂື້ນ ເພື່ອຕອບສະໜອງຕາມຄໍາຮຽກຮ້ອງຈາກບັນດາຜູ້ນຳ G20 ໃນເດືອນມີນາ ແລະ ໄດ້ເປີດຕົວໂດຍອົງການອະນາໄມໂລກ (WHO), ຄະນະກຳມະການສະຫະພາບເອີຣົບ, ປະເທດຝຣັ່ງ ແລະ ມູນນິທິ Bill & Melinda Gates ໃນເດືອນເມສາ ປີ 2020.
ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ບໍ່ແມ່ນອົງການຕັດສິນໃຈ ຫຼື ເປັນອົງການໃໝ່, ແຕ່ເປັນການເຮັດວຽກເພື່ອເລັ່ງລັດຄວາມພະຍາຍາມຮ່ວມມືລະຫວ່າງບັນດາອົງການທີ່ມີຢູ່ ເພື່ອຢຸດຕິການແຜ່ລະບາດຂອງພະຍາດ. ແຜນງານການເຂົ້າເຖິງເຄື່ອງ ມືໂຄວິດ-19 ACT ແມ່ນກອບວຽກການຮ່ວມມືທີ່ໄດ້ຮັບການອອກແບບເພື່ອນຳເອົາບັນດາບຸກຄົນສຳຄັນເຂົ້າຮ່ວມກອງປະຊຸມແບບໂຕະມົນ ໂດຍມີເປົ້າໝາຍເພື່ອຢຸດຕິການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້ ໂດຍຜ່ານການພັດທະ ນາແບບເລັ່ງລັດ, ການຈັດສັນແບບເທົ່າທຽມກັນ, ແລະ ການຜັນຂະຫຍາຍການດຳເນີນການກວດຫາ, ການປິ່ນປົວ ແລະ ສັກວັກຊີນກັນພະຍາດໂຄວິດ-19, ເພື່ອເປັນການປົກປ້ອງລະບົບສາທາລະນະສຸກ ແລະ ການຟື້ນຟູສັງຄົມ ແລະ ເສດຖະກິດໃນໄລຍະໃກ້ໆນີ້. ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ແມ່ນອີງໃສ່ປະສົບການຂອງອົງການລະດັບນຳໜ້າດ້ານສາທາລະນະສຸກໃນທົ່ວໂລກທີ່ພວມແກ້ໄຂບັນຫາດ້ານສຸຂະພາບທີ່ເປັນສິ່ງທ້າທາຍທີ່ສຸດໃນໂລກ, ແລະ ດ້ວຍການເຮັດວຽກຮ່ວມກັນກັບຜູ້ທີ່ສາມາດປົດລັອກຜົນໄດ້ຮັບໃໝ່ ແລະ ມີຄວາມທະເຍີທະຍານສູງຕໍ່ການຕໍ່ສູ້ກັບພະຍາດໂຄວິດ-19. ບັນດາສະມາຊິກຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ມີຄວາມມຸ່ງໝັ້ນຮ່ວມກັນວ່າ ຈະຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງທຸກເຄື່ອງມືທີ່ຈຳເປັນເພື່ອເອົາຊະນະພະຍາດໂຄວິດ-19 ແລະ ເຮັດວຽກຮ່ວມກັນໃນລະດັບການເປັນຄູ່ຮ່ວມແແບບທີ່ບໍ່ເຄີຍມີມາກ່ອນ ເພື່ອບັນລຸເຖິງຜົນສຳ ເລັດ.
ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ມີ 4 ຂົງເຂດວຽກງານ ຄື: ການບົ່ງມະຕິ, ການປິ່ນປົວ, ການສັກວັກຊີນ ແລະ ເປັນຕົວເຊື່ອມຕໍ່ຂອງລະບົບສາທາລະນະສຸກ. ປະເດັນແບບຕັດຂວາງຂອງທຸກຂົງເຂດວຽກງານນີ້ແມ່ນກະແສວຽກງານຂອງການເຂົ້າເຖິງ ແລະ ການຈັດສັນ.
ກ່ຽວກັບສະຫະລັດອາເມລິກາ
ສະຫະລັດອາເມລິກາແມ່ນຜູ້ປະກອບສ່ວນຫຼາຍທີ່ສຸດໃນ COVAX Facility. ໄດ້ສະໜອງເງິນຈຳນວນ USD 2 ຕື້ໂດລາໃຫ້ແກ່ COVAX ແລະ ໄດ້ປະຕິບັດເພີ່ມອີກ USD 2 ຕື້ ໂດລາ. ສະຫະລັດອາເມລິກາເປັນຫນຶ່ງໃນບັນດາປະເທດທຳອິດທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19. ມາຮອດປະຈຸບັນນີ້, ສະຫະລັດອາເມລິກາ ໂດຍຜ່ານອົງການເພື່ອການພັດທະນາສາກົນ (USAID) ແລະ ສູນຄວບຄຸມພະຍາດຂອງສະຫະລັດອາເມລິກາໄດ້ປະກອບສ່ວນເກືອບ USD 8 ລ້ານ ເພື່ອຊ່ວຍເຫຼືອສປປລາວໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ -19 ດ້ວຍການສະໜອງອຸປະກອນການແພດ ແລະ ອຸປະກອນຫ້ອງທົດລອງທີ່ຈຳເປັນທີ່ສຸດ, ໄດ້ຝຶກອົບຮົມພະນັກງານສາທາລະນະສຸກຫຼາຍພັນຄົນ, ແລະ ໃນຄວາມພະຍາຍາມສັກວັກຊີນກັນພະຍາດ. ສະຫະລັດອາເມລິກາຍັງເປັນຜູ້ປະກອບສ່ວນໃຫຍ່ທີ່ສຸດໃຫ້ແກ່ Gavi ເຊິ່ງແມ່ນພັນທະມິດດ້ານວັກຊີນ.
ນອກຈາກການຊ່ວຍເຫຼືອສຸກເສີນຂອງພະຍາດໂຄວິດ-19ແລ້ວ, ສະຫະລັດອາເມລິກາຍັງໄດ້ເຮັດວຽກຮ່ວມມືຢ່າງໃກ້ຊິດກັບລັດຖະບານ ແລະປະຊາຊົນສປປລາວໃນຫຼາຍແຜນງານເພື່ອປັບປຸງຜົນໄດ້ຮັບດ້ານາທາລະນະສຸກໃນປະເທດໃນໄລຍະ 20 ປີທີ່ຜ່ານມາ, ລວມທັງຂໍ້ລິເລີ່ມໄລຍະຍາວເພື່ອປັບປຸງໂພຊະນາການ ໂດຍຜ່ານ ການໃຫ້ອາຫານໃນໂຮງຮຽນ, ບັນດາແຜນງານເພື່ອແກ້ໄຂສຸຂະພາບຂອງແມ່ ແລະ ເດັກ, ການຊ່ວຍເຫຼືອຄົນພິການ ແລະ ຄວາມພະຍາຍາມໃນການແກ້ໄຂ ແລະ ປ້ອງກັນພະຍາດຕິດຕໍ່. ສຳລັບຂໍ້ມູນເພີ່ມເຕີມ, ຈົ່ງເຂົ້າເບິ່ງທີ່ https://la.usembassy.gov/ ແລະ ຕິດຕາມສະຖານທູດສະຫະລັດອາເມລິກາທີ່ນະ ຄອນຫຼວງວຽງຈັນໃນເຟສບຸກ.