© UNICEF
Dr Bounfeng Phoummalaysith on a visit to provincial and district hospitals to assess the progress and challenges in Bokeo Province, alongside Luxembourg Chargé d’Affaires Thomas Lammar, and representatives from UNFPA, UNICEF and WHO.
© Credits

ການແກ້ໄຂບັນຫາສິ່ງທ້າທາຍຕໍ່ວຽກງານສາທາລະນະສຸກ ມີ "ຄວາມກ້າວຫນ້າເປັນທີ່ປະທັບໃຈ", ແຕ່ກໍຍັງມີຫລາຍວຽກ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ຕາມຄໍາເຫັນຂອງທ່ານລັດຖະມົນຕີ ກະຊວງສາທາລະນະສຸກ

6 November 2023
Joint News Release
ນະຄອນຫຼວງວຽງຈັນ, ສປປ ລາວ
 
ມື້ນີ້, ພະນະທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສິ້ນສຸດການລົງເຄື່ອນໄຫວ ຕິດຕາມການຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການດ້ານສາທາລະນະສຸກ ຢູ່ໂຮງໝໍແຂວງ ແລະ ໂຮງໝໍເມືອງ ທີ່ແຂວງບໍ່ແກ້ວ. ການຢ້ຽມຢາມນີ້ແມ່ນໄດ້ ດໍາເນີນໄປເປັນເວລາ 5 ວັນ ໂດຍມີການເຂົ້າຮ່ວມຂອງ ທ່ານ Thomas Lammar, ອຸປະທູດແຫ່ງລຸກຊໍາບວກ ແລະ ຜູ້ຕາງໜ້າຈາກອົງການ UNFPA, UNICEF ແລະ WHO.
 
ໃນລະຫວ່າງວັນທີ 1 ຫາ 5 ພະຈິກ, ທ່ານລັດຖະມົນຕີ ໄດ້ກວດກາ ແລະ ປະເມີນຄຸນນະພາບຂອງການບໍລິການສາທາລະນະສຸກ ເປັນຕົ້ນ ການບໍລິການປິ່ນປົວສຸຂະພາບແມ່ ແລະ ເດັກ, ການຄວບຄຸມພະຍາດຕິດຕໍ່, ວຽກງານທາງດ້ານສຸຂະພາບທາງເພດ ແລະ ໄວຈະເລີນພັນ ແລະ ວຽກການບໍລິການດ້ານອື່ນໆ ສໍາລັບຊຸມຊົນໃນທ້ອງຖິ່ນ ແລະ ຜູ້ທີ່ເຂົ້າມາອອກແຮງງານຢູ່ໃນພື້ນທີ່ນັ້ນໆ. ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມ ໂຮງໝໍ ຢູ່ແຂວງໄຊຍະບູລີ ເພື່ອປະເມີນຄຸນນະພາບການບໍລິການ ແລະ ບຸກຄະລາກອນທາງການແພດ ອີກດ້ວຍ.
 
ທ່ານລັດຖະມົນຕີ ໄດ້ກ່າວວ່າ: "ພວກເຮົາໄດ້ເຫັນຄວາມຄືບໜ້າຢ່າງຫຼວງຫຼາຍ ໃນການແກ້ໄຂບັນຫາສິ່ງທ້າທາຍ ຕ່າງໆ ໃນທົ່ວແຂວງບໍ່ແກ້ວ. ໂດຍສະເພາະ ແມ່ນການເອົາໃຈໃສ່ ໃນວຽກງານດ້ານການເບິ່ງແຍງສຸຂະພາບ ຂອງແມ່, ເດັກນ້ອຍ ແລະ ໄວໜຸ່ມ ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງການປັບປຸງວຽກງານດັ່ງກ່າວ ໃນຂອບເຂດ ທົ່ວປະເທດ."
 
“ຜົນສໍາເລັດເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຕະຫຼອດຫຼາຍປີທີ່ຜ່ານມາ ຂອງ ພະນັກງານແພດໝໍ, ພະນັກງານຂັ້ນແຂວງ, ຊຸມຊົນ ໂດຍມີການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ, ເຊິ່ງພວກເຮົາຂໍສະແດງຄວາມຂອບໃຈສໍາລັບການສະໜັບສະໜູນຂອງພວກເຂົາເຈົ້າ. ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາຍັງມີວຽກຄົງຄ້າງທີ່ຍັງຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະ ການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ການປັບປຸງຄຸນນະພາບຂອງການບໍລິການ”.
 
ຈຸດປະສົງຫຼັກຂອງການລົງຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຕິດຕາມຄວາມຄືບໜ້າຂອງວຽກງານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ພາຍໃຕ້ແຜນງານຮ່ວມຂອງອົງການສະຫະປະຊາຊາດ (UNJP) ເຊິ່ງເປັນແຜນງານ ທີ່ໄດ້ຮັບການສະໜັບສະໜູນຈາກ ຣາຊະອານາຈັກ ລຸກຊໍາບວກ ໂດຍການຮ່ວມມືລະຫວ່າງ ອົງການ UNFPA, UNICEF ແລະ WHO ທີ່ໄດ້ຈັດຕັ້ງປະຕິ ບັດໃນ ສປປ ລາວ ນັບແຕ່ປີ 2011 ເປັນຕົ້ນມາ, ໂດຍໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ເປັນ ມູນຄ່າຫຼາຍກວ່າ 25,000,000 ຢູໂຣ.
 
  Delegates visiting a health centre
 
ທ່ານ Thomas Lammar, ອຸປະທູດແຫ່ງລຸກຊໍາບວກ ໄດ້ກ່າວວ່າ: "ເຊັ່ນດຽວກັນກັບແຂວງອື່ນໆ, ແຂວງບໍ່ແກ້ວ ໄດ້ບັນລຸຜົນສໍາເລັດຢ່າງຫຼວງຫຼາຍ ທາງດ້ານການບໍລິການສຸຂະພາບຂອງແມ່, ເດັກນ້ອຍ ແລະ ໄວໜຸ່ມ ເຊິ່ງເຫັນໄດ້ຈາກ ຕົວເລກການເສຍຊີວິດທີ່ຫຼຸດລົງ. ເຮົາສາມາດເຫັນຄວາມຄືບໜ້າ ຢ່າງຊັດເຈນໃນຊຸມຊົນ ແລະ ສະຖານທີ່ບໍລິການສາທາລະນະສຸກ. ແຕ່ວ່າ ວຽກຂອງພວກເຮົາ ແມ່ນຍັງບໍ່ທັນຈົບພຽງເທົ່ານີ້."
 
“ການສະໜັບສະໜູນຂອງພວກເຮົາໃນ ສປປ ລາວ ມີຈຸດປະສົງ ເພື່ອຢາກເຫັນແມ່ຍິງຖືພາທຸກຄົນເກີດລູກຢ່າງປອດໄພ ໂດຍມີການຊ່ວຍເກີດຂອງແພດທີ່ຊໍານານ  ແລະ ເຫັນເດັກນ້ອຍທຸກຄົນເກີດມາມີສຸຂະພາບແຂງແຮງ. ກະຊວງສາທາລະນະສຸກ ພ້ອມດ້ວຍບຸກຄະລາກອນທາງການແພດ ແລະ ບັນດາຄູ່ຮ່ວມງານ ອົງການສະຫະປະຊາຊາດ ໄດ້ມີຄວາມພະຍາຍາມຮ່ວມກັນໃນການເຮັດໃຫ້ວຽກດັ່ງກ່າວນີ້ໃຫ້ບັນລຸຄາດໝາຍຕາມວິໄສທັດ; ພວກເຮົາຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ເຫັນ ພະລັງຂອງການຮ່ວມມື ລະຫວ່າງ ບັນດາຄູ່ຮ່ວມງານຕ່າງໆ ເຮັດໃຫ້ວຽກງານດ້ານສຸຂະພາບຂອງແມ່ ແລະ ເດັກ, ສຸຂະພາບທາງເພດ ແລະ ໄວຈະເລີນພັນ ມີໝາກຜົນທີ່ດີ.”
 
ນອກຈາກນີ້, ຜົນໄດ້ຮັບຈາກການປະເມີນຢູ່ແຂວງເມື່ອບໍ່ດົນມານີ້ ໄດ້ສະທ້ອນໃຫ້ພວກເຮົາໄດ້ເຫັນຄວາມຄືບໜ້າ ເຊິ່ງພົບວ່າ ແມ່ຍິງສ່ວນຫຼາຍ ໄດ້ຮັບການກວດສຸຂະພາບ ແລະ ການດູແລກ່ອນເກີດ ທີ່ພຽງພໍ ແລະ ມີແພດຜູ້ຊໍານານຊ່ວຍເກີດ – ແຕ່ອັດຕາການປົກຄຸມຍັງຕໍ່າ ໃນກຸ່ມທີ່ມີລາຍຮັບຕໍ່າ. 
 
ນາງນາມູ ເຊິ່ງເປັນແມ່ໃໝ່, ທີ່ອາໄສຢູ່ຫ່າງຈາກໂຮງໝໍຊຸມຊົນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫຼາຍກວ່າ 2 ຊົ່ວໂມງ, ໄດ້ເວົ້າວ່າ: “ຂ້ອຍໄດ້ມາເກີດລູກຢູ່ໂຮງໝໍເມືອງແຫ່ງນີ້ ເພາະວ່າຂ້ອຍຖືພາລູກຄົນທໍາອິດ ແລະ  ຂ້ອຍເປັນຫ່ວງວ່າ  ຈະມີບັນຫາໃນລະຫວ່າງເກີດລູກ ແລະ ຜົວຂອງຂ້ອຍກໍບໍ່ຢູ່, ລາວໄປເຮັດນາ.” ຄໍາເວົ້າຂອງລາວ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງຄວາມໄວ້ວາງໃຈ ແລະ ຄຸນນະພາບຂອງການບໍລິການ ເພື່ອໃຫ້ແມ່ຍິງຖືພາ ແລະ ການເກີດລູກມີຄວາມປອດໄພ. 
 
ທ່ານ ນາງ ດຣ. Ying-Ru Lo, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: "ພວກເຮົາມີຄວາມຕື່ນເຕັ້ນ ທີ່ໄດ້ເຫັນໝາກຜົນຂອງການລົງທຶນໃສ່ຂະແໜງສາທາລະນະສຸກ ຢູ່ໃນແຂວງບໍ່ແກ້ວ, ໂດຍສະເພາະຢ່າງຍິ່ງ, ການສະໜັບສະໜູນຈາກອົງການອະນາໄມໂລກ ໃຫ້ແກ່ບຸກຄະລາກອນທາງການແພດ ເພື່ອຊ່ວຍເຫຼືອແມ່ຍິງຖືພາ, ການປັບປຸງທັກສະໃນການເບິ່ງແຍງເດັກເກີດໃໝ່ໃນໄລຍະທຳອິດຫຼັງເກີດ, ການຊ່ວຍເຫຼືອສຸກເສີນໃນໄລຍະຖືພາ, ເກີດລູກ ແລະ ຫລັງເກີດລູກ ແລະ ການຍົກສູງຄຸນນະພາບຂອງການບໍລິການ ຄຽງຄູ່ກັບ ການມີ ສ່ວນຮ່ວມຂອງຊຸມຊົນຢ່າງກວ້າງຂວາງ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງໃນທ້ອງຖິ່ນ ໃນທົ່ວແຂວງ."
 
"ປະຕິບັດການເຫຼົ່ານີ້ ສາມາດຊ່ວຍກອບກູ້ຊີວິດໄດ້ ແລະ ໄດ້ສະແດງໃຫ້ເຫັນວ່າ ການລົງທຶນ ທີ່ສະຫລາດ ຄຽງຄູ່ກັບ ຄວາມມຸ່ງໝັ້ນຈາກຂະແໜງການສາທາລະນະສຸກ ລວມເຖິງບຸກຄະລາກອນທາງການແແພດ ສາມາດປ່ຽນແປງຊີວິດຂອງຄອບຄົວ ແລະ ຊຸມຊົນໄດ້. ພວກເຮົາ ຂໍສະແດງຄວາມຂອບໃຈມາຍັງກະຊວງສາທາ ລະນະສຸກ ແລະ ລັດຖະບານລຸກຊໍາບວກ ທີ່ໄດ້ສຸມຄວາມພະຍາຍາມເຂົ້າໃສ່ການຍົກສູງສຸຂະພາບຂອງປະຊາຊົນ. ພ້ອມກັນນັ້ນ, ພວກເຮົາຕ້ອງເຕືອນກັນສະເໝີວ່າ ຊ່ອງຫວ່າງທີ່ຍັງເປັນບັນຫານັ້ນ ຈະບໍ່ສາມາດແກ້ໄຂໄດ້ ຖ້າປາສະຈາກການລົງທຶນຂອງລັດຖະບານລາວ ໃສ່ໃນວຽກງານການດູແລສຸຂະພາບ ເພື່ອຮັບປະກັນການ ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາກອນທີ່ເພີ່ມຂື້ນ ເຊິ່ງໝາຍເຖິງ ການລົງທຶນໃສ່ພື້ນຖານໂຄງລ່າງ ອັນໃໝ່, ການຮັບເອົາບຸກຄະລາກອນທາງການແພດຕື່ມ ແລະ ການຂະຫຍາຍການເຂົ້າເຖິງ ບໍລິການປິ່ນປົວສຸຂະພາບ.
 
Group photo
 
ທ່ານ ດຣ. Bakhtyor Kadirov, ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: "ການຫຼຸດຜ່ອນການຕາຍ, ການ ເຈັບປ່ວຍ ຂອງ ແມ່, ແລະ ຄວາມຕ້ອງການໃນການວາງແຜນຄອບຄົວ ແຕ່ບໍ່ໄດ້ຮັບການຕອບສະໜອງ ແມ່ນ ວຽກງານທີ່ຖືເປັນ ບູລິມະສິດທີ່ສໍາຄັນຂອງພວກເຮົາ, ໂດຍການຮັບປະກັນໃຫ້ມີການບໍລິການດ້ານການດູແລ ກ່ອນເກີດ, ຢາ, ອຸປະກອນ ແລະ ຜະລິດຕະພັນສໍາລັບການບໍລິການວາງແຜນຄອບຄົວ, ຜະດຸງຄັນທີ່ໄດ້ຮັບການ ຝຶກອົບຮົມ ແລະ ການຄຸ້ມຄອງທີ່ດີ, ແລະ ການນໍາສົ່ງຄົນເຈັບທີ່ມີອາການສົນໃນເວລາເກີດລູກໃຫ້ທັນເວລາ”.  “ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາຈະຕ້ອງໄດ້ສຸມໃສ່ວຽກງານດ້ານພະລາທິການ ເພື່ອຫຼຸດຜ່ອນບັນຫາການຂາດຢາທີ່ຈໍາເປັນສຳລັບຊ່ວຍຊີວິດຄົນເຈັບ, ພວກເຮົາ ຈໍາເປັນຕ້ອງສະໜອງການ ບໍລິການໃຫ້ແກ່ແມ່ຍິງ ແລະ ເດັກຍິງໃຫ້ຫຼາຍຂື້ນ ໂດຍຜ່ານການບໍລິການເຄື່ອນທີ່ໃນເຂດເປົ້າໝາຍ, ພວກເຮົາ ຈໍາເປັນຕ້ອງໄດ້ສ້າງນະວັດຕະກໍາໃໝ່ ເຊັ່ນ: ລະບົບການບໍລິການສຸຂະພາບທາງໂທລະສັບ. ເຊິ່ງໄດ້ເລີ່ມຕົ້ນ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີການລົງທຶນໃນການຝຶກອົບຮົມ ສໍາລັບແພດຜູ້ໃຫ້ ບໍລິການ ແລະ ຜູ້ບໍລິຫານຄຸ້ມຄອງສາທາລະນະສຸກ. 
 
ທ່ານ Arturo Romboli, ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ໄດ້ກ່າວວ່າ: “ດ້ວຍຄວາມ ພະຍາຍາມຮ່ວມກັນ ຂອງຄູ່ຮ່ວມງານ, UNICEF ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນການປັບປຸງ ທີ່ໄດ້ຮັບໝາກຜົນທີ່ຊັດເຈນ ຢູ່ໃນແຂວງບໍ່ແກ້ວ ແລະ ໃນທົ່ວ ສປປ ລາວ”.  “ໂດຍສຸມໃສ່ປັບປຸງວຽກງານການປິ່ນປົວພະຍາດໃນເດັກເກີດໃໝ່ ແລະ ເດັກນ້ອຍແບບເຊື່ອມສານ ແລະ ການຍົກລະດັບດ້ານການນໍາໃຊ້ຂໍ້ມູນ ທີ່ສໍາຄັນ ທີ່ໄດ້ມາຈາກການສໍາຫຼວດໃນໄລຍະຜ່ານມາ, ພວກເຮົາກໍາລັງຊ່ວຍສ້າງອະນາຄົດທີ່ສົດໃສ ສໍາລັບ ເດັກນ້ອຍ ແລະ ແມ່. ພວກເຮົາຍັງຄົງຮັກສາຄໍາໝັ້ນສັນຍາ ແລະ ພວກເຮົາມຸ່ງໝັ້ນໃນການສືບຕໍ່ເສີມຂະຫຍາຍ ໝາກຜົນທີ່ໄດ້ຮັບໃນວົງກ້ວາງ ໂດຍຜ່ານຄວາມພະຍາຍາມໃນການເຮັດວຽກ ຮ່ວມກັນ ແລະ ການຕິດຕາມຜົນການ ປະຕິບັດງານໃນພາກສະໜາມ, ເພື່ອຮັບປະກັນໃຫ້ ເດັກນ້ອຍ ແລະ ແມ່ ທຸກຄົນ ໃນ ສປປ ລາວ ສາມາດ ເຂົ້າເຖິງການບໍລິການດ້ານການດູແລ ສຸຂະພາບທີ່ມີຄຸນນະພາບ. 
 
ກະຊວງສາທາລະນະສຸກ ມີແຜນທີ່ຈະທົບທວນຄືນ ກ່ຽວກັບ ຜົນຂອງການລົງຢ້ຽມຢາມຄັ້ງນີ້ ແລະ ຊອກຫາວິທີການແກ້ໄຂບັນດາຄວາມຕ້ອງການ ແລະ ຊ່ອງຫວ່າງທີ່ຍັງເປັນບັນຫາ. ອົງການສະຫະປະຊາຊາດ ທັງ 3 ພາກສ່ວນ ຄື UNFPA, UNICEF ແລະ WHO ໄດ້ຢໍ້າຄືນ ເຖິງຄໍາໝັ້ນສັນຍາໃນການສືບຕໍ່ສະໜັບສະໜູນສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ແລະ ການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບ ໃນ ສປປ ລາວ.