© WHO/Enric Catala
© Credits

ໂຄງການຂະໜາດໃຫຍ່ ກ່ຽວກັບການສ້າງຄວາມທົນທານຕໍ່ສະພາບອາກາດ ຈະໄດ້ເລີ່ມຈັດຕັ້ງປະຕິບັດໃນ ສປປ ລາວ

ໂຄງການທີ່ສຸມໃສ່ການສ້າງລະບົບສາທາລະນະສຸກໃຫ້ມີຄວາມທົນທານຕໍ່ກັບສະພາບອາກາດ ມູນຄ່າ 28.2 ລ້ານໂດລາສະຫະລັດ ຈະເຂົ້າເຖິງໜຶ່ງໃນສີ່ຂອງປະຊາຊົນລາວທົ່ວປະເທດ

6 November 2023
Joint News Release

ອົງການຊ່ວຍເຫຼືອເດັກ ໄດ້ເຊັນສັນຍາ ແລະ ເຮັດຂໍ້ຕົກລົງຮ່ວມກັບ ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ ເພື່ອເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ອົງການອະນາໄມໂລກ ໃນການຈັດຕັ້ງປະຕິບັດໂຄງການການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໂຄງການທຳອິດ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ.

ຂໍ້ຕົກລົງດ້ານການເງິນເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ມູນຄ່າ 28.2 ລ້ານໂດລາສະຫະລັດນີ້ ຈະຊ່ວຍເພີ່ມຄວາມທົນທານຕໍ່ສະພາບອາກາດ ແລະ ຄວາມຍືນຍົງຂອງລະບົບສາທາລະນະສຸກຂອງ ສປປ ລາວ ພ້ອມກັບສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງຕໍ່ສະພາບດິນຟ້າອາກາດ ໃຫ້ສາມາດໂຕ້ຕອບຕໍ່ຜົນກະທົບທາງສຸຂະພາບທີ່ເກີດຈາກການປ່ຽນແປງດິນຟ້າອາກາດທັງໃນປັດຈຸບັນ ແລະ ທີ່ອາດຈະເກີດຂຶ້ນໃນອະນາຄົດ.

ໂດຍການໄດ້ຮັບແຫຼ່ງທຶນຫຼັກຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ, ພ້ອມດ້ວຍການຮ່ວມທຶນຈາກອົງການຊ່ວຍເຫຼືອເດັກ ອົດສະຕຣາລີ, ລັດຖະບານແຫ່ງ ສປປ ລາວ ແລະ ອົງການອະນາໄມໂລກ, ໂຄງການສ້າງຄວາມເຂັ້ມແຂງແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ ໃຫ້ທົນທານກັບສະພາບອາກາດ ຈະສຸມໃສ່ໃນການສະໜັບສະໜູນສະຖານທີ່ບໍລິການສາທາລະນະສຸກຈໍານວນ 100 ແຫ່ງ ໃນ 250 ຊຸມຊົນ ເປັນເວລາ 5 ປີ. ໂຄງການນີ້ ແມ່ນຍັງຈະຊ່ວຍເສີມສ້າງຄວາມສາມາດຂອງລະບົບແຈ້ງເຕືອນໄພລ່ວງໜ້າ ແລະ ເພີ່ມການເຂົ້າເຖິງການບໍລິການດ້ານສາທາລະນະສຸກໃຫ້ແກ່ປະຊາຊົນຈຳນວນ 1.8 ລ້ານຄົນທີ່ອາໄສຢູ່ໃນເຂດຊົນນະບົດທີ່ມີຄວາມສ່ຽງຖືກກະທົບຈາກສະພາບດິນຟ້າອາກາດ.

ນອກຈາກນີ້, ໂຄງການຍັງໄດ້ຮັບການສະໜັບສະໜູນຈາກທຶນສ່ວນບຸກຄົນ, ທ່ານ ແຮນລິສ ເຢສເສິນ, ຜູ້ອຳນວຍການກອງທຶນ ບາຕົວວາ (Bataua) ເຊິ່ງໄດ້ປະກອບສ່ວນຊ່ວຍເຫຼືອອົງການຊ່ວຍເຫຼືອເດັກ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ເດັກນ້ອຍໃນ ສປປ ລາວ ຕ້ອງປະສົບກັບສິ່ງທ້າທາຍທາງດ້ານສຸຂະພາບທີ່ຮ້າຍແຮງເຊິ່ງເກີດຈາກພະຍາດທີ່ມາຈາກວິກິດທາງສະພາບອາກາດ, ລວມທັງຄວາມສ່ຽງທີ່ເພີ່ມຂຶ້ນຂອງພະຍາດໄຂ້ຍຸງລາຍ, ພະຍາດຖອກທ້ອງ ແລະ ການຂາດສານອາຫານ, ເຊິ່ງເປັນຜົນມາຈາກເຫດການທີ່ຕິດພັນກັບດິນຟ້າອາກາດໄດ້ທຳລາຍຜົນລະປູກ ແລະ ບ່ອນຢູ່ອາໄສ, ແຫຼ່ງນໍ້າກິນນໍ້າໃຊ້ ແລະ ພື້ນຖານໂຄງລ່າງດ້ານສຸຂາພິບານ.

Daily meeting

ປະທານກຳມະການບໍລິຫານ ຂອງອົງການຊ່ວຍເຫຼືອເດັກ ອົດສະຕຣາລີ, ທ່ານ ແມັທ ທິງເຄເລິ ໄດ້ກ່າວວ່າ:

ອົງການຊ່ວຍເຫຼືອເດັກມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນໂຄງການດັ່ງກ່າວນີ້ໄດ້ຮັບການອະນຸມັດໃນ ສປປ ລາວ, ເຊິ່ງເປັນປະເທດທີ່ກຳລັງປະສົບກັບຜົນກະທົບອັນຮ້າຍແຮງຈາກວິກິດການສະພາບດິນຟ້າອາກາດ, ລວມທັງຄື້ນຄວາມຮ້ອນ, ໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ. ສໍາລັບເດັກນ້ອຍ, ຜົນກະທົບເຫຼົ່ານີ້ສາມາດຍາດເອົາສຸຂະພາບ ແລະ ສະຫວັດດີການ, ການສຶກສາ, ແລະ ໂອກາດໃນອະນາຄົດຂອງເຂົາເຈົ້າ. ການເສີມສ້າງຄວາມທົນທານຕໍ່ສະພາບອາກາດຂອງສະຖານທີ່ບໍລິການສາທາລະນະສຸກໃນທົ່ວປະເທດ ຈະຊ່ວຍກະກຽມຄວາມພ້ອມຂອງປະຊາຊົນຫຼາຍກວ່າ 1.8 ລ້ານຄົນໃນຊຸມຊົນທີ່ມີຄວາມສ່ຽງໃຫ້ສາມາດຕອບສະຫນອງ ແລະ ຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບຕິດພັນກັບສະພາບອາກາດໃຫ້ໄດ້ດີກວ່າເກົ່າ."

ຜູ້ອໍານວຍການດ້ານການຫຼຸດຜ່ອນ ແລະ ການປັບຕົວ ຂອງກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ (GCF), ທ່ານເຈີແມນ ວາລາສກັຊ ໄດ້ກ່າວວ່າ:

ປະເທດທີ່ກຳລັງພັດທະນາທີ່ມີໂຄງສ້າງພື້ນຖານດ້ານສາທາລະນະສຸກທີ່ຈຳກັດ ມັກຈະເປັນປະເທດທີ່ສາມາດຮັບມື ແລະ ຕອບສະໜອງຕໍ່ຄວາມເຄັ່ງຕຶງຂອງສະພາບດິນຟ້າອາກາດໄດ້ໜ້ອຍທີ່ສຸດ, ແຕ່ຂະແຫນງການສາທາລະນະສຸກໄດ້ຮັບການສະໜອງທຶນດ້ານສະພາບການ​ປ່ຽນ​ແປງ​ດິນ​ຟ້​າດິນຟ້າອາກາດໜ້ອຍທີ່ສຸດໃນປະຈຸບັນ. GCF ພູມໃຈທີ່ໄດ້ຮ່ວມມືກັບ ອົງການຊ່ວຍເຫຼືອເດັກ ອົດສະຕຣາລີ ແລະ ລັດຖະບານແຫ່ງ ສປປ ລາວ ເພື່ອເພີ່ມຄວາມທົນທານຕໍ່ສະພາບອາກາດຂອງລະບົບສາທາລະນະສຸກຂອງລາວ. ໃນຖານະທີ່ເປັນໂຄງການທໍາອິດທີ່ເນັ້ນໃສ່ສາທາລະນະສຸກເປັນລັກຂອງ GCF, ພວກເຮົາຄາດຫວັງຢ່າງຍິ່ງວ່ານີ້ຈະເປັນຕົວແບບສໍາລັບໂຄງການໃນອະນາຄົດເພື່ອຂະຫຍາຍການບໍລິການດ້ານສາທາລະນະສຸກໃຫ້ມີຄວາມທົນທານຕໍ່ກັບສະພາບ​ການ​ປ່ຽນ​ແປງ​ດິນ​ຟ້​າອາກາດໃນປະເທດທີ່ມີຄວາມສ່ຽງ."

ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ໃຫ້ຄຳເຫັນວ່າ:

ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດຕາງ​ໜ້າລັດຖະບານແຫ່ງ ສປປ ລາວ ​ໂດຍ​ສະ​ເພາະ ກົມ​ອະ​ນາ​ໄມ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ ກະຊວງສາທາລະນະສຸກ ແມ່ນມີຄວາມຍິນດີທີ່ໄດ້ເຫັນການຈັດຕັ້ງແຜນງານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ ໃຫ້ທົນທານຕໍ່ກັບສະພາບ​ການ​ປ່ຽນ​ແປງ​ດິນ​ຟ້​າອາກາດ ທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ (GCF). ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ ສປປ ລາວ ຈະໄດ້ເປັນປະເທດທຳອິດໃນໂລກທີ່ໄດ້ຮັບການສະໜັບສະໜູນທຶນຈາກ GCF ສໍາລັບໂຄງການທີ່ສຸມໃສ່ດ້ານສາທາລະນະສຸກຢ່າງເຕັມທີ່. ໂຄງການດັ່ງກ່າວ ຈະຊ່ວຍໃຫ້ລັດຖະບານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດບັນດາອົງປະກອບ ຂອງແຜນການປັບຕົວດ້ານສາທາລະນະສຸກແຫ່ງຊາດ ປີ 2023. ເນື່ອງຈາກວ່າ ສປປ ລາວ ພວມຕັ້ງໝັ້ນທີ່ຈະບັນລຸຄໍາໝັ້ນສັນຍາຂອງປະເທດນັ້ນ ພວກເຮົາມີຄວາມພູມໃຈທີ່ໂຄງການດັ່ງກ່າວນີ້ຈະເປັນຕົວຢ່າງໃຫ້ກັບບັນດາປະເທດໃນທົ່ວໂລກ ໃຫ້ຮັບຮູ້ກ່ຽວກັບວິທີການຈັດການຜົນກະທົບ ຂອງການປ່ຽນແປງສະພາບອາການຕໍ່ລະບົບສາທາລະນະສຸກ ແລະ ເຮັດໃຫ້ລະບົບສາມາດຈັດການແກ້ໄຂອຸປະສັກໄດ້ ແລະ ມີຄວາມທົນທານຫຼາຍຂື້ນ."

River and islets in Champasack province

ຜູ້ອຳນວຍການກອງທຶນ ບາຕົວວາ (Bataua), ທ່ານ ແຮນລິສ ເຢສເສິນ, ໄດ້ກ່າວວ່າ:

ໃນນາມຂອງຜູ້ໃຫ້ທຶນສ່ວນບຸກຄົນ, ການຮ່ວມມືໃນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກທີ່ຕິດພັນກັບສະພາບດິນຟ້າອາກາດຂະໜາດໃຫຍ່ໃນ ສປປ ລາວ ຮ່ວມກັບ ອົງການຊ່ວຍເຫຼືອເດັກ, ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ, ແລະ ລັດຖະບານແຫ່ງ ສປປ ລາວ, ໄດ້ໃຫ້ກອງທຶນ Bataua ມີໂອກາດທີ່ບໍ່ເຄີຍມີມາກ່ອນ ​ເພື່ອ​ໝູນ​ໃຊ້​ການ​ລົງທຶນ​ຂອງ​ຕົນ​ເພື່ອ​ຊ່ວຍ​ເຫຼືອ​ເດັກ​ທີ່​ດ້ອຍ​ໂອກາດ ​ແລະ ຄອບຄົວ​ທີ່​ປະສົບ​ກັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນຟ້າອາກາດ​ໃນ​ພາກ​ພື້ນ​ອາ​ຊຽນ. ການມີສ່ວນຮ່ວມຂອງພວກເຮົາໃນວຽກງານນີ້ສ້າງຄວາມເຊື່ອໝັ້ນຕໍ່ຄວາມຍືນຍົງດ້ານສິ່ງແວດລ້ອມ ຕະຫຼອດທັງຄວາມມຸ່ງໝັ້ນຂອງອົງກອນຂອງກອງທຶນ Bataua ຕໍ່ອາຊຽນ ແລະ ຄວາມເປັນກາງຂອງສະພາບດິນຟ້າອາກາດ. ພວກເຮົາຫວັງວ່າຈະໄດ້ເຫັນຜົນຂອງການລິເລີ່ມອັນສຳຄັນນີ້ ແລະ ຂໍອວຍພອນໃຫ້ທີມງານປະສົບຜົນສຳເລັດທຸກປະການ."

ທ່ານ ນາງ ດຣ ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ໄດ້ກ່າວວ່າ:

ວິກິດການດ້ານດິນຟ້າອາກາດ ກໍຄືວິກິດການທາງດ້ານສຸຂະພາບ; ຂະແໜງສາທາລະນະສຸກ ໃນ ສປປ ລາວ ແລະ ລະບົບສາທາລະນະສຸກ ແມ່ນມີຄວາມສ່ຽງສູງຕໍ່ການປ່ຽນແປງດິນຟ້າອາກາດ, ເປັນຕົ້ນໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ສະພາບອາກາດທີ່ຮຸນແຮງ.  ສິ່ງໃດທີ່ສາມາດເຮັດໄດ້, ເຮົາຕ້ອງໄດ້ເຮັດ, ເພື່ອຮັບປະກັນອະນາຄົດຂອງຄົນຮຸ່ນປັດຈຸບັນ ແລະ ອະນາຄົດ. ໂຄງການນີ້ ຖືເປັນບາດກ້າວທີ່ສໍາຄັນໃນການການ​ແກ້​ໄຂ​ໄພຂົ່ມຂູ່ທີ່ເກີດຈາກການປ່ຽນແປງດິນຟ້າອາກາດ, ພ້ອມກັບເປັນການສ້າງຄວາມຮັບຮູ້ເຖິງຜົນກະທົບຫຼາຍດ້ານຕໍ່ສຸຂະພາບ ແລະ ເປັນການໃຫ້ຄຳ​ໝັ້ນ​ສັນ​ຍາ​ໃນການ​ຊ່ວຍ​ເຫຼືອ​ທີ່ສໍາຄັນໃນການ​ປົກ​ປ້ອງ​ສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມ​ຊົນ."

ນີ້​ແມ່ນ​ໂຄງການ​ທີ 3 ຂອງ ອົງການຊ່ວຍເຫຼືອເດັກ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ ​ແລະ ​ເປັນ​ໂຄງການ​ທຳ​ອິດ​ໃນ​ພາກພື້ນອາຊີ, ຫຼັງຈາກທີ່​ໄດ້​ຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມທົນທານ ແລະ​ ການ​ປັບ​ຕົວ​ຕໍ່ສະພາບດິນຟ້າອາກາດ ​​ຢູ່​ໝູ່​ເກາະໂຊໂລມອນ ​ໃນ​ເດືອນ ກໍລະກົດ 2023 ​ແລະ ວານູອາຕູ ​ໃນ​ເດືອນ​ ພຶດສະພາ 2022.

ໂຄງການສຳຄັນນີ້ຈະຖືກຈັດຕັ້ງປະຕິບັດໂດຍການຮ່ວມມືກັບກະຊວງສາທາລະນະສຸກແຫ່ງ ສປປ ລາວ ແລະ ບັນດາສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນຕ່າງໆ ພາຍຫຼັງຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ.

ຄະນະ​ກຳມະການ​ກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດ ໄດ້​ອະນຸມັດ​ການ​ສະໜອງ​ທຶນ​ໃຫ້​ແກ່​ໂຄງການ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ໃນ​ອາທິດ​ທີ່ຜ່ານມາ. ໂດຍມີຜູ້​ຕາງ​ໜ້າ​ຈາກ​ກອງ​ທຶນ​ ​ແລະ ອົງການ​ຊ່ວຍ​ເຫຼືອ​ເດັກ ​ໄດ້​ລົງ​ນາມ​ໃນຂໍ້​ຕົກ​ລົງຂອງ​ໂຄງ​ການໃນພິທີອອນລາຍ ​ໃນ​ວັນ​ທີ 26 ຕຸ​ລາ