©WHO/Oyuntogos LKHASUREN
The Vice Minister of Lao PDR and others speaking at COP28 in UAE.
© Credits

ໃນກອງປະຊຸມ COP 28, ສປປ ລາວ ມຸງມັ້ນສ້າງລະບົບສາທາລະນະສຸກ ທີ່ທົນທານຕໍ່ ການປ່ຽນແປງດິນຟ້າອາກາດ ໂດຍການເຂົ້າຮ່ວມເປັນພາຄີ ໃນຖະແຫຼງການດ້ານສາທາລະນະສຸກ

6 December 2023
Joint News Release

ກອງປະຊຸມສະຫະປະຊາຊາດ COP 28 ໃນເດືອນພະຈິກ 2023 ພາຍໃຕ້ຫົວຂໍ້ “ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສຸຂະພາບ, ການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວຂອງລະບົບສາທາລະນະສຸກ”, ລັດຖະບານ ສປປ ລາວ ກໍຄືກະຊວງສາທາລະນະສຸກ ກໍມີສ່ວນຮ່ວມໃນ 123 ປະເທດ, ທີ່ໃຫ້ສັດຕະຍາບັນຕໍ່ຖະແຫຼງ “ການດ້ານການປ່ຽນແປງດິນຟ້າອາກາດ ແລະ ສຸຂະພາບ”  ແຕ່ວັນທີ 30 ເດືອນພະຈິກ ຫາ ວັນທີ 12 ເດືອນທັນວາ ປີ 2023 ທີ່ປະເທດ ອາຣັບ ອິມມີເຣດ. ຊຶ່ງບົດຖະແຫຼງການຄັ້ງນີ້ໄດ້ສະແດງຄວາມເປັນຫວ່ງເປັນໄຍ ກ່ຽວກັບຜົນກະທົບດ້ານລົບ ຈາກການປ່ຽນແປງດິນຟ້າອາກາດຕໍ່ສຸຂະພາບ ເຊິ່ງຮຽນຮ້ອງໃຫ້ແຕ່ລະປະເທດດໍາເນີນການຢ່າງຮີບດ່ວນ  ເພື່ອຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ, ມົນລະພິດທາງອາກາດ ແລະ ຫັນປ່ຽນຮູບແບບການດໍາລົງຊີວິດໄປຫາທິດທາງທີ່ຍືນຍົງ.

ສປປ ລາວ ຍັງມີບົດບາດນໍາພາ ໃນການກຸ່ມປະເທດພັນທະມິດ ທີ່ຮ່ວມມືສ້າງກິດຈະກໍາຮັບມືການປ່ຽນແປງດິນຟ້າອາກາດ ໃນຂະແໜງສາທາລະນະສຸກ (ATACH- the Alliance for Transformative Action on Climate and Health) ເຊິ່ງອົງການອະນາໄມໂລກ (WHO) ສ້າງຕັ້ງຂຶ້ນ ເພື່ອຊ່ວຍບັນດາປະເທດພັນທະມິດ ໃຫ້ສາມາດຈັດຕັ້ງປະຕິບັດຄໍາໝັ້ນສັນຍາທີ່ໃຫ້ໄວ້ໃນກອງປະຊຸມ COP26 ໃນຫົວຂໍ້ ການປ່ຽນແປງດິນຟ້າອາກາດ ແລະ ສຸຂະພາບ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ເປັນປະທານຮ່ວມໃນກອງປະຊຸມກຸ່ມປະເທດພັນທະມິດ ATACH ເພື່ອສ້າງລະບົບສາທາລະນະສຸກ ທີ່ປ່ອຍອາຍກາກບອນຕໍ່າ ແລະ ມີຄວາມຍືນຍົງ ໃນກອງປະຊຸມ COP28 ອາທິດນີ້.

 

“ກຸ່ມປະເທດລາຍໄດ້ຕໍ່າ ຫາ ປານກາງ ເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການປ່ຽນແປງດິນຟ້າອາກາດ ແຕ່ເປັນກຸ່ມປະເທດທີ່ປ່ອຍອາຍເຮືອນແກ້ວໜ້ອຍທີ່ສຸດ. ພວກເຮົາຕ້ອງໃຊ້ໂອກາດນີ້ເພື່ອນໍາພາການຕອບໂຕ້ກັບການປ່ຽນແປງດິນຟ້າອາກາດ ໂດຍຮ່ວມມືກັບບັນດາປະເທດທີ່ມີລາຍຮັບສູງ.

“ຂະແໜງສາທາລະນະສຸກ ປ່ອຍອາຍເຮືອນແກ້ວປະມານ 5% ຂອງປະລິມານທັງໝົດ. ດັ່ງນັ້ນ, ພວກເຮົາຈໍາເປັນຕ້ອງຫັນປ່ຽນສະຖານທີ່ບໍລິການສາທາລະນະສຸກ ກໍຄືລະບົບສາທາທັງໝົດ ໃຫ້ປ່ອຍອາຍກາກບອນຫຼຸດລົງ ເພື່ອສ້າງໃຫ້ ເປັນລະບົບສາທາທີ່ມີຄວາມຍືນຍົງ.”

ທ່ານ ດຣ.ນ. ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ຍົກໃຫ້ເຫັນວ່າ ກິດຈະກໍາ ທີ່ກ່ຽວກັບການປ່ຽນແປງດິນຟ້າອາກາດ ຂອງ ສປປ ແມ່ນມີຄວາມກວ້າງຂວາງຫຼາຍ ໂດຍເລີ່ມຈາກລະດັບຄົວເຮືອນ ໄປຈົນຮອດ ແຜນປັບຕົວແຫ່ງຊາດຂອງຂະແໜງສາທາລະນະສຸກ.

ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຂອງອົງການອະນາໄມໂລກ ໄດ້ເຊື່ອມສານວຽກການປ່ຽນແປງດິນຟ້າອາກາດ ແລະ ຂໍ້ມູນເຝົ້າລະວັງການລະບາດຂອງພະຍາດ ເພື່ອສ້າງລະບົບແຈ້ງເຕືອນລ່ວງໜ້າ ຂອງການເກີດພະຍາດທີ່ອ່ອນໄຫວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເຮັດໃຫ້ສາມາດຕອບໂຕການລະບາດໄດ້ໄວຂຶ້ນ. ອີກໜ້າວຽກໜຶ່ງທີ່ສໍາຄັນແມ່ນ ການສ້າງຄວາມສາມາດໃຫ້ໂຮງໝໍມີຄວາມສະອາ-ປອດໄພ-ເປັນມິດຕໍ່ສິ່ງແວດລ້ອມ-ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງໃນໄລຍະ 3 ປີຜ່ານມານີ້ ໄດ້ປະກອບສ່ວນໃນການປັບປຸງລະບົບນໍ້າ ແລະ ສຸຂາພິບານ ໃນຫຼາຍກວ່າ 100 ໂຮງໝໍ ທີ່ຕັ້ງຢູ່ໃນເຂດພື້ນທີ່ບອບບາງຕໍ່ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ.

ທ່ານ ດຣ.ນ. ຢິງ-ຣູ ໂລ ກ່າວວ່າ “ລັດຖະບານ ສປປ ລາວ ຮັບຮູ້ວ່າວິກິດການດ້ານການປ່ຽນແປງດິນຟ້າອາກາດ ວ່າເປັນວິກິດການດ້ານສຸຂະພາບເຊັ່ນກັນ. ໃນລະດັບສາກົນ ວຽກນີ້ຖືວ່າສໍາຄັນຫຼາຍ ແລະ ການຈັດຕັ້ງປະຕິບັດຕົວຈິງແມ່ນສິ່ງທີ່ຕ້ອງເຮັດຢູ່ໃນລະດັບປະເທດເຮົາເອງ.  ດັ່ງນັ້ນ, ຂະແໜງສາທາລະນະສຸກຖືວ່າມີບົດບາດສໍາຄັນ ໃນການປະກອບສ່ວນໃຫ້ປະເທດລາວ ສາມາດບັນລຸເປົ້າໝາຍໃນການສ້າງຕົວເລກການປ່ອຍອາຍເຮືອນແກ້ວສະເລ່ຍ ຂອງຂະແໜງສາທາໃຫ້ເປັນສູນ”.

ສປປ ລາວ ມີຄວາມບອບບາງຕໍ່ການປ່ຽນແປງດິນຟ້າອາກາດ ອີງໃສ່ຕົວເລກຄາດຄະເນຄວາມເປັນໄປໄດ້ຂອງການເກີດສະພາບອາກາດຮຸນແຮງເຊັ່ນ: ໃນປີ 2050 ອຸນຫະພູມຈະເພີ່ມຂຶ້ນ 2–3° C ແລະ ປະລິມານນໍ້າຝົນຈະເພີ່ມຂຶ້ນ 10–30% ໂດຍສະເພາະເຂດພາກໃຕ້.

ສະຫຼຸບແລ້ວ ປະເທດເຮົາກໍາລັງປະເຊີນກັບສິ່ງທ້າທາຍດ້ານສຸຂະພາບຢ່າງຮຸນແຮງເຊັ່ນ: ການເພີ່ມຂຶ້ນຂອງພະຍາດໄຂ້ຍຸງລາຍ, ພະຍາດຖອກທ້ອງ, ບັນຫາສຸຂະພາບຈາກຄື້ນຄວາມຮ້ອນ ແລະ ບັນຫາຂາດສານອາຫານ ເນື່ອງຈາກສະພາບອາກາດທີ່ຮຸນແຮງ ທີ່ທໍາລາຍຜົນລະປູກ ແລະ ວິຖີທໍາມະຊາດຂອງການປູກພືດ, ພ້ອມທັງສ້າງຜົນກະທົບຕໍ່ຄຸນະພາບນໍ້າ ແລະ ລະບົບສຸຂາພິບານ.

ກອງປະຊຸມ COP ຄັ້ງທີ 28 ຖືເປັນກອງປະຊຸມຄັ້ງທໍາອິດທີ່ກໍານົດຕາຕະລາງໜຶ່ງວັນ ເພື່ອຈັດກິດຈະກໍາໃນຫົວຂໍ້ “ສຸຂະພາບ” ສະເພາະ. ໂດຍປະກອບມີ ກອງປະຊຸມວ່າດ້ວຍຖະແຫຼງການດ້ານສຸຂະພາບ ແລະ ການປ່ຽນແປງດິນຟ້າອາກາດໃນລະດັບລັດຖະມົນຕີ ແລະ ມີການໃຫ້ສະຕະຍາບັນຕໍ່ຖະແຫຼງການດັ່ງກ່າວ. ອົງການອະນາໄມໂລກ (WHO)ໄດ້ເຮັດວຽກຮ່ວມກັບ ຄະນະປະທານກອງປະຊຸມ COP ຄັ້ງທີ 28 ເພື່ອຮັບປະກັນໃຫ້ວຽກງານສາທາລະນະສຸກ ເປັນເນື້ອໃນຫຼັກຂອງການເຈລະຈາດ້ານການປ່ຽນແປງດິນຟ້າອາກາດ ແລະ ຜັກດັນໃຫ້ເກີດການຈັດຕັ້ງປະຕິບັດຕົວຈິງ ເພື່ອຮັບປະກັນສຸຂະພາບທີ່ດີຂອງຄົນ ແລະ ໂລກໜ່ວຍນີ້ ທີ່ເຮົາອາໄສຢູ່.