© WHO/Enric Catala
ນາງ ມະໄລສີ ໄຊຍະຈັກ, ວິຊາການສູນນ້ຳສະອາດ ເກັບຕົວຢ່າງນ້ຳຈາກໂຮງຮຽນແຫ່ງໜຶ່ງໃນແຂວງຈຳປາສັກ ເພື່ອນຳໄປກວດກາວ່າມີຄວາມສະອາດ ແລະ ປອດໄພສຳລັບການກິນດື່ມ ຫຼື ບໍ່.
© Credits

ສປປ ລາວ ຈັດກອງປະຊຸມປຶກສາຫາລື ເພື່ອຮັບມືກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສຸຂະພາບ

8 August 2023
News release
ນະຄອນຫຼວງວຽງຈັນ, ສປປ ລາວ

ການຂາດແຄນອາຫານ ແລະ ນ້ຳ ແລະ ອັນຕະລາຍຂອງຄວາມຮ້ອນສຳລັບກຸ່ມທີ່ມີຄວາມສ່ຽງ ອາດຈະເປັນສິ່ງທ້າທາຍດ້ານສຸຂະພາບດ້ານການປ່ຽນແປງດິນຟ້າອາກາດອັນດັບຕົ້ນໆຂອງ ສປປ ລາວ. ພາກສ່ວນກຳນົດນະໂຍບາຍ ກ່ຽວກັບ ວຽກງານສາທາລະນະສຸກ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຮັບຟັງການລາຍງານ ທີ່ນະຄອນຫຼວງວຽງຈັນ ເດືອນກໍລະກົດ ປີ 2023 ທີ່ຜ່ານມາ.

ຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ຜູ້ບໍລິຫານໂຄງການ, ຜູ້ກຳນົດນະໂຍບາຍ, ນັກວິຊາການ ແລະ ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາ ຫຼາຍກວ່າ 65 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມເປັນເວລາ 2 ວັນ, ເຊິ່ງກອງປະຊຸມຈັດຂຶ້ນໂດຍກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ ກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສຸຂະພາບ, ກຸ່ມທີ່ມີຄວາມສ່ຽງສູງ ແລະ ການປັບຕົວທີ່ເປັນບູລິມະສິດ.

ໃນລະຫວ່າງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ສ້າງແຜນການຈັດຕັ້ງປະຕິບັດ 6 ຂົງເຂດການປັບຕົວທີ່ເປັນບູລິມະສິດຂອງແຜນປັບຕົວສຸຂະພາບແຫ່ງຊາດ (HNAP): ການວາງແຜນ, ການນໍາພາ ແລະ ການຄຸ້ມຄອງ, ຄວາມ​ສ່ຽງ​ຕໍ່​​ນ້ຳ, ສຸ​ຂະ​ອະ​ນາ​ໄມ ແລະ ສິ່ງ​ເສດ​ເຫຼືອ​ໃນ​ສະ​ຖານ​ທີ່​ບໍລິການສຸຂະພາບ, ເງື່ອນໄຂທາງການແພດທີ່ເກີດຈາກຄວາມຮ້ອນ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ການຂາດສານອາຫານ, ການ​ຄຸ້ມ​ຄອງ​ຄວາມ​ຕ້ອງ​ການ​ດ້ານ​ສຸ​ຂະ​ພາບ​ເພີ່ມ​ຂຶ້ນ​ສໍາ​ລັບ​ການ​ບາດ​ເຈັບ​ທີ່​ເກີດ​ຈາກ​ດິນ​ຟ້າ​ອາ​ກາດ​ທີ່ຮ້າຍແຮງ ​ແລະ ​ຄາດ​ຄະ​ເນ​ການ​ເພີ່ມ​ຂຶ້ນ​ຂອງ​ພະຍາດ​ທີ່​ເກີດຈາກພາຫະນະນຳເຊື້ອ, ​ໂດຍ​ສະ​ເພາະ​ແມ່ນ​ພະຍາດ​ໄຂ້​ເລືອດ​ອອກ. ແຜນ​ການຈັດຕັ້ງ​ປະ​ຕິ​ບັດ​ຈະໄດ້​ລວມ​ເຂົ້າ​ໃນ​ແຜນ​ຈັດຕັ້ງປະຕິບັດປີ 2023-2024.

ສປປ ລາວ ມີຄວາມສ່ຽງຕໍ່ການປ່ຽນແປງຂອງດິນຟ້າອາກາດ, ໂດຍຄາດຄະເນວ່າຈະມີອາກາດຮ້າຍແຮງຂຶ້ນ, ອຸນຫະພູມຈະເພີ່ມຂຶ້ນ 2-3° C ໃນປີ 2050 ແລະ ຈະມີປະລິມານນ້ຳຝົນເພື່ມຂຶ້ນໃນລະດັບ 10-30%ໂດຍສະເພາະພາກໃຕ້.

ລະບົບກະສິກຳ ແລະ ສະບຽງອາຫານ ກໍຖືກຄຸກຄາມ, 70% ຂອງປະຊາກອນໃນ ສປປ ລາວ ແມ່ນອາໄສການຜະລິດກະສິກຳ ເຊິ່ງມີຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ແລະ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານອາດເຮັດໃຫ້ເດັກນ້ອຍຖືກອົດອາຫານ ຫຼື ມີການຈໍາກັດດ້ານອາຫານ ນໍາໄປສູ່ການຂາດສານອາຫານເພີ່ມຂຶ້ນ ແລະ  ບັນຫາສຸຂະພາບກໍຈະຕາມມາ.

ອຸນຫະພູມທີ່ເພີ່ມຂຶ້ນຈະເຮັດໃຫ້ເກີດຄວາມກົດດັນດ້ານຄວາມຮ້ອນ, ເຮັດໃຫ້ເກີດບັນຫາທາງສຸຂະພາບຫຼາຍຢ່າງ, ລວມທັງການເສຍຊີວິດຍ້ອນຄວາມຮ້ອນໃນກຸ່ມຜູ້ສູງອາຍຸ ແລະ ຄວາມສ່ຽງຕໍ່ເດັກນ້ອຍ ແລະ ຜູ້ທີ່ເຮັດວຽກກາງແຈ້ງ.

ດຣ ບົວແກ້ວ ສຸວັນທອງ, ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ຍຸດທະສາດ ແລະ ການວາງແຜນໃນທຸກລະດັບ, ການປະສານງານ ແລະ ການຕິດຕາມ ໃນລະດັບສູນກາງ ແລະ ທ້ອງຖິ່ນແມ່ນມີຄວາມສຳຄັນຕໍ່ການປົກປ້ອງສຸຂະພາບຈາກການປ່ຽນແປງດິນຟ້າອາກາດ.

ດຣ ບຸນຖະໜອມ ພິມມະສອນ, ຮອງຫົວໜ້າພະແນກການຄຸ້ມຄອງອະນາໄມ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ສະ  ເໜີໃຫ້ທຸກພາກສ່ວນລວມທັງຂະແໜງສາທາລະນະສຸກ, ກະສິກຳ, ສິ່ງແວດລ້ອມ, ຄົມມະນາຄົມ-ຂົນສົ່ງ ຕ້ອງໄດ້ມີການເຮັດວຽກຮ່ວມກັນ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ແລະ ຫຼີກລ້ຽງການເພີ່ມຄວາມກົດດັນໃຫ້ແກ່ລະບົບສາທາລະນະສຸກ.

ພາຍຫຼັງຊຸດຝຶກອົບຮົມສຳເລັດຜົນ, ຈະໄດ້ນຳໃຊ້ຄູ່ມື ຄຸນນະພາບອາກາດ, ນ້ຳ, ສຸຂາພິບານ, ໂພຊະນາການ, ການຄຸ້ມຄອງໄພພິບັດ ແລະ ສຸຂະພາບສິ່ງແວດລ້ອມ ເຂົ້າໃນຫຼັກສູດການຮຽນການສອນໃນມະຫາວິທະຍາໄລວິທະຍາສາດສຸຂະພາບ ໃນ ສປປ ລາວ.