ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນຕ້ອນຮັບ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ.
ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ພວກເຮົາຂໍສະແດງຄວາມຍິນດີຕ້ອນຮັບ ທ່ານ ດຣ ທິມໂມຕີ ອາມສະຕຣອງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ຮ່ວມມືກັນໃນວຽກງານສາທາລະນະສຸກໃຫ້ເກີດໝາກອອກຜົນ.”
“ນັບແຕ່ອົງການອະນາໄມໂລກໄດ້ມາຕັ້ງຫ້ອງການຢູ່ໃນປະເທດເຮົາແຕ່ປີ 1962, ທາງອົງການ ແລະ ພະນັກງານຂອງອົງການ ຖືໄດ້ວ່າເປັນຄູ່ຮ່ວມພັດທະນາທີ່ເຮົາໃຫ້ຄວາມເຊື່ຶອໝັ້ນ. ຍ້ອນການສະໜັບສະໜູນຂອງອົງການອະນາໄມໂລກ, ປະເທດເຮົາຈຶ່ງໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານໃນຫຼາຍທົດສະວັດຜ່ານມາ ເປັນຕົ້ນ ການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການລົບລ້າງພະຍາດຂາຊ້າງ ແລະ ຕາສານ, ການລົບລ້າງພະຍາດໄຂ້ມາລາເຣຍກໍໃກ້ສຳເລັດແລ້ວ ແລະ ອັດຕາການເສຍຊີວິດຂອງແມ່ຍິງໃນລະຫວ່າງການເກີດລູກກໍຫຼຸດລົງເກືອບ 80% ທຽບໃສ່ປີ 2000.”
ທ່ານ ປອ ດຣ ບຸນແຝງ ພູມມະໄລະສິດ ໄດ້ກ່າວຕື່ມອີກວ່າ: “ໃນຂະນະທີ່ເຮົາພວມເດີນໜ້າແກ້ໄຂບັນຫາທ້າທາຍຕ່າງໆທີ່ຍັງຄົງຄ້າງ ແລະ ກະກຽມຄວາມພ້ອມໃນການຮັບມືກັບບັນຫາທີ່ອາດເກີດຂຶ້ນໃນອະນາຄົດ ບໍ່ວ່າຈະເປັນພະຍາດບໍ່ຕິດຕໍ່ ຫຼື ບັນຫາສຸຂະພາບທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດ, ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກຄຽງບ່າຄຽງໄຫຼ່ກັບອົງການອະນາໄມໂລກ.”
ທ່ານ ດຣ ທິມໂມຕີ ອາມສະຕຣອງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການອະນາໄມໂລກ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ແລະ ຮ່ວມມືກັນສ້າງຜົນງານໃນການຍົກສູງ ແລະ ປົກປ້ອງສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ.
ທ່ານ ດຣ ທິມໂມຕີ ອາມສະຕຣອງ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບມອບໝາຍເປັນຜູ້ຕາງໜ້າໃຫ້ອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ໄດ້ຊ່ວຍສືບຕໍ່ຊຸກຍູ້ວຽກງານສາທາລະນະສຸກ ເພື່ອໃຫ້ປະຊາຊົນລາວທົ່ວປະເທດ ມີສຸຂະພາບດີ. ອົງການອະນາໄມໂລກ ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນກະຊວງສາທາລະນະສຸກ ແລະ ປະຊາຊົນລາວ ໃນການແກ້ໄຂບັນດາຂໍ້ຄົງຄ້າງທາງສາທາລະນະສຸກ ທັງບັນຫາທີ່ເຮົາພວກປະເຊີນຢູ່ ແລະ ບັນຫາທີ່ອາດເກີດຂຶ້ນໃນອະນາຄົດ.”
“ສປປ ລາວ ຖືວ່າມີຜົນງານຫຼາຍສົມຄວນໃນການຍົກສູງຄຸນນະພາບ ແລະ ຊຸກຍູ້ໃຫ້ຄົນເຈັບສາມາດເຂົ້າເຖິງການບໍລິການປິ່ນປົວ ເຊິ່ງຂ້າພະເຈົ້າກໍຮູ້ສຶກຕື່ນເຕັ້ນທີ່ຈະໄດ້ເລີ່ມເຮັດວຽກເພື່ອຊ່ວຍຊຸກຍູ້ໃຫ້ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຍິ່ງຂຶ້ນໄປອີກ.”
ດຣ ທິມໂມຕີ ອາມສະຕຣອງ ເປັນຜູ້ຊ່ຽວຊານວຽກງານສາທາລະນະສຸກທີ່ມີປະສົບການຫຼາຍກວ່າ 30 ປີ ໃນຂົງເຂດການທູດເພື່ອສົ່ງເສີມວຽກງານສາທາລະນະສຸກ ແລະ ຂົງເຂດພະຍາດຊຳເຮື້ອ.
ດຣ ທິມໂມຕີ ອາມສະຕຣອງ ໄດ້ເຮັດວຽກຢູ່ອົງການອະນາໄມໂລກ ຕັ້ງແຕ່ປີ 2002 ເຊິ່ງທ່ານໄດ້ປະຈຳການຢູ່ສຳນັກງານໃຫຍ່ຂອງອົງການອະນາໄມໂລກ ທີ່ ເຊີແນວ, ປະເທດສະວິດເຊີແລນ ໂດຍໄດ້ລົງເລິກຂົງເຂດພະຍາດຊຳເຮື້ອ. ນັບແຕ່ປີ 2015, ດຣ ທິມໂມຕີ ອາມສະຕຣອງ ກໍໄດ້ດຳລົງຕຳແໜ່ງເປັນຫົວໜ້າພະແນກກົນໄກການພົວພັນກັບປະເທດສະມາຊິກ ເຊິ່ງໃນການດຳລົງຕຳແໜ່ງດັ່ງກ່າວ, ດຣ ທິມໂມຕີ ອາມສະຕຣອງ ໄດ້ຊີ້ນຳວຽກງານການພົວພັນທີ່ເປັນຍຸດທະສາດກັບບັນດາປະເທດສະມາຊິກຂອງອົງການອະນາໄມໂລກ 194 ລັດ ໃນຂັ້ນສູງສຸດ ພ້ອມທັງຄຸ້ມຄອງການດຳເນີນບັນດາກົນໄກ ແລະ ໂຄງຮ່າງຈັດຕັ້ງການບໍລິຫານຂັ້ນສູງອື່ນໆຂອງອົງການອະນາໄມໂລກ.
ດຣ ທິມໂມຕີ ອາມສະຕຣອງ ໄດ້ມີບົດບາດສຳຄັນໃນການວາງທິດທາງຍຸດທະສາດໃຫ້ແກ່ວາລະວຽກງານສາທາລະນະສຸກສາກົນໃນບໍລິບົດທີ່ສັບຊ້ອນ ແລະ ລະອຽດອ່ອນ. ວຽກງານຈຸດສຸມຂອງທ່ານ ແມ່ນກ່ຽວພັນກັບພະຍາດບໍ່ຕິດຕໍ່, ການລະດົມ ແລະ ຈັດສັນການຊ່ວຍເຫຼືອທາງການເມືອງ ແລະ ງົບປະມານເພື່ອຊຸກຍູ້ວຽກງານສາທາລະນະສຸກ, ການຮັບປະກັນໃຫ້ບັນດາປະເທດສະມາຊິກທີ່ມີລາຍຮັບຕ່ຳຫາປານກາງ ໄດ້ມີສ່ວນຮ່ວມໃນເວທີສາກົນ ແລະ ໄດ້ຍົກໃຫ້ວຽກງານການປ່ຽນແປງດິນຟ້າອາກາດມາເປັນໃຫ້ເປັນບັນຫາສຳຄັນໃນການປົກປ້ອງສຸຂະພາບຂອງປະຊາຄົມໂລກ.
ໃນ ສປປ ລາວ, ອົງການອະນາໄມໂລກ ໄດ້ມີການເຮັດວຽກຢ່າງຮອບດ້ານຮ່ວມກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງອື່ນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາສິ່ງທ້າທາຍທີ່ຕິດພັນກັບສຸຂະພາບ. ຍ້ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ບັນຫາທ້າທາຍທາງເສດຖະກິດ ແລະ ຜົນກະທົບໄລຍະຍາວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ ສປປ ລາວ ມີຄວາມອ່ອນໄຫວເປັນພິເສດ. ສະນັ້ນ, ອົງການອະນາໄມໂລກ ຈຶ່ງໄດ້ສຸມໃສ່ການສົ່ງເສີມລະບົບສາທາລະນະສຸກທີ່ມີຄວາມຍືນຍົງ ແລະ ໝັ້ນຄົງ, ການປົກປ້ອງຊຸມຊົນຈາກພະຍາດຕ່າງໆ ແລະ ເຫດສຸກເສີນທາງສາທາລະນະສຸກ ແລະ ການປົກປ້ອງສຸຂະພາບຂອງປະຊາຊົນຈາກການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ຈາກສິ່ງແວດລ້ອມ.