ມື້ນີ້, ທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງສາທາລະນະສຸກ ຄົນໃໝ່ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຄະນະກົມຈາກກະຊວງສາທາລະນະສຸກ ແລະ ວິຊາການຈາກອົງການອະນາໄມໂລກ ປະຈຳ ສປປ ລາວ.
ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນຮ່ວມມືຂອງອົງການອະນາໄມໂລກ ທີ່ໄດ້ເປັນຄູ່ຮ່ວມພັດທະນາອັນເຂັ້ມແຂງຂອງ ລັດຖະບານ ແຫ່ງ ສປປ ລາວ ມາເປັນເວລາຫຼາຍທົດສະວັດ, ພ້ອມທັງໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວຽກງານທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນຜ່ານມາ ເປັນຕົ້ນແມ່ນ ວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການບໍລິການດ້ານສາທາລະນະສຸກ ຕະຫຼອດຮອດວຽກງານຊຸກຍູ້ສຸຂະພາບຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ.
ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: “ພວກເຮົາຂໍຂອບໃຈຕໍ່ການສະໜັບສະໜູນອັນສະເໝີຕົ້ນສະເໝີປາຍຂອງອົງການອະນາໄມໂລກ ໃນທຸກຂົງເຂດວຽກງານຂອງຂະແໜງສາທາລະນະສຸກ ແລະ ຂະແໜງອ້ອມຂ້າງ. ການຮ່ວມມືຂອງກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ຖືວ່າເປັນກຳລັງແຮງອັນສຳຄັນໃນການປັບປຸງ ຊຸກຍູ້ໃຫ້ປະຊາຊົນທຸກຄົນມີສຸຂະພາບດີ ທັງຍັງໄດ້ກອບກູ້ຊີວິດຂອງປະຊາຊົນຫຼາຍລ້ານຄົນ ແລະ ຊ່ວຍຮັບປະກັນໃຫ້ພໍ່ແມ່ປະຊາຊົນ, ຄອບຄົວ ແລະ ຊຸມຊົນ ມີສຸຂະພາບແຂງແຮງຂຶ້ນກວ່າເກົ່າ. ພວກເຮົາຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ເຮັດວຽກຮ່ວມກັນໃຫ້ເກີດໝາກອອກຜົນຫຼາຍຂຶ້ນ ໃນຕໍ່ໜ້າ.”
ເປັນເວລາ 75 ປີ ໃນການເປັນສະມາຊິກຂອງອົງການອະນາໄມໂລກ, ສປປ ລາວ ໄດ້ມີຜົນງານເອັນພົ້ນເດັ່ນຫຼາຍຢ່າງໃນວຽກງານສາທາລະນະສຸກ ເປັນຕົ້ນ ການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ການລົບລ້າງພະຍາດຂາຊ້າງ ແລະ ຕາສານ, ການລົບລ້າງພະຍາດໄຂ້ມາລາເຣຍກໍໃກ້ສຳເລັດແລ້ວ ແລະ ອັດຕາການເສຍຊີວິດຂອງແມ່ຍິງໃນລະຫວ່າງການເກີດລູກກໍຫຼຸດລົງເຖິງ 82% ໃນໄລຍະ ປີ 2000 ຫາ 2023. ໃນນີ້, ອົງການອະນາໄມໂລກ ຍັງໄດ້ໃຫ້ການສະໜັບສະໜູນໃນວຽກງານດ້ານນະໂຍບາຍ ແລະ ນິຕິກຳ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາວຽກງານກິດຈະກໍາທີ່ຊ່ວຍໃນການຮັກສາສຸຂະພາບ ແລະ ຊ່ວຍຊີວິດຂອງປະຊາຊົນ.
ໃນການຢ້ຽມຂ່ຳນັບຄັ້ງນີ້, ທ່ານ ນາງ ໃບຄຳ ຂັດທິຍະ ແລະ ດຣ ທິມໂມຕີ ອາມສະຕຣອງ ໄດ້ປຶກສາຫາລືການຮ່ວມມື ກ່ຽວກັບ ບັນຫາດ້ານສາທາລະນະສຸກທີ່ຍັງຄົງຄ້າງ ລວມທັງວຽກງານການໃຫ້ວັກຊີນກັນພະຍາດ, ການໂຕ້ຕອບຕໍ່ການລະບາດ ແລະ ການລົບລ້າງພະຍາດຕ່າງໆ ພ້ອມທັງບັນດາສິ່ງທ້າທາຍທີ່ນັບມື້ນັບຮ້າຍແຮງຂຶ້ນ ເຊັ່ນ ການປ່ຽນແປງດິນຟ້າອາກາດ, ພະຍາດບໍ່ຕິດຕໍ່ (NCD) ແລະ ງົບປະມານຂອງຂະແໜງສາທາລະນະສຸກທີ່ມີຈຳກັດ.
ດຣ ທິມໂມຕີ ອາມສະຕຣອງ ໄດ້ກ່າວວ່າ: “ອົງການອະນາໄມໂລກ ມີຄວາມພາກພູມໃຈເປັນຢ່າງສູງທີ່ໄດ້ເຮັດວຽກຄຽງບ່າຄຽງໄຫຼ່ກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ທີມງານທີ່ມີຄວາມທຸ່ມເທຢ່າງເຂັ້ມແຂງ ຈາກກະຊວງສາທາລະນະສຸກ ເພື່ອຊຸກຍູ້ໃຫ້ວຽກງານສາທາລະນະສຸກໃຫ້ມີຄວາມຄືບໜ້າ ແລະ ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ.”
ຜູ້ຕາງໜ້າອົງການອະນາໄມໂລກ ຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາຈະສືບຕໍ່ຮັກສາສາຍພົວພັນຮ່ວມມືອັນສຳຄັນນີ້ ແລະ ສະໜັບສະໜູນທຸກວຽກງານທີ່ແນໃສ່ໃຫ້ປະຊາຊົນລາວມີສຸຂະພາບດີທຸກຄົນ, ໂດຍສະເພາະ ຊຸກຍູ້ໃຫ້ມີການຈັດສັນງົບປະມານໃຫ້ແກ່ຂະແໜງສາທາລະນະສຸກ ຢ່າງໜ້ອຍບໍ່ຫຼຸດ 9% ຂອງງົບປະມານລວມຂອງລັດທັງໝົດ ແລະ ຄົ້ນຄວ້າຫາວິທີທາງໃນການສ້າງໃຫ້ມີລາຍຮັບເພີ່ມ ເປັນຕົ້ນ ຜ່ານອາກອນສຸຂະພາບ ຈາກຜະລິດຕະພັນຢາສູບ ແລະ ຜະລິດຕະພັນອື່ນໆ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ. ພວກເຮົາຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ສ້າງຜົນສຳເລັດຮ່ວມກັນ ພາຍໃຕ້ການຊີ້ນໍານຳພາທີ່ເຂັ້ມແຂງ ຂອງທ່ານລັດຖະມົນຕີ.”
ໃນ ສປປ ລາວ, ອົງການອະນາໄມໂລກ ໄດ້ມີການຮ່ວມມືກັບກະຊວງສາທາລະນະສຸກ ແລະ ບັນດາກະຊວງອື່ນທີ່ກ່ຽວຂ້ອງຢ່າງກວ້າງຂວາງ ເພື່ອແກ້ໄຂບັນຫາສິ່ງທ້າທາຍ ດ້ານສາທາລະນະສຸກ. ຍ້ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ບັນຫາທ້າທາຍທາງເສດຖະກິດ ແລະ ຜົນກະທົບໄລຍະຍາວຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ ສປປ ລາວ ກໍຄືປະຊາຊົນທຸກຄົນ ມີຄວາມອ່ອນໄຫວເປັນພິເສດ. ສະນັ້ນ, ອົງການອະນາໄມໂລກ ຈຶ່ງໄດ້ສຸມໃສ່ການສົ່ງເສີມລະບົບສາທາລະນະສຸກທີ່ມີຄວາມຍືນຍົງ ແລະ ໝັ້ນຄົງ, ການປົກປ້ອງຊຸມຊົນຈາກພະຍາດຕ່າງໆ ແລະ ເຫດສຸກເສີນທາງສາທາລະນະສຸກ ແລະ ການປົກປ້ອງສຸຂະພາບຂອງປະຊາຊົນຈາກການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ຈາກສິ່ງແວດລ້ອມ.