© WHO / Bart Verweij
Minister of Health Dr Bounfeng Phoummalaysith co-chairing the progress review meeting for CONNECT initiative, alongside Vice Minister of Home Affairs Mr Nisith Keopanya
© Credits

ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ເນັ້ນໜັກຄວາມຄືບໜ້າ ກ່ຽວກັບການຜັນຂະຫຍາຍວິທີການຄອນເນັກ (CONNECT)

12 August 2024
Media release
ນະຄອນຫຼວງວຽງຈັນ

ມື້ນີ້, ທີ່ນະຄອນຫຼວງວຽງຈັນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ນິສິດ ແກ້ວປັນຍາ, ຮອງລັດຖະມົນຕີກະຊວງພາຍໃນ, ພ້ອມທັງບັນດາເຈົ້າແຂວງ, ເຈົ້າເມືອງ, ອົງການຈັດຕັ້ງມະຫາຊົນ ແລະ ຄູ່ຮ່ວມພັດທະນາ ໄດ້ຍົກໃຫ້ເຫັນເຖິງຄວາມຄືບໜ້າອັນເປັນບາດກ້າວສຳຄັນຂອງ ວິທີການຄອນເນັກ (CONNECT) ເຊິ່ງເປັນວິທີການທີ່ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງທ້ອງຖິ່ນ.

ວິທີການຄອນເນັກ ໄດ້ມີການລິເລີ່ມໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການນຳພາຂອງ ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ການສະໜັບສະໜູນດ້ານວິຊາການໂດຍອົງການອະນາໄມໂລກ. ວິທີການດັ່ງກ່າວ ໄດ້ເນັ້ນໃສ່ການສ້າງຄວາມໄວ້ວາງໃຈ ລະຫວ່າງ ຜູ້ໃຫ້ບໍລິການດ້ານສາທາລະນະສຸກ ກໍຄື ບັນດາແພດໝໍໃຫ້ການເບີ່ງແຍງສຸຂະພາບ ກັບ ຊຸມຊົນ ແລະ ຍັງສະໜັບສະໜູນການເຮັດວຽກຮ່ວມກັນກັບ ອົງການປົກຄອງທ້ອງຖິ່ນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການປົກຄອງ, ການວາງແຜນ ແລະ ການປະສານງານຮ່ວມກັນ ແລະ ເພີ່ມທະວີການເຂົ້າເຖິງການບໍລິການສຸຂະພາບທີ່ຈຳເປັນເຊັ່ນ: ການສັກວັກຊີນ, ການເບິ່ງແຍງສຸຂະພາບແມ່ ແລະ ເດັກ ແລະ ສົ່ງເສີມການລົງທະບຽນການເກີດ.

ພາຍຫຼັງຜັນຂະຫຍາຍການຈັດຕັ້ງປະຕິບັດໄດ້ຫຼາຍກວ່າ 230 ບ້ານ ໃນ 10 ແຂວງ ທົ່ວປະເທດ, ລັດຖະມົນຕີທັງສອງກະຊວງ ໄດ້ເຜີຍແຜ່ຜົນການຄົ້ນຄວ້າຈາກຜູ້ເຂົ້າຮ່ວມທັງໝົດ 3161 ຄົນ ຈາກຫຼາຍແຂວງທີ່ໄດ້ຈັດຕັ້ງປະຕິບັດວິທີການຄອນເນັກ. ຜົນການຄົ້ນຄວ້າພົບວ່າເຫັນຈຸດພົ້ນເດັ່ນທີ່ສຳຄັນ ຄືມີການເພີ່ມຂຶ້ນດ້ານຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບຜູ້ໃຫ້ບໍລິການເບິ່ງແຍງສຸຂະພາບຂອງທ້ອງຖິ່ນ ແລະ ເຫັນວ່າ ປະຊາຊົນກໍມີຄວາມເປັນເຈົ້າການ ກ່ຽວກັບ ສຸຂະພາບຂອງຕົນຫຼາຍຂຶ້ນ. ນອກຈາກນີ້ ຜົນການຄົ້ນຄວ້າຍັງພົບວ່າ ອັດຕາປົກຄຸມຂອງແມ່ຍິງທີ່ມາເກີດລູກຢູ່ສຸກສາລາເພີ່ມຂຶ້ນ 14% ເມື່ອທຽບໃສ່ກ່ອນການຈັດຕັ້ງປະຕິບັດວິທີການຄອນເນັກ (ສຳລັບຈໍານວນແມ່ຍິງຖືພາ ໃນປັດຈຸບັນ 144 ຄົນ) ແລະ ແມ່ຍິງທີ່ລາຍງານວ່າມີແຜນຈະມາເກີດລູກຢູ່ສຸກສາລາ ແມ່ນເພີ່ມຂຶ້ນ 43% (ໃນຈໍານວນແມ່ຍິງຖືພາ 67 ຄົນ).

ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ຜົນໄດ້ຮັບທີ່ສໍາຄັນຄັ້ງນີ້ ເຮັດໃຫ້ພວກເຮົາເຫັນໄດ້ຢ່າງຊັດເຈນເຖິງໝາກຜົນຕໍ່ກັບວຽກງານສຸຂະພາບຂອງແມ່ ແລະ ເດັກ ລວມເຖິງຂອງປະຊາຊົນພາຍໃນຊຸມຊົນ, ເຊິ່ງໄດ້ຮັບການເອື້ອອຳນວຍໂດຍວຽກງານການປົກຄອງ ແລະ ການປະສານງານທີ່ເຂັ້ມແຂງຂຶ້ນ ໃນຂັ້ນຊຸມຊົນ.”

"ພວກເຮົາຫວັງວ່າໃນອະນາຄົດຈະມີການສືບຕໍ່ໃນການພັດທະນາ ແລະ ການນໍາໃຊ້ວິທີການຄອນເນັກ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ຕ້ອງການການຊ່ວຍເຫຼືອຫຼາຍທີ່ສຸດ ແລະ ສາມາດຈັດການກັບບັນດາສິ່ງທ້າທາຍໃນຂອງທ້ອງຖິ່ນ ໂດຍການເສີມສ້າງຄວາມເຂັ້ມແຂງໃຫ້ກັບບັນດາຜູ້ນໍາພາຂອງທ້ອງຖິ່ນ, ພະນັກງານ ແລະ ບຸກຄະລາກອນສາທາລະນະສຸກ. ຄວາມສໍາເລັດຄັ້ງສໍາຄັນນີ້ເກີດຂຶ້ນໄດ້ ຍ້ອນການສະໜັບສະໜູນຂອງອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາທີ່ມີຄວາມມຸ່ງໝັ້ນ ບໍ່ວ່າຈະເປັນອົງການ USAID, ລັດຖະບານອົດສະຕຣາລີ ແລະ ລັດຖະບານລຸກຊຳບວກ ພ້ອມທັງຄູ່ຮ່ວມພັດທະນາອື່ນໆ ທີ່ໄດ້ໃຫ້ການສະໜັບສະໜູນພວກເຮົາ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ."

ທ່ານ ນິສິດ ແກ້ວປັນຍາ ໄດ້ກ່າວວ່າ: “ວຽກງານການສ້າງຄວາມເຂັ້ມແຂງ, ການເສີມສ້າງ  ແລະ ການສະໜັບສະໜູນອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ ແມ່ນຂໍກຸນແຈອັນສໍາຄັນຕໍ່ວຽກງານການປັບປຸງການບໍລິການໃຫ້ບ້ານ, ສຸຂະພາບຂອງຊຸມຊົນ, ການພັດທະນາບ້ານ ແລະ ຄວາມອຸດົມຮັ່ງມີ ຂອງບ້ານ. ເພື່ອບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ເພື່ອຮັບປະກັນວ່າການບໍລິການຂອງພວກເຮົາ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ທັງໃນວຽກງານການບໍລິການສຸຂະພາບ ແລະ ຂະແໜງການອື່ນໆ, ພວກເຮົາຕ້ອງຮ່ວມມື ແລະ ເຮັດວຽກຮ່ວມກັນ, ເຊິ່ງວິທີການຄອນເນັກ ກໍຖືວ່າເປັນຕົວຢ່າງທີ່ດີຂອງການເຮັດວຽກຮ່ວມກັນກັບຫຼາຍພາກສ່ວນ ແລະ ເຮັດໃຫ້ເກີດໝາກອອກຜົນ."

ຜ່ານການນໍາໃຊ້ວິທີການຄອນເນັກ, ບັນດາແພດໝໍ, ພະຍາບານ, ຜະດຸງຄັນ, ອາສາສະໝັກສາທາລະນະສຸກຂັ້ນບ້ານ (ອສບ), ຜູ້ນໍາຊົນເຜົ່າ ແລະ ທາງສາດສະໜາ ແລະ ບັນດາພະນັກງານຈາກອົງການຈັດຕັ້ງມະຫາຊົນ ຈໍານວນຫຼາຍພັນທ່ານ ໄດ້ຮັບການສະໜັບສະໜູນ ເພີ່ມທັກສະໃນການປະສານງານ ແລະ ການໃຫ້ບໍລິການດ້ານສາທາລະນະສຸກ ຢ່າງມີປະສິດທິພາບ ແລະ ຜົນຮັບດ້ານສຸຂະພາບຂອງຜູ້ຮັບບໍລິການທີ່ດີຂຶ້ນ. ພາຍໃນງານ, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດຮຽນ ແລະ ປະສົບການ ຈາກຕາງໜ້າອົງການປົກຄອງທ້ອງຖິ່ນ ແລະ ພະນັກງານແພດໝໍ ທີ່ໄດ້ນຳໃຊ້ວິທີການຄອນເນັກ ແລະ ສ້າງຜົນງານທີ່ພົ້ນເດັ່ນຕໍ່ກັບຊຸມຊົນຂອງເຂົາເຈົ້າ.

ພາຍໃນງານ, ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: "ເຖິງແມ່ນວ່າສິ່ງເຫຼົ່ານີ້ ຈະເປັນຜົນໄດ້ຮັບເບື້ອງຕົ້ນເທົ່ານັ້ນ, ແຕ່ກໍເປັນເລື່ອງທີ່ໜ້າປະທັບໃຈເປັນຢ່າງຍິ່ງ ທີ່ໄດ້ເຫັນໝາກຜົນຂອງວິທີການຄອນເນັກ ເຊິ່ງມີຄວາມໝາຍຄວາມສໍາຄັນທີ່ສຸດຕໍ່ກັບຊຸມຊົນ, ໂດຍສະເພາະຕໍ່ກັບບັນດາຄອບຄົວ, ພໍ່ແມ່ ແລະ ເດັກນ້ອຍ ໃນຊຸມຊົນ, ທັງໃນວຽກງານການສັກວັກຊີນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ຂົງເຂດວຽກງານອື່ນໆ. ນອກຈາກນີ້, ການຄົ້ນຄວ້າດັ່ງກ່າວຍັງສະໜອງຂໍ້ມູນອັນສຳຄັນ ແລະ ເປັນການຮັບຟັງຄຳຄິດເຫັນຂອງຄົນໃນຊຸມຊົນ ອີກດ້ວຍ."

"ສິ່ງສໍາຄັນກໍຄືຈະຕ້ອງໄດ້ປຶກສາຫາລືວິທີການເພື່ອຮັບປະກັນຄວາມຍືນຍົງ ແລະ ຍືນຍາວ ຂອງວິທີການຄອນເນັກ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດວິທີການດັ່ງກ່າວໄປສູ່ບັນດາກະຊວງອື່ນໆ ແລະ ພາກສ່ວນທີ່ມີພາລະບົດບາດໃນວຽກງານສາທາລະນະສຸກ ເພື່ອເຮັດໃຫ້ປະຊາຊົນລາວທຸກຄົນມີສຸຂະພາບທີ່ດີ."

ນັບຕັ້ງແຕ່ມີການລິເລີ່ມວິທີການຄອນເນັກ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ, ວິທີການດັ່ງກ່າວນີ້ ຈະມີການຜັນຂະຫຍາຍການຈັດຕັ້ງປະຕິບັດໃນ 14 ແຂວງ ຢູ່ ສປປ ລາວ ພາຍໃນທ້າຍປີ 2024 ນີ້ ແລະ ມີແຜນທີ່ຈະຜັນຂະຫຍາຍໄປທຸກແຂວງທົ່ວປະເທດ ໃນອະນາຄົດ.

ອີງໃສ່ແຜນການຂະຫຍາຍວິທີການຄອນເນັກ ໃນຂອບເຂດທົ່ວປະເທດ, ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ກໍາລັງຄົ້ນຫາວິທີການຮັບປະກັນຄວາມຍືນຍົງຂອງວິທີການຄອນເນັກ, ຜັນຂະຫຍາຍວິທີການດັ່ງກ່າວໄປສູ່ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ພ້ອມທັງເຊື່ອມສານບັນດາຂໍ້ມູນ ແລະ ບົດຮຽນຈາກການຈັດຕັ້ງປະຕິບັດວິທີການຄອນເນັກ ເຂົ້າໃນຫຼັກສູດການສຶກສາໃນຂະແໜງສາທາລະນະສຸກ.

ປັດຈຸບັນ, ວິທີການຄອນເນັກ ໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ, ຮ່ວມກັບ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID), ລັດຖະບານອົດສະຕຣາລີ ແລະ ລັດຖະບານລຸກຊຳບວກ.