ເມື່ອບໍ່ດົນມານີ້, ອົງການອະນາໄມໂລກໄດ້ອອກຖະແຫຼງການຮຽກຮ້ອງໃຫ້ລັດຖະບານດຳເນີນມາດຕະການເລັ່ງດ່ວນ ເພື່ອຄວບຄຸມຢາສູບເອເລັກໂຕຣນິກ ຫຼື ຢາສູບໄຟຟ້າ, ປ້ອງກັນໄວໜຸ່ມ, ປົກປ້ອງສິດຂອງຜູ້ທີ່ບໍ່ສູບຢາ ແລະ ຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບຂອງປະຊາຊົນ. ປັດຈຸບັນ, ຍັງບໍ່ມີການຢັ້ງຢືນຢ່າງຈະແຈ້ງວ່າ ການສູບຢາສູບໄຟຟ້າ ມີປະສິດທິພາບໃນການຊ່ວຍໃຫ້ຜູ້ສູບຢາສາມາດອອກຢາສູບ. ໃນທາງກົງກັນຂ້າມ, ມີຫຼັກຖານທີ່ຢັ້ງຢືນສະແດງໃຫ້ເຫັນເຖິງຜົນກະທົບທາງລົບຕໍ່ສຸຂະພາບຂອງປະຊາຊົນທີ່ເປັນໜ້າວິຕົກກັງວົນ.
ທ່ານ ດຣ Tedros Adhanom Ghebreyesus, ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ ໄດ້ກ່າວວ່າ: “ເດັກນ້ອຍຫຼາຍຄົນມີທ່າອ່ຽງທີ່ຈະຖືກກັບດັກ ແລະ ຕົກເປັນເຫຍື່ອການນຳໃຊ້ຢາສູບໄຟຟ້າເພີ່ມຂຶ້ນລວມທັງການຕິດສານນິໂຄຕິນແຕ່ອາຍຸຍັງນ້ອຍ. ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາປະເທດ ນຳໃຊ້ມາດຕະການທີ່ເຂັ້ມງວດເພື່ອປ້ອງກັນ ແລະ ປົກປ້ອງພົນລະເມືອງຂອງຕົນຈາກການນຳໃຊ້ຢາສູບໄຟຟ້າ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ.”
ການໄດ້ຮັບອະນຸຍາດໃຫ້ມີການຈຳໜ່າຍຢາສູບໄຟຟ້າໃນທ້ອງຕະຫຼາດ ແລະ ການເຮັດການຕະຫຼາດທີ່ຕັ້ງເປົ້າໃສ່ໄວໜຸ່ມ ດ້ວຍການມີຫຼາກຫຼາຍກິ່ນ ຫຼາຍກວ່າ 16 000 ຊະນິດ. ອົງການອະນາໄມໂລກເຕືອນວ່າການຊົມໃຊ້ຢາສູບໄຟຟ້າໃນເດັກນ້ອຍ ແລະ ໄວໜຸ່ມ ແມ່ນມີຫຼາຍກວ່າການຊົມໃຊ້ຂອງຜູ້ໃຫຍ່ໃນຫຼາຍປະເທດ ແລະ ໃນປັດຈຸບັນມີ 88 ປະເທດ ທີ່ບໍ່ມີການກຳນົດອາຍຸຂັ້ນຕ່ຳຂອງຜູ້ທີ່ສາມາດຊື້ຢາສູບໄຟຟ້າໄດ້ ແລະ 74 ປະເທດບໍ່ມີກົດລະບຽບຄວບຄຸມສຳລັບຜະລິດຕະພັນທີ່ເປັນອັນຕະລາຍເຫຼົ່ານີ້.
ຖືວ່າເປັນຜົນສຳເລັດທີ່ພົ້ນເດັ່ນທີ່ ສປປ ລາວ ໄດ້ມີການດຳເນີນການຢ່າງເຂັ້ມງວດ ໂດຍສະເພາະການປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບແຫ່ງຊາດ ເຊິ່ງຫ້າມການນຳເຂົ້າ-ສົ່ງອອກ, ການຈັດຈຳໜ່າຍ ແລະ ການຊື້-ຂາຍຢາສູບໄຟຟ້າ ລວມທັງຢາສູບປະເພດອາຍລະເຫີຍ ແລະ ບາລາກູ (ຊີຊາ). ດ້ວຍເຫດນີ້, ຈຶ່ງເຮັດໃຫ້ ສປປ ລາວ ເປັນ 1 ໃນບັນດາ 34 ປະເທດທີ່ມີການຫ້າມ ແລະ ຄວບຄຸມຢາສູບໄຟຟ້າ.
ທ່ານ ນາງ ດຣ ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: “ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຜູ້ນຳທີ່ເຂັ້ມແຂງ ແລະ ມີການດຳເນີນການຢ່າງວ່ອງໄວ ເມື່ອເວົ້າເຖິງບັນຫາ ແລະ ກົດໝາຍທີ່ກ່ຽວຂ້ອງກັບຢາສູບໄຟຟ້າ ເຊິ່ງມັນສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຂົາໃນການທີ່ຈະປົກປ້ອງສຸຂະພາບຂອງປະຊາຊົນ. ຕໍ່ໄປ ພວກເຮົາຕ້ອງຮັບປະກັນໃຫ້ໄດ້ວ່າກົດໝາຍເຫຼົ່ານີ້ ແມ່ນຈະຖືກບັງຄັບໃຊ້ຢ່າງເຂັ້ມແຂງ ແລະ ເຕັມທີ່”.
“ແຕ່ໜ້າເສຍດາຍ, ໃນ ສປປ ລາວ ບັນຫາຢາສູບໄຟຟ້າ ແລະ ຜະລິດຕະພັນທີ່ຄ້າຍຄືກັນ ຍັງຄົງເຫັນວ່າມີວາງຂາຍຢູ່ ບໍ່ວ່າຈະເປັນທາງອອນລາຍ ແລະ ໃນຕະຫຼາດ/ຮ້ານຄ້າ. ພວກເຮົາຕ້ອງຮັບປະກັນໃຫ້ໄດ້ວ່າ ປະຊາຊົນຮັບຮູ້ເຖິງຄວາມອັນຕະລາຍ ແລະ ຂໍ້ຫ້າມກ່ຽວກັບການນຳໃຊ້ຢາສູບໄຟຟ້າ. ການທີ່ທຸກຄົນໃນຊຸມຊົນເຮັດວຽກຮ່ວມກັນ ບໍ່ວ່າຈະເປັນຜູ້ຂາຍຍ່ອຍ, ສະມາຄົມຕະຫຼາດ, ຕຳຫຼວດ ແລະ ດ່ານພາສີ ພວກເຮົາສາມາດຮັບປະກັນໄດ້ວ່າທຸກຄົນຢູ່ທົ່ວທຸກບ່ອນ ໄດ້ຮັບການປົກປ້ອງຈາກທຸກຄວາມພະຍາຍາມຂອງອຸດສາຫະກຳຢາສູບ ໃນການເຂົ້າເຖິງຜະລິດຕະພັນທີ່ສົ່ງຜົນສະທ້ອນຕໍ່ສຸຂະພາບເຫຼົ່ານີ້. ພວກເຮົາຈະບໍ່ຍອມໃຫ້ຜະລິດຕະພັນທີ່ເປັນອັນຕະລາຍຕໍ່ສຸຂະພາບເຫຼົ່ານີ້ຖືກຈຳໜ່າຍໃຫ້ກັບເດັກນ້ອຍ ແລະ ບໍ່ອະນຸຍາດໃຫ້ຜູ້ຈັດຈຳໜ່າຍ ສາມາດນຳເຂົ້າ-ຂາຍ ຫຼືແມ່ນແຕ່ໃຫ້ຜູ້ສະໜອງຊັກຈູງແນວຄິດທີ່ບໍ່ຖືກຕ້ອງໃຫ້ກັບປະຊາຊົນ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ ໂດຍການກ່າວອ້າງດ້ານສຸຂະພາບທີ່ບໍ່ຖືກກັບຄວາມເປັນຈິງ.”
ອົງການອະນາໄມໂລກ ແນະນຳໃຫ້ປະເທດທີ່ມີການຄວບຄຸມຢາສູບໄຟຟ້າໃຫ້ມີຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍ ລວມເຖິງການຕິດຕາມການປະຕິບັດກົດລະບຽບ, ຕິດຕາມການນຳໃຊ້ຜະລິດຕະພັນ ແລະ ນຳໃຊ້ມາດຕະການອື່ນໆເພີ່ມເຕີມເຊັ່ນ ການຫ້າມໃຫ້ມີການໂຄສະນາກ່ຽວກັບຢາສູບ, ການສົ່ງເສີມການຂາຍ, ການສະໜັບສະໜູນ ລວມເຖິງການຕະຫຼາດແບບດິຈິຕອນ.
ເຖິງແມ່ນວ່າ ສປປ ລາວ ຈະມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນການຄວບຄຸມຢາສູບ ແຕ່ປະເທດກໍຍັງມີການສູນເສຍຫຼາຍພັນກວ່າຊີວິດໃນແຕ່ລະປີ ຈາກການຊົມໃຊ້ຢາສູບແບບດັ້ງເດີມ ຫຼື ຢາສູບແບບກອກ.
ດຣ ຢິງ-ຣູ ໂລ ໄດ້ກ່າວຕື່ມວ່າ: “ຄວາມພະຍາຍາມຂອງ ສປປ ລາວ ໃນວຽກງານອອກນິຕິກຳ ແລະ ການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ ຖືວ່າເປັນທີ່ໜ້າປະທັບໃຈ. ແຕ່ເຖິງຢ່າງໃດກໍຕາມ, ສປປ ລາວ ຍັງມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 6700 ຕໍ່ປີ ຍ້ອນການຊົມໃຊ້ຢາສູບ ເຊິ່ງໃນນັ້ນ ແມ່ນເສຍຊີວິດ 17 ຄົນຕໍ່ມື້ ຈາກພະຍາດທີ່ເປັນຜົນມາຈາກການຊົມໃຊ້ຢາສູບ ເປັນຕົ້ນ ມະເຮັງ ແລະ ພະຍາດຫົວໃຈ.”
ຄ່າໃຊ້ຈ່າຍທີ່ມີຜົນຕໍ່ຊີວິດ ແລະ ສັງຄົມເຫຼົ່ານີ້ ຈະຫຼຸດລົງໄດ້ໂດຍການຈັດການກັບຄວາມສາມາດໃນການຊື້ຜະລິດຕະພັນດັ່ງກ່າວ ເພາະ ສປປ ລາວ ແມ່ນມີອັດຕາອາກອນຢາສູບທີ່ຕ່ຳທີ່ສຸດ ແລະ ລາຄາຢາສູບແມ່ນຖືວ່າຖືກທີ່ສຸດເປັນອັນດັບທີສອງໃນບັນດາປະເທດອາຊຽນ. ດັ່ງນັ້ນ, ການດຳເນີນການທີ່ຈຳເປັນໃນການເພີ່ມອາກອນ ແລະ ລາຄາຂອງສິນຄ້າປະເພດນີ້ ລວມເຖິງການຢຸດການຍົກເວັ້ນອາກອນ ຫຼື ການໃຫ້ບູລິມະສິດທີ່ເອື້ອອຳນວຍຜົນປະໂຫຍດທາງການຄ້າ ໃຫ້ແກ່ບໍລິສັດຢາສູບ ຈຶ່ງຖືເປັນສິ່ງທີ່ສຳຄັນຢ່າງຍິ່ງ ແລະ ຮີບດ່ວນ.
ການດຳເນີນການ ແລະ ການບັງຄັບໃຊ້ກົດໝາຍ ວ່າດ້ວຍການຄວບຄຸມຢາສູບແຫ່ງຊາດ ທີ່ເຂັ້ມງວດຍິ່ງຂຶ້ນ ລວມເຖິງການຫ້າມການນຳເຂົ້າ, ຈຳໜ່າຍ, ຊື້-ຂາຍຢາສູບໄຟຟ້າ ແລະ ການເຮັດໃຫ້ຜະລິດຕະພັນຢາສູບແບບກອກມີລາຄາເພີ່ມຂຶ້ນສູງ ເປັນປັດໄຈສຳຄັນທີ່ຈະຊ່ວຍປົກປ້ອງຄົນຮຸ່ນປັດຈຸບັນ ແລະ ອະນາຄົດ ຈາກຄວາມອັນຕະລາຍຂອງຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າ.