© UNICEF
Healthcare worker drawing medication out of a vial
© Credits

ສປປ ລາວ ຕ້ອນຮັບວັກຊີນ Pfizer 151 200 ໂດສ ຈາກສະຫະລັດອາເມລິກາ

14 November 2023
Joint News Release
ນະຄອນຫຼວງວຽງຈັນ, ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ໄດ້ຕ້ອນຮັບວັກຊີນປ້ອງກັນພະຍາດໂຄວິດ-19 Pfizer BioNTech ຈຳນວນ 151 200 ໂດສ ເພື່ອນຳໃຊ້ເປັນເຂັມກະຕຸ້ນ, ເຊິ່ງເປັນການຊ່ວຍເຫຼືອຈາກ ສະຫະລັດອາເມລິກາ ຜ່ານອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ຈັດສົ່ງຜ່ານ COVAX ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການ ຢູນິເຊັບ ແລະ ອົງການອະນາໄມໂລກ.

ວັກຊີນເຫຼົ່ານີ້ ຈະຊ່ວຍລັດຖະບານ ແຫ່ງ ສປປ ລາວ ໃນການສະໜອງການປ້ອງກັນຕໍ່ພະຍາດໂຄວິດ-19 ໃຫ້ແກ່ບັນດາກຸ່ມຄົນທີ່ມີຄວາມສ່ຽງສູງ ສອດຄ່ອງກັບ ແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ, ໂດຍສະເພາະແມ່ນ ຜູ້ມີອາຍຸ 60 ປີຂຶ້ນໄປ, ແມ່ຍິງຖືພາ, ພະນັກງານແພດໝໍ ແລະ ຜູ້ທີ່ມີພະຍາດປະຈຳຕົວ.

ໃນປັດຈຸບັນ, ເກືອບ 78% ຂອງປະຊາກອນທັງໝົດໃນປະເທດ ແມ່ນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ເຂັມພື້ນຖານຄົບໂດສແລ້ວ ແລະ ປະມານ 29% ຂອງປະຊາກອນຜູ້ສູງອາຍຸ ກໍໄດ້ຮັບເຂັມກະຕຸ້ນແລ້ວ.

ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ກ່າວວ່າ: “ວັກຊີນທີ່ໄດ້ຮັບນີ້ ຈະຊ່ວຍພວກເຮົາໃນການຮັກສາຊີວິດຂອງປະຊາຊົນລາວ. ເຖິງວ່າໄລຍະສຸກເສີນຂອງການລະບາດຂອງພະຍາດໂຄວິດ-19 ນັ້ນຈະໄດ້ສິ້ນສຸດລົງແລ້ວກໍຕາມ, ແຕ່ພະຍາດດັ່ງກ່າວ ກໍຍັງຄົງສືບຕໍ່ແຜ່ລາມໄປທົ່ວໂລກ ແລະ ໃນ ສປປ ລາວ ເຊັ່ນດຽວກັນ, ເຮັດໃຫ້ມັນຍັງຄົງເປັນໄພຂົ່ມຂູ່ຕໍ່ກຸ່ມຄົນທີ່ມີຄວາມສ່ຽງສູງ. ຜູ້ທີ່ມີອາຍຸຫຼາຍກວ່າ 60 ປີ, ຄົນທີ່ມີພະຍາດປະຈຳຕົວ ແລະ ແມ່ຍິງຖືພາ ແມ່ນມີຄວາມສ່ຽງຕໍ່ການເປັນພະຍາດຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດໂຄວິດ-19. ຄຽງຄູ່ກັນກັບບັນດາພະນັກງານສາທາລະນະສຸກ, ພວກເຂົາເຫຼົ່ານີ້ ແມ່ນບູລິມະສິດທີ່ຈະໄດ້ຮັບການປົກປ້ອງເພີ່ມເຕີມຈາກວັກຊີນເຂັມກະຕຸ້ນ."

ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ກໍໄດ້ຍົກໃຫ້ເຫັນເຖິງການຜັນຂະຫຍາຍ ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. “ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຢືນຄຽງຂ້າງ ສປປ ລາວ ໃນການຮັບມືກັບວິກິດການດ້ານສຸຂະພາບຕ່າງໆ ທີ່ອາດເກີດຂຶ້ນໃນອະນາຄົດ. ວັກຊີນທີ່ໄດ້ສະໜອງໃນຄັ້ງນີ້ ແມ່ນມີປະສິດທິພາບສູງ ແລະ ຈະຊ່ວຍ ສປປ ລາວ ໃນການປົກປ້ອງບັນດາກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ຊຸມຊົນຫ່າງໄກສອກຫຼີກ ແລະ ຈະຊ່ວຍຊີວິດຜູ້ຄົນຫຼາຍຂຶ້ນ.”

ການຊ່ວຍເຫຼືອວັກຊີນເຫຼົ່ານີ້ ຍັງຍົົກໃຫ້ເຫັນເຖິງການຜັນຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ, ໂດຍສະເພາະ ໃນຂົງເຂດວຽກງານສາທາລະນະສຸກ.

ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ຢ່າງຕໍ່ເນື່ອງຕະຫຼອດໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ໄດ້ລະດົມຊັບພະຍາກອນ ແລະ ກຳລັງແຮງ ເພື່ອຊ່ວຍ ສປປ ລາວ ໃນການໂຕ້ຕອບຕໍ່ພະຍາດດັ່ງກ່າວ ຕັ້ງແຕ່ໄລຍະເລີ່ມຕົ້ນຂອງການລະບາດ. ນອກຈາກການສະໜອງວັກຊີນປ້ອງກັນພະຍາດໂຄວິດ-19 ເກືອບ 3 ລ້ານ ໂດສ ໃຫ້ແກ່ ສປປ ລາວ, ສະຫະລັດ ອາເມລິກາ ຍັງໄດ້ໃຫ້ການສະໜັບສະໜູນໃນການດຳເນີນວຽກງານຕ່າງໆ ເປັນມູນຄ່າຫຼາຍກວ່າ 16 ລ້ານ ໂດລາສະຫະລັດ ເພື່ອເສີມສ້າງຄວາມເຂັ້ມແຂງດ້ານວຽກງານການກັນ ແລະ ຄວບຄຸມການຕິດເຊື້ອ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ, ການສະໜອງອົກຊີແຊນ ແລະ ລະບົບຄວາມເຢັນ ເພື່ອເກັບຮັກສາວັກຊີນໃນ ສປປ ລາວ ເພື່ອຮັບປະກັນວ່າ ວັກຊີນທັງໝົດນັ້ນ ສາມາດຖືກຈັດສົ່ງໃຫ້ກຸ່ມທີ່ມີຄວາມສ່ຽງໃນທົ່ວປະເທດ ໃນອຸນຫະພູມທີ່ເໝາະສົມ.

ທ່ານ ນາງ ດຣ ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການ ຢູນິເຊັບ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ພວກເຮົາຂໍຂອບໃຈ ລັດຖະບານ ສະຫະລັດ ອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ແລະ ເປັນພັນທະມິດທີ່ໝັ້ນຄົງຕໍ່ຄວາມພະຍາຍາມຂອງ ສປປ ລາວ ໃນການຮັບມືກັບພະຍາດ ໂຄວິດ-19 ຕັ້ງແຕ່ເລີ່ມຕົ້ນການແຜ່ລະບາດຂອງພະຍາດດັ່ງກ່າວ.”

ພ້ອມນັ້ນ, ທ່ານ ດຣ ຢິງ-ຣູ ໂລ, ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ, ກໍໄດ້ກ່າວວ່າ: “ສປປ ລາວ ຄວນພາກພູມໃຈເປັນຢ່າງຍິ່ງໃນຜົນຈາກວຽກງານສັກວັກຊີນກັນພະຍາດໂຄວິດ-19 ຂອງປະເທດ ເຊິ່ງໄດ້ຮັກສາອັດຕາການເຈັບປ່ວຍຮຸນແຮງ ແລະ ການເສຍຊີວິດຈາກພະຍາດດັ່ງກ່າວ ໃຫ້ຢູ່ໃນລະດັບທີ່ຕ່ຳສະເໝີມາ. ການຊ່ວຍເຫຼືອອັນເອື້ອເຟື້ອເຜື່ອແຜ່ຈາກ ສະຫະລັດອາເມລິກາ ໃນຄັ້ງນີ້ ຍັງຈະຊ່ວຍລັດຖະບານ ແຫ່ງ ສປປ ລາວ ໃນການຮັກສາ ແລະ ສືບຕໍ່ສ້າງຜົນສຳເລັດໃນວຽກງານດັ່ງກ່າວອີກເຊັ່ນດຽວກັນ."

ວັກຊີນທັງໝົດທີ່ນຳໃຊ້ໃນ ສປປ ລາວ ແມ່ນໄດ້ຮັບການອະນຸມັດ ໂດຍອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າມີຄວາມປອດໄພ ແລະ ມີປະສິດທິພາບໃນການປົກປ້ອງປະຊາຊົນຈາກການເຈັບປ່ວຍຮຸນແຮງຈາກພະຍາດໂຄວິດ-19.

COVAX ເປັນໂຄງການທີ່ນໍາພາຮ່ວມກັນໂດຍ ອົງການກາວີ, ອົງການອະນາໄມໂລກ ແລະ CEPI, ໂດຍເຮັດວຽກເປັນຄູ່ຮ່ວມງານກັບ ອົງການ ຢູນີເຊັບ ພ້ອມທັງ ທະນາຄານໂລກ, ອົງການຈັດຕັ້ງສັງຄົມ, ໂຮງງານຜະລິດ ແລະ ອື່ນໆ. COVAX ແມ່ນສ່ວນໜຶ່ງຂອງ Access to COVID-19 Tools (ACT) Accelerator, ເປັນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງການພັດທະນາ, ການຜະລິດ ແລະ ການເຂົ້າເຖິງການກວດຫາ, ການປິ່ນປົວ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19.