©WHO/Yoshi Shimizu
No-smoking signage in Vientiane, Lao PDR.
© Credits

ຜູ້ຊ່ຽວຊານທາງດ້ານສຸຂະພາບ: ການຊົມໃຊ້ຢາສູບເຮັດໃຫ້ສູນເສຍມູນຄ່າທາງເສດຖະກິດສູງເຖິງ 3.6 ຕື້ກີບ, ແຕ່ລະປີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6.800 ຄົນ ໃນ ສປປ ລາວ

17 November 2022
News release
ນະຄອນຫຼວງວຽງຈັນ, ສປປ ລາວ

ການຊົມໃຊ້ຢາສູບເຮັດໃຫ້ສູນເສຍມູນຄ່າເຖິງ 3.6 ຕື້ກີບ, ແຕ່ລະປີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6.800 ຄົນ ໃນ ສປປ ລາວ - ແລະ ການເສຍຊີວິດດັ່ງກ່າວສາມາດປ້ອງກັນໄດ້ - ກ່າວໂດຍທິມງານຜູ້ຊ່ຽວຊານທາງດ້ານສຸຂະພາບຈາກພາກພື້ນ ແລະ ສາກົນ ທີ່ໄດ້ມາຢ້ຽມຢາມນະຄອນຫຼວງວຽງຈັນອາທິດນີ້ເພື່ອປຶກສາຫາລືມາດຕະການຄວບຄຸມຢາສູບ ທີ່ຮັດກຸ່ມ ແລະ ມີປະສິດທິພາບ. ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ແມ່ນເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ຖືກປັບປຸງໃຫ້ສອດຄ່ອງກັບ ສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ (ຫຼື WHO FCTC).

ການເຮັດວຽກຮ່ວມກັບກັບ ກະຊວງສະທາລະນະສຸກ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ທິມງານຊ່ຽວຊານດັ່ງກ່າວໃນປະຊູມກັບພາກສວນທີ່ກ່ຽວຂ້ອງເພື່ອຫາລືວຽກງານຄວບຄຸມຢາສູບທີ່ກ່ຽວພັນກັບອາກອນຢາສູບ, ລະບຽບການທີ່ກ່ຽວພັນກັບອຸດສາຫະກຳຢາສູບ, ຢາສູບ​ຮູບແບບໃໝ່ ​ລວມທັງ​ຢາສູບໄຟຟ້າ, ການສື່ສານເພື່ອສຸຂະພາບ, ການ​ຮ່ວມ​ມືກັນ​ລະຫວ່າງ​ຂະ​ແໜງ​ການຕ່າງໆ, ​ການ​ຫຸ້ມ​ຫໍ່​  ແລະ ການຕິດສະຫຼາກ ຜະລິດຕະພັນຢາສູບ.

ໃຫ້ການຕ້ອນຮັບໂດຍຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ດຣ. ສະໜອງ ທອງສະນະ ແລະ ທ່ານໄດ້ກ່າວວ່າ: ກະຊວງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຕັມທີ່​ ໃນການຈັດຕັ້ງ​ປະຕິບັດ​ພັນທະ​ຂອງ ສປປ ລາວ ຕໍ່ສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ (WHO FCTC) ​ໂດຍ​ການ​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ ​ແລະ ນະ​ໂຍບາຍ​ຄວບ​ຄຸມ​ຢາສູບ ​ແລະ ຮັບປະກັນວ່າກົດໝາຍ ແລະ ບັນດານະໂຍບາຍຖືກຈັດຕັ້ງ​ປະຕິບັດ​ຢ່າງ​ເຂັ້ມງວດ, ​ໜຶ່ງຊີວິດ​ແມ່ນມີຄຸນຄ່າອັນເຫຼືອລົ້ນ ແລະ ບໍ່ສົມຄວນເສຍຊີວິດຈາກພະຍາດທີ່ເກີດຈາກຢາສູບ. ພວກເຮົາໄດ້ເຮັດວຽກຢ່າງໜັກເພື່ອຄົ້ນຄວ້າ ແລະ ຊອກຫາວິທີທາງທີ່ດີເພື່ອແກ້ໄຂບັນຫາຜະລິດຕະພັນຢາສູບຮູບແບບໃໝ່, ຫຼຸດຜ່ອນ ການສາມາດເຂົ້າເຖິງ ແລະ ການນຳໃຊ້ ແລະ ເພີ່ມທະວີການບັງຂັບໃຊ້ບັນດາມາດຕະການ ຄວບຄຸມຢາສູບເພື່ອປົກປ້ອງຊຸມຊົນຂອງພວກເຮົາ ແລະ ສະໜັບສະໜູນການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ຫົວຂໍ້ທີ່ສຳຄັນແມ່ນບົດລາຍງານກ່ຽວກັບການຄວບຄຸມຢາສູບ/ກໍລະນີສຶກສາ ການຈັດຕັ້ງປະຕິບັດ ສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ທີ່ເຮັດການສຶກສາຮ່ວມກັນຂອງອົງການຂອງທິມງານຊ່ຽວ ໂດຍການຮ່ວມມືກັບ ກະຊວງສາທາລະນະສຸກ. ຜົນການສຶກສາໄດ້ກຳນົດທິດທາງ ແລະ ວິທີການຫຼີກລ້ຽງທີ່ຈະສູນເສຍທາງເສດຖະກິດ ແລະ ສຸຂະພາບ ທີ່ມີມູນຄ່າສູງເຖິງ 10 ພັນ​ຕື້​ກີບ​ໃນ​ໄລຍະ 15 ປີຕໍ່ໜ້າ ດ້ວຍ​ຄວາມ​ພະຍາຍາມ​ໃນ​ການ​ຄວບ​ຄຸມ​ຢາສູບ​ທີ່ເຂັ້ມງວດ ແລະ ມີປະສິດທິພາບ ແລະ ວິທີ​ແກ້​ໄຂ​ອຸປະສັກ​ຕ່າງໆ ທີ່ສ້າງຂຶ້ນໂດຍ​ອຸດສາຫະກຳ​ຢາສູບ.

ທ່ານ ນາງ Kete Lannan, ນັກກົດໝາຍອາວຸໂສ ຈາກກອງເລຂາສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ໄດ້ເນັ້ນບາງບັນຫາທ້າທາຍທີ່ພົບ ດັ່ງຕໍ່ໄປນີ້:

“ສປປ ລາວ ມີອັດຕາອາກອນຢາສູບຕໍ່າສຸດໃນບັນດາປະເທດອາຊຽນ ແລະ ໃນພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ. ພວກເຮົາຮູ້ນຳກັນວ່າການຂຶ້ນລາຄາຢາສູບໃຫ້ແພງຂຶ້ນ ເປັນມາດຕະການທີ່ມີປະສິດຕິພາບໃນການຫຼຸດຜ່ອນການສູບຢາ, ມາດຕະການທາງດ້ານລາຄາ ແລະ ອາກອນ ຍັງສາມາດປົກປ້ອງສັງຄົມລາວ ຈາກການເປັນພະຍາດຮ້າຍແຮງທີ່ເກີດຈາກຢາສູບ, ການເສຍຊີວິດກ່ອນໄວອັນຄວນ ແລະ ຍັງເປັນມາດຕະການທີ່ດີໃນການເພີ່ມລາຍຮັບໃຫ້ແກ່ລັດຖະບານຕື່ມອີກ.”

“ໃນປີ 2016, ສປປ ລາວ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ, ກະຊວງສາທາລະນະສຸກ ກ່ຽວກັບຄຳເຕືອນສຸຂະພາບທີ່ເປັນຮູບພາບ ໃສ່ຊອງ ແລະ ຕຸດຢາສູບ. ບໍລິສັດຢາສູບທັງຫຼາຍໄດ້ພະຍາຍາມທວງດຶງ ແລະ ແກ່ຍາວເວລາການຈັດຕັ້ງປະຕິບັດຄຳເຕືອນດັ່ງກ່າວ—ຊຶ່ງເປັນຍຸດທະວິທີຂອງບັນດາບໍລິສັດຢາສູບໃນທົ່ວໂລກໃນການຂັດຂວາງການປະຕິບັດມາດຕະການຄວບຄຸມຢາສູບທີ່ມີປະສິດທິພາບ. ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສຳ​ຄັນເຫຼົ່ານີ້ໂດຍປາສະຈາກຄວາມຊັກຊ້າ ​ເຊັ່ນວ່າ: ​ການ​ຫຸ້ມ​ຫໍ່​ຊອງ ແລະ ຕຸດ ຢາ​ສູບ​ທີ່ເປັນມາດຕະຖານ ຕາມການກຳນົດຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ​ສູບ​ແຫ່ງ​ຊາດ ເພື່ອ​ຊ່ວຍ​ຮັກສາ​ຊີ​ວິດ.”

“ໃນຂະນະທີ່ ສປປ ລາວ ໄດ້ກ້າວເຂົ້າສູ່ບາດກ້າວອັນສຳຄັນຂອງການເປັນໜຶ່ງໃນຫຼາຍກວ່າ 30 ປະເທດທົ່ວໂລກ ໃນການຫ້າມຂາຍຜະລິດຕະພັນຢາສູບ ລວມທັງຢາສູບໄຟຟ້າ, ຜະລິດຕະພັນຢາສູບດັ່ງໄດ້ຖືກຂາຍຜ່ານສື່ສັງຄົມອອນລາຍ ແລະ ສາມາດເຂົ້າເຖິງຢ່າງງ່າຍດາຍ ລວມທັງ ເດັກນ້ອຍ ແລະ ໄວໜຸ່ມທີ່ເຂົ້າໃຈຜິດກັນວ່າເປັນຜະລິດຕະພັນຢາສູບທັນສະໄໝ. ແຕ່ຫນ້າເສຍດາຍ, ຜະລິດຕະພັນເຫຼົ່ານີ້ເປັນການຫຼອກລວງຫຼາຍຜູ້ຊົມໃຊ້ - ເປັນອັນຕະລາຍຕໍ່ສຸຂະພາບຢ່າງຮ້າຍແຮງ ແລະ ມີຄວາມສ່ຽງຕໍ່ການຕິດ ສານນິໂກຕິນ ສຳລັບຄົນລຸ້ນໃໝ່.

ທ່ານ ນາງ Ying-Ru Lo, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: “ມີຂໍ້ມູນຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ການສູບຢາເຮັດໃຫ້ຄົນເສຍຊີວິດເກືອບ 10 ເທົ່າ ເມື່ອທຽບກັບການເສຍຊີວິດຂອງການເກີດອຸບັດຕິເຫດຕາມທ້ອງຖະໜົນໃນ ສປປ ລາວ ໃນແຕ່ລະປີ. ການເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ ເກືອບ 7,000 ຄົນ ນັ້ນ ເຂົ່ເຈົ້າເປັນ ພໍ່, ແມ່, ພໍ່ເຖົ້າ, ແມ່ເຖົ້າ ແລະ ລູກຫຼານຂອງພວກເຮົາທັງໝົດ.”

“ສປປ ລາວ ມີຄວາມຄືບໜ້າຢ່າງໃຫຍ່ຫຼວງ ແລະ ສາມາດຮັບປະກັນຜົນປະໂຫຍດດ້ານສຸຂະພາບ ແລະ ເສດຖະກິດຢ່າງມະຫາສານ ດ້ວຍການຄວບຄຸມຢາສູບທີ່ເຂັ້ມງວດ – ແລະ ພວກເຮົາມີຄວາມພາກພູມໃຈທີ່ຈະສືບຕໍ່ໃຫ້ການສະໜັບສະໜູນກະຊວງສາທາລະນະສຸກໃນຄວາມພະຍາຍາມຄວບຄຸມຢາສູບ. ຄວາມພະຍາຍາມ​ດັ່ງກ່າວນີ້ມັນ​ຮຽກ​ຮ້ອງ​ໃຫ້​ມີການຮ່ວມມືກັນຂອງ​ຫຼາຍ​ຂະ​ແໜງ​ການ, ​ລວມທັງ ​ພາສີ-​ອາກອນ, ຕຳຫຼວດ ​ແລະ ການ​ເງິນ ​ແລະ ​ແຜນການ. ການຮ່ວມມືກັນຂອງທຸກຂະແໜງການຂອງພາກລັດ ແລະ ທົ່ວສັງຄົມ ສາມາດປົກປ້ອງປະຊາຊົນຈາກພະຍາດທີ່ເກີດຈາກຢາສູບ.”

​​ໃນ​ການມາ​ຢ້ຽມຢາມ ແລະ ເຮັດວຽກ​ຄັ້ງນີ້, ມີ​ຜູ້​ຊ່ຽວຊານ​ມາຈາກ ​ກອງ​ເລຂາ​ສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ອົງການ​ອະນາ​ໄມ​ໂລກ, ອົງການ​ສະຫະ​ປະຊາ​ຊາດ ເພື່ອການພັດທະນາ, ສະມາພັນຄວບ​ຄຸມ​ຢາສູບອາຊຽນ ​ແລະ ມູນິທິລົນນະລົກ ເພື່ອການບໍ່ສູບຢາແຫ່ງປະເທດໄທ ​ແລະ ກະຊວງສາທາລະນະ​ສຸກ​ແຫ່ງ​ປະເທດໄທ.