ໃນວັນທີ 16 ພະຈິກ 2024, ທີ່ ນະຄອນຫຼວງວຽງຈັນ ສປປ ລາວ: ກິດຈະກໍາຍ່າງເພື່ອສຸຂະພາບ ທີ່ນະຄອນຫຼວງວຽງຈັນ ໃນມື້ນີ້ ຈັດຂຶ້ນໂດຍການຮ່ວມມືກັນລະຫວ່າງ ບັນດາກະຊວງ ແລະ ຄູ່ຮ່ວມພັດທະນາ ໂດຍສື່ໃຫ້ເຫັນເຖິງຄວາມສໍາຄັນຂອງບັນຫາສຸຂະພາບ ເພື່ອແກ້ໄຂບັນຫາໄພຂົ່ມຂູ່ຈາກເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ (AMR).
ກິດຈະກຳດັ່ງກ່າວ ມີຕາງໜ້າຈາກບັນດາກະຊວງ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມຫຼາຍຮ້ອຍທ່ານ ເຊິ່ງໄດ້ຍ່າງອ້ອມສວນປະຕູໄຊເພື່ອເປັນການຢືນຢັນຄວາມມຸ່ງໝັ້ນໃນການແກ້ໄຂບັນຫາເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ທ່ານ [ດຣ ໄພວັນ ແກ້ວໄປະເສີດ], ຮອງລັດຖະມົນຕີກະຊວງສາທາລະນະສຸກ;ທ່ານ ດຣ. ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ແລະ ທ່ານນາງ ຄະຢອງ ມີ ຄີມ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO).
ໃນທົ່ວໂລກ, ມີຄົນເສຍຊີວິດຢ່າງໜ້ອຍ 700 000 ຄົນຕໍ່ປີ ເນື່ອງຈາກການຕິດເຊື້ອທີ່ຕ້ານຕໍ່ຢາ. ຈຳນວນດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2050.
ພາຍໃນງານ ທ່ານ ດຣ [ໄພວັນ ແກ້ວໄປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.] ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ແມ່ນໜຶ່ງໃນໄພຂົ່ມຂູ່ດ້ານສາທາລະນະສຸກອັນດັບຕົ້ນໆ ໃນທົ່ວໂລກ ແລະ ສປປ ລາວ ກໍແມ່ນໜຶ່ງໃນນັ້ນ ເຊັ່ນກັນ, ເຊິ່ງມີຈໍານວນຄົນເສຍຊີວິດເກືອບ 750 000 ຄົນຕໍ່ປີ ເນື່ອງຈາກການຕິດເຊື້ອທີ່ຕ້ານຕໍ່ຢາ. ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ໄດ້ສ້າງຄວາມສ່ຽງຕໍ່ການແພດສະໄໝໃໝ່ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການປີ່ນປົວ ແລະ ການປະຕິບັດການແພດອື່ນໆມີຄວາມສ່ຽງຫຼາຍຂຶ້ນ.
ນອກຈາກຜົນກະທົບຕໍ່ສຸຂະພາບແລ້ວ, ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຍັງໄດ້ສົ່ງຜົນກະທົບທາງເສດຖະກິດຢ່າງໃຫຍ່ຫຼວງນໍາອີກ, ເຊິ່ງທະນາຄານໂລກ ໄດ້ຄາດຄະເນວ່າ ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ອາດຈະສົ່ງຜົນໃຫ້ເກີດຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບເພີ່ມຂຶ້ນອີກ 1 ລ້ານໆ ໂດລາສະຫະລັດ ພາຍໃນປີ 2050 ແລະ ອາດຈະສົ່ງຜົນໃຫ້ສູນເສຍລວມຍອດຜະລິດຕະພັນພາຍໃນ (GDP) ເປັນຈຳນວນເງິນ 1 ຫາ 3.4 ລ້ານໆ ໂດລາສະຫະລັດ ພາຍໃນປີ 2030.
ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເກີດຂຶ້ນເມື່ອເຊື້ອແບກທີເຣຍ, ໄວຣັສ, ເຊື້ອເຫັດ ແລະ ແມ່ກາຝາກ ມີການປ່ຽນແປງຕາມການເວລາ ແລະ ບໍ່ສາມາດຕອບສະໜອງຕໍ່ຢາຕ້ານເຊື້ອຈຸລະຊີບຕ່າງໆ ເຮັດໃຫ້ເກີດການຕິດເຊື້ອທີ່ຍາກຕໍ່ການປິ່ນປົວ.” ທ່ານຍັງໄດ້ກ່າວເພີ່ມຕື່ມວ່າ: “ຜົນຈາກການຕ້ານຕໍ່ຢາ ເຮັດໃຫ້ຢາຕ້ານເຊື້ອ ແລະ ຢາຕ້ານເຊື້ອຈຸລະຊີບອື່ນໆ ບໍ່ມີປະສິດທິພາບ ແລະ ການຕິດເຊື້ອກາຍເປັນບັນຫາທີ່ທ້າທາຍຫຼາຍຂຶ້ນ ຫຼື ບໍ່ສາມາດປິ່ນປົວໄດ້. ພວກເຮົາຈະບໍ່ໃຫ້ຢາທີ່ເປັນເຄື່ອງມືໃນການຮັກສາຊີວິດນີ້ສູນເສຍປະສິດທິພາບໄປ. ພວກເຮົາຈະຕ້ອງຈັດໃຫ້ເປັນບູລິມະສິດເພື່ອໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາ ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ແລະ ດໍາເນີນການທັນທີທັນໃດ.’’
ທ່ານນາງ ຄະຢອງ ມີ ຄີມ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ກ່າວໄວ້ວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຂະແໜງສຸຂະພາບຄົນ, ແຕ່ສຸຂະພາບສັດ, ພືດ ແລະ ຂະແໜງການລ້ຽງສັດ ແລະ ການປະມົງ ກໍໄດ້ຮັບຜົນກະທົບ ເຊັ່ນດຽວກັນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງມີແນວທາງແກ້ໄຂຈາກຫຼາຍຂະແໜງການຮ່ວມກັນ. ການຄຸ້ມຄອງປັດໄຈທີ່ພາໃຫ້ເກີດເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຕົ້ນຕໍແມ່ນການນໍາໃຊ້ຢາຕ້ານເຊື້ອແບບບໍ່ຖືກຕ້ອງ ເຊັ່ນ: ການນຳໃຊ້ຢາຕ້ານເຊື້ອ ໃນການປູກພືດ ແລະ ສົ່ງເສີມການເຕີບໃຫຍ່ຂອງສັດ ພ້ອມທັງສົ່ງເສີມການປະຕິບັດທີ່ດີ ເຊັ່ນ: ຄວາມປອດໄພທາງຊີວະພາບ, ສຸຂະອະນາໄມ ແລະ ການສັກຢາກັນພະຍາດໃນສຸຂະພາບສັດ ແລະ ພືດ, ລວມທັງການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ. ສິ່ງດັ່ງກ່າວ ແມ່ນມີຄວາມຈໍາເປັນທີ່ຈະຊ່ວຍໃຫ້ເຂົ້າໃຈເຖິງການຕ້ານ, ທ່າອ່ຽງ ແລະ ວິທີທາງແກ້ໄຂ ເພື່ອຫຼຸດຜ່ອນຄວາມຈຳເປັນໃນການນຳໃຊ້ຢາຕ້ານເຊື້ອ ແລະ ປົກປ້ອງລະບົບອາຫານຂອງພວກເຮົາ ອີກດ້ວຍ.
ງານດັ່ງກ່າວ ແມ່ນເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງສັບປະດາການປູກຈິດສໍານຶກການນຳໃຊ້ຢາຕ້ານເຊື້ອຈຸລະຊີບ ໃນທົ່ວໂລກ ແລະ ເປັນການຮັກສາຄຳໝັ້ນສັນຍາຂອງລັດຖະບານ ໃນກອງປະຊຸມລະດັບສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຄັ້ງທີ 79 ກ່ຽວກັບວຽກງານເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ.
ສປປ ລາວ ມີບາດກ້າວອັນໜັກແໜ້ນ ໃນການແກ້ໄຂບັນຫາເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ລວມທັງການພັດທະນາແຜນຍຸດທະສາດ ວ່າດ້ວຍເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຂອງ ສປປ ລາວ (2019-2023) ແລະ ການສະໜັບສະໜູນໂຄງຮ່າງການບໍລິຫານຄຸ້ມຄອງ ໂດຍຄະນະກໍາມະການເຊື້ອຈຸລະຊີບທີ່ຕ້ານຕໍ່ຢາແຫ່ງຊາດ ເຊິ່ງປະກອບມີຕາງໜ້າຈາກຫຼາຍຂະແໜງການ; ການແລກປ່ຽນຂໍ້ມູນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຢ່າງເປັນປົກກະຕິລະຫວ່າງໂຮງໝໍ ແລະ ຫ້ອງວິເຄາະ ໃນລະດັບຊາດ; ການຕິດຕາມການນໍາໃຊ້ຢາຕ້ານເຊື້ອ ໃນລະດັບຊາດ ແລະ ລະດັບພາກພື້ນ ໂດຍການລາຍງານຂໍ້ມູນເຂົ້າໃນລະບົບການເຝົ້າລະວັງການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບໃນທົ່ວໂລກ (GLASS) ຂອງ ອົງການອະນາໄມໂລກ ແລະ ການເຮັດວຽກຮ່ວມກັນກັບສະຖານທີ່ບໍລິການສາທາລະນະສຸກ ທັງພາກລັດ ແລະ ພາກເອກະຊົນ ເພື່ອປັບປຸງການຄຸ້ມຄອງ, ການເກັບຮັກສາ, ການທຳລາຍ ແລະ ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ.