ເພື່ອການສົ່ງເສີມວຽກໃຫ້ວັກຊີນກັນພະຍາດຮອບປົກກະຕິ, ກະຊວງສາທາລະນະສຸກ ຂອງ ສປປ ລາວ ໄດ້ເລີ່ມນຳໃຊ້ສື່ການໃຫ້ຄວາມຮູ້ກ່ຽວກັບວັກຊີນກັນພະຍາດທີ່ດັດປັບມາຈາກ “ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ” ຫຼື “ປຶ້ມຫົວສີບົວ” ເພື່ອຊຸກຍູ້ໃຫ້ປະຊາຊົນໃຫ້ພາລູກຫຼານມາຮັບບໍລິການວັກຊີນກັນພະຍາດຮອບປົກກະຕິ ເຊິ່ງການຜະລິດສື່ດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO), ອົງການຢູນິເຊັບ (UNICEF), ລັດຖະບານອົດສະຕຣາລີ ແລະ ອົງການກາວີ ພັນທະມິດວັກຊີນ. ສື່ເຫຼົ່ານີ້ ແມ່ນໄດ້ອອກແບບມາເພື່ອຊ່ວຍປະຊາຊົນທີ່ບໍ່ຮູ້ໜັງສື ແລະ ບັນດາຊົນເຜົ່າຕ່າງໆ ໂດຍສະເພາະ ເຊິ່ງໄດ້ເລີ່ມນໍາໃຊ້ເປັນທາງການຫຼັງສັບປະດາສັກວັກຊີນກັນພະຍາດສາກົນ ແລະ ເປັນການເນັ້ນຢໍ້າຄໍາໝັ້ນສັນຍາຂອງປະເທດຊາດໃນການປົກປ້ອງພົນລະເມືອງຂອງຕົນຈາກພະຍາດທີ່ປ້ອງກັນໄດ້ດ້ວຍວັກຊີນ.
ການຜະລິດສື່ເຫຼົ່ານີ້ ແມ່ນໄດ້ນຳພາໂດຍໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ແລະ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ເຊິ່ງໄດ້ອີງໃສ່ປຶ້ມການຕິດຕາມແມ່ ແລະ ເດັກ ທີ່ເປັນທີ່ຮູ້ຈັກ, ເຊື່ອຖືໄດ້ ແລະ ມີໃນທຸກຄອບຄົວໃນ ສປປ ລາວ. ບັນດາສື່ທີ່ໄດ້ຜະລິດ ປະກອບມີ ຊຸດວິດີໂອພາບກາຕູນເຄື່ອນໄຫວ ແລະ ແຜ່ນພັບ. ຫົວຂໍ້ ປະກອບມີ: “ຄຸນຄ່າຂອງວັກຊີນ”, “ຫຼັງຈາກລູກຂອງຂ້ອຍໄດ້ຮັບວັກຊີນກັນພະຍາດ ຈະເກີດຫຍັງຂຶ້ນ” ແລະ ຄວາມຮູ້ທົ່ວໄປ ກ່ຽວກັບ 8 ພະຍາດສໍາຄັນທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ເຊັ່ນ ພະຍາດໝາກແດງໃຫຍ່, ໝາກແດງນ້ອຍ, ໂປລີໂອ, ຄໍຕີບ, ໄອໄກ່, ອັກເສບຕັບ ບີ, ມະເຮັງປາກມົດລູກ ແລະ ພະຍາດໂຄວິດ-19.
ສື່ດັ່ງກ່າວ ແມ່ນມີທັງພາສາລາວ, ກຶມມຸ, ມົ້ງ, ອາຄາ ແລະ ພາສາອັງກິດ ເພື່ອຮັບປະກັນໃຫ້ສາມາດເຂົ້າເຖິງປະຊາຊົນຢ່າງກວ້າງຂວາງ ເຊິ່ງ ປັດຈຸບັນ, ທີມງານຈາກພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງ ໄດ້ແປເປັນພາສາທ້ອງຖິ່ນເພີ່ມເອງ. ສຳລັບການສື່ສານໃນພາສາຊົນເຜົ່າອື່ນໆ ແມ່ນຈະມອບໃຫ້ພະນັກງານແພດທ້ອງຖິ່ນ ຊ່ວຍແປເນື້ອໃນຂອງສື່ດັ່ງກ່າວ ຕາມຄວາມຈໍາເປັນ.
ທ່ານ ດຣ ນາງ ວຽງຂັນ ພິໄຊ, ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງສື່ເຫຼົ່ານີ້ສຳລັບບຸກຄະລາກອນດ່ານໜ້າ ວ່າ: "ບຸກຄະລາກອນທາງການແພດ ຈະປະເຊີນກັບຄວາມທ້າທາຍໃນການອະທິບາຍເນື້ອໃນວິທະຍາສາດ ແລະ ຄວາມປອດໄພຂອງວັກຊີນ, ໂດຍສະເພາະສື່ສານກັບຜູ້ທີ່ບໍ່ຮູ້ໜັງສື ຫຼື ມີອຸປະສັກດ້ານພາສາ. ສື່ໃໝ່ນີ້ ຈະໃຫ້ຂໍ້ມູນທີ່ຊັດເຈນ, ມີພາບປະກອບ ແລະ ມີຂໍ້ຄວາມທີ່ເຂົ້າໃຈງ່າຍ ທີ່ກ່ຽວພັນກັບ ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ເຊິ່ງເປັນປຶ້ມ ຫຼື ໜັງສືທີ່ປະຊາຊົນມີຄວາມຄຸ້ນເຄີຍ ແລະ ໄວ້ວາງໃຈ, ເຊິ່ງສື່ເຫຼົ່ານີ້ ຈະຊ່ວຍພະນັກງານແພດ ແລະ ອົງການປົກຄອງບ້ານໃນການສົ່ງເສີມວຽກງານປ້ອງກັນສຸຂະພາບໄດ້ເປັນຢ່າງດີໃນຕໍ່ໜ້າ."
ການພັດທະນາສື່ເຫຼົ່ານີ້ ແມ່ນເກີດຈາກການຄົ້ນຄວ້າໃນໄລຍະຈັດຕັ້ງປະຕິບັດຂະບວນການໃຫ້ວັກຊີນກັນພະຍາດແບບຕະລຸມບອນໃນໄລຍະກ່ອນໜ້ານີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຈໍາເປັນຕ້ອງມີເຄື່ອງມືທີ່ເປັນ "ຄູ່ມືປະຈໍາ" ເຊິ່ງຈະເປັນເຄື່ອງມືສຳຄັນສໍາລັບພະນັກງານແພດ ແລະ ນາຍບ້ານ (ຜູ້ນໍາຊຸມຊົນ) ໃນການໃຫ້ຄວາມຮູ້ແກ່ປະຊາຊົນ ໂດຍສະເພາະເວລາລົງເຄື່ອນໄຫວໂຄສະນາສຸຂະສຶກສາຕາມບ້ານເປັນປົກກະຕິ, ໃນຂະບວນການປຸກລະດົມໂຄສະນາທົ່ວປະເທດ ແລະ ການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດ ເປັນຕົ້ນ.
ທ່ານ ນາງ ນາເດຍ ລາສີ, ຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜູນຈາກ ອົງການ ກາວີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ການເລີ່ມນຳໃຊ້ສື່ທີ່ປະດິດສ້າງແບບນີ້ ຈະຊ່ວຍຊຸກຍູ້ວຽກງານໃນການປົກປ້ອງເດັກນ້ອຍໃນ ສປປ ລາວ ຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ. ການສະໜອງຂໍ້ມູນທີ່ຈະແຈ້ງ ແລະ ເຂົ້າໃຈງ່າຍ ໃຫ້ແກ່ປະຊາຊົນຫຼາກຫຼາຍຊົນເຜົ່າ ຈະຊ່ວຍໃຫ້ເຮົາສາມາດຮັບປະກັນໃຫ້ຊຸມຊົນທຸກຊຸມຊົນໃນ ສປປ ລາວ ມີຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ກັບຄຸນຄ່າ ແລະ ຄວາມປອດໄພຂອງວັກຊີນ. ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ຍັງເປັນຕົວຊ່ວຍແນະນຳຜູ້ປົກຄອງໃຫ້ພາລູກແຕ່ລະຄົນໄປຮັບວັກຊີນຕາມຕາຕະລາງໃຫ້ທັນເວລາ ແລະ ຄົບຖ້ວນ.”
ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ: “ສື່ໃໝ່ເຫຼົ່ານີ້ແມ່ນມີຄວາມສຳຄັນຫຼາຍຕໍ່ການຮັບປະກັນວ່າຊຸມຊົນທັງໝົດໃນ ສປປ ລາວ, ໂດຍສະເພາະແມ່ນຊຸມຊົນທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ໄດ້ຮັບຂໍ້ມູນກ່ຽວກັບວັກຊີນ ທີ່ຊັດເຈນ ແລະ ເຂົ້າໃຈງ່າຍ. ການສ້າງສື່ເພື່ອອຳນວຍຄວາມສະດວກໃຫ້ແກ່ພະນັກງານແພດ ແລະ ຜູ້ນໍາຊຸມຊົນນີ້ ຖືເປັນການເສີມສ້າງໃຫ້ພວກເຮົາສາມາດຮ່ວມກັນເພື່ອປົກປ້ອງສຸຂະພາບຂອງທຸກໆຄົນໃຫ້ໄດ້ດີຍິ່ງຂຶ້ນ."
ທ່ານ ບິລາລ ດູຣານີ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: “ເປັນເວລາຫຼາຍທົດສະວັດແລ້ວທີ່ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ໄດ້ເປັນຄູ່ມືທີ່ສຳຄັນຂອງບັນດາພໍ່ແມ່ ໃນ ສປປ ລາວ. ການທີ່ເຮົານຳເອົາຄຳແນະນຳໃນປຶ້ມດັ່ງກ່າວ ມາຜະລິດເປັນວິດີໂອ ແລະ ແຜ່ນພັບ ຖືວ່າເປັນການເອົາຂໍ້ມູນອັນສຳຄັນເຫຼົ່ານີ້ຝາກໄວ້ໃນມືຂອງຜູ້ປົກຄອງ ແລະ ແພດໝໍ ໃຫ້ໄປຮອດໄປເຖິງປະຊາຊົນໃນບ້ານທີ່ຢູ່ເຂດພູຜາຫ່າງໄກສອກຫຼີກທີ່ສຸດ.”
ເພື່ອຮັບປະກັນໃຫ້ບັນດາສື່ທີ່ຜະລິດອອກມາ ມີຄວາມເໝາະສົມທາງດ້ານວັດທະນະທໍາ ແລະ ມີປະສິດທິພາບ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໄດ້ທົດສອບສື່ເຫຼົ່ານີ້ກັບຫຼາຍຊຸມຊົນໃນນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ, ຜົ້ງສາລີ ແລະ ສາລະວັນ ເຊິ່ງມີສຽງຕອບຮັບໃນທາງບວກຢ່າງລົ້ນເຫຼືອ.
ໃນ ສປປ ລາວ, ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ເປັນຫຼາຍກວ່າປຶ້ມຕິດຕາມ ເພາະວ່າ ປຶ້ມນີ້ ໄດ້ມີການເຊື່ອມສານຫຼັກການການປ່ຽນແປງພຶດຕິກຳເຂົ້ານຳ ເຊິ່ງມີຮູບພາບອະທິບາຍ ແລະ ແນະນຳຜູ້ປົກຄອງໃຫ້ພາເດັກໄປຮັບວັກຊີນຕາມຕາຕະລາງ.
ສື່ທີ່ໄດ້ຜະລິດຂຶ້ນໃໝ່ ປະກອບມີ:
- ຊຸດວິດີໂອພາບກາຕູນເຄື່ອນໄຫວ ເຊິ່ງມີຫຼາຍພາສາ, ອອກແບບໂດຍສະເພາະສໍາລັບການເປີດໃນໂທລະສັບມືຖືໂດຍພະນັກງານແພດ ໃນຂະນະລົງເຄື່ອນໄຫວໃນຊຸມຊົນ.
- ແຜ່ນພັບທີ່ມີຂໍ້ມູນ ກ່ຽວກັບວັກຊີນ ທັງແບບພິມ ແລະ ດິຈິຕອນ.
ສື່ດັ່ງກ່າວ ແມ່ນອອກແບບສະເພາະເພື່ອນໍາໃຊ້ໃນຊຸມຊົນ, ແຕ່ຈະມີການເຜີຍແຜ່ຢູ່ໃນໜ້າເຟສບຸກ (Facebook) ຂອງສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ຂອງກະຊວງສາທາລະນະສຸກ ແລະ ຊ່ອງຢູທູບ (YouTube) ຂອງໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ເພື່ອໃຫ້ສະດວກແກ່ພະນັກງານແພດ ແລະ ຜູ້ອື່ນໃນການຊອກຫາ.
ໜ້າເຟສບຸກ ຂອງສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ: https://shorturl.at/SR9tZ
ຊ່ອງຢູທູບ ຂອງໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ: https://shorturl.at/SqWea