© WHO/Phoonsab Thevongsa
A team of experts from around the world are in Lao PDR for the country’s 2nd Joint External Evaluation (JEE) - taking part in discussions, meeting health officials, and visiting facilities to understand current health security strengths and gaps.
© Credits

ສປປ ລາວ ສືບຕໍ່ຍົກສູງຄວາມໝັ້ນຄົງດ້ານສາທາລະນະສຸກ ຜ່ານການຈັດຕັ້ງປະຕິບັດການປະເມີນຮ່ວມພາຍນອກ ໃນການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ຄັ້ງທີ 2

21 March 2025
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ກະຊວງສາທາລະນະສຸກ ສປປ ລາວ ໂດຍຮ່ວມມືກັບອົງການອະນາໄມໂລກ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ສຳເລັດການປະເມີນຮ່ວມພາຍນອກ (JEE) ຂອງການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ຄັ້ງທີ 2 ໃນລະຫວ່າງວັນທີ 17-21 ມີນາ 2025 ເຊິ່ງເປັນບາດກ້າວທີ່ສໍາຄັນໃນວຽກງານການຍົກສູງຂີດຄວາມອາດສາມາດໃນການກະກຽມຄວາມພ້ອມເພື່ອຮອງຮັບເຫດການສຸກເສີນດ້ານສາທາລະນະສຸກ. ການປະເມີນດັ່ງກ່າວ ແມ່ນເພື່ອເສີມຂະຫຍາຍຄວາມອາດສາມາດໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍ ຄວາມໝັ້ນຄົງດ້ານສຸຂະພາບ ໂດຍອີງຕາມຜົນໄດ້ຮັບຈາກການປະເມີນຮ່ວມພາຍນອກຄັ້ງທຳອິດ ໃນ 2017.

ການປະເມີນຮ່ວມພາຍນອກ ເປັນກົນໄກທີ່ສໍາຄັນສໍາລັບການປະເມີນໃນການເສີມຂະຫຍາຍ ແລະ ພັດທະນາຂີດຄວາມສາມາດຂອງປະເທດສະມາຊິກ ພາຍໃຕ້ກົດລະບຽບສາກົນດ້ານສາທາລະນະສຸກ (IHR) 2005 ເປັນຕົ້ນ ການປະເມີນຂີດຄວາມສາມາດໃນການກໍານົດບັນຫາ ແລະ ຂໍ້ຄົງຄ້າງທີ່ເກີດຂື້ນໃນຂົງເຂດວຽກງານສາທາລະນະສຸກ, ກໍານົດວຽກງານທີ່ເປັນບູລິມະສິດ ເພື່ອຮັບປະກັນໃຫ້ວຽກງານການກະກຽມຄວາມພ້ອມມີປະສິດທິພາບ ແລະ ປະສິດທິຜົນ ກໍຄືການເສີມສ້າງຄວາມອາດສາມາດໃນການຄົ້ນຫາການລະບາດໃຫ້ໄດ້ໄວແຕ່ຫົວທີ  ແລະ ໂຕ້ຕອບໄດ້ຢ່າງທັນການ ພ້ອມທັງກໍານົດງົບປະມານໃຫ້ເໝາະສົມຕໍ່ການພັດທະນາວຽກງານສາທາລະນະສຸກ.

ທ່ານ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ສາດສະດາຈານ ກິດຕິມະສັກ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ສປປ ລາວ ເປັນໜຶ່ງໃນ 4 ປະເທດ ທີ່ຢູ່ໃນຂົງເຂດພາກພື້ນປາຊິຟິກຕາເວັນຕົກ ທີ່ໄດ້ສຳເລັດການປະເມີນຮ່ວມພາຍນອກ ເຊິ່ງ ສປປ ລາວ ມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ເສີມສ້າງຂີດຄວາມສາມາດ ໂດຍຜ່ານການປະກອບສ່ວນດ້ານງົບປະມານຈາກລັດຖະບານ, ການລົງທຶນໃສ່ຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງດ້ານສາທາລະນະສຸກທີ່ຈຳເປັນ. ທຸກຂໍ້ແນະນຳຈາກບັນດາຊ່ຽວຊານທີ່ມາຮ່ວມປະເມີນກັບພວກເຮົາໃນຄັ້ງນີ້ ຈະນຳໄປພິຈາລະນາໃນການປັບປຸງແຜນງານແຫ່ງຊາດ ວ່າດ້ວຍຄວາມໝັ້ນຄົງດ້ານສຸຂະພາບ ພ້ອມທັງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃນແຕ່ລະຂົງເຂດວຽກງານ ແລະ ສືບຕໍ່ຊຸກຍູ້ການພັດທະນາຂີດຄວາມສາມາດໃນການກະກຽມຄວາມພ້ອມເພື່ອຮອງຮັບຕໍ່ເຫດສຸກເສີນຕ່າງໆ.”

ການປະເມີນຮ່ວມພາຍນອກຄັ້ງນີ້ ນຳພາໂດຍຊ່ຽວຊານວຽກງານຄວາມໝັ້ນຄົງດ້ານສາທາລະນະສຸກ ດຣ ຈີນາ ຊາມານ, ຜູ້ອຳນວຍການວຽກງານເຫດສຸກເສີນດ້ານສາທາລະນະສຸກ ປະຈຳພາກພື້ນປາຊີຟິກຕາເວັນຕົກ ຂອງອົງການອະນາໄມໂລກ ແລະ ດຣ ເຮັ້ງ ອໍເມວ, ຊ່ຽວຊານອິດສະຫຼະ ຈາກປະເທດໂຮນລັງ ພ້ອມທັງ ທີມຜູ້ຊ່ຽວຊານ ໄດ້ຮ່ວມປະເມີນກັບ ກະຊວງສາທາລະນະສຸກ ຂອງ ສປປ ລາວ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງອື່ນໆ ແລະ ຊ່ຽວຊານພາຍໃນປະເທດ ເຊິ່ງການປະເມີນຮ່ວມພາຍນອກຄັ້ງນີ້ ໄດ້ມີຜູ້ຊ່ຽວຊານຈາກຫຼາຍປະເທດເຂົ້າຮ່ວມປະເມີນ ແລະ ໃຫ້ຄຳແນະນຳ ເປັນຕົ້ນ ຊ່ຽວຊານຈາກປະເທດອົດສະຕຣາລີ, ການາດາ, ເນປານ, ນິວຊີແລນ, ສິງກະໂປ, ສະຫະລັດອາເມລິກາ ແລະ ສະຫະລາຊະອານາຈັກອັງກິດ ເພື່ອໃຫ້ແນວຄວາມຄິດ ແລະ ຄຳແນະນຳທາງດ້ານວິຊາການທີ່ເປັນປະໂຫຍດສູງສຸດ.

ນຳໃຊ້ການປະເມີນຮ່ວມພາຍນອກເພື່ອສົ່ງເສີມການຮ່ວມມືຈາກຫຼາຍພາກສ່ວນ

ວຽກງານຄວາມໝັ້ນຄົງດ້ານສາທາລະນະສຸກ ບໍ່ແມ່ນວຽກງານຂອງຂະແໜງສາທາລະນະສຸກພຽງຝ່າຍດຽວ ແລະ ຍັງເປັນວຽກງານທີ່ຕ້ອງມີວິທີການແກ້ໄຂບັນຫາ ແລະ ປະສານງານແບບລວມສູນ ຈາກຫຼາຍຂະແໜງການ ແລະ ຫຼາຍຂົງເຂດວຽກງານ. ສໍາລັບເຄື່ອງມືຕິດຕາມ ແລະ ປະເມີນພາຍໃຕ້ກົດລະບຽບສາກົນດ້ານຄວາມໝັ້ນຄົງດ້ານສາທາລະນະສຸກ ລວມມີການປະເມີນຮ່ວມພາຍນອກ ເຊິ່ງຖືເປັນເຄື່ອງມືທີ່ສໍາຄັນໃຫ້ບັນດາປະເທດສະມາຊິກ ໃນການຂໍການມີສ່ວນຮ່ວມທາງດ້ານວິຊາການຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອເສີມສ້າງຄວາມໝັ້ນຄົງທາງດ້ານສຸຂະພາບ.

ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານ ແຫ່ງ ສປປ ລາວ ໃນການຍົກລະດັບຄວາມໝັ້ນຄົງດ້ານສຸຂະພາບ ເຊິ່ງທ່ານໄດ້ກ່າວວ່າ: “ໃນການປະເມີນຮ່ວມພາຍນອກຄັ້ງນີ້, ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງລັດຖະບານທຸກຂັ້ນ ແລະ ທຸກຂົງເຂດວຽກງານ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ແຫ່ງ ສປປ ລາວ ເຊິ່ງຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຜົນຂອງການປະເມີນໃນຄັງນີ້ຈະຖືກນຳເອົາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເພື່ອສ້າງລະບົບຄວາມໝັ້ນຄົງດ້ານສຸຂະພາບແຫ່ງຊາດທີ່ເຂັ້ມແຂງ. ສປປ ລາວ ຍັງໄດ້ເປັນຕົວຢ່າງທີ່ດີ  ທີ່ສະແດງໃຫ້ເຫັນວ່າ ບັນດາປະເທດສະມາຊິກ ສາມາດນຳໃຊ້ເຄື່ອງມືການປະເມີນຂອງກົດລະບຽບສາກົນດ້ານຄວາມໝັ້ນຄົງດ້ານສາທາລະນະສຸກ ໃນການກຳນົດບັນຫາ ແລະ ຂໍ້ຄົງຄ້າງພ້ອມທັງຊຸກຍູ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານທີ່ເປັນບູລິມະສິດ ຢ່າງຕັ້ງໜ້າ.”

ນອກຈາກການປະເມີນຮ່ວມພາຍນອກ, ສປປ ລາວ ຍັງໄດ້ນຳໃຊ້ເຄື່ອງມືອື່ນໆ ເປັນຕົ້ນ  ການລາຍງານຄວາມອາດສາມາດຂອງການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ແລະ ການປະເມີນໃນລະຫວ່າງ ແລະ ພາຍຫຼັງການໂຕ້ຕອບຕໍ່ການລະບາດ ເພື່ອເປັນແນວທາງໃນການປຶກສາຫາລືຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຈາກຫຼາຍຂະແໜງການ ແລະ ປະເມີນຂີດຄວາມສາມາດຂອງແຕ່ລະຂະແໜງການ ກໍຄືການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄວາມໝັ້ນຄົງດ້ານສາທາລະນະສຸກ ຢ່າງຕັ້ງໜ້າ.

ການກຳນົດບູລິມະສິດສຳລັບວຽກງານດ້ານຄວາມໝັ້ນຄົງດ້ານສາທາລະນະສຸກ

ຈາກການປະເມີນຮ່ວມພາຍນອກຄັ້ງນີ້ ໄດ້ມີຄຳແນະນຳສຳຄັນຫຼາຍຂໍ້ ເພື່ອເສີມສ້າງຄວາມອາດສາມາດດ້ານຄວາມໝັ້ນຄົງດ້ານສຸຂະພາບຂອງ ສປປ ລາວ ເຊິ່ງປະກອບມີ:

  • ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການປະສານງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ໂດຍສອດຄ່ອງກັບການປັບປຸງກົດລະບຽບສາກົນດ້ານສາທາລະນະສຸກ ສະບັບປີ 2005.
  • ເພີ່ມຕົວເລກບຸກຄະລາກອນທີ່ມີຄວາມຊຳນານໃນຂົງເຂດວຽກງານຄວາມໝັ້ນຄົງດ້ານສາທາລະນະສຸກ, ປັບປຸງການແຈກຢາຍຂອງພະນັກງານໃຫ້ເໝາະສົມກັບແຕ່ລະພື້ນທີ່ ແລະ ຝຶກອົບຮົມໃຫ້ແກ່ພະນັກງານແຕ່ລະຂະແໜງການ ເພື່ອກະກຽມຄວາມພ້ອມໃນການຮັບມືກັບເຫດສຸກເສີນທາງດ້ານສາທາລະນະສຸກທີ່ອາດເກີດຂຶ້ນໃນອະນາຄົດ.
  • ວາງບູລິມະສິດໃສ່ການຈັດສັນງົບປະມານລັດໃຫ້ມີຄວາມຍືນຍົງ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ແລະ ປັບປຸງຂັ້ນຕອນການຂໍ ແລະ ນຳໃຊ້ງົບປະມານສຳຮອງສຳລັບການໂຕ້ຕອບຕໍ່ເຫດສຸກເສີນດ້ານສາທາລະນະສຸກຢ່າງວ່ອງໄວ ແລະ ມີປະສິດທິພາບ.

ສປປ ລາວ ຈະນຳເອົາບັນດາຄຳແນະນຳເຫຼົ່ານີ້ ເພື່ອໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ໃນເວທີພາກພື້ນ ແລະ ວຽກງານບູລິມະສິດພາຍໃຕ້ກອບແຜນງານພາກພື້ນອາຊີປາຊີຟິກ ວ່າດ້ວຍຄວາມໝັ້ນຄົງດ້ານສຸຂະພາບ (APHSAF) ເພື່ອສ້າງຄວາມເຂັ້ມແຂງ ແລະ ໝັ້ນຄົງໃຫ້ແກ່ລະບົບສາທາລະນະສຸກ ແລະ ຂົງເຂດວຽກງານອື່ນໆທີ່ກ່ຽວຂ້ອງ. ຄຳແນະນຳທີ່ໄດ້ຈາກການປະເມີນຮ່ວມພາຍນອກໃນຄັ້ງນີ້ ຍັງຈະໄດ້ນຳໄປພິຈາລະນາໃນການປັບປຸງແຜນງານແຫ່ງຊາດ ວ້າດ້ວຍຄວາມໝັ້ນຄົງດ້ານສຸຂະພາບ ແລະ ອຳນວຍຄວາມສະດວກໃຫ້ແກ່ການວາງບູລິມະສິດໃນວຽກງານການສ້າງຂີດຄວາມສາມາດຂອງ ສປປ ລາວ ໃນການກະກຽມຄວາມພ້ອມເພື່ອຮອງຮັບຕໍ່ເຫດການສຸກເສີນທີ່ອາດເກີດຂຶ້ນໃນອະນາຄົດ.