20 ທັນວາ 2023, ນະຄອນຫຼວງວຽງຈັນ, ສປປ ລາວ: ມື້ນີ້, ກະຊວງສາທາລະນະສຸກ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ອົງການອະນາໄມໂລກ (WHO) ໄດ້ເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 3 ແລະ ທີ 4 ທີ່ໂຮງໝໍແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຖືວ່າເປັນບາດກ້າວອັນສໍາຄັນສໍາລັບການຍົກລະດັບຄວາມອາດສາມາດຂອງປະເທດໃນການສະໜອງການບຳບັດດ້ວຍອົກຊີແຊນ. ເຄື່ອງຜະລິດອົກຊີແຊນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະ
ໜູນຈາກອົງການອະນາໄມໂລກ ແລະ ຈະສະໜອງຄວາມສາມາດຂອງແຂວງໃນການຜະລິດອົກຊີແຊນເປັນຄັ້ງທຳອິດ.
ເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ແມ່ນ 2 ໃນ 3 ເຄື່ອງ ທີ່ສະໜອງໂດຍອົງການອະນາໄມໂລກ ເຊິ່ງແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອ ທີ່ມີມູນຄ່າ 33.5 ຕື້ ກີບ (1.7 ລ້ານ ໂດລາສະຫະລັດ) ເຊິ່ງເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ຈະສາມາດສະໜອງອົກຊີແຊນພຽງພໍເພື່ອຊ່ວຍເຫຼືອຄົນເຈັບຫຼາຍສິບພັນຄົນໄດ້ໃນແຕ່ລະປີ. ເຄື່ອງຜະລິດອົກຊີແຊນເຄື່ອງທຳອິດຂອງປະເທດ ແມ່ນໄດ້ເປີດການນຳໃຊ້ໃນເດືອນກຸມພາ ປີ 2023 ຢູ່ໂຮງໝໍແຂວງຈຳປາສັກ ໂດຍໄດ້ຮັບການຊ່ວຍເຫຼືອຈາກກອງທຶນໂລກ (GF) ແລະ ກອງທຶນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງຄລິນເຕິນ, ໃນຂະນະທີ່ເຄື່ອງຜະລິດອົກຊີແຊນເຄື່ອງທີ່ສອງ ເຊິ່ງໄດ້ຮັບການສະໜອງໂດຍອົງການອະນາໄມໂລກ ແມ່ນໄດ້ເປີດການນຳໃຊ້ໃນເດືອນກັນຍາ 2023 ຢູ່ທີແຂວງສະຫວັນນະເຂດ.
VIPs participate in the opening ceremony of Luang Prabang Provincial Hospital’s new oxygen plant. WHO/Somlith KHOUNPASEUTH
ການຊ່ວຍເຫຼືອຂອງອົງການອະນາໄມໂລກຄັ້ງນີ້ ຈະເຮັດໃຫ້ໂຮງໝໍແຂວງທັງ 3 ແຫ່ງ ສາມາດຜະລິດອົກຊີແຊນດ້ວຍຕົນເອງເປັນຄັ້ງທຳອິດ ເຊິ່ງຈະສາມາດຜະລິດໄດ້ສູງສຸດເຖິງ 75 000 ບັ້ງຕໍ່ປີ. ອົກຊີແຊນເຫຼົ່ານີ້ຈະສາມາດຊ່ວຍເຫຼືອຊີວິດຄົນເຈັບໃນລະຫວ່າງການຜ່າຕັດ, ການປິ່ນປົວແມ່ ແລະ ເດັກ ແລະ ສຳລັບຄົນເຈັບທີ່ເປັນພະຍາດຫົວໃຈວາຍ, ພະຍາດຫອບຫືດ ຫຼື ອັກເສບປອດ. ນອກຈາກນີ້, ຄວາມອາດສາມາດໃນການຜະລິດອົກຊີແຊນຂອງທ້ອງຖິ່ນທີ່ເພີ່ມຂຶ້ນ ຈະຊ່ວຍປົກປ້ອງໂຮງໝໍ ແລະ ຄົນເຈັບຈາກຄ່າໃຊ້ຈ່າຍສຳລັບຊື້ອົກຊີແຊນທີ່ເພີ່ມຂຶ້ນຈາກໄພເງິນເຟີ້.
ອົກຊີແຊນທາງດ້ານການແພດ ເປັນການປິ່ນປົວທີ່ຊ່ວຍຮັກສາຊີວິດຈາກບັນດາພະຍາດຕ່າງໆ, ລວມທັງພະຍາດໂຄວິດ-19. ໃນ ສປປ ລາວ, ພື້ນຖານໂຄງລ່າງໃນການຜະລິດອົກຊີແຊນ ແມ່ນມີຈຳກັດ ແລະ ອາໄສການນຳເຂົ້າອົກຊີແຊນແຫຼວຈາກປະເທດເພື່ອນບ້ານ ຄື ປະເທດຫວຽດນາມ ຫຼື ປະເທດໄທ. ໃນລະຫວ່າງພາວະສຸກເສີນດ້ານສາທາລະນະສຸກ ເຊັ່ນ ການລະບາດຂອງພະຍາດໂຄວິດ-19 ສາມາດສົ່ງຜົນກະທົບຕໍ່ຄວາມສາມາດໃນການສະໜອງອົກຊີແຊນ ເນື່ອງຈາກມີຄວາມຕ້ອງການເພີ່ມຂຶ້ນ.
A patient in Savannakhet Provincial Hospital receives medical oxygen. WHO/Will Seal
ໃນຂະນະລົງຢ້ຽມຢາມເບິ່ງເຄື່ອງຜະລິດອົກຊີແຊນ ທີ່ໂຮງໝໍແຂວງຫຼວງພະບາງ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງອົງການອະນາໄມໂລກ ໂດຍໄດ້ກ່າວວ່າ: “ການຊ່ວຍເຫຼືອຂອງອົງການອະນາໄມໂລກໃນການຕິດຕັ້ງ ແລະ ເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນຢູ່ທີ່ໂຮງໝໍແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ມີຄວາມສຳຄັນຫຼາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງສຳລັບການປິ່ນປົວຮັກສາສຸຂະພາບ, ການປັບປຸງຄວາມອາດສາມາດໃນການໂຕ້ຕອບໃນສະຖານະການສຸກເສີນ, ການຍົກລະດັບຄຸນນະພາບໂດຍລວມຂອງການປິ່ນປົວຮັກສາສຸຂະພາບ ຢູ່ໃນ 2 ແຂວງ ແລະ ການຫຼຸດຜ່ອນຄ່າໃຊ້ຈ່າຍສຳລັບການປິ່ນປົວ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອຢ່າງຕໍ່ເນື່ອງຈາກອົງການອະນາໄມໂລກ ເພື່ອຊ່ວຍຮັບປະກັນໃຫ້ທຸກຄົນມີສຸຂະພາບທີ່ດີ ໃນ ສປປ ລາວ."
ຄຽງຄູ່ກັບລະບົບການຜະລິດ ແລະ ຕື່ມອົກຊີແຊນ, ການສະໜັບສະໜູນຍັງລວມມີການກໍ່ສ້າງສິ່ງອຳນວຍຄວາມສະດວກ, ເຄື່ອງຜະລິດໄຟຟ້າສຳຮອງ, ເຄື່ອງອາໄຫຼ່ ທີ່ສາມາດໃຊ້ໃນ 3 ປີທຳອິດ, ບັ້ງບັນຈຸອົກຊີແຊນ ຈໍານວນ 200 ບັ້ງໃນແຕ່ລະຈຸດ ແລະ ການຝຶກອົບຮົມໃຫ້ນັກວິຊາການແຕ່ລະໂຮງໝໍ.
VIPs participate in the opening ceremony of Luang Prabang Provincial Hospital’s new oxygen plant. WHO/Somlith KHOUNPASEUTH
ທ່ານ ນາງ ດຣ ຢູ ລີ ປາກ, ຮັກສາການຜູ້ຕາງໜ້າ ອົງການອະນາໄມໂລກ ໄດ້ກ່າວວ່າ: "ອົກຊີແຊນ ເປັນອົງປະກອບທີ່ສຳຄັນໃນການປິ່ນປົວຄົນເຈັບທີ່ມີອາການເຈັບເປັນຕ່າງໆ ໂດຍສະເພາະການເຈັບເປັນທາງລະບົບຫາຍໃຈ ແລະ ຢູ່ໃນກໍລະນີສຸກເສີນຕ່າງໆ. ການມີເຄື່ອງຜະລິດອົກຊີແຊນ ຈະຊ່ວຍຮັບປະກັນໃຫ້ໂຮງໝໍແຂວງເຫຼົ່ານີ້ ມີການກຽມພ້ອມທີ່ດີ ໃນການປິ່ນປົວຄົນເຈັບໃນຂັ້ນວິກິດ ແລະ ສຸກເສີນໃນທາງການແພດຢ່າງມີປະສິດທິພາບ ແລະ ສາມາດເຂົ້າເຖິງໄດ້. ອົງການອະນາໄມໂລກ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະຊວງສາທາລະນະສຸກ ເພື່ອປັບປຸງລະບົບການປິ່ນປົວຮັກສາສຸຂະພາບຂອງ ສປປ ລາວ, ເພີ່ມຄວາມອາດສາມາດໃນການຜະລິດ ແລະ ສະໜອງອົກຊີແຊນ ແລະ ຮັບປະກັນໃຫ້ທຸກຄົນມີສຸຂະພາບທີ່ດີ.”
ການສະໜອງອົກຊີແຊນຖືເປັນໜຶ່ງໃນບັນດາວຽກງານບູລິມະສິດສຳລັບອົງການອະນາໄມໂລກໃນການຊ່ວຍເຫຼືອ ສປປ ລາວ ທັງລະຫວ່າງ ແລະ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ເຊິ່ງອົງການອະນາໄມໂລກໄດ້ເຮັດວຽກປະສານງານຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາຕໍ່ກັບວຽກງານດັ່ງກ່າວ. ການຊ່ວຍເຫຼືອດັ່ງກ່າວລວມມີ ການສະໜອງອົກຊີແຊນ ແລະ ອຸປະກອນອົກຊີແຊນທາງການແພດ, ການຝຶກອົບຮົມພະນັກງານແພດໝໍ ແລະ ການຊ່ວຍເຫຼືອດ້ານວິຊາການ ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນໃນໄລຍະຍາວ ເພື່ອປັບປຸງການບໍລິການທາງດ້ານສາທາລະນະສຸກ ແລະ ສ້າງລະບົບສາທາລະນະສຸກທີ່ໝັ້ນຄົງ ແລະ ຍືນຍົງ.
ຊ່ອງທາງຕິດຕໍ່:
ກະຊວງສາທາລະນະສຸກ ສປປ ລາວ
ທ່ານ ວິສິດ ຄຳລືຊາ
ຫົວໜ້າການສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ
ໂທ: +856 20 2250 2862
ອີເມວ: vkhamlusa@yahoo.com
ອົງການອະນາໄມໂລກ ປະຈຳ ສປປ ລາວ
ທ່ານ ວິວ ຊຽວ (Will Seal)
ຫົວໜ້າໜ່ວຍງານການສື່ສານເພື່ອສຸຂະພາບ
ໂທ: +856 20 5551 0788
ອີເມວ: sealw@who.int