© WHO/Enric Catala
Nurse giving mother health education during regular house visit.
© Credits

ການບັນລຸສິດທິດ້ານສຸຂະພາບ: ເສັ້ນທາງສູ່ການຟື້ນຕົວ ແລະ ການເຕີບໂຕຂອງ ສປປ ລາວ

22 April 2024
Joint News Release

ໃນຂະນະທີ່ທົ່ວໂລກກຳລັງປະເຊີນໜ້າກັບຜົນກະທົບພາຍຫຼັງການລະບາດຂອງພະຍາດໂຄວິດ-19, ວິກິດການດ້ານເສດຖະກິດ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ໄດ້ເຮັດໃຫ້ສິດທິດ້ານສຸຂະພາບຂອງທຸກຄົນ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ເຖິງຢ່າງໃດກໍຕາມ, ໃນ ສປປ ລາວ, ການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກແຫ່ງ ສປປ ລາວ, ລັດຖະບານລຸກຊໍາບວກ ແລະ 3 ອົງການໃນເຄືອສະຫະປະຊາຊາດ ກໍຄື ອົງການ UNICEF, UNFPA ແລະ ອົງການອະນາໄມໂລກ (WHO) ພວມເນັ້ນໜັກໃສ່ຍຸດທະສາດທີ່ມີຄວາມໜ້າປະທັບໃຈໃນການປົກປ້ອງສິດທິດ້ານສຸຂະພາບຂອງທຸກຄົນ ພ້ອມທັງຊຸກຍູ້ວຽກງານການພັດທະນາຂອງປະເທດ. ການ​ຮ່ວມ​ມື​ດັ່ງກ່າວ ​ແມ່ນ​ແຜນງານ​ຮ່ວມລະຫວ່າງ​ອົງການ​ສະຫະ​ປະຊາ​ຊາດ ​ເຊິ່ງມີຍຸດ​ທະ​ສາດເນັ້ນໜັກໃສ່ການ​ລົງທຶນ​ໃສ່ຂະແໜງສາທາລະນະສຸກ ​ກວມ​ເອົາວຽກງານ​ສຸຂະພາບ​ຈະເລີນ​ພັນ, ​ແມ່, ເດັກ​ເກີດ​ໃໝ່, ​ເດັກ ​ແລະ ​ໄວໜຸ່ມ.

ເນື້ອໃນຫຼັກຂອງຍຸດທະສາດດັ່ງກ່າວມີຫຼາຍອົງປະກອບ ເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ການບໍລິການສຸຂະພາບຂັ້ນຕົ້ນ ຜ່ານການພັດທະນາຂີດຄວາມສາມາດຂອງຜູ້ໃຫ້ບໍລິການ; ການສະໜັບສະໜູນດ້ານອຸປະກອນ, ຢາ ແລະ ວັກຊີນ; ແລະ ການປັບປຸງລະບົບຂໍ້ມູນ ໂດຍເນັ້ນໃສ່ການເບິ່ງແຍງເດັກໃນໄລຍະ 1000 ວັນທໍາອິດໃນຊີວິດຂອງເຂົາເຈົ້າ. ແນ່ນອນວ່າ ພະນັກງານ​ສາທາລະນະສຸກ ແມ່ນຜູ້​ນຳ​ແນວໜ້າໃນວຽກງານອັນ​ໃຫຍ່​ຫຼວງ​ນີ້ ເພື່ອສະໜອງ​ການ​ບໍລິການ​ທີ່​ຈຳ​ເປັນ​ຢູ່ໃນ​ເຂດ​ຊົນນະບົດ ​ແລະ ​ເຂດທີ່ເຂົ້າເຖິງ​ຍາກ. ດັ່ງນັ້ນ, ການເສີມສ້າງທັກສະຂອງເຂົາເຈົ້າ ແລະ ຮັບປະກັນໃຫ້ພວກເຂົາສາມາດເຂົ້າເຖິງຊັບພະຍາກອນທີ່ຈໍາເປັນຕ່າງໆ ບໍ່ແມ່ນພຽງແຕ່ເປັນການລົງທຶນໃສ່ອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການລົງທຶນໃສ່ພື້ນຖານໂຄ່ງລ່າງດ້ານສາທາລະນະສຸກແຫ່ງຊາດ.

ແຜນງານຂອງພວກເຮົາ ຍັງສຸມໃສ່ຄວາມສໍາຄັນດ້ານສຸຂະພາບຂອງໄວໜຸ່ມເຊັ່ນດຽວກັນ. ໄວໜຸ່ມ ແມ່ນກຸ່ມປະຊາກອນທີ່ສຳຄັນຂອງ ສປປ ລາວ ແລະ ການເປັນຢູ່ທີ່ດີຂອງເຂົາເຈົ້າ ກໍມີຜົນໂດຍກົງຕໍ່ອະນາຄົດຂອງປະເທດ. ຖ້າເຮົາສາມາດຕອບສະໜອງຄວາມຕ້ອງການດ້ານສຸຂະພາບ ລວມທັງສຸຂະພາບຈິດ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງ ດ້ານໂພຊະນາການຂອງເຂົາເຈົ້າ, ພວກເຮົາຈະສາມາດສະໜັບສະໜູນການພັດທະນາຕົວບຸກຄົນ ແລະ ສ້າງອະນາຄົດຈະເລີນຮຸ່ງເຮືອງໃຫ້ແກ່ ສປປ ລາວ. ທີ່ສຳຄັນທີ່ສຸດ, ແຜນງານ​ດັ່ງກ່າວ ​ຍັງ​ໄດ້​ເນັ້ນ​ໜັກ​ໃສ່​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ການ​ປະສານ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ ກັບ​ບັນດາ​ຄູ່​ຮ່ວມງານ ເພື່ອສົມທົບ​ປະສານງານກັນ​ຢ່າງ​ແໜ້ນ​ແຟ້ນ.

ນັບຕັ້ງແຕ່ການລິເລີ່ມໃນປີ 2011 ເປັນຕົ້ນມາ, ແຜນງານຮ່ວມນີ້ ປັດຈຸບັນ ແມ່ນຢູ່ໃນໄລຍະທີ 3 ແລະ ສະແດງໃຫ້ເຫັນເຖິງແນວທາງທີ່ມຸ່ງໜ້າໃສ່ການຮັບປະກັນສິດທິດ້ານສຸຂະພາບໃຫ້ແກ່ທຸກຄົນໃນ ສປປ ລາວ ແລະ ໄດ້ບັນລຸຄວາມຄືບໜ້າ ຫຼາຍຢ່າງເຊັ່ນ: ການຫຼຸດອັດຕາການເສຍຊີວິດຂອງເດັກເກີດໃໝ່ ແລະ ເດັກນ້ອຍ ເຊິ່ງໃນປັດຈຸບັນ ແມ່ນຢູ່ທີ່ອັດຕາ 12 ຄົນຕໍ່ 1000 ການເກີດທີ່ມີຊີວິດ ສໍາລັບເດັກເກີດໃໝ່ ແລະ 28 ຄົນຕໍ່ 1000 ການເກີດທີ່ມີຊີວິດ ສໍາລັບເດັກລຸ່ມ 5 ປີ, ຕາມລໍາດັບ; ອັດຕາການເສຍຊີວິດຂອງແມ່ ແມ່ນຫຼຸດລົງຢ່າງຫຼວງຫຼາຍໃນທົດສະວັດທີ່ຜ່ານມາ ເຊິ່ງຢູ່ທີ່ 126 ຄົນຕໍ່ 100 000 ການເກີດທີ່ມີຊີວິດ ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດສໍາລັບປີ 2023. ເຖິງຢ່າງໃດກໍຕາມ, ຄວາມພະຍາຍາມຂອງພວກເຮົາຍັງຖືກກີດຂວາງຈາກການລະບາດຂອງພະຍາດໂຄວິດ-19 ຢ່າງຫຼວງຫຼາຍ, ພ້ອມທັງກີດຂວາງການບໍລິການດ້ານສຸຂະພາບ ແລະ ເຮັດໃຫ້ລະບົບສຸຂະພາບມີຄວາມອ່ອນແອ. ສະນັ້ນ, ວຽກງານບູລິມະສິດຂອງງເຮົາ ຈຶ່ງເນັ້ນໜັກໃສ່ການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ໂດຍສະເພາະແມ່ນໃນບັນດາບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຊຸມຊົນທີ່ດ້ອຍໂອກາດ.

ການລົງຢ້ຽມຢາມຮ່ວມກັນຂອງ ກະຊວງສາທາລະນະສຸກ, ສະຖານທູດລຸກຊໍາບວກ ປະຈຳ ສປປ ລາວ, ອົງການ UNICEF, UNFPA ແລະ ອົງການອະນາໄມໂລກ ທີ່ແຂວງບໍ່ແກ້ວ ໃນທ້າຍປີທີ່ຜ່ານມາ ກໍໄດ້ຍົກໃຫ້ເຫັນເຖິງວຽກງານທີ່ຍັງຄົງຄ້າງ ລວມທັງວຽກງານການຫຼຸດຜ່ອນອັດຕາການເຈັບເປັນ ແລະ ການຕາຍຂອງແມ່, ພ້ອມທັງຄວາມຕ້ອງການທີ່ບໍ່ໄດ້ຮັບການຕອບສະໜອງສໍາລັບການສະໜັບສະໜູນດ້ານການວາງແຜນຄອບຄົວ.

ເຖິງວ່າພວກເຮົາປະເຊີນກັບຄວາມຍາກລໍາບາກ, ແຕ່ພວກເຮົາຍັງແນມເຫັນໂອກາດ. ເຮົາສາມາດສ້າງຄວາມຄືບໜ້າໄດ້ ຖ້າມີການລົງທຶນ ແລະ ຄໍາໝັ້ນສັນຍາທີ່ເໝາະສົມຮ່ວມກັນ. ຍົກຕົວຢ່າງ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະຕຸກຊຸກຍູ້ໃຫ້ມີນະວັດຕະກໍາດ້ານສຸຂະພາບ, ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີດິຈິຕອນ ໃນການໃຫ້ບໍລິການສຸຂະພາບ, ເຊິ່ງໄດ້ກາຍເປັນເຄື່ອງມືທີ່ສໍາຄັນໃນການຜັນຂະຫຍາຍການເຂົ້າເຖິງການປິ່ນປົວສຸຂະພາບໃນປະເທດ. ຄວາມຄືບໜ້າທີ່ກ່າວມານີ້ ບໍ່ໄດ້ເປັນພຽງແຕ່ມາດຕະການຊົ່ວຄາວ, ແຕ່ສາມາດກ້າວໄປເປັນລະບົບການດູແລສຸຂະພາບທີ່ມີຄວາມທົນທານ ແລະ ເຂົ້າເຖິງງ່າຍຂຶ້ນ, ເຊິ່ງສາມາດເອົາຊະນະຕໍ່ຄວາມກົດດັນຈາກການປ່ຽນແປງດິນຟ້າອາກາດ ແລະ ໄພຂົ່ມຂູ່ອື່ນໆຂອງໂລກ.

ຍ້ອນວ່າ ສປປ ລາວ ກໍາລັງຢືນຢູ່ຈຸດຂ້າມຜ່ານ, ການຮ່ວມມືລະຫວ່າງກະຊວງສາທາລະນະສຸກ, ປະເທດລຸກຊໍາບວກ ແລະ ອົງການສະຫະປະຊາຊາດ ຈຶ່ງໄດ້ສະເໜີຮູບແບບ ການຮ່ວມມືລະຫວ່າງປະເທດ ແລະ ພະລັງຂອງການຮ່ວມມືໃນການຫັນປ່ຽນຊີວິດການເປັນຢູ່. ນອກຈາກນັ້ນ, ການສະໜັບສະໜູນດ້ານງົບປະມານຂອງປະເທດລຸກຊໍາບວກ ໃຫ້ແກ່ແຜນງານໃນຮອບໜຶ່ງທົດສະວັດທີ່ຜ່ານມາ ມູນຄ່າປະມານ 23 ລ້ານເອີໂຣ, ເນັ້ນໃຫ້ເຫັນເຖິງການຮ່ວມມືທີ່ເລິກເຊິ່ງກັບ ສປປ ລາວ ແລະ ເປັນຫຼັກຖານທີ່ສະແດງເຖິງທ່າແຮງຂອງການລິເລີ່ມດ້ານສຸຂະພາບທີ່ມີເປົ້າໝາຍ ເພື່ອກະຕຸກຊຸກຍູ້ຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຢ່າງກວ້າງຂວາງ.

ເນື່ອງ​ໃນ​ໂອ​ກາດການສະເຫຼີມສະຫຼອງວັນສຸຂະພາບ​ໂລກປີ 2024 ​ໃນຫົວ​ຂໍ້ “ສຸ​ຂະ​ພາບ​ຂອງ​ຂ້ອຍ, ສິດທິ​ຂອງ​ຂ້ອຍ”, ພວກ​ເຮົາ​​ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ບັດ ​ເພື່ອ​ເຄົາ​ລົບ, ປົກ​ປັກ​ຮັກ​ສາ​ ແລະ ​ບັນລຸ​ສິດ​ທິດ້ານ​ສຸ​ຂະ​ພາບ​ຂອງ​ທຸກ​ຄົນ​ໃນ ສປປ ລາວ ດັ່ງນີ້:

  • ເສີມສ້າງຄຳໝັ້ນສັນຍາທີ່ຈະບໍ່ຖິ້ມໃຜໄວ້ຂ້າງຫຼັງ ເມື່ອເວົ້າເຖິງການປົກຄຸມການເຂົ້າເຖິງບໍລິການດ້ານສຸຂະພາບທົ່ວປວງຊົນ. ພວກເຮົາສາມາດບັນລຸສິ່ງນີ້ໄດ້ ໂດຍການສຸມຄວາມພະຍາຍາມຂອງພວກເຮົາໃສ່ໃນການຜັນຂະຫຍາຍ ການເຂົ້າເຖິງການບໍລິການສຸຂະພາບທີ່ມີຄຸນນະພາບໃນເຂດຫ່າງໄກສອກຫຼີກ, ລວມທັງ ຜ່ານການບັງຄັບໃຊ້ກົດໝາຍການດູແລສຸຂະພາບຂັ້ນຕົ້ນ ທີ່ໄດ້ຖືກຮັບຮອງເມື່ອບໍ່ດົນມານີ້;
  • ປັບປຸງລະບົບການເກັບກຳຂໍ້ມູນແບບດິຈິຕອນ ໂດຍການລິເລີ່ມນຳໃຊ້ລະບົບລົງທະບຽນສັກຢາກັນພະຍາດ ແບບເອເລັກໂຕຣນິກ, ລະບົບຕິດຕາມອຸນຫະພູມແບບທາງໄກ ຄຽງຄູ່ກັບເຄື່ອງມືການຮຽນທາງອີເລັກໂທຣນິກ ດ້ານການສັກຢາກັນພະຍາດ ແລະ ແອັບພິເຄຊັນ ການດູແລເດັກແບບເຊື່ອມສານ (IMNCI) ຂອງປະເທດລາວ;
  • ສ້າງຂີດຄວາມສາມາດຂອງອາສາສະໝັກສາທາລະນະສຸກຂັ້ນບ້ານ ທີ່ເຮັດໜ້າທີ່ເປັນຂົວຕໍ່ຫາຊຸມຊົນ;
  • ເພີ່ມງົບປະມານ ແລະ ການລົງທຶນດ້ານສຸຂະພາບ. ເຖິງເວລາແລ້ວ ທີ່ ສປປ ລາວ ຈະຕ້ອງເພີ່ມງົບປະມານດ້ານສາທາລະນະສຸກ ຕາມຄໍາໝັ້ນສັນຍາທີ່ຈະຈັດສັນງົບປະມານໃຫ້ຮອດ 9%. ​​ການ​ລົງທຶນ​ດ້ານ​ສຸຂະພາບ ກໍຄືການ​ລົງທຶນໃສ່​ອະນາຄົດ​ຂອງ​ປະ​ເທດ ​ແລະ ການກອບກູ້​ຊີວິດຫຼາຍຄົນ;
  • ຜັນຂະຫຍາຍຄໍາໝັ້ນສັນຍາໃນກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ແລະ ຄໍາໝັ້ນສັນຍາວ່າດ້ວຍວຽກງານວາງແຜນຄອບຄົວຮອດປີ 2030 ໂດຍການເສີມຂະຫຍາຍການເຂົ້າເຖິງການປົກຄຸມສຸຂະພາບທົ່ວປວງຊົນ, ຮັບປະກັນໃຫ້ມີການປັບປຸງການຄຸ້ມຄອງລະບົບການສະໜອງອຸປະກອນການເເພດຕ່າງໆ, ຜັນຂະຫຍາຍການເຂົ້າເຖິງການບໍລິການທີ່ເປັນມິດແກ່ໄວໜຸ່ມ, ໂດຍສະເພາະໃນເຂດທີ່ເຂົ້າເຖິງຍາກ ໂດຍການບັນຈຸຊັບຊ້ອນຜະດຸງຄັນ ແລະ ຜູ້ໃຫ້ບໍລິການສຸຂະພາບ ທີ່ຜ່ານການຝຶກອົບຮົມມາເປັນຢ່າງດີ.
ເສັ້ນທາງຂ້າງໜ້າຂອງ ສປປ ລາວ ຍັງມີສິ່ງທ້າທາຍ ແຕ່ກໍຍັງເຕັມໄປດ້ວຍໂອກາດ. ພວກເຮົາຂໍຂອບໃຈທຸກຄົນທີ່ເປັນສ່ວນໜຶ່ງຂອງການເດີນທາງອັນຈົບງາມນີ້, ໂດຍສະເພາະແມ່ນປະເທດລຸກຊໍາບວກ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜຸນຢ່າງບໍ່ຢຸດຢັ້ງ ເພື່ອສົ່ງເສີມສຸຂະພາບທີ່ດີໃນ ສປປ ລາວ. ໂດຍການສືບຕໍ່ໃຫ້ບຸລິມະສິດແກ່ວຽກງານສຸຂະພາບ ເພື່ອເປັນພື້ນຖານຂອງການພັດທະນາປະເທດຊາດ ແລະ ການຈັດຕັ້ງປະຕິບັດຂໍ້ເເນະນຳເຫຼົ່ານີ້, ສປປ ລາວ ຈະມີຄວາມພ້ອມຫຼາຍຂຶ້ນໃນການຮັບມືກັບສິ່ງທ້າທາຍດ້ານສຸຂະພາບຕ່າງໆໃນອະນາຄົດ ເຊິ່ງກໍຍັງຈະຊ່ວຍສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງປະຊາຊົນລາວທຸກຄົນ.