© WHO Staff
WHO and Ministry of Health staff conducting vaccination outreach training across Lao PDR.
© Credits

ການຝຶກອົບຮົມ ກ່ຽວກັບ ວຽກງານສັກວັກຊີນກັນພະຍາດທົ່ວປະເທດໄດ້ສຳເລັດລົງ, ເຊິ່ງມີເປົ້າໝາຍເພື່ອປິດຊ່ອງວ່າງທີ່ເປັນອຸປະສັກໃນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ການສັກວັກຊີນກັນພະຍາດອື່ນໆ

23 November 2022
News release

ອາທິດນີ້, ໄດ້ມີພິທີສະຫຼຸບການຝຶກອົບຮົມການສັກວັກຊີນກັນພະຍາດໃຫ້ແກ່ບຸກຄະລາກອນການແພດທົ່ວປະເທດ ຈັດຂຶ້ນທີ່ແຂວງຄຳມ່ວນ ເຊິ່ງເປັນການສະຫຼຸບການຝຶກອົບຮົມທີ່ຈັດຂຶ້ນໃນທຸກແຂວງທົ່ວປະເທດ. ການຝຶກອົບຮົມດັ່ງກ່າວ ໄດ້ເນັ້ນໃສ່ຂໍ້ມູນຫຼ້າສຸດ ກ່ຽວກັບ ວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ມີການປຶກສາຫາລືດ້ານຍຸດທະສາດ ແລະ ເຄຶ່ອງມືໃນການປິດຊ່ອງວ່າງທີ່ເປັນອຸປະສັກໃນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ການສັກວັກຊີນຊະນິດອື່ນໆ.

ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກ່າວວ່າ “ການປົກປ້ອງຊຸມຊົນທີ່ມີຄວາມສ່ຽງ ແລະ ການປິດຊ່ອງວ່າງທີ່ເປັນອຸປະສັກໃນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍສະເພາະໃນກຸ່ມທີ່ມີຄວາມສ່ຽງສູງ ເຊັ່ນ ຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດປະຈຳຕົວ ຖືເປັນສ່ວນໜຶ່ງໃນບູລິມະສິດຫຼັກຂອງພວກເຮົາ. ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ບຸກຄະລາກອນການແພດ ໃນຂັ້ນສູນກາງ, ແຂວງ, ເມືອງ ແລະ ຊຸມຊົນ ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ແລະ ເພື່ອຊ່ວຍໃຫ້ສາມາດສືບຕໍ່ການສັກວັກຊີນຮອບປົກກະຕິ ຫຼັງຈາກທີ່ຖືກກະທົບຈາກການລະບາດຂອງພະຍາດໂຄວິດ-19.”

ນອກຈາກນີ້, ການຝຶກອົບຮົມດັ່ງກ່າວ ຍັງໄດ້ຈັດຂຶ້ນຢູ່ຂັ້ນເມືອງ ປະກອບມີທັງໝົດ 148 ເມືອງ ຈາກທົ່ວທຸກແຂວງ ເຊິ່ງເປັນການຝຶກອົບຮົມໃຫ້ແກ່ພະນັກງານໃນໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກໃນຊຸມຊົນ ເຖິງ 2,500 ຄົນ. ການຝຶກອົບຮົມຂັ້ນເມືອງນີ້ ແມ່ນຮ່ວມດຳເນີນການໂດຍກະຊວງສາທາລະນະສຸກ, ອົງ​ການ​ອະ​ນາ​ໄມ​ໂລກ (WHO), ອົງ​ການ​ຢູ​ນີ​ເຊັບ (UNICEF) ແລະ ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ, ຜ່ານໂຄງການການເຂົ້າເຖິງວັກຊີນປະຈຳພາກພື້ນ ແລະ Gavi, Vaccine Alliance.

ປັດຈຸບັນ, 74% ຂອງປະຊາກອນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບໂດຍພື້ນຖານ ເຊິ່ງໃກ້ຈະບັນລຸເປົ້າໝາຍ 80% ໃນທ້າຍປິ 2022. ຢ່າງໃດກໍຕາມ, ມີພຽງ 1 ໃນ 4 ຂອງກຸ່ມຜູ້ສູງອາຍຸເຊິ່ງເປັນກຸ່ມທີ່ມີຄວາມສ່ຽງສູງຕໍ່ພະຍາດໂຄວິດ-19 ໄດ້ຮັບວັກຊີນເຂັມກະຕຸ້ນ. ພ້ອມດຽວກັນນັ້ນ, ການສັກວັກຊີຮອບປົກກະຕິສຳລັບເດັກ, ເຊັ່ນ ໝາກແດງໃຫຍ່, ຍັງມີຄວາມຫຼ້າຊ້າ ໃນຊ່ວງການລະບາດຂອງພະຍາດໂຄວິດ-19, ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ, ມີພຽງ 62% ຂອງເດັກທີ່ມີອາຍຸຕໍ່າກວ່າ 1 ປີ ໄດ້ຮັບວັກຊີນຮອບປົກກະຕິຄົບຕາມເຂັມແນະນຳ.

ຜູ້ຮັກສາການຫ້ອງການອົງການ WHO ປະຈຳ ສປປ ລາວ ດຣ. ຍິງ-ຣູ ໂລ ກ່າວວ່າ: “ຄືກັນກັບຫຼາຍໆປະເທດ, ເຮົາມີຄວາມຄືບໜ້າໃນການປົກປ້ອງປະຊາຊົນຈາກພະຍາດໂຄວິດ-19, ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຊ່ອງວ່າງໃນອັດຕາປົກຄຸມຂອງວັກຊີນໂຄວິດ-19 ຢູ່, ພ້ອມດຽວກັນ ການສັກວັກຊີນຮອບປົກກະຕິ ກໍມີຄວາມຫຼ້າຊ້າ ເນື່ອງມາຈາກປັດໄຈຫຼາຍຢ່າງ - ເຊິ່ງບັນຫານີ້ຈະຕ້ອງໄດ້ຮັບການແກ້ໄຂ.”

“ການປະຕິບັດວຽກງານຂອງເຮົາຍັງບໍ່ສຳເລັດ, ພວກເຮົາຈະຕ້ອງປົກປ້ອງກຸ່ມທີ່ມີຄວາມສ່ຽງທີ່ສຸດ. ຖ້າຫາກທ່ານ ຫຼື ສະມາຊິກໃນຄອບຄົວຂອງທ່ານຍັງບໍ່ໄດ້ຮັບວັກຊີນ ຫຼື ຍັງບໍ່ໄດ້ຮັບວັກຊີນເຂັມກະຕຸ້ນ ຫຼື ບໍ່ໄດ້ຮັບວັກຊີນຮອບປັກກະຕິເທື່ອ, ຈົ່ງໄປຮັບວັກຊີນ.”

ຜູ້ຮັກສາການຫ້ອງການອົງການ UNICEF ປະຈຳ ສປປ ລາວ ດຣ. ເພຍ ເຣເບນໂຣ ບຣິໂຕ ກ່າວວ່າ: “ພວກເຮົາພວມປະຕິບັດວຽກງານຮ່ວມກັບກະຊວງສາທາລະນະສຸກຢ່າງໃກ້ຊິດ ເພື່ອລົງເຄື່ອນໄຫວສັກວັກຊີນໃນເດືອນທີ່ຈະມາຮອດນີ້, ໂດຍສະເພາະໃນເມືອງທີ່ມີຈຳນວນເດັກທີ່ຍັງບໍ່ໄດ້ຮັບວັກຊີນສູງ ເພື່ອຮັບປະກັນບໍ່ໃຫ້ມີເດັກທີ່ພາດໂອກາດ ແລະ ຮັບປະກັນໃຫ້ເດັກທຸກຄົນໄດ້ຮັບການປົກປ້ອງຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ.”

ບຸກຄະລາກອນການແພດ ຫຼາຍກວ່າ 2,500 ຄົນ ໄດ້ເຂົ້າຮ່ວມການຝຶກອົບຮົມ ເຊິ່ງໃນນັ້ນປະກອບມີ ທີມວັກຊີນຈາກກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ສະຖານບໍລິການສາທາລະນະສຸກ, ໜ່ວຍງານການແພດກອງທັບ, ໂຮງໝໍແຂວງ ແລະ ໂຮງໝໍເມືອງຕ່າງໆ. ພະນັກງານຈາກກະຊວງສຶກສາທິການ ແລະ ກິລາ, ອົງການຕ່າງໆໃນເຄືອສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ກໍໄດ້ເຂົ້າຮ່ວມເຊັ່ນດຽວກັນ.

ການຝຶກອົບຮົມດັ່ງກ່າວ ເປັນສ່ວນໜຶ່ງໃນຄວາມພະຍາຍາມໃນການເສື່ອມສານການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂົ້າໃນການສັກວັກຊີນຮອບປົກກະຕິ ແລະ ຍັງເປັນການສະໜັບສະໜູນຢ່າງຕໍ່ເນື່ອງຈາກລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອຮັບປະກັນການກັຍຄືນສູ່ສະພາບປົກກະຕິຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບເປັນວົງກວ້າງ ຕໍ່ກັບຄອບຄົວ, ຊຸມຊົນ, ໂຮງຮຽນ, ບ່ອນເຮັດວຽກ ແລະ ເສດຖະກິດ.