ມື້ນີ້, ຕາງໜ້າຈາກກະຊວງສາທາລະນະສຸກ, ອົງກອນຮ່ວມມືສາກົນ ສ.ເກົາຫລີ KOICA) ແລະ ອົງການອະນາໄມໂລກ (WHO) ໄດ້ມີການເຂົ້າຮ່ວມພິທີ ເພື່ອໂອ້ລົມ ກ່ຽວກັບຄວາມຄືບໜ້າໃນວຽກງານການແກ້ໄຂບັນຫາການຕ້ານຕໍ່ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ໃນ ສປປ ລາວ ພ້ອມທັງປຶກສາຫາລືບັນດາໂອກາດໃນການແກ້ໄຂໄພຂົ່ມຂູ່ທາງດ້ານສຸຂະພາບໂລກ.
ການປຶກສາດັ່ງກ່າວໄດ້ຈັດຂຶ້ນ ໃນໄລຍະສັບປະດາປູກຈິດສໍານຶກການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ໃນພິທີສະຫຼຸບໂຄງການໃຫຍ່ ຂອງອົງການ WHO ແລະ ອົງກອນ KOICA ເຊິ່ງເປັນຕົວຂັບເຄື່ອນໃຫ້ແກ່ຄວາມສາມາດຂອງຫ້ອງວິເຄາະແຫ່ງຊາດ ໃນການບົ່ງມະຕິ ແລະ ຕິດຕາມເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ, ການຝຶກອົບຮົມພະນັກງານ ແລະ ການລາຍງານຕໍ່ຫ້ອງວິເຄາະລະດັບຊາດ ແລະ ສາກົນ ພ້ອມທັງເຄືອຂ່າຍຕິດຕາມກວດກາ.
ປະຈຸບັນ ໃນແຕ່ລະປີ, ມີຢ່າງໜ້ອຍ 700 000 ຄົນ ເສຍຊີວິດຈາກພະຍາດທີ່ເກີດຈາກເຊື້ອຕ້ານຕໍ່ຢາ. ຕົວເລກຜູ້ເສຍຊີວິດ ຄາດວ່າຈະເພີ່ມຂຶ້ນເປັນ 10 ລ້ານ ຄົນ ຕໍ່ປີ ພາຍໃນປີ 2050.
ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ເຊື້ອຈຸລະຊີບຕ້ານຕໍ່ຢາ ແມ່ນໜຶ່ງໃນ 10 ໄພຂົ່ມຂູ່ທາງດ້ານສາທາລະນະສຸກທີ່ມະນຸດກໍາລັງປະເຊີນ. ການຕ້ານຕໍ່ຢາ ແມ່ນການທີ່ເຊື້ອຈຸລິນຊີ, ຈຸລະໂລກ, ເຊື້ອເຫັດ ແລະ ແມ່ກາຝາກ ມີການປ່ຽນແປງຕາມການເວລາ ກາຍເປັນເຊື້ອທີ່ບໍ່ມີການຕອບສະໜອງຕໍ່ຢາ ເຊິ່ງເຮັດໃຫ້ເກີດມີຄວາມສ່ຽງຮ້າຍແຮງຕໍ່ສຸຂະພາບຂອງຄົນ ແລະ ສັດ ພ້ອມທັງຂະແໜງກະສິກຳ ແລະ ການລ້ຽງສັດ ອີກດ້ວຍ.”
“ແຕ່ວ່າ ສປປ ລາວ ໄດ້ມີຄວາມຄືບໜ້າໃນການເພີ່ມຄວາມສາມາດໃນການຕິດຕາມ ແລະ ຕອບໂຕ້ຕໍ່ໄພຂົ່ມຂູ່ນີ້ ໂດຍການສະໜັບສະໜູນຈາກຄູ່ຮ່ວມມືຜູ້ສຳຄັນຂອງພວກເຮົາ ກໍຄື ອົງກອນ KOICA ແລະ ອົງການ WHO ເຊິ່ງພວກເຮົາຮູ້ສຶກຂອບໃຈເປັນຢ່າງຍິ່ງ. ຂ້າພະເຈົ້າເຊື່ອວ່າ ການສະໜັບສະໜູນນີ້ ຜ່ານມາໄດ້ຊ່ວຍຫຼາຍຊີວິດ ແລະ ຈະຊ່ວຍອີກຫຼາຍໆຊີວິດໃນຕໍ່ ໜ້າ.“
ໂຄງການ ທີ່ມີມູນຄ່າ 1.5 ລ້ານ ໂດລາສະຫະລັດນີ້ ໄດ້ເລີ່ມຕົ້ນຂຶ້ນໃນປີ 2017, ເຊີ່ງໃຫ້ການສະໜັບສະໜຸນໃນການຈັດຝຶກອົບຮົມ, ໃຫ້ຄວາມຊ່ວຍເຫຼືອທາງດ້ານວິຊາການ ແລະ ອຸປະກອນທາງດ້ານຫ້ອງວິເຄາະ ລວມທັງ ການສ້າງຄູ່ມື ແລະ ລະບົບການເຝົ້າລະວັງ, ໂດຍການເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ເປັນຕົ້ນແມ່ນ ກົມຄວບຄຸມພະຍາດຕິດຕໍ່ (DCDC), ກົມອາຫານ ແລະ ຢາ (FDD), ສູນວິເຄາະ ແລະ ລະບາດວິທະຍາ (NCLE) ແລະ ບັນດາໂຮງໝໍ ໃນແຂວງທີ່ຖືກຄັດເລືອກ.
ໃນເວລານັ້ນ, ສປປ ລາວ ໄດ້ສ້າງແຜນຍຸດທະສາດ ວ່າດ້ວຍການຕ້ານຕໍ່ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂອງ ສປປ ລາວ, 2019-2023 ເຊິ່ງໄດ້ມີການສ້າງລະບົບເຝົ້າລະວັງເຊື້ອຕ້ານຕໍ່ຢາແຫ່ງຊາດ ແລະ ເຄືອຂ່າຍການແລກປ່ຽນຂໍ້ມູນ. ປັດຈຸບັນ, ສປປ ລາວ ໄດ້ລາຍງານຜົນໄດ້ຮັບຕໍ່ລະບົບການເຝົ້າລະວັງການເຊື້ອຈຸລະຊີບຕ້ານຕໍ່ຢາ ແລະ ການນຳໃຊ້ຢາຕ້ານເຊື້ອລະດັບໂລກ ຂອງ ອົງການ WHO. ນອກຈາກນີ້, ຍັງມີການສ້າງລະບົບການຕິດຕາມ ແລະ ວິເຄາະການຊົມໃຊ້ຢາຕ້ານເຊື້ອໃນໂຮງໝໍ ເຊິ່ງຖ້າໂຮງໝໍໃຊ້ຢາບໍ່ເໝາະສົມແລ້ວ ຈະເປັນສາເຫດຫຼັກທີ່ພາໃຫ້ເກີດເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ.
ໃນພິທີ, ທ່ານເອກອັດຄະລັດຖະທູດແຫ່ງ ສ. ເກົາຫລີ ປະຈໍາ ສປປລາວ ທ່ານ Jung Young Soo ໄດ້ໃຫ້ຄໍາເຫັນວ່າ: “ພວກເຮົາມີຄວາມດີໃຈທີ່ໄດ້ເຫັນການປ່ຽນແປງອັນໃຫຍ່ຫຼວງຕໍ່ກັບວຽກງານການແກ້ໄຂໄພຂົ່ມຂູ່ດັ່ງກ່າວ ເຊິ່ງຈະເກີດຂຶ້ນບໍ່ໄດ້ຫາກບໍ່ໄດ້ຄວາມຮ່ວມມື ແລະ ຄວາມມຸ່ງໝັ້ນຂອງບັນດາພະນັກງານສາທາລະນະສຸກທຸກຂັ້ນ.”
“ການປ່ຽນແປງອັນເປັນໝາກຜົນມາຈາກການປະສານງານຮ່ວມກັບຕ່າງປະເທດ ແລະ ອົງກອນຕ່າງໆ ຖືເປັນທີ່ໜ້າຍົກຍ້ອງຊົມເຊີຍ ເຊິ່ງມັນສະແດງໃຫ້ເຫັນວ່າ ການຮ່ວມມືກັນ ເປັນປັດໄຈຫຼັກທີ່ຈະນຳມາເຊິ່ງຄວາມສຳເລັດ ໃນການຕໍ່ສູ້ກັບບັນຫາການຕ້ານຕໍ່ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ເພື່ອປົກປ້ອງຊຸມຊົນ, ຂະແໜງສາທາລະນະສຸກ ແລະ ຍິ່ງໄປກວ່ານັ້ນ ກໍຄື ປົກປ້ອງເສດຖະກິດຂອງພວກເຮົາ.”
ດຣ. ຊາໂຕໂກະ ໂອຊື, ຮັກສາການແທນຜູ້ຕາງໜ້າອົງການ WHO ປະຈໍາ ສປປ ລາວໄດ້ສະແດງຄວາມຂອບໃຈແກ່ອົງກອນຮ່ວມມືສາກົນ ສ.ເກົາຫລີ ແລະ ໄດ້ກ່າວວ່າ: “ພວກເຮົາມີຄວາມຮູ້ສຶກຂອບໃຈຢ່າງສຸດຊຶ້ງ ຕໍ່ກັບການຊ່ວຍເຫຼືອ ແລະ ການຮ່ວມມືຂອງ ສ. ເກົາຫຼີ. ນີ້ຖືເປັນຜົນສຳເລັດອັນສຳຄັນ, ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາຍັງຕ້ອງສືບຕໍ່ຜົນສຳເລັດທີ່ໄດ້ມານີ້ ໃນປະຈຸບັນ ແລະ ອະນາຄົດ.”
ການທີ່ຈະບັນລຸເປົ້າໝາຍດັ່ງກ່າວ ຈະຕ້ອງມີການເສີມຂະຫຍາຍວຽກງານການເຝົ້າລະວັງ, ການຕິດຕາມທີ່ດີຂຶ້ນ, ການຮ່ວມມືຫຼາຍພາກສ່ວນ ແລະ ການມີສ່ວນຮ່ວມຂອງຂະແໜງອື່ນທີ່ຢູ່ນອກເໜືອຂະແໜງສາທາລະນະສຸກໃນການຫຼຸດຜ່ອນຄວາມສ່ຽງ ເປັນຕົ້ນແມ່ນ ຂະແໜງກະສິກຳ ແລະ ການປູກຝັງ. ພວກເຮົາຫວັງວ່າ ຈະໄດ້ຮ່ວມມືກັນເດີນໜ້າ ແລະ ສືບຕໍ່ເສີມຂະຫຍາຍວຽກງານການເຄື່ອນໄຫວທີ່ລັດຖະບານດຳເນີນມາຈົນເຖິງທຸກມື້ນີ້.”
ການຈັດການປັດໄຈທີ່ເຮັດໃຫ້ເກີດເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ (ເປັນຕົ້ນ ການຊົມໃຊ້ຢາຕ້ານເຊື້ອຢ່າງບໍ່ເໝາະສົມ) ແລະ ການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ແມ່ນມີຄວາມຈຳເປັນຢ່າງຍິ່ງໃນການເຂົ້າໃຈການຕ້ານຕໍ່ຢາ, ແນວໂນ້ມ ແລະ ວິທີແກ້ໄຂ.