© WHO/Dala Soutthichak
Minister of Health Dr Bounfeng Phoummalaysith delivering an opening remark, highlighting the progress made in health legislation.
© Credits

ສະເຫຼີມສະຫຼອງວັນສຸຂະພາບໂລກ ປະຈໍາປີ 2024 ແລະ ເຜີຍແຜ່ຜົນງານກົດໝາຍ ວ່າດ້ວຍສາທາລະນະສຸກ ສະບັບໃໝ່

25 March 2024
Media release
ນະຄອນຫຼວງວຽງຈັນ, ສປປ ລາວ

ພິທີສະເຫຼີມສະຫຼອງວັນສຸຂະພາບໂລກ ປີ 2024 ໄດ້ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບຂອງຂ້ອຍ, ສິດທິຂອງຂ້ອຍ” ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ທິມ ອາມສະຕຣອງ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ. ໃນພິທີຄັ້ງນີ້ ໄດ້ມີຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ຄະນະຫ້ອງການກະຊວງ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າ ແລະ ຮອງສະຖາບັນ, ຜູ້ອຳນວຍການໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ໄດ້ມີການເຜີຍແຜ່ກົດໝາຍ ວ່າດ້ວຍສາທາລະນະສຸກ ສະບັບສ້າງໃໝ່ ເຊິ່ງເປັນຂີດໝາຍຄວາມສຳເລັດອັນໜຶ່ງ. ພາຍໃນງານສະເຫຼີມສະຫຼອງ ໄດ້ມີການເນັ້ນຢ້ຳເຖິງບົດບາດຂອງບັນດານິຕິກຳຕ່າງໆ ໃນການຮັບປະກັນສິດໃນການເຂົ້າເຖິງການບໍລິການສຸຂະພາບຂອງປະຊາຊົນທຸກຄົນ.

ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດກ່າວຄຳເຫັນພາຍໃນງານ ເຊິ່ງທ່ານໄດ້ກ່າວວ່າ: “ມື້ນີ້ ຖືເປັນໂອກາດສຳຄັນໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ເນື່ອງຈາກເປັນມື້ທີ່ພວກເຮົາມາຮ່ວມກັນສະເຫຼີມສະຫຼອງຜົນສຳເລັດໃນການພັດທະນາກົດໝາຍ ວ່າດ້ວຍສາທາລະນະສຸກ ໃນປີ 2023. ກົດໝາຍສະບັບນີ້ ໄດ້ກຳນົດຢ່າງຈະແຈ້ງ ກ່ຽວກັບ ກອບການຈັດຕັ້ງປະຕິບັດວຽກງານຂອງແຕ່ລະພາກສ່ວນທີ່ນອນໃນຂະແໜງສາທາລະນະສຸກ ພ້ອມທັງ ສ້າງຕັ້ງຫົວໜ່ວຍຮັບຜິດຊອບໃນການປະສານງານ ແລະ ໃຫ້ບໍລິການດ້ານສາທາລະນະສຸກຕ່າງໆ ແລະ ກົດໝາຍສະບັບນີ້ ຍັງໄດ້ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍວຽກງານນິຕິກຳໃນຂົງເຂດສາທາລະນະສຸກໃນອະນາຄົດ ອີກດ້ວຍ.”

“ນິຕິກຳສະບັບນີ້ ຖືເປັນພື້ນຖານອັນແຂງແກ່ນໃຫ້ແກ່ຂະແໜງສາທາລະນະສຸກ ເຊິ່ງໄດ້ຮັບປະກັນການເຂົ້າເຖິງການບໍລິການສຸຂະພາບອັນຈຳເປັນສຳລັບປະຊາຊົນລາວບັນດາເຜົ່າ. ກົດໝາຍດັ່ງກ່າວ ຍັງໄດ້ຮັບປະກັນການລົງທຶນໃນວຽກງານການປິ່ນປົວຢ່າງເໝາະສົມ ໂດຍລັດຖະບານ ແລະ ພາກເອກະຊົນ. ສິ່ງສຳຄັນອີກອັນໜຶ່ງ ກໍຄື ກົດໝາຍສະບັບນີ້ ແມ່ນສົ່ງເສີມການຮ່ວມມືຫຼາຍຂະແໜງການ ແລະ ການຮ່ວມມືເຊິ່ງກັນ ແລະ ກັນພາຍໃນກະຊວງເອງ ພ້ອມທັງກຳນົດຢ່າງຊັດເຈນ ກ່ຽວກັບ ພາລະບົດບາດຂອງບັນດາການຈັດຕັ້ງຕ່າງໆໃນຂົງເຂດສາທາລະນະສຸກ. ຂ້າພະເຈົ້າ, ຕາງໜ້າໃຫ້ກະຊວງສາທາລະນະສຸກ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ປະກອບສ່ວນສະໜັບສະໜູນໃນການຮ່າງ ແລະ ສ້າງກົດໝາຍສະບັບດັ່ງກ່າວນີ້.”

ທ່ານ ດຣ ທິມ ອາມສະຕຣອງ ຈາກອົງການອະນາໄມໂລກ ໄດ້ກ່າວວ່າ: “ເປັນເວລາ 75 ປີແລ້ວທີ່ອົງການອະນາໄມໂລກ ໄດ້ຍົກໃຫ້ສິດ ໃນການເຂົ້າເຖິງການບໍລິການສຸຂະພາບເປັນດັ່ງໝາກຫົວໃຈຂອງວຽກງານຂອງອົງການອະນາໄມໂລກ. ການຈະສ້າງໃຫ້ທຸກຄົນສຸຂະພາບດີ ແມ່ນຕິດພັນກັບສິດໃນການເຂົ້າເຖິງການບໍລິການສຸຂະພາບ, ໝາຍຄວາມວ່າ ເຮົາຈະບໍ່ສາມາດບັນລຸເປົ້າໝາຍທາງສຸຂະພາບນັ້ນໆໄດ້ ຖ້າເຮົາບໍ່ມີນິຕິກຳຮອງຮັບ. ຂ້າພະເຈົ້າ, ຂໍສະແດງຄວາມຊົມເຊີຍມາຍັງກະຊວງສາທາລະນະສຸກຕໍ່ກັບຜົນສຳເລັດໃນວຽກງານນີ້ ໂດຍສະເພາະການຮັບຮອງເອົາກົດໝາຍ ວ່າດ້ວຍສາທາລະນະສຸກ ສະບັບໃໝ່ນີ້.”

ກົດໝາຍ ວ່າດ້ວຍສາທາລະນະສຸກ ໄດ້ມີຜົນສັກສິດນັບແຕ່ເດືອນກໍລະກົດ ປີ 2023 ເປັນຕົ້ນມາ ເຊິ່ງກົດໝາຍສະບັບນີ້ ແມ່ນຄຸ້ມຄອງກົນໄກສາທາລະນະສຸກ ແລະ ການບໍລິການດ້ານສາທາລະນະສຸກອັນຈຳເປັນ ນັບແຕ່ມາດຕະການການປ້ອງກັນຕ່າງໆ ຕະຫຼອດຮອດບໍລິການການຟື້ນຟູໜ້າທີ່ການ. ສິ່ງໜຶ່ງທີ່ສຳຄັນ ກໍຄື ກົດໝາຍສະບັບນີ້ ໄດ້ກຳນົດຊັດເຈນ ກ່ຽວກັບ ພາລະບົດບາດ ແລະ ປະເພດການບໍລິການຕ່າງໆທີ່ນອນໃນຂະແໜງສາທາລະະສຸກ ເພື່ອເປັນການປັບປຸງການບໍລິການ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ. ການບໍລິການຫຼັກໄດ້ແກ່ ວຽກງານອະນາໄມ, ການຄວບຄຸມພະຍາດ, ການບໍລິການສຸຂະພາບ ແລະ ການຟື້ນຟູໜ້າທີ່ການ. ການບໍລິການເສີມໄດ້ແກ່ ການຄຸ້ມຄອງຢາ, ການຄົ້ນຄວ້າ, ສຸຂະສຶກສາ ແລະ ລະບົບຖານຂໍ້ມູນສາທາລະນະສຸກ.

ກົດໝາຍ ວ່າດ້ວຍສາທາລະນະສຸກ ຍັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາກົດໝາຍໃນຂະແໜງສາທາລະນະສຸກທີ່ມີຢູ່ແລ້ວ ພາຍໃຕ້ກອບການຈັດຕັ້ງປະຕິບັດວຽກງານຢ່າງຮອບດ້ານ ແລະ ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍວຽກງານນິຕິກຳໃນຂົງເຂດສາທາລະນະສຸກໃນອະນາຄົດ. ຍິ່ງໄປກວ່ານັ້ນ, ກົດໝາຍສະບັບດັ່ງກ່າວ ຍັງໄດ້ສ້າງຕັ້ງ ຄະນະກຳມະການວິທະຍາສາດສຸຂະພາບ ແລະ ສະມາຄົມສາທາລະນະສຸກ ເຊິ່ງເປັນຫົວໜ່ວຍການຈັດຕັ້ງທີ່ມີພາລະບົດບາດໃນການສະໜອງຄຳແນະນຳທາງວິຊາການ ແລະ ສົ່ງເສີມການຮ່ວມມືເຊິ່ງກັນ ແລະ ກັນພາຍໃນຂະແໜງສາທາລະນະສຸກ ນຳອີກດ້ວຍ.

ນັບແຕ່ປີ 2021 ເປັນຕົ້ນມາ, ກະຊວງສາທາລະນະສຸກ ໄດ້ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນການພັດທະນາກົດໝາຍໃນຂົງເຂດສາທາລະນະສຸກ. ນອກຈາກກົດໝາຍ ວ່າດ້ວຍສາທາລະນະສຸກ ທີ່ໄດ້ເຜີຍແຜ່ໄປແລ້ວນີ້, ກະຊວງສາທາລະນະສຸກ ຍັງພວມດຳເນີນການປັບປຸງ ກົດໝາຍ ວ່າດ້ວຍການປະກັນສຸຂະພາບ ແລະ ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາພາກສ່ວນອື່ນໆ.