© UNICEF
Participants posing for group photo at the launch of nationwide measles and rubella vaccination campaign.
© Credits

ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ປະກາດລິເລີ່ມຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ

25 April 2024
Joint News Release
ນະຄອນຫຼວງວຽງຈັນ, ສປປ ລາວ

ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໃນມື້ນີ້ ໄດ້ປະກາດລິເລີ່ມຂະບວນການສັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນທົ່ວປະເທດ ເພື່ອໃຫ້ການປ້ອງກັນແກ່ກຸ່ມເດັກອາຍຸຕ່ຳກວ່າ 5 ປີ, ເຊິ່ງຂະບວນການດັ່ງກ່າວ ແມ່ນໄດ້ຖືກຈັດຕັ້ງປະຕິບັດຂຶ້ນໃນໄລຍະຂອງ ສັບປະດາສັກຢາກັນພະຍາດສາກົນ (World Immunization Week) 2024 ແລະ ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງວັກຊີນ ໃນການຮັກສາຊີວິດຂອງເດັກ.

ຂະບວນການສັກວັກຊີນດັ່ງກ່າວ ຈະຖືກຈັດຕັ້ງປະຕິບັດໃນ ສປປ ລາວ ນັບແຕ່ວັນທີ 20-31 ພຶດສະພາ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການກາວີ (Gavi), ລັດຖະບານອົດສະຕຣາລີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ແລະ ມີຈຸດປະສົງໃນການຊ່ວຍສະກັດກັ້ນການແຜ່ລະບາດຂອງ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນ ສປປ ລາວ. ຂະບວນການໃຫ້ວັກຊີນນີ້ ແມ່ນມີຄວາມສຳຄັນເປັນພິເສດ ເພາະວ່າໃນປັດຈຸບັນ ໄດ້ມີການເພີ່ມຂື້ນຂອງກໍລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນທົ່ວໂລກ ເນື່ອງຈາກມີອັດຕາການສັກວັກຊີນກັນພະຍາດຕໍ່າໃນກຸ່ມເດັກ.

ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວພາຍໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ຂະບວນການວັກວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍວ່າ: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ຕໍ່ບັນດາຜູ້ມີສ່ວນຮ່ວມທຸກທ່ານ ທີ່ໄດ້ໃຫ້ການປະກອບສ່ວນອັນໃຫຍ່ຫຼວງ ໃນວຽກງານສັກຢາກັນພະຍາດສຳລັບເດັກ ຂອງ ສປປ ລາວ, ລວມເຖິງ ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍນີ້. ການໃຫ້ວັກຊີນຮອບໃໝ່ນີ້ ຍັງເກີດຂຶ້ນໃນໄລຍະສັບປະດາສັກຢາກັນພະຍາດສາກົນ 2024 ອີກເຊັ່ນດຽວກັນ ແລະ ພວກເຮົາຄາດວ່າ ມັນຈະຊ່ວຍໃຫ້ການປ້ອງກັນແກ່ເດັກທີ່ມີອາຍຸຕ່ຳກວ່າ 5 ປີ ກວ່າເຄິ່ງລ້ານຄົນ ຈາກພະຍາດດັ່ງກ່າວ. ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນສາມາດສັກໄດ້ໂດຍບໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍໃດໆ. ການແຈກຢາຍວັກຊີນເຫຼົ່ານີ້ ແມ່ນນຳພາໂດຍ ກະຊວງສາທາລະນະສຸກ ແລະ ວັກຊີນແມ່ນສາມາດສັກໄດ້ທີ່ ສຸກສາລາ ທຸກແຫ່ງທົ່ວປະເທດ.”

ທ່ານ ນາງ ນາເດຍ ລາສຣິ, ຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜູນຈາກ ອົງການ ກາວີ ປະຈຳ ສປປ ລາວ, ກ່າວວ່າ: "ການຄິດຄົ້ນວັກຊີນ ເປັນຜົນສໍາເລັດອັນໂດດເດັ່ນໜຶ່ງ ໃນປະຫວັດສາດໂລກ. ໃນຫຼາຍທົດສະວັດທີ່ຜ່ານມາ, ເດັກນ້ອຍຫຼາຍຕື້ຄົນ ໄດ້ຮັບການປົກປ້ອງຈາກພະຍາດຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ຊີວິດພວກເຂົາ ກໍຍ້ອນວັກຊີນນັ້ນເອງ. ເຖິງຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງກໍລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງໜ້ອຍ ໃນທົ່ວໂລກນັ້ນ ກໍໄດ້ສະແດງໃຫ້ພວກເຮົາເຫັນແລ້ວວ່າ ຍັງມີເດັກນ້ອຍຫຼາຍຄົນ ທີ່ຍັງບໍ່ໄດ້ຮັບວັກຊີນຕາມຄາດໝາຍ. ດັ່ງນັ້ນ, ຂະບວນການໃຫ້ວັກຊີນຄັ້ງນີ້ ຕ້ອງສາມາດເຂົ້າເຖິງເດັກທຸກຄົນ, ໂດຍສະເພາະ ກໍຄື ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນເທື່ອ. ພວກເຮົາຕ້ອງສືບຕໍ່ລົງທຶນໃນວຽກງານນີ້ຕື່ມ ເພື່ອຮັບປະກັນວ່າ ບໍ່ມີໃຜຖືກປະຖິ້ມໄວ້ເບື້ອງຫຼັງ, ໂດຍສະເພາະ ກຸ່ມຄົນທີ່ມີຄວາມສ່ຽງ ແລະ ຢູ່ຫ່າງໄກສອກຫຼີກ.”

ທ່ານ ແດນ ເຮວເດິນ, ອຸປະທູດ ສະຖານທູດອົດສະຕຣາລີ, ກໍໄດ້ກ່າວວ່າ: "ການສັກວັກຊີນ ເປັນວິທີທີ່ມີປະສິດທິພາບທີ່ສຸດ ໃນການປົກປ້ອງເດັກນ້ອຍຈາກການເຈັບປ່ວຍຮ້າຍແຮງທີ່ສາມາດເກີດຂຶ້ນຈາກພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ, ສາມາດຊ່ວຍໃຫ້ພວກເຂົາມີສຸຂະພາບແຂງແຮງໄດ້. ວັກຊີນກັນພະຍາດ ໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທີ່ນຳໃຊ້ນັ້ນ ແມ່ນມີປະສິດທິຜົນ ແລະ ໄດ້ຖືກນຳໃຊ້ມາເປັນເວລາຫຼາຍທົດສະວັດແລ້ວ ໃນທົ່ວໂລກ. ດັ່ງນັ້ນ, ມັນຈຶ່ງເປັນສິ່ງສໍາຄັນ ທີ່ເດັກນ້ອຍຕ້ອງໄດ້ຮັບວັກຊີນນີ້ ຕາມເກນອາຍຸແນະນຳ.”

ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ກໍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງ ອົງການຢູນິເຊັບ ຕໍ່ສຸຂະພາບຂອງເດັກນ້ອຍລາວທຸກຄົນ ແລະ ການຜັນຂະຫຍາຍການເຂົ້າເຖິງວັກຊີນໃນປະເທດ: “ໃນເວລານີ້ທີ່ພວກເຮົາກຳລັງປະເຊີນກັບການແຜ່ລະບາດຂອງພະຍາດຕ່າງໆທີ່ເພີ່ມຂື້ນ, ລວມເຖິງພະຍາດທີ່ກ່ອນໜ້ານີ້ ແມ່ນເກືອບສູນຫາຍໄປແລ້ວ, ຄໍາໝັ້ນສັນຍາຮ່ວມຂອງພວກເຮົາ ຕໍ່ການປົກປ້ອງສຸຂະພາບຂອງປະຊາຊົນທົ່ວໂລກ ຜ່ານການຮ່ວມມື ແລະ ການນຳໃຊ້ຫຼັກການທາງດ້ານວິທະຍາສາດນັ້ນ ແມ່ນມີຄວາມສໍາຄັນຫຼາຍຂຶ້ນກວ່າທີ່ເຄີຍມີມາກ່ອນ. ພວກເຮົາຈົ່ງມາຮ່ວມກັນເຮັດວຽກ ເພື່ອຮັບປະກັນວ່າ ຈະບໍ່ມີເດັກຜູ້ໃດຖືກປະຖິ້ມໄວ້ຂ້າງຫຼັງ. ສິ່ງທີ່ພວກເຮົາໄດ້ເຮັດໄວ້ໃນມື້ນີ້ ຈະກຳນົດ ສຸຂະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງລູກຫຼານພວກເຮົາໃນອະນາຄົດ."

ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງພະນັກງານແພດໝໍ ແລະ ອາສາສະໝັກ ໃນການຊຸກຍູ້ວຽກງານສັກວັກຊີນກັນພະຍາດໃນ ສປປ ລາວ.

ທ່ານ ດຣ ທິມໂມຕີ ອ້າມສະຕຣອງ ໄດ້ກ່າວວ່າ: “ການເພີ່ມອັດຕາການສັກຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນ ສປປ ລາວ ແມ່ນມີຄວາມສຳຄັນຫຼາຍ ຖ້າພວກເຮົາຢາກປ້ອງກັນການລະບາດຂອງພະຍາດໝາກແດງໃຫຍ່ທີ່ຮ້າຍແຮງ ເຊິ່ງເປັນບັນຫາທີ່ຫຼາຍໆປະເທດກຳລັງປະເຊີນຢູ່. ສະນັ້ນ, ໃນລະຫວ່າງວັນທີ 20–31 ພຶດສະພານີ້ ຈະໄດ້ມີການລະດົມພະນັກງານແພດໝໍ ແລະ ອາສາສະໝັກ ໃນຂອບເຂດທົ່ວປະເທດ, ນັບແຕ່ໃນໃຈກາງເມືອງໄປຈົນເຖິງເຂດຫ່າງໄກສອກຫຼີກ, ເພື່ອສະໜອງວັກຊີນທີ່ມີທັງຄວາມປອດໄພ ແລະ ປະສິດທິຜົນ ໃຫ້ແກ່ເດັກນ້ອຍລາວທົ່ວປະເທດ. ພະນັກງານແພດໝໍ ຜູ້ທີ່ໃຫ້ວັກຊີນ ພ້ອມທີ່ຈະເດີນທາງຂ້າມນ້ຳ, ຂ້າມພູຜາ ເພື່ອສະໜອງວັກຊີນທົ່ວປະເທດ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ຄວາມພະຍາຍາມຂອງພວກເຂົາ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ໃນຂະບວນການນີ້.”

ວັກຊີນກັນພະຍາດທັງໝົດ ໃນ ສປປ ລາວ ແມ່ນໄດ້ຖືກຮັບຮອງໂດຍ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ, ແລະ ໄດ້ຮັບການຢັ້ງຢືນວ່າປອດໄຟ ແລະ ມີປະສິດທິພາບສູງ ໃນການປ້ອງກັນເດັກຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ.