ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແມ່ນມີຄວາມຄືບໜ້າເປັນທີ່ໜ້າປະທັບໃຈໃນວຽກງານການຄວບຄຸມຢາສູບໃນໄລຍະທົດສະວັດທີ່ຜ່ານມາ ໂດຍສະເພາະແມ່ນການເຂັ້ມງວດໃນການໂຄສະນາຜະລິດຕະພັນຢາສູບ ແລະ ການວາງຂາຍຢາສູບໄຟຟ້າທຸກຮູບແບບ ລວມໄປເຖິງການຮັກສາສະຖານທີ່ປອດຄວັນຢາສູບ, ອີງຕາມບົດລາຍງານສະບັບໃໝ່ຂອງອົງການອະນາໄມໂລກ (WHO).
ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ ອັດຕາອາກອນຢາສູບຂອງ ສປປ ລາວ ແມ່ນຕ່ຳກວ່າໝູ່ຢູ່ໃນພາກພື້ນອາຊຽນ ປະກອບກັບລາຄາຢາສູບທີ່ຕ່ຳ ເຊິ່ງໝາຍຄວາມວ່າຈະມີຜູ້ຄົນເສຍຊີວິດໂດຍບໍ່ຈຳເປັນຈາກປະກົດການຫຍໍ້ທໍ້ດັ່ງກ່າວ, ເພາະວ່າການຊົມໃຊ້ຢາສູບເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 17 ຄົນຕໍ່ມື້ໃນ ສປປ ລາວ.
ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ, ບົດລາຍງານຂອງອົງການອະນາໄມໂລກ ກ່ຽວກັບການແຜ່ລະບາດຂອງຢາສູບທົ່ວໂລກ ຫຼື WHO report on the global tobacco epidemic ໄດ້ຕິດຕາມຄວາມຄືບໜ້າຂອງປະເທດໃນການຄວບຄຸມຢາສູບ ໂດຍບົດລາຍງານສະບັບທີ 9 ແມ່ນໄດ້ຖືກເຜີຍແຜ່ ເມື່ອບໍ່ດົນມານີ້.
ອີງຕາມຜົນໄດ້ຮັບຂອງບົດລາຍງານສະບັບຫຼ້າສຸດ ລະບຸວ່າ ສະພາແຫ່ງຊາດ ໄດ້ອອກກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ທີ່ເຂັ້ມງວດ ໃນການຫ້າມນຳເຂົ້າ, ການຈຳໜ່າຍ ແລະ ຊົມໃຊ້ຢາສູບໄຟຟ້າທຸກຮູບແບບ ເຊິ່ງປະກອບມີ ຢາສູບໄຟຟ້າ, ຢາສູບອາຍລະເຫີຍ ແລະ ຊີຊາ, ເຊິ່ງຖືວ່າເປັນບາດກ້າວສຳຄັນໃນການປົກປ້ອງສຸຂະພາບ. ນອກຈາກນີ້, ຍັງເຮັດໃຫ້ ສປປ ລາວ ເປັນໜຶ່ງໃນຈຳນວນຫຼາຍກວ່າ 30 ປະເທດທີ່ໄດ້ບັງຄັບໃຊ້ມາດຕະການຫ້າມຜະລິດ ແລະ ຈຳໜ່າຍຜະລິດຕະພັນຢາສູບໄຟຟ້າທຸກຮູບແບບ.
ນອກຈາກນັ້ນ, ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ຍັງໄດ້ຫ້າມການໂຄສະນາຜະລິດຕະພັນຢາສູບ, ຫ້າມການສົ່ງເສີມ ແລະ ການສະໜັບສະໜູນຈາກບໍລິສັດຢາສູບທຸກຮູບແບບ, ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ “ລະດັບການຈັດຕັ້ງປະຕິບັດທີ່ດີທີ່ສຸດ” ໃນຂົງເຂດທີ່ສໍາຄັນຂອງວຽກງານຄວບຄຸມຢາສູບ. ໃນປີ 2021, ສະພາແຫ່ງຊາດ ແມ່ນຍັງໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ທີ່ຫ້າມໂຄສະນາ ຫຼືຶ ສະແດງຜະລິດຕະພັນຢາສູບຢູ່ຈຸດຂາຍຍ່ອຍ, ຫ້າມການແຈກຟຣີ, ແລກ ແລະ ການຫຼຸດລາຄາ ເພື່ອສົ່ງເສີມການຂາຍຂອງຜະລິດຕະພັນຢາສູບ ລວມທັງຫ້າມການຂາຍຜະລິດຕະພັນຢາສູບທາງສື່ສັງຄົມອອນລາຍ ຫຼື ອິນເຕີເນັດ.
ນອກຈາກທີ່ກ່າວມາຂ້າງເທິງ, ສປປ ລາວ ຍັງບັນລຸໄດ້ “ລະດັບການຈັດຕັ້ງປະຕິບັດທີ່ດີທີ່ສຸດ” ໃນການຮັກສາ ແລະ ຄວບຄຸມສະຖານທີ່ປອດຄວັນຢາສູບ ໂດຍສະເພາະ ພື້ນທີ່ພາຍໃນອາຄານ, ສະຖານທີ່ເຮັດວຽກ, ສະຖານີ ແລະ ລົດຂົນສົ່ງສາທາລະນະຈຳນວນໜຶ່ງ. ໃນຂະນະທີ່ການປະຕິບັດກົດລະບຽບກ່ຽວກັບສະຖານທີ່ປອດຄວັນຢາສູບໄດ້ຮັບການປັບປຸງໃຫ້ດີຂຶ້ນ ເປັນຕົ້ນ ຮ້ານອາຫານປອດຄວັນຢາສູບ, ແຕ່ຍັງສັງເກດເຫັນວ່າ ມີຄົນຈຳນວນໜຶ່ງຍັງສູບຢາໃນການບໍລິການຂົນສົ່ງສາທາລະນະ.
ທ່ານ ນາງ ຢິງ-ຣູ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຄວາມຄືບໜ້າໃນວຽກງານຄວບຄຸມຢາສູບ ແມ່ນເປັນຜົນໄດ້ຮັບທີ່ມີຄວາມສໍາຄັນຫຼາຍ ແລະ ເປັນການຊ່ວຍຊີວິດຜູ້ຄົນຈາກພະຍາດທີ່ເກີດຈາກຢາສູບ. ສະນັ້ນ, ທຸກພາກສ່ວນທີ່ມີສ່ວນຮ່ວມໃນວຽກງານຄວບຄຸມຢາສູບ ຄວນພາກພູມໃຈຕໍ່ຜົນໄດ້ຮັບດັ່ງກ່າວ, ໂດຍສະເພາະ ການຫ້າມນຳເຂົ້າ, ຈຳໜ່າຍ ແລະ ຊື້-ຂາຍ ຜະລິດຕະພັນຢາສູບໄຟຟ້າ ທຸກຮູບແບບ. ກ່ຽວກັບການຫ້າມໂຄສະນາຜະລິດຕະພັນຢາສູບ, ການຫ້າມຂາຍຜະລິດຕະພັນຢາສູບໄຟຟ້າ ແລະ ຜະລິດຕະພັນຢາສູບປະເພດອື່ນໆ ແລະ ການຮັກສາລະບຽບການກ່ຽວກັບສະຖານທີ່ປອດຄວັນຢາສູບ, ພວກເຮົາຄວນສຸມໃສ່ການປູກຈິດສຳນຶກ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອເປັນການປົກປ້ອງດ້ານສຸຂະພາບ. ພວກເຮົາຫວັງວ່າຈະໄດ້ໃຫ້ການສະໜັບສະໜູນ ກະຊວງສາທາລະນະສຸກ ແລະ ບັນດາຄູ່ຮ່ວມພັດທະນາທຸກພາກສ່ວນໃນວຽກງານຄວບຄຸມຢາສູບນີ້.”
“ເຖິງຢ່າງໃດກໍຕາມ, ອັດຕາອາກອນຢາສູບຢູ່ ສປປ ລາວ ຍັງຖືວ່າຕ່ຳຫຼາຍ. ເຫດຜົນໜຶ່ງ ແມ່ນກ່ຽວກັບການເອື້ອຜົນປະໂຫຍດ ແລະ ການຍົກເວັ້ນອາກອນໃຫ້ແກ່ບໍລິສັດຢາສູບ. ການເກັບອາກອນຜະລິດຕະພັນຢາສູບເປັນເຄື່ອງມືທີ່ຖືກພິສູດແລ້ວວ່າມີປະສິດທິພາບໃນການຊ່ວຍຫຼຸດຜ່ອນຜົນກະທົບຈາກຜະລິດຕະພັນຢາສູບທີ່ເປັນອັນຕະລາຍເຖິງແກ່ຊີວິດ ແລະ ບໍລິສັດຢາສູບບໍ່ຄວນໄດ້ຮັບການຍົກເວັ້ນອາກອນ, ບໍ່ຄວນໄດ້ຮັບສິ່ງຈູງໃຈ, ສິດທິພິເສດ ຫຼື ຜົນປະໂຫຍດທາງການຄ້າໃດໆ. ການແກ້ໄຂບັນຫາດັ່ງກ່າວ ຈະສາມາດຊ່ວຍປົກປ້ອງຊີວິດຂອງປະຊາຊົນຈາກພະຍາດຮ້າຍແຮງທີ່ເກີດຈາກການຊົມໃຊ້ຢາສູບ.”
ການຊົມໃຊ້ຢາສູບຍັງຖືເປັນສິ່ງທ້າທາຍໃນ ສປປ ລາວ. ການຊົມໃຊ້ຢາສູບເຮັດໃຫ້ເກີດມະເຮັງປອດ, ພະຍາດຫົວໃຈ, ພະຍາດເສັ້ນເລືອດໃນສະໝອງຕີບ, ແຕກ ແລະ ສົ່ງຜົນກະທົບຕໍ່ສຸຂະພາບທີ່ຮ້າຍແຮງອື່ນໆອີກຢ່າງຫຼວງຫຼາຍ, ໃນຂະນະທີ່ຄວັນຢາສູບມືສອງຍັງເປັນອັນຕະລາຍຕໍ່ສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນທີ່ຢູ່ໃກ້ຊິດກັບຜູ້ທີ່ສູບຢາ. ໃນປີ 2018, ອີງຕາມຖານຂໍ້ມູນສຸຂະພາບຂອງອົງການອະນາໄມໂລກ ຫຼື Global Health Observatory Data Repository ໄດ້ລາຍງານອັດຕາການຊົມໃຊ້ຢາສູບຂອງຄົນລາວ ແມ່ນສູງເຖິງ 34.1% ແລະ ການໃຊ້ຢາສູບແມ່ນເຮັດໃຫ້ຄົນໃນ ສປປ ລາວ ເສຍຊີວິດຫຼາຍກວ່າ 6700 ຄົນໃນແຕ່ລະປີ. ບົດລາຍງານສະບັບກ່ອນໜ້ານີ້ ຂອງຄູ່ຮ່ວມງານໃນຂະແໜງສາທາລະນະສຸກ ໄດ້ຊີ້ໃຫ້ເຫັນວ່າ ຖ້າ ສປປ ລາວ ມີມາດຕະການຄວບຄຸມຢາສູບທີ່ເຂັ້ມງວດຂຶ້ນ ຈະຊ່ວຍຫຼຸດຜ່ອນມູນຄ່າຄວາມເສຍຫາຍທາງເສດຖະກິດໄດ້ເຖິງ 10.1 ລ້ານລ້ານກີບ ເຊິ່ງຈະເຮັດໃຫ້ລັດຖະບານ ສາມາດປະຢັດຄ່າໃຊ້ຈ່າຍດ້ານສາທາລະນະສຸກທີ່ເກີດຈາກການປິ່ນປົວຄົນເຈັບຍ້ອນພະຍາດທີ່ເກີດຈາກການສູບຢາໄດ້ເຖິງ 679 ຕື້ກີບ ແລະ ຊ່ວຍຊີວິດຜູ້ຄົນໄດ້ເຖິງ 25,269 ຄົນ.
ບົດລາຍງານສະບັບເຕັມ ກ່ຽວກັບການລະບາດຂອງຢາສູບທົ່ວໂລກ ປີ 2023: ປົກປ້ອງທຸກຄົນຈາກຄວັນຢາສູບ ແມ່ນສາມາດດາວໂຫຼດໄດ້ຈາກເວັບໄຊ້ຂອງເຮົາ.