Ⓒ Enric Catala
Lao PDR Minister of Health H.E. Dr. Bounfeng Phoummalaysith, WHO Representative Dr Ying-Ru Jacqueline Lo, and Hyunkyong Kim, Representative for KOFIH, meet with health officials in Xamtai District Hospital.
© Credits

“ພວກເຮົາຕ້ອງຮັບຟັງຊຸມຊົນຂອງເຮົາ”, ກ່າວໂດຍ ລັດຖະມົນຕີກະຊວງສາທາລະນະສຸກ ໃນລະຫວ່າງການເດີນທາງໄປຢ້ຽມຢາມແຂວງຊຽງຊວາງ ແລະ ແຂວງຫົວພັນ.

26 September 2022
News release
ນະຄອນຫຼວງວຽງຈັນ, ສປປ ລາວ

 ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ສິ້ນສຸດການລົງຕິດຕາມ ແລະ ຢ້ຽມຢາມ ໂຮງໝໍແຂວງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຂອງ ແຂວງຊຽງຂວາງ ແລະ ແຂວງຫົວພັນ ລວມທັງໝົດ 15 ແຫ່ງ , ໃນລະຫວ່າງວັນທີ 19-25 ກັນຍາ ທີ່ຜ່ານມາ.  ທ່ານລັດຖະມົນຕີໄດ້ລົງຕິດຕາມກວດກາຄຸນນະພາບຂອງການບໍລິການ ແລະ ຂອງພະນັກງານຂະແໜງສາທາລະນະສຸກ, ຈຸດກວດກາສຸຂະພາບຕາມຊາຍແດນ, ແລະ ວຽກງານການສັກວັກຊີນກັນພະຍາດໂຄວິດ-19 ເພື່ອ ຊອກຫາທາງໃນການປັບປຸງ ແລະ ແກ້ໄຂວຽກງານທາງດ້ານສາທາລະນະສຸກໃນຕໍ່ໜ້າ.

“ພາຍຫຼັງໄດ້ຮັບຟັງຄຳເຫັນຈາກໜ່ວຍງານຕ່າງໆ, ຂ້າພະເຈົ້າໄດ້ເຫັນວ່າພະນັກງານຂະແໜງສາທາລະນະສຸກຂອງພວກເຮົາໄດ້ເຮັດວຽກຢ່າງໜັກ. ແຕ່ພວກເຂົາກໍ່ຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນການເບິ່ງແຍງ ແລະ ປົກປ້ອງ ສຸຂະພາບຂອງປະຊາຊົນ ຢູ່.” ກ່າວໂດຍທ່ານລັດຖະມົນຕີ.

“ພວກເຮົາ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງຫລວງ​ຫລາຍ ໃນຫຼາຍຂົງເຂດບຸລິມະສິດ, ໂດຍສະເພາະແມ່ນວຽກງານທາງດ້ານສຸຂະພາບຂອງແມ່ ແລະ ເດັກ. ເຖິງຢ່າງໃດກໍ່ຕາມ,​ ພວກເຮົາຍັງຈຳເປັນຕ້ອງຊອກຫາວິທີທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານທັກສະໃຫ້ແກ່ພະນັກງານ, ຈັດສັນຄົນໃຫ້ເໝາະສົມກັບວຽກງານ, ໃນສະຖານທີ່ ທີ່ຕ້ອງການພວກເຂົາທີ່ສຸດ. ​ມັນ​ເຖິງ​ເວ​ລາ​ແລ້ວ ພວກເຮົາຕ້ອງເພີ່ມຄວາມພະຍາຍາມຂຶ້ນເພື່ອປິດຊ່ອງວ່າງຂອງ​ວຽກ​ງານການສັກຢາວັກຊີນ, ບໍ່​ວ່າ​ຈະ​ເປັນວັກຊີນກັນພະຍາດໂຄວິດ-19 ແລະ ​ວັກ​ຊີນ​ປົກະ​ຕິ.”

ທ່ານ ລັດຖະມົນຕີ ຍັງໄດ້ກ່າວຕໍ່ວ່າ: “ສິ່ງທີ່ເປັນໝາກຫົວໃຈຂອງສິ່ງທ້າທາຍເຫຼົ່ານີ້ ແມ່ນການຮັບຟັງ​ສຽງ​ຂອງ​ຜູ້​ທີ່​ວຽກໃນຊຸມຊົນ. ​ກຸ່ມ​ຄົນເຫຼົ່ານີ້​ຈະຮູ້ວ່າ​ພວກ​ເຂົາຕ້ອງການຫຍັງ. ພວກເຮົາຕ້ອງຮັບຟັງສຽງຂອງພວກເຂົາ ເພື່ອ​ເປັນ​ແນວ​ທາງໃນການສ້າງການບໍລິການ​ສາທາລະນະສຸກທີ່ມີຄຸນນະພາບດີ ແລະ ສາ​ມາດເຂົ້າເຖິງໄດ້.”

ທ່ານ ລັດຖະມົນຕີ ບຸນແຝງ, ພ້ອມດ້ວຍ ທ່ານ ນາງ ດຣ ຢິງ ຣູ ແຈັກເກີລີນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ, ແລະ ທ່ານ ອຶນຢອງ ຄິມ, ຜູ້ຕາງໜ້າອົງການໂກຟີປະຈຳ ສປປ ລາວ, ໄດ້ຮ່ວມເດີນທາງ ແລະ ປຶກສາຫາລືກັນກ່ຽວກັບບັນດາໂຄງການທີ່ໄດ້ຮັບຜົນສຳເລັດ ແລະ ວິທີແກ້ໄຂບັນຫາໃນອະນາຄົດ.

ການຕິດຕາມໃນຄັ້ງນີ້ ລວມມີການຢ້ຽມຢາມຊຸມຊົນຕ່າງໆທີ່ໄດ້ຮັບການສະໜັບສະໜຸນຈາກໂຄງການ CONNECT- ໂຄງການຈາກກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ, ພາຍໃຕ້ການຊ່ວຍເຫຼືອຈາກອົງການອະນາໄມໂລກ. ໂຄງການນີ້ໄດ້ນຳພາບັນດາຜູ້ນຳໃນຊຸມຊົນ, ຜູ້ນຳຈາກບັນດາເຜົ່າຕ່າງໆ, ພະນັກງານສາທາ​ລະ​ນະ​ສຸກ ແລະ ອຳນາດການປົກຄອງທ້ອງຖິ່ນ ໃຫ້ເຮັດວຽກຮ່ວມກັນເພື່ອປັບປຸງແຜນວຽກທາງດ້ານສາທາລະນະສຸກ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນເຊິ່ງກັນ ແລະ ກັນ. ໝາກຜົນຂອງໂຄງການນີ້ສະແດງອອກຢູ່ບ່ອນວ່າ ມັນໄດ້ຊ່ວຍໃຫ້ອັດຕາການຮັບວັກຊີນກັນພະຍາດໂຄວິດ-19 ສູງຂຶ້ນໃນຫຼາຍຊຸມຊົນ, ແລະ ບັນລຸເຖິງ 100% ໃນກຸ່ມຄົນທີ່ມີຄວາມສ່ຽງສູງ.

“ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເຫັນພະຍາບານ ແລະ ພະນັກງານຂະແໜງສາທາ​ລະ​ນະ​ສຸກຫຼາຍໆທ່ານ ຮັບຟັງຊຸມຊົນຂອງພວກເຂົາ ແລະ ປັບປຸງວຽກງານຂອງພວກເຂົາເພື່ອໃຫ້ເຂົ້າກັບຄວາມຕ້ອງການຂອງປະຊາຊົນ,”. ກ່າວໂດຍ ດຣ ໂລ. “ເຖິງວ່າຈະບໍ່ມີຊັບພະຍາກອນ​ຈາກ​ພາຍນອກ, ພວກເຂົາກໍ່ຍັງສາມາດ​ເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ດີ​ຂື້ນ ແລະ ສາ​ມາດ​ຊ່ວຍ ຊີວິດຂອງຫຼາຍໆຄົນ.

“ໃນຂະນະດຽວກັນ, ພວກເຮົາກໍ່ຍັງເຫັນເຖິງຄວາມຈຳເປັນທີ່​ຈະ​ຕ້ອງ​ປ້ອງ​ກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ດ້ວຍການເພີ່ມອັດຕາປົກຄຸມຂອງວັກຊີນໃຫ້ໄດ້ເຕັມອັດຕາ. ວັກຊີນ ສາມາດຮັກສາຊີວິດ ແລະ ປົກປ້ອງຄອບຄົວຂອງທຸກຄົນ. ພວກເຮົາຕ້ອງປິດຊ່ອງວ່າງ. ຖ້າຫາກ ຄົນໃນຄອບຄົວຂອງທ່ານຍັງບໍ່ທັນໄດ້ຮັບວັກຊີນ,  ກະລຸນາໄປຮັບວັກຊີນໃນທັນທີ.”

ດຣ ໂລ ກ່າວຕື່ມວ່າ: “ພວກເຮົາຫວັງຢ່າງຍິ່ງວ່າ ຈະສາມາດສືບຕໍ່ສະໜັບສະໜຸນ ກະຊວງສາທາລະນະສຸກ ໂດຍສະເພາະໃນການສົ່ງເສີມທັກສະ ແລະ ຄວາມອາດສາມາດໃຫ້ແກ່ພະນັກງານ, ຕໍ່ສູ້ກັບພະຍາດໂຄວິດ-19, ແລະ ຮັບປະກັນການໃຫ້ບໍລິການທາງດ້ານສາທາລະນະສຸກໃຫ້ແກ່ທຸກຄົນ ໃນທົ່ວປະເທດ.”

ໃນປັດຈຸບັນ, ອັດຕາການປົກຄຸມຂອງວັກຊີນກັນພະຍາດໂຄວິດ-19 ທົ່ວປະເທດ ໄດ້ກວມເອົາທັງໝົດ 72%, ໃນນີ້ ກຸ່ມຜູ້ສູງອາຍຸ ແລະ ພະນັກງານຂະແໜງສາທາ​ລະ​ນະ​ສຸກໄດ້ຮັບການປົກປ້ອງກວມເອົາ 74,3% ແລະ 95,5% ຕາມລຳດັບ. ແຕ່ກົງກັນຂ້າມ, ອັດຕາປົກຄຸມຂອງວັກຊີນຮອບປົກກະຕິຊ້ຳພັດຫຼຸດລົງ ໃນໄລຍະການລະບາດຂອງພະຍາດໂຄວິດ-19.

ພາຍຫຼັງການຕິດຕາມ ແລະ ຢ້ຽມຢາມ, ທ່ານ ຄິມ, ຜູ້ຕາງໜ້າອົງການໂກຟີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາຮູ້ສຶກຕື້ນຕັນໃຈຫຼາຍ ທີ່ໄດ້ເຫັນໝາກຜົນທີ່ພວກເຮົາໄດ້ປະຕິບັດ, ໂດຍສະເພາະວຽກງານສຸຂະພາບ ແມ່ ແລະ ເດັກ, ຊຶ່ງເຮັດໃຫ້ບໍ່ມີໂຕເລກເສຍຊີວິດໃນປີນີ້. ພະນັກງານ​ທຸກຄົນມີຄວາມຮັບຜິດຊອບໃນໜ້າທີ່​ທີ່​ໄດ້​ຮັບ​ມອບ​ໝາຍ ແລະ ຊອກຫາຄວາມຊ່ວຍເຫຼືອໄດ້ຢ່າງໄວວາໃນກໍລະນີທີ່​ເກີນ​ຄວາມ​ສາ​ມາດ​ໃນ​ການ​ປີ່ນ​ປົວ​ຂອງ​ພວ​ກ​ເຂົາ. ຜົນງານໃນຄັ້ງນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການປະສານງານລະຫວ່າງ ອົງການໂກຟີ, ກະຊວງ​ສາ​ທາ​ລະ​ນະ​ສຸກ ແລະ ຂະແໜງ​ການສາທາ​ລະ​ນະ​ສຸກຂັ້ນທ້ອງຖິ່ນ.

ກະຊວງສາທາລະນະສຸກໄດ້ວາງແຜນ​ທີ່​ຈະທົບທວນ​ຜົນ​ທີ່​ໄດ້​ຮັບ​ຈາ​ກ​ການປະເມີນ ແລະ ຊອກຫາວິທີການແກ້ໄຂທີ່ຈຳເປັນ ແລະ ຊ່ອງວ່າງຕ່າງໆ. ອົງການອະນາໄມໂລກ ແລະ ອົງການໂກຟີ ປະຈຳ ສປປ ລາວ ກໍ່ພ້ອມທີ່ຈະສືບຕໍ່ໃຫ້ການສະໜັບສະໜຸນເພື່ອການເຂົ້າເຖິງສາທາລະນະສຸກຂອງປະຊາຊົນທົ່ວປະເທດລາວ.