© WHO/ Edison Alcabasa
ໃນອາທິດນີ້ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນປະທານກອງປະຊຸມປະຈຳປີຄະນະກຳມະການຂັ້ນພາກພື້ນຂອງອົງການອະນາໄມໂລກ (WHO) ປະຈໍາພາກພື້ນປາຊີຟິກຕາເວັນຕົກ ຢູ່ ມະນີລາ, ປະເທດ ຟິລິບປິນ.
© Credits

ລັດຖະມົນຕີກະຊວງສາທາລະນະສຸກ, ສປປ ລາວ ເປັນປະທານກອງປະຊຸມ ສົນທະນາດ້ານສາທາລະນະສຸກ ໃນຂັ້ນພາກພື້ນ

26 October 2022
News release

ໃນ​ອາ​ທິດ​ນີ້ ​ທ່ານ​ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ໄດ້​ເປັນ​ປະ​ທານກອງປະ​ຊຸມປະ​ຈຳ​ປີຄະ​ນະ​ກຳ​ມະ​ການ​ຂັ້ນ​ພາກພື້ນ​ຂອງ​ອົງ​ການ​ອະນາໄມ​ໂລກ​ (WHO) ປະ​ຈໍາພາກພື້ນປາຊີຟິກຕາເວັນຕົກ ຢູ່ ມະ​ນີ​ລາ, ປະ​ເທດ ຟິ​ລິບ​ປິນ. ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ບັນດາລັດຖະມົນຕີ​ສາ​ທາ​ລະ​ນະ​ສຸກ ແລະ ​ພະ​ນັກ​ງານ​ຂັ້ນ​ອາວຸໂສ​ ຈາກ​ປະ​ເທດ​ຕ່າງໆໄດ້​ຍົກ​ໃຫ້​ເຫັນ​ບັນດາ​ບັນ​ຫາ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ສຳ​ຄັນ ແລະ ​ເປັນ​ບູລິ​ມະ​ສິດ​ ​ສຳ​ຫລັບ 37 ປະ​ເທດ ແລະ ​ບັນ​ດາ​ປະ​ເທດ​ໃນ​ຂົງເຂດ.

​ ​ເປັນ​ກຽດ​ເຂົ້າ​ຮ່ວມໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ ທ່ານ​ ດຣ. Tedros Adhanom Ghebreyesus, ​ຜູ້​ອໍານວຍ​ການ ສໍາ​ນັກ​ງານ​ໃຫ່ຍ ອົງ​ການ​ອະນາໄມ​ໂລກ​. ​​ໃນ​ນາມປະ​ທານກອງ​ປະ​ຊຸມ, ທ່ານ ລັດ​ຖະ​ມົນ​ຕີ ປອ ດ​ຣ ບຸນ​ແຝງ ພູມ​ມະ​ໄລ​ສິດ​ໄດ້​ກ່າວວ່າ: “ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາຍັງ ອົງ​ການ​ອະນາໄມ​ໂລກ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕໍ່​ເນື່ອງ​ຕະ​ຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ​ຈົນ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ກ້າວ​ເຂົ້າ​ສູ່ “​ການ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັບ​ ແລະ ສະ​ກັດກັ້ນ” ​ພະ​ຍາດໂຄວິດ-19 ໄດ້.

​ໃນ​ຊ່ວງ​ອາ​ທິດ​ດັ່ງກ່າວ, ຄະ​ນະ​ກໍາມະ​ການ​ຂັ້ນ​ພາກພື້ນຄາດວ່າ​ຈະ​ຮັບຮອງ ມະຕິ ​ກ່ຽວ​ກັບ​ບັນ​ຫາ​ຕ່າງ​ໆ ລວມທັງ ​ບັນ​ຫາ​​ການ​ເຂົ້າ​ເຖິງ​ການ​ບໍລິ​ການ​ສຸຂະ​ພາບ​ຂອງ​ຜູ້​ຢູ່ເຂດຫ່າງໄກສອກຫຼີກ, ​ການ​ຮັກ​ສາ​ສຸຂະ​ພາບ​ຂັ້ນ​ຕົ້ນ, ​ການ​ປ້ອງ​ກັນ ແລະ ​ຄວບ​ຄຸມ​ພະ​ຍາດ​ບໍ່​ຕິດ​ຕໍ່​, ​ບັນ​ຫາ​ສຸຂະ​ພາບ​ຈິດ, ແລະ ມະເຮັງປາກມົດລູກ.

​ທ່ານ​ລັດຖະມົນຕີ​ໄດ້​ກ່າວວ່າ “ກອງປະ​ຊຸມຄະ​ນະ​ກຳ​ມະ​ການ​ຂັ້ນ​ພາກພື້ນຄັ້ງນີ້ ​ແມ່​ນ​ເປັນ​ໂອກ​າດ​ທີ່​ສຳ​ຄັນ​ທີ່​ພວກ​ເຮົາ​ສາ​ມາດ​ແລກປ່ຽນປະ​ສົບ​ການ​ຮ່ວມ​ກັບບັນດາປະ​ເທດອື່ນໆ ແລະ ສາ​ມາດ​ຮຽນ​ຮູ້ວິທີ​ການ​ຕ່າງ​ໆ ວ່າເຂົາເຈົ້າ​ໄດ້​ແກ້ໄຂບັນດາສິ່ງທ້າທາຍ​ທີ່​ມີ​ຄວາມ​ຄ້າຍຄືກັນກັບສິ່ງ​ທີ່​ພວກ​ເຮົາ​ພວມປະ​ເຊີນຢູ່​ໃນ​ປະ​ຈຸບັນນັ້ນ​ໄດ້​ຄືແນວ​ໃດ​-​ຕະ​ຫຼອດຈົນ​ຮອດ​ການ​ກໍານົດວິທີແນວ​ທາງ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ອະນາໄມ​ໂລກ ໃຫ້​ແກ່​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ ​ໃນ​ການ​ຮັບມືກັບສິ່ງທ້າທາຍເຫຼົ່ານີ້​ໃຫ້​ໄດ້​ຮັບໝາກຜົນດີ​ທີ່​ສຸດ​ ແລະ ຍັງ​ເປັນ​ການ​ລະ​ດົມ​ການ​ຊ່ວຍ​ເຫຼືອ ຫຼື ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາກົນອີກ​ດ້ວຍ​.”

​ທ່ານ​ລັດຖະມົນຕິຍັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຄືບໜ້າດ້ານ​ສາ​ທາ​ລະ​ນະ​ສຸກ ​ໃນ​ ສປປ ລາວ ລວມທັງ​ການ​ປົກ​ປ້ອງ​ປະ​ຊາ​ກອນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຂົ້າ​ເຖິງ​ການ​ສັກຢາກັນ​ພະ​ຍາດໂຄວິດ-19 ແລະ ​ການ​ກ້າວ​ໄປ​ສູ່​ການ​ກໍາຈັດ​ພະ​ຍາດມາລາເລຍ, ​ການ​ປັບ​ປຸງ​ການ​ຕອບ​ໂຕ້​ພາວະ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ, ​ການ​ສ້າງ​ຄວາມ​ເຂັ້ມແຂງລະ​ບົບ​ສາ​ທາ​ລະ​ນະ​ສຸກ ແລະ ສົ່ງເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມຊົນ. ນອກ​ຈາກ​ນີ້, ​ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ທ້າທາຍ​ໃນ​ການ​ຮັບປະ​ກັນ​ວ່າ​ການ​ແຜ່ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ບໍ່​ແມ່​ນ​ສີ່ງກີດຂວາງ​ຄວາມ​ຄືບໜ້າ​ຂອງ​ວຽກ​ງານ ​ໂດຍ​ສະ​ເພາະ​ຕໍ່​ວຽກ​ງານ​ສັກຢາກັນ​ພະ​ຍາດຮອບ​ປົກກະ​ຕິ, ​ການ​ເຂົ້າ​ເຖິງ​ຢາ, ​ພະ​ຍາດໄຂ້​ເລືອດ​ອອກ​, ແລະ ​ການ​ບໍລິ​ການ​ສຸຂະ​ພາບ​ແມ່​ ແລະ ​ເດັກ ຂອງ ປະ​ເທດ ​.

​ນອກ​ຈາກນັ້ນທ່ານ​ຍັງ​ໄດ້​ກ່າວ​ວ່າ ‘ໃນ​ຂະ​ນະ​ທີ່​ປະ​ເທດ​ຂອງ​ພວກ​ເຮົາ​ກຳ​ລັງ​ປະ​ເຊີນກັບສິ່ງທ້າທາຍດ້ານ​ສາ​ທາ​ລະ​ນະ​ສຸກ​ຫລາຍ​ຢ່າງ, ພວກ​ເຮົາ​​ກໍ​ຍັງມີ​ຄວາມ​ພາກພູມ​ໃຈ​ກັບຜົນ​ສໍາ​ເລັດ​ທີ່​ພວກ​ເຮົາ​ສາ​ມາດ​ຍາດມາ​ໄດ້​ ​ເຊັ່ນ ​ອັດ​ຕາ​ການ​ສັກຢາກັນ​ພະ​ຍາດໂຄວິດ -19 ​ທີ່​ສູງ, ​ການ​ກໍາຈັດ​ພະ​ຍາດມາລາເລຍຊະນິດ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ​ ແລະ ​ການ​ກໍາຈັດ​ພະ​ຍາດຂາຊ້າງ​-​ແຕ່ພວກ​ເຮົາ​ຍັງມີ​ວຽກ​ອັນ​ໃຫຍ່​ຫຼວງ​ໃນ​ຕໍ່​ໜ້າ​ທີ່​ຍັງຕ້ອງ​ໄດ້​ເອົາ​ໃຈ​ໃສ່​’.

​ໃນ​ອາ​ທິດ​ດັ່ງກ່າວນີ້, ​ທ່ານ​ລັດຖະມົນຕີ ຄາດວ່າ​ຈະ​ພົບປະ​ກັບ​ການ​ນຳຂັ້ນ​ສູງ​ຂອງ​ອົງ​ການ​ອະນາໄມ​ໂລກ​ ແລະ ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ການ​ສັກຢາກັນ​ພະ​ຍາດ​ຂອງ​ ສປປ ລາວ, ​ພ້ອມ​ທັງ​ການ​ເປັນ​ປະ​ທານ​ໃນ​ກອງປະ​ຊຸມລັດຖະມົນຕີ​ສາ​ທາ​ລະ​ນະ​ສຸກອາຊຽນ 2022-2024 ​ທີ່​​ຈະ​ມາເຖິງນີ້.