ມື້ນີ້, ຮອງເຈົ້າແຂວງ ແຂວງອັດຕະປື ຮ່ວມກັບ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງການລົບລ້າງພະຍາດຂາຊ້າງ ຮ່ວມກັບຄູ່ຮ່ວມພັດທະນາ ເຊິ່ງເປັນຂີດໝາຍຜົນສຳເລັດຄັ້ງປະຫວັດສາດຂອງ ສປປ ລາວ.
ໃນອາທິດທີ່ຜ່ານມາ, ອົງການອະນາໄມໂລກ ໄດ້ປະກາດຢ່າງເປັນທາງການວ່າ ສປປ ລາວ ໄດ້ລົບລ້າງພະຍາດຂາຊ້າງ ທີ່ເປັນບັນຫາທາງດ້ານສາທາລະນະສຸກ ເຊິ່ງຜົນງານດັ່ງກ່າວ ແມ່ນມາຈາກການຈັດຕັ້ງປະຕິບັດກິດຈະກຳການກັນ ແລະ ຄວບຄຸມພະຍາດຢ່າງຈິງຈັງເປັນເວລາຫຼາຍກວ່າ 20 ປີ.
ພະຍາດຂາຊ້າງ ເປັນພະຍາດທີ່ພົບໃນສະເພາະໃນແຂວງອັດຕະປື ເທົ່ານັ້ນ. ພິທີການສະເຫຼີມສະຫຼອງການລົບລ້າງພະຍາດດັ່ງກ່າວ ຈຶ່ງໄດ້ຈັດຂຶ້ນຢູ່ແຂວງອັດຕະປື ເຊິ່ງເປັນເຈົ້າພາບຕ້ອນຮັບໂດຍ ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງອັດຕະປື ຮ່ວມກັບ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ເຂົ້າຮ່ວມໂດຍ ທ່ານ ນາງ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ, ທ່ານ ດຣ ເຄວິນ ສະມິດ, ຮອງຜູ້ຕາງໜ້າອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ຕາງໜ້າຈາກອົງການ ສາກົນເພື່ອສຸຂະພາບຄອບຄົວ 360 (FHI 360), ຕາງໜ້າຈາກອົງການ RTI International, ຄະນະຈາກກະຊວງສາທາລະນະສຸກ ແລະ ພະນັກງານແພດໝໍ ຈາກທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນຂອງບັນດາພະນັກງານແພດໝໍ ແລະ ຄູ່ຮ່ວມພັດທະນາທຸກພາກສ່ວນ.



ທ່ານ ບຸນເສີດ ເສດທິລາດ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ກ່າວວ່າ: “ຍ້ອນການສຸມກຳລັງເຫື່ອແຮງ ແລະ ການຮ່ວມມືຂອງບັນດາທ່ານ ຈຶ່ງເຮັດໃຫ້ພວກເຮົາສາມາດລົບລ້າງພະຍາດອັນເຈັບປວດນີ້ອອກໄປຈາກປະເທດເຮົາໄດ້. ຜົນສຳເລັດທີ່ຍາດມາໄດ້ໃນຄັ້ງນີ້ ກໍຍ້ອນມີພະນັກງານແພດໝໍ, ອຳນາດການປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາຈາກສາກົນ ແລະ ຂ້າພະເຈົ້າຂໍຕາງໜ້າໃຫ້ທາງແຂວງສະແດງຄວາມຂອບໃຈ ແລະ ຊົມເຊີຍແກ່ຜົນສຳເລັດຄັງນີ້.”
ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ຜົນສຳເລັດນີ້ ຖືວ່າເປັນໄຊຊະນະອີກຄັ້ງໜຶ່ງຂອງປະເທດເຮົາ. ຂະນະນີ້, ເຮົາສຳເລັດໄປເປົ້າໝາຍໜຶ່ງແລ້ວ, ພວກເຮົາຈົ່ງພ້ອມກັນສືບຕໍ່ແກ້ໄຂບັນຫາອື່ນອີກ, ລົບລ້າງພະຍາດອື່ນອີກ ແລະ ໃນຂະນະດຽວກັນ, ພວກເຮົາກໍຈະຕັ້ງໜ້າສືບຕໍ່ເຝົ້າລະວັງພະຍາດຂາຊ້າງ ເພື່ອປົກປ້ອງປະຊາຊົນລາວທຸກຄົນ ແລະ ຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວກັບມາສ້າງປັດໄຈສ່ຽງໃຫ້ເຮົາອີກ.”

ທ່ານ ນາງ ດຣ ຢິງ-ຣູ ແຈັກກະລິນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: “ຖືວ່າເປັນເລື່ອງລາວຄວາມສຳເລັດອີກເລື່ອງໜຶ່ງຂອງ ສປປ ລາວ ເຊິ່ງສະແດງໃຫ້ເຫັນວ່າ ພວກເຮົາສາມາດເຮັດຫຍັງໄດ້ແດ່ຫາກເຮົາໃຫ້ຄວາມສຳຄັນແກ່ຂະແໜງສາທາລະນະສຸກ. ຜົນສຳເລັດຂອງ ສປປ ລາວ ໃນການແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ເປັນຕົ້ນ ພະຍາດຂາຊ້າງ, ພະຍາດໄຂ້ມາລາເຣຍ ແລະ ພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນວ່າ ເຮົາຈະຕ້ອງສືບຕໍ່ລົງທຶນໃສ່ຂະແໜງສາທາລະນະສຸກ ແລະ ຊຸກຍູ້ໃຫ້ ສປປ ລາວ ສ້າງລະບົບສາທາລະນະສຸກທີ່ມີຄວາມທົນທານ. ຜົນສຳເລັດຄັງນີ້ ຍັງເປັນສິ່ງຢ້ຳເຕືອນໃຫ້ເຮົາຮູ້ວ່າ ເຮົາສາມາດສ້າງການປ່ຽນແປງໄດ້ ເຖິງແມ່ນວ່າສະຖານະການຕ່າງຈະມີຄວາມຫຍຸ້ງຍາກພຽງໃດກໍຕາມ.”
ທ່ານ ດຣ ເຄວິນ ສະມິດ, ຮອງຜູ້ຕາງໜ້າອົງການ USAID ໄດ້ກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຍິນດີມາຍັງລັດຖະບານແຫ່ງ ສປປ ລາວ ໂດຍສະເພາະກະຊວງສາທາລະນະສຸກ ແລະ ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້, ການນຳຂັ້ນແຂວງ, ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາທຸກພາກສ່ວນ ກັບຜົນສຳເລັດໃນການລົບລ້າງພະຍາດດັ່ງກ່າວ. ຂາດບໍ່ໄດ້, ພວກເຮົາຂໍຂອບໃຈທ່ານໝໍ, ພະຍາບານ ແລະ ພະນັກງານແພດທຸກທ່ານໃນແຂວງອັດຕະປື ທີ່ໄດ້ສຸມທຸກກຳລັງແຮງໃສ່ວຽກງານຕະຫຼອດມາ.”



ພະຍາດຂາຊ້າງ ແມ່ນພະຍາດກາຝາກທີ່ມີຍຸງເປັນພາຫະນໍາເຊື້ອ ເຊິ່ງຈະພາໃຫ້ອະໄວຍະວະໃຫຍ່ຂຶ້ນ ເຊິ່ງຈະມີອາການເຈັບປວດ, ພິການແບບຮຸນແຮງ ອາດສົ່ງຜົນໃຫ້ມີການລັງກຽດ ແລະ ເຮັດໃຫ້ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ຕາມມາ. ໃນປີ 2002, ໃນ ສປປ ລາວ ມີພຽງແຂວງອັດຕະປືເທົ່ານັ້ນທີ່ມີການລະບາດແບບບົ່ມຊ້ອນ. ໃນການລົບລ້າງພະຍາດດັ່ງກ່າວ ໄດ້ມີການຈັດຕັ້ງກິດຈະກໍາການຢາຍຢາ, ລົງຕິດຕາມເປັນປະຈຳ, ການສໍາຫຼວດເພື່ອປະເມີນການສົ່ງເຊື້ອ ແລະ ສຸຂະສຶກສາ.
ຜົນສໍາເລັດຂອງພວກເຮົາທີ່ຍາດມາໄດ້ໃນຄັ້ງນີ້ ແມ່ນມາຈາກເຫື່ອແຮງການຈັດຕັ້ງປະຕິບັດວຽກງານຮ່ວມກັນຂອງບັນດາບຸກຄະລາກອນສາທາລະນະສຸກ ແລະ ຍັງໄດ້ການສະໜັບສະໜູນຊ່ວຍເຫຼືອຈາກອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມງານ ລວມທັງ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ທະນາຄານພັດທະນາອາຊີ (ADB), ມູນນິທິ Margaret A. Cargill Foundation, ອົງການສາກົນເພື່ອສຸຂະພາບຄອບຄົວ 360 (FHI 360) ແລະ ອົງການ RTI International.
