ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ ຈໍານວນຫຼາຍກ່ວາ 650 000 ໂດສ໌ ເພື່ອຊ່ວຍປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໃນໄວເດັກທັງ 2 ຊະນິດ ພາຍໃຕ້ການສະໜັບສະໜູນຈາກ ອົງການ ກາວີ (Gavi) ຕໍ່ຄວາມພະຍາຍາມໃນການສັກວັກຊີນກັນພະຍາດພາຍໃນປະເທດ.
ການສະໜັບສະໜູນຈາກອົງການກາວີຄັ້ງນີ້ ເຊິ່ງກຳນົດເປົ້າໝາຍໄປທີ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ຫຼາຍກວ່າ 600 000 ຄົນ ແມ່ນເກີດຂຶ້ນໃນຂະນະກໍລະນີພະຍາດໝາກແດງເພີ່ມຂຶ້ນທົ່ວໂລກ ເນື່ອງຈາກອັດຕາການສັກຢາກັນພະຍາດດັ່ງກ່າວຍັງຢູ່ໃນເກນທີ່ຕໍ່າໃນກຸ່ມເດັກນ້ອຍຈາກຊຸມຊົນທີ່ເຂົ້າເຖິງຍາກ ເຊິ່ງເປັນກຸ່ມທີ່ຕ້ອງປະເຊີນກັບການຂາດແຄນໃນຫຼາຍດ້ານ ແລະ ມີຄວາມສ່ຽງສູງເປັນພິເສດ.
ການເພີ່ມອັດຕາການສັກວັກຊີນກັນພະຍາດໝາກເເດງໃຫຍ່ ແມ່ນຄວາມສຳຄັນຫຼາຍໃນໄລຍະເວລາທີ່ມີຜູ້ເຈັບເປັນ ແລະ ການເສຍຊີວິດເພີ່ມຂື້ນໃນທົ່ວໂລກ. ພະຍາດດັ່ງກ່າວຍັງສາມາດແຜ່ລະບາດຢ່າງວ່ອງໄວໃນບັນດາຄົນທີ່ບໍ່ໄດ້ຮັບການສັກວັກຊີນປ້ອງກັນ ແລະ ສາມາດເຮັດໃຫ້ເກີດພະຍາດຮ້າຍແຮງ ແລະ ເສຍຊີວິດໄດ້, ເຊິ່ງເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີນັ້ນເເມ່ນມີຄວາມສ່ຽງຫຼາຍທີ່ສຸດ.
ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ ເເມ່ນໄດ້ສະໜອງໃຫ້ໂດຍບໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍໃດໆ. ການແຈກຢາຍວັກຊີນເຫຼົ່ານີ້ ເເມ່ນນຳພາໂດຍ ກະຊວງສາທາລະນະສຸກ ຜ່ານການສະໜັບສະໜູນຈາກ ອົງການ ຢູນິເຊັບ, ອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ.
ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນໃນຄັ້ງນີ້ຈາກ ອົງການ ກາວີ, ເຊິ່ງວັກຊີນເຫຼົ່ານີ້ ຈະຊ່ວຍຮັກສາຊີວິດຂອງເດັກນ້ອຍລາວຫຼາຍຄົນ. ໃນໄລຍະຫຼັງການລະບາດຂອງພະຍາດໂຄວິດ-19, ມັນເປັນສິ່ງສຳຄັນເປັນຢ່າງຍິ່ງ ທີ່ພວກເຮົາຕ້ອງສຸມໃສ່ການປັບປຸງອັດຕາການສັກວັກຊີນກັນພະຍາດຮອບປົກກະຕິ ເພື່ອຮັບປະກັນໃຫ້ເດັກນ້ອຍໃນ ສປປ ລາວ ທຸກຄົນ ມີສຸຂະພາບທີ່ແຂງແຮງ ເເລະ ໄດ້ຮັບການປ້ອງກັນຈາກພະຍາດຮ້າຍເເຮງທີ່ອາດພາໃຫ້ເສຍຊີວິດໄດ້.” ທ່ານ ດຣ. ພອນປະເສີດ ອຸນາພົມ ຍັງໄດ້ຮັບຮູ້ການສະໜັບສະໜູນອັນມີຄ່າຈາກບັນດາ ຄູ່ຮ່ວມພັດທະນາ ເຊັ່ນ ອົງການ ຢູນິເຊັບ, ອົງການອະນາໄມໂລກ ເເລະ ການບໍລິການດ້ານວັກຊີນກັນພະຍາດຂອງ ສປປ ລາວ.
ຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜຸນຈາກ ອົງການ ກາວີ ປະຈຳ ສປປ ລາວ, ທ່ານ ນາງ ນາເດຍ ລາສຣິ, ໄດ້ກ່າວວ່າ: “ການສະໜັບສະໜູນຈາກ ອົງການ ກາວີ ເພື່ອປະຕິບັດວຽກງານການໃຫ້ວັກຊີນກັນພະຍາດໝາກເເດງໃຫຍ່ ເເລະ ໝາກເເດງນ້ອຍ ທົ່ວປະເທດຄັ້ງນີ້ ແມ່ນເປັນການເສີມການຊ່ວຍເຫລືອອັນຍາວນານຂອງພວກເຮົາຕໍ່ລັດຖະບານແຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກການໃຫ້ວັກຊີນກັນພະຍາດຮອບປົກກະຕິ. ວຽກງານນີ້ເເມ່ນມີຄວາມສຳຄັນທີ່ສຸດຕໍ່ສຸຂະພາບຂອງເດັກນ້ອຍ, ໂດຍສະເພາະໃນເຂດຊຸມຊົນທີ່ເຂົ້າເຖິງຍາກ.”
ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ, ກໍໄດ້ເນັ້ນໜັກເຖິງ ຄວາມມຸ່ງໝັ້ນຂອງ ອົງການ ຢູນິເຊັບ ໃນການປ້ອງກັນສິດທິຂອງເດັກ ໃນ ສປປ ລາວ, ລວມທັງ ການເຂົ້າເຖິງການໃຫ້ບໍລິການສັກວັກຊີນກັນພະຍາດຕ່າງໆ. ທ່ານ ນາງ ດຣ ເພຍ ເຣເບນໂລ ຍັງໄດ້ຊົມເຊີຍ ຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ ຂອງພະນັກງານສາທາລະນະສຸກ ແລະ ອາສາສະໝັກດ້ານສາທາລະນະສຸກບ້ານ ໃນທົ່ວປະເທດ. “ໃນຂະນະທີ່ພວກເຮົາມີຄວາມຄືບໜ້າໃນດ້ານການປັບປຸງການໃຫ້ບໍລິການວັກຊີນກັນພະຍາດໃນ ສປປ ລາວ, ແຕ່ໃນຕອນນີ້ເດັກນ້ອຍລາວກໍຍັງປະເຊີນກັບໄພຂົ່ມຂູ່ອີກອັນໜຶ່ງ ຈາກ 2 ພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ກໍຄື: ພະຍາດໝາກເເດງໃຫຍ່ ເເລະ ໝາກເເດງນ້ອຍ. ດັ່ງນັ້ນ, ຈຶ່ງເປັນເຫດຜົນໃນການລະດົມຂະບວນການສັກວັກຊີນກັນພະຍາດໃນທົ່ວປະເທດ ໃນໄວໆນີ້.” ທ່ານນາງ ດຣ ເພຍ ເຣເບນໂລ ບຣິໂຕ ຍັງໄດ້ຮຽກຮ້ອງເຖິງພໍ່ແມ່ ແລະ ຜູ້ປົກຄອງເດັກ ໃນການນໍາເອົາລູກຫຼານຂອງຕົນ ໄປສະຖານທີ່ບໍລິການສັກວັກຊີນທີ່່ີ່ໃກ້ທີ່ສຸດເພື່ອຮັບວັກຊີນຊ່ວຍຊີວິດເຫຼົ່ານີ້.
ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ, ທ່ານ ນາງ ດຣ ຢິງ-ຣູ ໂລ, ກໍໄດ້ປະກອບຄຳເຫັນວ່າ: “ພະຍາດໝາກເເດງໃຫຍ່ ເເລະ ໝາກເເດງນ້ອຍ ເປັນພະຍາດທີ່ອັນຕະລາຍຫຼາຍ. ການລະບາດຂອງພະຍາດໝາກແດງໃຫຍ່ ໃນບັນດາປະເທດອື່ນໆເມື່ອບໍ່ດົນມານີ້ ເຫັນວ່າໄດ້ເຮັດໃຫ້ເດັກນ້ອຍຈຳນວນຫຼາຍທີ່ບໍ່ທັນໄດ້ຮັບການສັກວັກຊີນຕ້ອງເສຍຊີວິດ ເຊິ່ງເປັນທີ່ໜ້າເສົ້າສະຫຼົດໃຈ. ການທີ່ເເມ່ຍີງຖືພາເປັນພະຍາດໝາກເເດງນ້ອຍນັ້ນ ສາມາດເຮັດໃຫ້ສູນເສຍເດັກໃນທ້ອງໄດ້ ຫຼື ເຮັດໃຫ້ເດັກເກີດມາມີຄວາມພິການຕະຫຼອດຊີວິດ. ການສັກວັກຊີນເປັນວິທີໜຶ່ງທີ່ມີປະສິດທິຜົນທີ່ສຸດໃນການປົກປ້ອງສຸຂະພາບ ແລະ ການເປັນຢູ່ຂອງເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ. ອົງການອະນາໄມໂລກ ພ້ອມດ້ວຍຄູ່ຮ່ວມພັດທະນາຂອງພວກເຮົາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນວຽກງານສັກວັກຊີນຂອງລັດຖະບານເເຫ່ງ ສປປ ລາວ, ລວມເຖິງການຊ່ວຍເຫຼືອວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ."
ວັກຊີນກັນພະຍາດທັງຫມົດ ໃນ ສປປ ລາວ ແມ່ນໄດ້ຖືກຮັບຮອງໂດຍ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ, ແລະ ໄດ້ຮັບການຢັ້ງຢືນວ່າປອດໄຟ ແລະ ມີປະສິດທິພາບສູງ ໃນການປ້ອງກັນເດັກນ້ອຍຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ.