ບັນດາແຂກຜູ້ຕາງໜ້າຈາກກະຊວງສາທາລະນະສຸກ, ສະຫະພາບເອີຣົບ ແລະ ອົງການອະນາໄມໂລກ ໄດ້ພົບປະກັນໃນມື້ນີ້ ທີ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງຄວາມຄືບໜ້າຂອງການພັດທະນາວຽກງານສາທາລະນະສຸກ ເຊິ່ງມີຄວາມພະຍາຍາມຮ່ວມກັນຈາກຫຼາຍພາກສ່ວນໃນໄລຍະທີ່ຜ່ານມາ ພ້ອມທັງແນໃສ່ວຽກງານສຳຄັນໃນຕໍ່ໜ້າ.
ພິທີດັ່ງກ່າວຖືວ່າເປັນງານສະຫຼຸບວຽກງານການໂຕ້ຕອບພະຍາດໂຄວິດ-19 ຮ່ວມກັນ ແລະ ການສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ ເພື່ອໂຕ້ຕອບກັບວິກິດການຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ ໂດຍການຮ່ວມມຶືກັນລະຫວ່າງກະຊວງສາທາລະນະສຸກ, ສະຫະພາບເອີຣົບ ແລະ ອົງການອະນາໄມໂລກ.
ເຫັນໄດ້ວ່າການຮ່ວມມືດັ່ງກ່າວນີ້ ໄດ້ເຮັດໃຫ້ພະນັກງານແພດໝໍຫຼາຍພັນທ່ານໄດ້ຮັບການຝຶກອົບຮົມ ໃນຫຼາຍໜ້າວຽກ ລວມທັງ ການຄຸ້ມຄອງເຫດການສຸກເສີນ ແລະ ການຄຸ້ມຄອງກໍລະນີ, ການເຝົ້າລະວັງພະຍາດ, ວຽກງານຫ້ອງວິເຄາະ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ການກັນ ແລະ ຄວບຄຸມການຕິດເຊື້ອ, ສຸຂາພິບານ ແລະ ການຄຸ້ມຄອງສິ່ງເສດເຫຼືອໃນສະຖານບໍລິການດ້ານສາທາລະນະສຸກ ແລະ ສະຖານທີ່ຕ່າງໆ.
ການສະໜັບສະໜູນ ມູນຄ່າ 67.3 ຕື້ ກີບ (3.3 ລ້ານ ໂດລາສະຫະລັດ) ໃຫ້ແກ່ ສປປ ລາວ ເປັນໄລຍະເວລາ 3 ປີ ແມ່ນເປັນສ່ວນໜຶ່ງຂອງ ການຊ່ວຍເຫຼືອມູນຄ່າທັງໝົດ 24.8 ລ້ານໂດລາສະຫະລັດ ທີ່ສະຫະພາບເອີຣົບໄດ້ໃຫ້ການສະໜັບສະໜູນດ້ານວຽກງານສາທາລະນະສຸກ ທີ່ກວມເອົາ 8 ປະເທດອາຊຽນ.
ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ກ່າວວ່າ: “ການຮ່ວມມືຄັ້ງສຳຄັນນີ້ ບໍ່ພຽງແຕ່ສະໜອງການຊ່ວຍເຫຼືອທີ່ສໍາຄັນ ໃຫ້ແກ່ລະບົບສາທາລະນະສຸກໃນໄລຍະວິກິດການທີ່ຫຍຸ້ງຍາກ ກໍຄື ການລະບາດແຜ່ລາມຂອງພະຍາດໂຄວິດ-19 ເທົ່ານັ້ນ ແຕ່ຍັງໄດ້ຊ່ວຍໃຫ້ພວກເຮົາໄດ້ຟື້ນຄືນສູ່ສະພາບປົກກະຕິໄດ້ໄວຂຶ້ນ. ພ້ອມກັນນັ້ນ, ກໍຍັງໄດ້ຊ່ວຍສ້າງຄວາມເຂັ້ມແຂງດ້ານຄວາມອາດສາມາດຂອງລະບົບສາທາລະນະສຸກ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຕ້ອງການຂອງປະຊາຊົນ, ຊ່ວຍກຽມພ້ອມຮັບມືກັບພະຍາດລະບາດ ແລະ ວິກິດການສາທາລະນະສຸກຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ ອີກດ້ວຍ.”
ໄລຍະການລະບາດແຜ່ລາມ, ໃນຂົງເຂດວຽກງານຄວາມໝັ້ນຄົງດ້ານສຸຂະພາບ ມີພະນັກງານແພດໝໍຫຼາຍກວ່າ 650 ທ່ານ ໄດ້ຮັບການຝຶກອົບຮົມ ກ່ຽວກັບການເຝົ້າລະວັງພະຍາດ, ເຕັກນິກການກວດວິເຄາະ ແລະ ຄວາມປອດໄພດ້ານສຸຂະພາບຢູ່ຈຸດຜ່ານແດນຕ່າງໆ. ໃນຂະນະດຽວກັນ ກໍໄດ້ສະຫນັບສະຫນູນໃນການປັບປຸງລະບົບໂຕ້ຕອບ ຕໍ່ເຫດການສຸກເສີນດ້ານສາທາລະນະສຸກຢູ່ 4 ແຂວງ ແລະ ໄດ້ມີການເກັບຕົວຢ່າງພະຍາດໂຄວິດ-19 ຫຼາຍກວ່າ 600 ຕົວຢ່າງ ເພື່ອວິເຄາະຫາສາຍພັນໃໝ່.
ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: "ສະຫະພາບເອີຣົບມີຄວາມພາກພູມໃຈທີ່ໄດ້ເຫັນການປ່ຽນແປງທີ່ພົ້ນເດັ່ນ ຂອງຫຼາຍຂົງເຂດວຽກງານ ໃນຂະແໜງການສາທາລະນະສຸກ ເຊິ່ງເຮັດໃຫ້ການໂຕ້ຕອບຕໍ່ພະຍາດໂຄວິດ-19 ມີປະສິດທິພາບ ແລະ ຍັງສາມາດສ້າງຄວາມທົນທານ ເພື່ອຮັບປະກັນຄວາມພ້ອມໃນການຮັບມືກັບສິ່ງທ້າທາຍທີ່ອາດເກີດຂຶ້ນໃນພາຍໜ້າ."
ອີກໜຶ່ງຂົງເຂດວຽກງານທີ່ສຳຄັນສຳລັບການ ໂຕ້ຕອບຕໍ່ພະຍາດໂຄວິດ-19 ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ກໍຄືການເສີມຂະຫຍາຍວຽກງານການກັນ ແລະ ຄວບຄຸມການຕິດເຊື້ອ ພ້ອມທັງ ປັບປຸງວຽກງານນ້ຳສະອາດ ແລະ ສຸຂາພິບານ ຢູ່ໃນສະຖານບໍລິການສາທາລະນະສຸກ. ຕໍ່ກັບວຽກງານດັ່ງກ່າວ ໄດ້ມີໂຮງໝໍຫຼາຍກວ່າ 35 ແຫ່ງ ໃນທົ່ວປະເທດ ໄດ້ຮັບອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ ທີ່ນຳໃຊ້ເພື່ອການຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ຈາກສະຖານບໍລິການສາທາລະນະສຸກ. ພ້ອມດຽວກັນນັ້ນ, ພະນັກງານສາທາລະນະສຸກຫຼາຍກວ່າ 630 ທ່ານ ກໍໄດ້ຮັບການຝຶກອົບຮົມ ເພືຶ່ອປັບປຸງການປະຕິບັດວຽກງານ, ກຳນົດໄດ້ບັນຫາຕ່າງໆ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ອີກດ້ວຍ.
ທ່ານ ນາງ ດຣ ຢູ ລີ ປາກ, ຮັກສາການຜູ້ຕາງໜ້າ ອົງການອະນາໄມໂລກ ໄດ້ກ່າວວ່າ: “ຂ້າພະເຈົ້າ ຂໍສະແດງຄວາມຍິນດີມາຍັງຄູ່ຮ່ວມພັດທະນາທຸກພາກສ່ວນ. ແຜນງານນີ້ ໄດ້ສະແດງໃຫ້ເຫັນເຖິງການຮ່ວມມື ແລະ ຄວາມຕັ້ງໜ້າໃນການໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ເຮັດຮ່ວມກັນ ເຊິ່ງສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ແລະ ຄວາມເຂັ້ມແຂງທົນທານທີ່ສາມາດບັນລຸໄດ້ໃນອະນາຄົດ.ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນ ໂດຍສະເພາະ ແມ່ນການຮັບປະກັນໃຫ້ໂຮງໝໍມີຄວາມພ້ອມໃນການຄຸ້ມຄອງເຫດການສຸກເສີນ ທີ່ອາດເກີດຂຶ້ນໃນອະນາຄົດ, ລວມທັງ ວຽກງານການບໍລິການທາງການແພດຕໍ່ກັບເຫດການສຸກເສີນ ແລະ ພະນັກງານແພດໝໍມີຄວາມພ້ອມໃນການຮັບມືກັບສິ່ງທ້າທາຍຕ່າງໆ ບໍ່ວ່າຈະມາໃນຮູບແບບໃດກໍຕາມ. ພວກເຮົາໄດ້ປະສົບຜົນສຳເລັດຫຼາຍຢ່າງຮ່ວມກັນມາແລ້ວ ແລະ ພວກເຮົາຕ້ອງບໍ່ສູນເສຍຈັງຫວະ ແລະ ແຮງຂັບເຄື່ອນທີ່ມີຄວາມໝາຍນີ້ໄປ, ພວກເຮົາຈະຕ້ອງສືບຕໍ່ຜັນຂະຫຍາຍວຽກງານສາທາລະນະສຸກ ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ ເພື່ອສຸຂະພາບທີ່ດີຂອງໝົດທຸກຄົນ.”