ກະຊວງສາທາລະນະສຸກ, ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ (SCI) ແລະ ອົງການອະນາໄມໂລກ (WHO), ກໍາລັງເປີດຕົວໂຄງການ ກ່ຽວກັບການລິເລີ່ມລະບົບສາທາລະນະສຸກທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊິ່ງເປັນໂຄງການຄັ້ງທຳອິດຂອງ ສປປ ລາວ, ໂດຍໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ (GCF). ໂຄງການຫ້າປີນີ້ ມີເປົ້າໝາຍເພື່ອໃຫ້ຜົນປະໂຫຍດແກ່ປະຊາກອນຫຼາຍກວ່າໜຶ່ງສ່ວນສີ່ຂອງປະເທດ.
ໃນມື້ວານນີ້, ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ແລະ ທ່ານ ລູກ ເອັບສ໌ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈຂອງໂຄງການ ໂດຍມີ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ເຂົ້າຮ່ວມເປັນພະຍານ.
ການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອສາມາດທົນທານກັບສະພາບການປ່ຽນແປງດິນຟ້າອາກາດ, ໂດຍໄດ້ຮັບທຶນສະໜັບສະໜູນຫຼັກຈາກກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ ຜ່ານອົງການຊ່ວຍເຫຼືອເດັກ ອົດສະຕຣາລີ ດ້ວຍການປະກອບທຶນຊ່ວຍເຫຼືອຈາກອົງການຊ່ວຍເຫຼືອເດັກ ສະຫະລັດອາເມລິກາ, ອົງການອະນາໄມໂລກ, ແລະ ລັດຖະບານແຫ່ງ ສປປ ລາວ (ໃນຮູບແບບການສົມທົບທີ່ບໍ່ແມ່ນເງິນ), ເຊິ່ງມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງດ້ານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຄວາມຍືນຍົງຂອງລະບົບສາທາລະນະສຸກໃນເຈັດແຂວງເປົ້າໝາຍຂອງໂຄງການ. ເນື່ອງຈາກເດັກນ້ອຍເປັນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດຕໍ່ໄພອັນຕະລາຍດ້ານສຸຂະພາບທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ ລວມທັງພະຍາດໄຂ້ຍຸງລາຍ, ພະຍາດຖອກທ້ອງ ແລະ ພາວະຂາດສານອາຫານ ອັນເນື່ອງມາຈາກການປ່ຽນແປງສະພາບອາກາດຮຸນແຮງທີ່ສົ່ງຜົນກະທົບຕໍ່ພືດຜົນ, ທີ່ຢູ່ອາໄສ ແລະ ລະບົບນໍ້າ ແລະ ສຸຂາພິບານ. ໂຄງການນີ້ໄດ້ກຳນົດກິດຈະກໍາເປົ້າໝາຍເພື່ອປົກປ້ອງສະຫວັດດີພາບຂອງພວກເຂົາ.
ໃນໄລຍະຫ້າປີຂ້າງໜ້າ, ໂຄງການຈະໃຫ້ການສະໜັບສະໜູນ ສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 100 ແຫ່ງ ແລະ ຊຸມຊົນຈໍານວນ 250 ແຫ່ງ ໃນ 25 ເມືອງ ຂອງ 7 ແຂວງ. ໂດຍຈະເສີມສ້າງຄວາມສາມາດຂອງພະນັກງານສາທາລະນະສຸກໃນການແກ້ໄຂຄວາມສ່ຽງດ້ານສຸຂະພາບທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ, ປັບປຸງພື້ນຖານໂຄງລ່າງດ້ານສາທາລະນະສຸກໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ປະຢັດພະລັງງານ ໃນສະຖານທີ່ບໍລິການສາທາລະນະສຸກຈໍານວນ 79 ແຫ່ງ, ເພີ່ມຄວາມຮັບຮູ້ຂອງຊຸມຊົນກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສຸຂະພາບ. ພ້ອມກັນນັ້ນ, ໂຄງການຈະສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການກໍານົດບູລິມະສິດດ້ານສຸຂະພາບ ທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດ, ຂະຫຍາຍລະບົບເຕືອນໄພລ່ວງໜ້າ, ແລະ ປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບໃຫ້ແກ່ປະຊາຊົນຫຼາຍກວ່າ 1.8 ລ້ານຄົນໃນເຂດຊົນນະບົດທີ່ມີຄວາມສ່ຽງສູງຕໍ່ການປ່ຽນແປງດິນຟ້າອາກາດ.
/countries/lao-peoples-democratic-republic/20221124_champasakclimatechange-1914.jpg?sfvrsn=e852a22_1)
ຫົວໜ້າຝ່າຍການລົງທຶນຂອງ ກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າ, ທ່ານ ເຮັນຣີ ກອນຊາເລສ, ກ່າວວ່າ:
“ ໂຄງການນີ້ໄດ້ຮັບຮອງເອົາວິທີການ ໃນການເສີມສ້າງຄວາມເຂັ້ມແຂງດ້ານການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດຂອງລະບົບສາທາລະນະສຸກ ໃນ ສປປ ລາວ. ການລົງທຶນຂອງ GCF ສະໜັບສະໜູນປັບປຸງລະບົບການຄຸ້ມຄອງໃຫ້ດີຂຶ້ນ, ມີລະບົບຂໍ້ມູນຂ່າວສານດ້ານສຸຂະພາບທີ່ເປັນປະໂຫຍດ ແລະ ນຳໃຊ້ໃຫ້ຫຼາຍຂຶ້ນ, ແລະ ສິ່ງທີ່ສຳຄັນທີ່ສຸດ ແມ່ນຮັບປະກັນການບໍລິການດ້ານສຸຂະພາບທີ່ດີຂຶ້ນໃຫ້ແກ່ຊຸມຊົນທົ່ວປະເທດ.”
ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມ ອະນາໄມ ແລະ ສົ່ງເສີມສຸຂະພາບ ກ່າວວ່າ:
“ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ, ກະຊວງສາທາລະນະສຸກ ແລະ ອົງການຊ່ວຍເຫຼືອເດັກສາກົນ ກຳລັງຮ່ວມມືກັນໃນການຈັດຕັ້ງປະຕິບັດໂຄງການໂດຍການສ້າງຄວາມເຂັ້ມແຂງ ໃຫ້ການຄຸ້ມຄອງດ້ານສາທາລະນະສຸກ, ປັບປຸງການເຂົ້າເຖິງຂໍ້ມູນດິນຟ້າອາກາດ ແລະ ສຸຂະພາບ, ເສີມສ້າງຄວາມສາມາດໃນເຂດທີ່ມີຄວາມສ່ຽງ, ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນເພື່ອຮັບມືຕໍ່ສິ່ງທ້າທາຍດ້ານສຸຂະພາບທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ. ໂຄງການນີ້ມີຈຸດປະສົງເພື່ອສ້າງລະບົບສາທາລະນະສຸກທີ່ມີຄວາມເຂັ້ມແຂງ ໂດຍສາມາດຮັບມືໄດ້ດີຂຶ້ນຕໍ່ກັບການປ່ຽນແປງດິນຟ້າອາກາດ, ທັງນີ້ເພື່ອປົກປ້ອງປະຊາກອນ ຈາກຜົນກະທົບທີ່ເພີ່ມຂຶ້ນຂອງການປ່ຽນແປງດິນຟ້າອາກາດ.”
ທ່ານ ນິກ ໄອເລນ, ຜູ້ອໍານວຍການ - ດ້ານການປ່ຽນແປງດິນຟ້າອາກາດ ຂອງອົງການຊ່ວຍເຫຼືອເດັກ, ກ່າວວ່າ:
“ນີ້ແມ່ນອີກໂຄງການບຸກເບີກໜຶ່ງໃນການຮ່ວມມືຂອງພວກເຮົາກັບກອງທຶນສີຂຽວເພື່ອດິນຟ້າອາກາດ. ການເຮັດວຽກຮ່ວມກັບຄູ່ຮ່ວມງານຂອງພວກເຮົາໃນ ສປປ ລາວ, ໂຄງການນີ້ຈະປັບປຸງພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະ ສົ່ງເສີມໃຫ້ຊຸມຊົນເພື່ອສ້າງອະນາຄົດທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດສຳລັບລູກຫຼານຂອງພວກເຂົາ. ໂດຍການສຸມໃສ່ຜູ້ທີ່ອ່ອນໄຫວທີ່ສຸດຕໍ່ສະພາບປ່ຽນແປງດິນຟ້າອາກາດ, ພວກເຮົາສາມາດຮັບປະກັນວ່າບໍ່ມີເດັກນ້ອຍຄົນໃດຖືກປະໄວ້ຂ້າງຫຼັງ ໃນການຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ.”
ຫົວໜ້າ ອົງການຊ່ວຍເຫຼືອເດັກ ປະຈໍາ ສປປ ລາວ, ທ່ານ ລຸກ ເອັບສ໌ ກ່າວວ່າ:
“ໂຄງການນີ້ແມ່ນບາດກ້າວທີ່ສຳຄັນໃນການປົກປ້ອງເດັກນ້ອຍ ແລະ ຊຸມຊົນຈາກຜົນກະທົບດ້ານສຸຂະພາບທີ່ເພີ່ມຂຶ້ນຈາກການປ່ຽນແປງດິນຟ້າອາກາດ. ໂດຍການເສີມສ້າງລະບົບການເບິ່ງແຍງສຸຂະພາບທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຈະຊ່ວຍໃຫ້ໝັ່້ນໃຈວ່າ ກຸ່ມຜູ້ທີ່ມີຄວາມອ່ອນໄຫວຕໍ່ການປ່ຽນແປງດິນຟ້າອາກາດ ຈະມີສຸຂະພາບດີ ແລະ ມີຄວາມປອດໄພເພີ່ມຂຶ້ນ. ພວກເຮົາຍັງຮຽກຮ້ອງໃຫ້ມີການຮ່ວມມືກັນຫຼາຍຂຶ້ນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການດຳເນີນງານດ້ານດິນຟ້າອາກາດທີ່ນຳພາໂດຍເດັກນ້ອຍ ແລະ ແມ່ຍິງໃນຂະແໜງສາທາລະນະສຸກ ເພື່ອຂັບເຄື່ອນຜົນກະທົບທີ່ຍືນຍົງ ແລະ ທົ່ວເຖິງ.”
ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ:
“ວິກິດການດ້ານດິນຟ້າອາກາດ ກໍຄືວິກິດການທາງດ້ານສຸຂະພາບ; ຂະແໜງສາທາລະນະສຸກ ໃນ ສປປ ລາວ ແລະ ລະບົບສາທາລະນະສຸກ ແມ່ນມີຄວາມສ່ຽງສູງຕໍ່ການປ່ຽນແປງດິນຟ້າອາກາດ, ເປັນຕົ້ນ ໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ສະພາບອາກາດທີ່ຮຸນແຮງ. ໂຄງການນີ້ ຖືເປັນໂຄງການທີ່ມີຄວາມສຳຄັນ ໃນການແກ້ໄຂຜົນກະທົບທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ແລະ ເປັນການຊ່ວຍເຫຼືອທີ່ສໍາຄັນໃນການປົກປ້ອງສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນ. ພ້ອມນັ້ນ, ໂຄງການດັ່ງກ່າວ ຈະຊ່ວຍໃຫ້ຮັບປະກັນສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ທັງໃນປັດຈຸບັນ ແລະ ໃນຕໍ່ໜ້າ."
ນີ້ແມ່ນໂຄງການທີສາມຂອງອົງການຊ່ວຍເຫຼືອເດັກ (ໃນຈຳນວນ 7 ໂຄງການທີ່ໄດ້ຮັບການອະນຸມັດ) ກັບກອງທຶນສີຂຽວທາງດ້ານການປ່ຽນແປງດິນຟ້າອາກາດ ແລະ ເປັນໂຄງການທຳອິດໃນພາກພື້ນອາຊີ-ປາຊີຟິກ, ຕິດຕາມມາຈາກການເປີດຕົວໂຄງການປັບຕົວ ແລະ ສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງດິນຟ້າອາກາດຂະໜາດໃຫຍ່ໃນໝູ່ເກາະໂຊໂລມອນ ໃນເດືອນກໍລະກົດ 2023 ແລະ ປະເທດວານູອາຕູ ໃນເດືອນພຶດສະພາ 2022.
ໂຄງການທີ່ສຳຄັນນີ້ຈະຖືກຈັດຕັ້ງປະຕິບັດໂດຍການຮ່ວມມືກັບກະຊວງສາທາລະນະສຸກ(ກົມອະນາໄມ ແລະ ສົ່ງເສີມສຸຂະພາບ), ສປປ ລາວ, ອົງການອະນາໄມໂລກ, ສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນ ເປັນ ພາຍຫຼັງການປຶກສາຫາລືຢ່າງກວ້າງຂວາງກັບຜູ້ມີສ່ວນກ່ຽວຂ້ອງ.