ເພື່ອເປັນການສະເຫຼີມສະຫຼອງວັນງົດສູບຢາໂລກ ປະຈຳປີ 2025 ພາຍໃຕ້ຄຳຂວັນ: “ເປີດໂປງກົນລະຍຸດຂອງບໍລິສັດຢາສູບ ທີ່ເຮັດໃຫ້ຜະລິດຕະພັນຢາສູບ ແລະ ຢາສູບໄຟຟ້າ ຂອງຕົນມີຄວາມດຶງດູດ ແລະ ໜ້າສົນໃຈ”, ໄດ້ມີການຈັດກິດຈະກຳແຂ່ງເວົ້າສຳລັບໄວໜຸ່ມລະຫວ່າງໂຮງຮຽນມັດທະຍົມ 4 ແຫ່ງ ໃນນະຄອນຫຼວງວຽງຈັນ. ຜ່ານການແຂ່ງເວົ້າຫຼາຍຮອບ-ຫຼາຍຍັດຕິຂອງແຕ່ລະທີມ ທີ່ໄດ້ສະແດງໃຫ້ເຫັນເຖິງແນວທາງການຫຼຸດຜ່ອນການຊົມໃຊ້ຢາສູບໄຟຟ້າໃນໄວໜຸ່ມ ແລະ ໂດຍການໃຫ້ຄະແນນຂອງຄະນະກຳມະການທີ່ມາຈາກຫຼາຍຂະແໜງການລວມທັງ ຂະແໜງການສາທາລະນະສຸກ ໄດ້ເອກະພາບໃຫ້ ໂຮງຮຽນ ຫ້ອມສະຫວັນ ເປັນທີມຊະນະເລີດໃນການແຂ່ງຂັນເວົ້າດັ່ງກ່າວ ໂດຍຄະແນນສະເລ່ຍຫຼາຍກວ່າໂຮງຮຽນອື່ນ ທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ການແຂ່ງຂັນເວົ້າໃນຄັ້ງນີ້ ຈັດຂຶ້ນໂດຍກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ປະຈຳ ສປປ ລາວ ໂດຍມີທັງໝົດ 4 ໂຮງຮຽນເຂົ້າຮ່ວມ ຄື: ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ, ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ, ໂຮງຮຽນມັດທະຍົມສຶກສາຕອນປາຍ ຈັນທະບູລີ ແລະ ມັດທະຍົມສົມບູນ ຫ້ອມສະຫວັນ. ການແຂ່ງຂັນດັ່ງກ່າວ ມີຍັດຕິ ກ່ຽວກັບ ຄວາມອັນຕະລາຍຂອງຢາສູບໄຟຟ້າ, ບົດບາດ ແລະ ຄວາມຮັບຜິດຊອບຮ່ວມກັນຂອງໄວໜຸ່ມ ແລະ ລັດຖະບານ ໃນການສ້າງອະນາຄົດທີ່ປອດຄວັນຢາສູບ, ລວມເຖິງບົດບາດຂອງສື່ສັງຄົມອອນລາຍໃນການຫຼຸດຜ່ອນການຊົມໃຊ້ຢາສູບໄຟຟ້າ.
ທ່ານ ສຈ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ໄວໜຸ່ມ ແມ່ນອະນາຄົດຂອງຊາດ. ສະນັ້ນ, ການປົກປ້ອງພວກເຂົາຈາກຄວາມອັນຕະລາຍຂອງຢາສູບໄຟຟ້າ ຈຶ່ງມີຄວາມສຳຄັນທີ່ສຸດ. ໂຮງຮຽນທີ່ຊະນະເລີດ ແມ່ນຖືວ່າເຮັດໄດ້ດີຫຼາຍ ໂດຍສະເພາະເລື່ອງການເນັ້ນໜັກເຖິງການເປີດໂປງກົນລະຍຸດຂອງບໍລິສັດຢາສູບ ເປັນຕົ້ນແມ່ນໃນການໂຄສະນາທີ່ແນເປົ້າໃສ່ໄວໜຸ່ມ ລວມເຖິງໄດ້ເນັ້ນໜັກກ່ຽວກັບຄວາມສ່ຽງຈາກການຊົມໃຊ້ຢາສູບໄຟຟ້າທີ່ມັກຖືກເບິ່ງຂ້າມ ພ້ອມທັງນຳສະເໜີແນວທາງການແກ້ໄຂບັນຫາທີ່ເຫັນວ່າມີຄວາມແທດເໝາະກັບສະພາບຂອງສັງຄົມ ແລະ ໄວໜຸ່ມໃນປະຈຸບັນ. ບົດນຳສະເໜີດັ່ງກ່າວຖືວ່າມີສາລະສຳຄັນ ພາໃຫ້ຄິດ ແລະ ຍັງເຮັດໃຫ້ເຫັນເຖິງບົດບາດສໍາຄັນທີ່ພວກເຮົາທຸກຄົນ ໃນການປົກປ້ອງສຸຂະພາບຂອງຄົນຮຸ່ນຕໍ່ໄປຈາກຜະລິດຕະພັນເຫຼົ່ານີ້.”
“ປີນີ້ ແມ່ນປີທີສອງຂອງການຈັດການແຂ່ງຂັນເວົ້າ ສຳລັບໄວໜຸ່ມ ເພື່ອສະເຫຼີມສະຫຼອງວັນງົດສູບຢາໂລກ ເຊິ່ງກິດຈະກຳນີ້ ແມ່ນເປັນເວທີໃນການເສີມສ້າງຄວາມຮູ້ໃຫ້ແກ່ໄວໜຸ່ມ, ສົ່ງເສີມການຄິດວິເຄາະ ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາກາຍເປັນຜູ້ໜຶ່ງທີ່ສົ່ງເສີມວຽກງານປອດຄວັນຢາສູບໃນ ສປປ ລາວ.”
ທີມຊະນະເລີດຈາກ ໂຮງຮຽນ ຫ້ອມສະຫວັນ ໄດ້ນໍາສະເໜີປະເດັນທີ່ໜ້າສົນໃຈ ໂດຍເນັ້ນເລື່ອງການເພີ່ມຂຶ້ນຂອງຄວາມສ່ຽງຕໍ່ສຸຂະພາບຈາກການຊົມໃຊ້ຢາສູບໄຟຟ້າທີ່ຫຼາຍຄົນເບິ່ງຂ້າມ ແລະ ຄິດວ່າຜະລິດຕະພັນດັ່ງກ່າວບໍ່ໄດ້ສົ່ງຜົນກະທົບຫຍັງຕໍ່ສຸຂະພາບຂອງພວກເຮົາ. ເລ່ກົນການຕະຫຼາດແອບແຝງຂອງບໍລິສັດຢາສູບທີ່ແນໃສ່ກຸ່ມໄວໜຸ່ມ ແລະ ເນັ້ນໜັກຄວາມສຳຄັນຂອງການຕ້ານກັບກົນລະຍຸດຂອງບໍລິສັດຢາສູບ ທີ່ເຮັດໃຫ້ທຸກຄົນໃນສັງຄົມເຂົ້າໃຈຜິດຕະຫຼອດມາ.
ທີມຊະນະເລີດຈາກໂຮງຮຽນ ຫ້ອມສະຫວັນ ໄດ້ນຳສະເໜີວ່າ: “ພວກເຮົາໄດ້ເປີດໂປງກ່ຽວກັບຜະລິດຕະພັນຢາສູບໄຟຟ້າແລ້ວ. ຢາສູບໄຟຟ້າລໍ້ລວງໄວໜຸ່ມດ້ວຍລົດຊາດທີ່ຫຼາກຫຼາຍ ແລະ ການເຮັດການຕະຫຼາດອອນລາຍໃຫ້ສິນຄ້າເປັນທີ່ໜ້າດຶງດູດ, ແຕ່ໃນຄວາມເປັນຈິງແລ້ວ ນີ້ແມ່ນກົນລະຍຸດທາງທຸລະກິດຂອງບໍລິສັດຢາສູບ ທີ່ພະຍາຍາມຫາລູກຄ້າໃໝ່ເລື້ອຍໆ ແລະ ເຮັດໃຫ້ໄວໜຸ່ມເສບຕິດ ດ້ວຍການປົກປິດຄວາມອັນຕະລາຍທີ່ແທ້ຈິງຂອງຜະລິດຕະພັນເຫຼົ່ານີ້ໄວ້. ພວກເຮົາທຸກຄົນຕ້ອງໄດ້ຕໍ່ສູ້ເພື່ອລຶບລ້າງຂໍ້ມູນທີ່ບິດເບືອນຄວາມຈິງເຫຼົ່ານີ້ ເພື່ອປົກປ້ອງໝູ່ເພື່ອນ ແລະ ຊຸມຊົນຂອງເຮົາ. ພວກເຮົາເຊື່ອວ່າ ການເປີດໂປງກົນລະຍຸດ ແລະ ການແບ່ງປັນຂໍ້ມູນທີ່ຖືກຕ້ອງ ກ່ຽວກັບ ການເສບຕິດ ແລະ ຄວາມສ່ຽງຕໍ່ສຸຂະພາບຈາກການຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າ ຈະຊ່ວຍໃຫ້ພວກເຮົາສາມາດຮ່ວມມືກັນສ້າງອະນາຄົດທີ່ປອດຄວັນຢາສູບໄດ້.”
ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ: “ຈໍານວນຕົວເລກຜູ້ເສຍຊີວິດຈາກການຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າຕ້ອງຫຼຸດລົງ. ກຸ່ມໄວໜຸ່ມ ເປັນກຸ່ມທີ່ພວກເຮົາຄວນໃຫ້ຄວາມສຳຄັນຫຼາຍທີ່ສຸດໃນການປົກປ້ອງພວກເຂົາຈາກຜະລິດຕະພັນຢາສູບໄຟຟ້າ ເນື່ອງຈາກພວກເຂົາເປັນກຸ່ມຄົນທີ່ອຸດສາຫະກຳຢາສູບແນເປົ້າໃສ່ຫຼາຍທີ່ສຸດ.”
ດຣ ທິມໂມຕີ ອາມສະຕຣອງ ຍັງໄດ້ກ່າວຕື່ມວ່າ: “ການສູນເສຍຊີວິດຈາກຢາສູບ ແລະ ຢາສູບໄຟຟ້າ ເປັນສິ່ງທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ຢ່າງຮີບດ່ວນ. ໄວໜຸ່ມເປັນກຸ່ມທີ່ສຳຄັນທີ່ເຮົາຕ້ອງປົກປ້ອງ ເພາະບໍລິສັດຳຢາສູບໄດ້ໃຊ້ກົນລະຍຸດທີ່ຮຸນແຮງ ແລະ ໄຮ້ຈັນຍາບັນ ແນເປົ້າໄປທີ່ພວກເຂົາໂດຍສະເພາະ. ເຖິງແມ່ນວ່າ ໃນ ສປປ ລາວ ແມ່ນໄດ້ກຳນົດໃຫ້ຢາສູບໄຟຟ້າເປັນຜະລິດຕະພັນທີ່ຜິດກົດໝາຍ ໂດຍຫ້າມນຳເຂົ້າ, ສົ່ງອອກ, ແຈກຢາຍ ແລະ ຄ້າຂາຍຜະລິດຕະພັນຢາສູບໄຟຟ້າ ຫຼື ຜະລິດຕະພັນອື່ນໆທີ່ຄ້າຍຄືກັນ, ກໍຕາມ າ ຜະລິດຕະພັນຢາສູບໄຟຟ້າ ແມ່ນຍັງຄົງມີວາງຂາຍຜ່ານທາງອອນລາຍ ແລະ ຕາມຕະຫຼາດຫຼາຍແຫ່ງ. ພວກເຮົາຕ້ອງບໍ່ຍອມໃຫ້ຜະລິດຕະພັນທີ່ເປັນອັນຕະລາຍຕໍ່ສຸຂະພາບເຫຼົ່ານີ້ ໄປເຖິງມືຂອງເດັກນ້ອຍ ແລະ ໄວໜຸ່ມ, ບໍ່ອະນຸຍາດໃຫ້ມີການນໍາຳເຂົ້າ ຫຼື ວາງຂາຍຜະລິດຕະພັນດັ່ງກ່າວເດັດຂາດ ແລະ ບໍ່ອະນຸຍາດໃຫ້ມີການເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງແກ່ປະຊາຊົນ ໂດຍສະເພາະໂຄສະນາຊວນເຊື່ອ ກ່ຽວກັບສັບພະຄຸນທາງສຸຂະພາບທີ່ບໍ່ມີມູນຄວາມຈິງ.”
ຕະຫຼາດຢາສູບໄຟຟ້າຂອງໂລກ ແມ່ນກຳລັງຂະຫຍາຍຕົວຢ່າງວ່ອງໄວ ໂດຍມີມູນຄ່າເພີ່ມຂຶ້ນຈາກ 7.8 ຕື້ໂດລາສະຫະລັດ ໃນປີ 2015 ມາເປັນ 22.4 ຕື້ໂດລາສະຫະລັດ ໃນປີ 2022, ເຊິ່ງຍອດຂາຍຂອງຜະລິດຕະພັນດັ່ງກ່າວໃນພາກພື້ນອາຊີປາຊີຟິກ ແມ່ນເພີ່ມຂຶ້ນໄວກວ່າພາກພື້ນອື່ນໆ. ຢາສູບໄຟຟ້າ ແມ່ນມີຫຼາກຫຼາຍລົດຊາດເມື່ອທຽບໃສ່ໝວດໝູ່ຜະລິດຕະພັນທີ່ປະກອບມີສານນິໂຄຕິນ ແລະ ຜະລິດຕະພັນຢາສູບອື່ນໆ ເຊິ່ງລົດຊາດທີ່ຫຼາກຫຼາຍນັ້ນສ່ວນໃຫຍ່ແລ້ວແມ່ນເຮັດມາເພື່ອດຶງດູດຄວາມສົນໃຈຂອງໄວໜຸ່ມ. ການເລັງໃສ່ໄວໜຸ່ມ ໂດຍການນຳໃຊ້ກິ່ນ ທີ່ຫຼາກຫຼາຍ, ນຳໃຊ້ກົນລະຍຸດການຕະຫຼາດຜ່ານສື່ສັງຄົມອອນລາຍ ແລະ ນຳໃຊ້ຄວາມສ້າງສັນ ເຊັ່ນ ການອອກແບບຜະລິດຕະພັນໃຫ້ຄືກັບຂອງຫຼິ້ນໃນຮູບແບບຕ່າງໆ ເຮັດໃຫ້ຢາສູບໄຟຟ້າກາຍເປັນເລື່ອງທີ່ໜ້າວິຕົກກັງກັງວົນທີ່ສຸດ.
ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສູກ ໄດ້ເນັ້ນໜັກວ່າ: “ພວກເຮົາຈຳເປັນຕ້ອງມີການບັງຄັບໃຊ້ກົດໝາຍ ໂດຍນຳໃຊ້ມາດຕະການຕ່າງໆເພື່ອສະກັດກັ້ນຢາສູບໄຟຟ້າ ແລະ ຜະລິດຕະພັນຢາສູບຮູບແບບອື່ນໆຢ່າງເຂັ້ມງວດ ເພື່ອປົກປ້ອງສຸຂະພາບຂອງລູກຫຼານພວກເຮົາທີ່ຈະເປັນອະນາຄົດຂອງປະເທດຊາດ ໃຫ້ປອດໄພຈາກສິ່ງເສບຕິດເຫຼົ່ານີ້.”
ຢາສູບໄຟຟ້າ ປ່ອຍສານເຄມີທີ່ພາໃຫ້ເປັນພິດອອກມາ ໃນນັ້ນລວມມີສານທີ່ກໍ່ໃຫ້ເກີດມະເຮັງ. ຢາສູບໄຟຟ້າ ຍັງສາມາດເຮັດໃຫ້ເກີດບັນຫາສຸຂະພາບອື່ນໆໄດ້ອີກ ເປັນຕົ້ນ ຄວາມຜິດປົກກະຕິໃນການເຮັດວຽກຂອງປອດ ແລະ ຜົນກະທົບຮຸນແຮງຕໍ່ລະບົບຫົວໃຈ ແລະ ເສັ້ນເລືອດ. ຢາສູບໄຟຟ້າຍັງປະກອບມີສານນິໂຄຕິນ ເຊິ່ງເປັນສານເສບຕິດຮ້າຍແຮງທີ່ອາດສົ່ງຜົນກະທົບຕໍ່ພັດທະນາການຂອງເດັກໃນທ້ອງຂອງຜູ້ຊົມໃຊ້ໃນຂະນະຖືພາ ແລະ ສົ່ງຜົນເສຍຕໍ່ພັດທະນາການທາງດ້ານສະໝອງຂອງເດັກນ້ອຍ ແລະ ໄວໜຸ່ມອີກດ້ວຍ.