ໃນການສະເຫຼີມສະຫຼອງວັນງົດສູບຢາໂລກ ປະຈຳປີ 2024 ພາຍໃຕ້ຄຳຂວັນ: “ການປົກປ້ອງເດັກ ແລະ ໄວໜຸ່ມຈາກການຕວົະຍວົະຫຼອກລວງຂອງບໍລິສັດຢາສູບ”, ມີການແຂ່ງຂັນໂຕ້ວາທີລະຫວ່າງ 2 ໂຮງຮຽນແມ່ນໄດ້ຖືກຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ຜ່ານການນໍາສະເໜີຫຼາຍຮອບ-ຫຼາຍຄຳຖາມ ຂອງທີມໂຕ້ວາທີ ລວມທັງການສົນທະນາພາຍໃນກຸ່ມກ່ຽວກັບການຫຼຸດຜ່ອນການຊົມໃຊ້ຢາສູບໄຟຟ້າໃນໄວໜຸ່ມ ແລະ ຜ່ານການໃຫ້ຄະແນນຂອງຄະນະກຳມະການຈາກຂະແໜງການສາທາລະນະສຸກ ເອກະພາບໃຫ້ໂຮງຮຽນມັດທະຍົມຕອນປາຍມິດຕະພາບວຽງຈັນ-ໂຮ່ຈິມິນ ເປັນຜູ້ຊະນະການແຂ່ງຂັນດັ່ງກ່າວ.
ການແຂ່ງຂັນຄັ້ງນີ້ ຈັດຂຶ້ນໂດຍກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ປະຈຳ ສປປ ລາວ ໂດຍມີຍັດຕິກ່ຽວຂ້ອງກັບຄວາມອັນຕະລາຍຂອງຢາສູບໄຟຟ້າ, ບົດບາດຂອງສື່ສັງຄົມອອນລາຍໃນການຫຼຸດຜ່ອນການຊົມໃຊ້ຢາສູບໄຟຟ້າໃນໄວໜຸ່ມ ແລະ ບົດບາດການມີສ່ວນຮ່ວມຂອງໄວໜຸ່ມ ແລະ ລັດຖະບານໃນວຽກງານປອດຄວັນຢາສູບ.
ທ່ານ ດຣ ນາງ ຄັດທະນາພອນ ພັນດວງສີ, ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ໄວໜຸ່ມ ແມ່ນອະນາຄົດຂອງຊາດ. ການປົກປ້ອງພວກເຂົາຈາກອັນຕະລາຍຂອງຢາສູບໄຟຟ້າ ຈຶ່ງມີຄວາມສຳຄັນ. ໂຮງຮຽນທີ່ຊະນະເລີດ ແມ່ນຖືວ່າເຮັດໄດ້ດີຫຼາຍ ໂດຍສະເພາະເລື່ອງການເນັ້ນໜັກເຖິງແນວທາງການແກ້ໄຂບັນຫາທີ່ເປັນໄປໄດ້ ແລະ ເນັ້ນໜັກເຖິງບົດບາດຂອງພວກເຮົາທຸກຄົນໃນສັງຄົມີໃນການແກ້ໄຂບັນຫາຢາສູບໄຟຟ້າ ໂດຍສະເພາະໃນການຍົກບັນຫາດັ່ງກ່າວຂຶ້ນມາສົນທະນາເພື່ອຫາວິທີທາງແກ້ໄຂຮ່ວມກັນ.”
“ການແຂ່ງຂັນໂຕ້ວາທີລະຫວ່າງໂຮງຮຽນເນື່ອງໃນວັນງົດສູບຢາໂລກ ແມ່ນເປັນເວທີທີ່ປະສົບຜົນສຳເລັດໃນການເສີມສ້າງຄວາມຮູ້ໃຫ້ແກ່ໄວໜຸ່ມ, ສົ່ງເສີມການຄິດວິເຄາະ ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາກາຍເປັນຜູ້ໜຶ່ງທີ່ສົ່ງເສີມວຽກງານປອດຄວັນຢາສູບໃນ ສປປ ລາວ.”
ທີມຊະນະເລີດຈາກໂຮງຮຽນມັດທະຍົມຕອນປາຍມິດຕະພາບວຽງຈັນ-ໂຮ່ຈິມິນ ໄດ້ນໍາສະເໜີປະເດັນທີ່ໜ້າສົນໃຈ ໂດຍເນັ້ນເລື່ອງການເພີ່ມຂຶ້ນຂອງຄວາມສ່ຽງທີ່ບົ່ມຊ້ອນຕໍ່ສຸຂະພາບຂອງຄົນຈາກການນຳໃຊ້ຢາສູບໄຟຟ້າ ລວມເຖິງເລ່ກົນການຕະຫຼາດແອບແຝງຂອງອຸດສາຫະກຳຢາສູບທີ່ແນໃສ່ກຸ່ມໄວໜຸ່ມ ແລະ ເນັ້ນໜັກຄວາມສຳຄັນຂອງການຕໍ່ສູ້ຕ້ານກັບຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບຜົນຮ້າຍຂອງຜະລິດຕະພັນເຫຼົ່ານີ້.
ທີມຊະນະເລີດ ໄດ້ກ່າວວ່າ: “ຢາສູບໄຟຟ້າເປັນໄພຄຸກຄາມທີ່ລໍ້ລວງໄວໜຸ່ມ. ຢາສູບໄຟຟ້າ ໄດ້ມີການວາງຂາຍຜ່ານສືອອນລາຍ, ມີຫຼາກຫຼາຍລົດຊາດ ແລະ ເຕັກນິກທີ່ເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດວ່າມັນບໍ່ເປັນອັນຕະລາຍ ແຕ່ພາຍຫຼັງທີ່ພວກນ້ອງໄດ້ເຮັດການສຶກສາຂໍ້ມູນຢ່າງລະອຽດແລ້ວ ຢາສູບໄຟຟ້າມີສານເສບຕິດ ທັງຍັງເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ ອີກດ້ວຍ.”
ຕະຫຼາດຢາສູບໄຟຟ້າຂອງໂລກ ແມ່ນກຳລັງຂະຫຍາຍຕົວຢ່າງວ່ອງໄວ ໂດຍມີມູນຄ່າເພີ່ມຂຶ້ນຈາກ 7.8 ຕື້ໂດລາສະຫະລັດ ໃນປີ 2015 ມາເປັນ 22.4 ຕື້ໂດລາສະຫະລັດ ໃນປີ 2022, ເຊິ່ງຍອດຂາຍຂອງຜະລິດຕະພັນດັ່ງກ່າວໃນພາກພື້ນອາຊີປາຊີຟິກ ແມ່ນເພີ່ມຂຶ້ນໄວກວ່າພາກພື້ນອື່ນໆ. ຢາສູບໄຟຟ້າ ແມ່ນມີຫຼາກຫຼາຍລົດຊາດເມື່ອທຽບໃສ່ໝວດໝູ່ຜະລິດຕະພັນທີ່ປະກອບມີສານນິໂຄຕິນ ແລະ ຜະລິດຕະພັນຢາສູບອື່ນໆ ເຊິ່ງລົດຊາດທີ່ຫຼາກຫຼາຍນັ້ນສ່ວນໃຫຍ່ແລ້ວແມ່ນເຮັດມາເພື່ອດຶງດູດຄວາມສົນໃຈຂອງໄວໜຸ່ມ. ການເລັ່ງໃສ່ໄວໜຸ່ມຜ່ານກິ່ນທີ່ຫຼາກຫຼາຍ, ນຳໃຊ້ກົນລະຍຸດການຕະຫຼາດຜ່ານສື່ສັງຄົມອອນລາຍ ແລະ ຄວາມສ້າງສັນ ເຊັ່ນ ການອອກແບບຜະລິດຕະພັນໃຫ້ຄືກັບຂອງຫຼິ້ນໃນຮູບແບບຕ່າງໆ ເຮັດໃຫ້ຢາສູບໄຟຟ້າຖືເປັນເລື່ອງທີ່ໜ້າກັງວົນທີ່ສຸດ.
ທ່ານ ດຣ ນາງ ຢູລີ ປາກ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຈຳນວນຕົວເລກຜູ້ເສຍຊີວິດຈາກການນຳໃຊ້ຢາສູບ ແລະ ຢາສູບໄຟຟ້າຕ້ອງຫຼຸດລົງ. ກຸ່ມໄວໜຸ່ມ ເປັນກຸ່ມທີ່ເຮົາຄວນໃຫ້ຄວາມສຳຄັນຫຼາຍທີ່ສຸດໃນການປົກປ້ອງພວກເຂົາຈາກຜະລິດຕະພັນຢາສູບໄຟຟ້າ ເນື່ອງຈາກພວກເຂົາເປັນກຸ່ມຄົນທີ່ອຸດສາຫະກຳຢາສູບແນເປົ້າໃສ່ຫຼາຍທີ່ສຸດ”
“ການແຂ່ງຂັນຄັ້ງນີ້ ແມ່ນເນັ້ນໜັກເລື່ອງຢາສູບໄຟຟ້າ. ເຖິງແມ່ນວ່າ ໃນ ສປປ ລາວ ແມ່ນໄດ້ກຳນົດໃຫ້ຢາສູບໄຟຟ້າເປັນຜະລິດຕະພັນທີ່ຜິດກົດໝາຍ ໂດຍຫ້າມນຳເຂົ້າ, ສົ່ງອອກ, ແຈກຢາຍ ແລະ ຄ້າຂາຍຜະລິດຕະພັນຢາສູບໄຟຟ້າ ຫຼື ຜະລິດຕະພັນອື່ນໆທີ່ຄ້າຍຄືກັນ, ແຕ່ວ່າ ຜະລິດຕະພັນຢາສູບໄຟຟ້າ ແມ່ນຍັງຄົງມີວາງຂາຍຜ່ານທາງອອນລາຍ ແລະ ຕາມຕະຫຼາດຫຼາຍແຫ່ງ. ພວກເຮົາຈະບໍ່ຍອມໃຫ້ຜະລິດຕະພັນທີ່ເປັນອັນຕະລາຍຕໍ່ສຸຂະພາບເຫຼົ່ານີ້ແນເປົ້າໃສ່ເດັກນ້ອຍ ແລະ ບໍ່ອະນຸຍາດໃຫ້ຜູ້ຈັດຈຳໜ່າຍນຳເຂົ້າ ຫຼື ວາງຂາຍຜະລິດຕະພັນດັ່ງກ່າວ ແລະ ບໍ່ອະນຸຍາດໃຫ້ຜູ້ຜະລິດລໍ້ລວງເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງແກ່ປະຊາຊົນ ໂດຍສະເພາະໂຄສະນາຊວນເຊື່ອ ກ່ຽວກັບສັບພະຄຸນທາງສຸຂະພາບທີ່ບໍ່ມີມູນຄວາມຈິງ.”
ທ່ານ ດຣ ນາງ ຄັດທະນາພອນ ພັນດວງສີ ໄດ້ເນັ້ນໜັກວ່າ: “ພວກເຮົາຈຳເປັນຕ້ອງໄດ້ລະມັດລະວັງ ແລະ ຮັບປະກັນການບັງຄັບໃຊ້ກົດໝາຍ ໂດຍນຳໃຊ້ມາດຕະການຕ່າງໆ ເພື່ອສະກັດກັ້ນຢາສູບໄຟຟ້າ ແລະ ຜະລິດຕະພັນຢາສູບຮູບແບບໃໝ່ຢ່າງເຂັ້ມງວດ ເພື່ອປ້ອງກັນສຸຂະພາບຂອງລູກຫຼານພວກເຮົາ ທີ່ຈະເປັນອະນາຄົດຂອງປະເທດຊາດ ໃຫ້ປອດໄພຈາກສິ່ງເສບຕິດດັ່ງກ່າວ.”
ຢາສູບໄຟຟ້າປ່ອຍສານເຄມີພິດອອກມາ ໃນນັ້ນລວມມີສານທີ່ກໍ່ໃຫ້ເກີດມະເຮັງ. ຢາສູບໄຟຟ້າຍັງສາມາດສ້າງຄວາມສ່ຽງຕໍ່ສຸຂະພາບ ທັງຂອງຜູ້ສູບ ແລະ ຜູ້ທີ່ຢູ່ອ້ອມຂ້າງ ເປັນຕົ້ນແມ່ນ ຄວາມຜິດປົກກະຕິໃນການເຮັດວຽກຂອງປອດ ແລະ ຜົນກະທົບຮຸນແຮງຕໍ່ລະບົບຫົວໃຈ ແລະ ຫຼອດເລືອດ. ຢາສູບໄຟຟ້າຍັງປະກອບມີສານນິໂຄຕິນ ເຊິ່ງເປັນສານເສບຕິດຮ້າຍແຮງ ທີ່ອາດສົ່ງຜົນກະທົບຕໍ່ພັດທະນາການຂອງເດັກໃນທ້ອງຂອງຜູ້ຊົມໃຊ້ໃນຂະນະຖືພາ ແລະ ສົ່ງຜົນເສຍຕໍ່ການພັດທະນາທາງດ້ານມັນສະໝອງຂອງເດັກນ້ອຍ ແລະ ໄວໜຸ່ມ ອີກດ້ວຍ.