©WHO/WHO staff
A Ministry of Health and Ministry of Home Affairs vaccination campaign – Taloumbon – focused on enhanced community engagement via the WHO-supported CONNECT initiative. It ensured more than 39 000 people received a vaccine or booster.
© Credits

ປະຊາຊົນ ຈໍານວນ 39,000 ຄົນ ໄດ້ຮັບການປ້ອງກັນ ຈາກພະຍາດ COVID-19 ກ່ອນເລີ່ມງານມະຫະກຳກິລາແຫ່ງຊາດ

20 January 2023

 

  • ແຂວງຊຽງຂວາງ ໄດ້ຮັບກຽດເປັນຄັ້ງທຳອິດ ໃນການເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ໄລຍະຫຼັງການລະບາດຂອງພະຍາດ COVID-19 ເຊິ່ງຍັງມີກຸ່ມສ່ຽງເປັນຈໍານວນຫຼາຍທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນ ແລະ ສັກເຂັມກະຕຸ້ນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນອັນຮີບດ່ວນ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ.
  • ວຽກງານຕະລຸມບອນສັກວັກຊີນ ຂອງກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໄດ້ສຸມໃສ່ການເພີ່ມທະວີການມີສ່ວນຮ່ວມ ແລະ ຄວາມເປັນເຈົ້່າການຂອງຊຸມຊົນ ໂດຍຜ່ານວິທີການແບບ CONNECT ທີ່ອົງການອະນາໄມໂລກ ສະໜັບສະໜູນທາງດ້ານວິຊາການ ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 39,000 ຄົນໄດ້ຮັບວັກຊີນ ບໍ່ວ່າຈະເປັນເຂັມພື້ນຖານຫຼື ເຂັມກະຕຸ້ນ.
  • ໃນລະຫວ່າງຂະບວນການຕະລຸມບອນສັກວັກຊີນ ໄດ້ມີການປັບປຸງວິທີການໃຫ້ບໍລິການເຄື່ອນທີ່ໃນຊຸມຊົນ ໂດຍເນັ້ນການມີສ່ວນຮ່ວມຂອງຫຼາຍພາກສ່ວນ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງໄດ້ເຮັດໃຫ້ອັດຕາການສັກວັກຊີນເພີ່ມຂຶ້ນເຖິງ 246% ເມື່ອທຽບໃສ່ການລົງບໍລິການເຄື່ອນທີ່ສັກວັກຊີນໃນຊຸມຊົນທີ່ມີຄວາມສ່ຽງສູງ ໃນຄັ້ງທີ່ຜ່ານມາ.

    ຂ້າພະເຈົ້າບໍ່ເຄີຍສັກຢາມາກ່ອນໃນຊີວິດ... ແຕ່, ຫຼັງຈາກທີ່ໄດ້ຍິນຈາກທີມງານ ກ່ຽວກັບຄວາມເປັນໄປໄດ້ຂອງການຕິດເຊື້ອ COVID-19 ແລະ ຜົນດີຂອງວັກຊີນແລ້ວ, ຂ້າພະເຈົ້າຈຶ່ງຕັດສິນໃຈສັກວັກຊີນ. ນີ້ເປັນການສັກຢາຄັ້ງທໍາອິດຂອງຂ້າພະເຈົ້າ.
                                                                                            - ນາຍບ້ານ ທ່ານໜຶ່ງ ໃນແຂວງຊຽງຂວາງ

    ສໍາລັບຫຼາຍໆຄົນ ໃນ ສປປ ລາວ ຊີວິດກຳລັງກັບຄືນສູ່ສະພາບປົກກະຕິ ຫຼັງຈາກການລະບາດຂອງພະຍາດ COVID-19.

    ບາດກ້າວທີ່ສຳຄັນອັນໜຶ່ງ ແມ່ນການຈັດງານມະຫະກໍາກິລາແຫ່ງຊາດ ໃນເດືອນທັນວາ 2022 ຫຼັງຈາກທີ່ເລື່ອນມານັບແຕ່ປີ 2014. ປີນີ້, ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກຳກິລາ ໄດ້ຕ້ອນຮັບນັກກິລາ ແລະ ຜູ້ຊົມຈາກທົ່ວປະເທດ ຫຼາຍກວ່າ 10,000 ຄົນ.

    ທ່ານ ດຣ Satoko Otsu, ຜູ້ຊ່ຽວຊານ ຈາກໜ່ວຍງານຕອບໂຕ້ເຫດການສຸກເສີນ ທາງດ້ານສາທາລະນະສຸກ ອົງການອະນາໄມໂລກ ປະຈໍາ ສປປ ລາວ ກ່າວວ່າ: “ງານມະຫະກຳກິລາແຫ່ງຊາດ ເປັນໂອກາດດີທີ່ຈະມາເຕົ້າໂຮມກັນ ແລະ ໄດ້ຮ່ວມຊົມການແຂ່ງຂັນກິລາອັນໂດດເດັັ່ນຂອງບັນດານັກກິລາລາວ, ແຕ່ຍັງເປັນໂອກາດໃນການແຜ່ລະບາດຂອງພະຍາດ COVID-19 ແລະ ພະຍາດອື່ນໆ. ເຖິງວ່າຈໍານວນການລາຍງານກໍລະນີຕິດເຊື້ອຍັງຢູ່ໃນເກນທີ່ຕໍ່າ,  ແຕ່ມີການກວດພົບເຊື້ອດັ່ງກ່າວໃນເກືອບທຸກແຂວງ ເຊິ່ງສະແດງໃຫ້ເຫັນວ່າຍັງມີການແຜ່ເຊື້ອໃນຊຸມຊົນຢ່າງຕໍ່ເນື່ອງ.”

    ໃນຂະນະ​ທີ່​ອັດຕາການ​ສັກ​ວັກຊີນປ້ອງ​ກັນ​ພະຍາດ COVID-19 ເຂັມພື້ນຖານ ຂອງ ສປປ ລາວ ແມ່ນຢູ່ໃນລະດັບສູງເຖິງ 75% ແຕ່ອັດຕາການສັກວັກຊີນເຂັມກະຕຸ້ນ ແມ່ນຍັງຢູ່ໃນເກນທີ່ຕ່ຳ 27%. ຊ່ອງຫວ່າງການສັກວັກຊີນດັ່ງກ່າວ ແມ່ນເຫັນໄດ້ຊັດເຈນໃນບັນດາຜູ້ສູງອາຍຸ, ກຸ່ມປະຊາກອນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ກຸ່ມຊົນເຜົ່າ ເຊິ່ງຖືເປັນກຸ່ມທີ່ມີຄວາມສ່ຽງຫຼາຍທີ່ສຸດ.

    ດຣ Otsu ໄດ້ກ່າວຕື່ມອີກວ່າ: “ໃນເດືອນພະຈິກທີ່ຜ່ານມາ, ປະຊາຊົນແຂວງຊຽງຂວາງ 24% ໄດ້ຮັບວັກຊີນເຂັມກະຕຸ້ນ ທຽບກັບອັດຕາການປົກຄຸມທົ່ວປະເທດ ກໍຄື 27%, ອັດຕາການສັກວັກຊີນເຂັມກະຕຸ້ນໃນກຸ່ມຜູ້ສູງອາຍຸ ຢູ່ທີ່ 18% ທຽບກັບ ອັດຕາປົກຄຸມຂອງທົ່ວປະເທດຢູ່ທີ່ 26%. ອັດຕາປົກຄຸມການສັກວັກຊີນຕໍ່າ ແລະ ການຫຼັ່ງໄຫຼເຂົ້າແຂວງຊຽງຂວາງຂອງປະຊາຊົນຈໍານວນຫຼວງຫຼາຍ ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດອັນຮີບດ່ວນ.”   

ແຕ່ໜ້າເສຍດາຍ ຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດ ສ່ວນຫຼາຍມີທ່າອ່ຽງບໍ່ເຂົ້າໄປໃຊ້ບໍລິການດ້ານສາທາລະນະສຸກ ຫຼື ບາງກຸ່ມ ກໍຂາດຄວາມເຊື່ອໝັ້ນຕໍ່ຂະແໜງສາທາລະນະສຸກ. ຄວາມບໍ່ເຊື່ອໝັ້ນ, ຄວາມຮູ້ທີ່ມີຢູ່ຈຳກັດ, ຄວາມຫ່າງໄກສອກຫຼີກ ແລະ ປັດໄຈອື່ນໆ ລ້ວນແຕ່ສົ່ງຜົນກະທົບຕໍ່ຄວາມຕ້ອງການສັກວັກຊີນປ້ອງກັນພະຍາດ COVID-19 ທັງເຂັມພື້ນຖານ ແລະ ເຂັມກະຕຸ້ນ ໃນແຂວງຊຽງຂວາງ ກໍຄືຫຼາຍແຂວງ ໃນ ສປປ ລາວ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກ່ອນການຫຼັ່ງໄຫຼເຂົ້າມາຂອງນັກກິລາ ແລະ ຜູ້ເຂົ້າຮ່ວມຊົມການແຂ່ງຂັນ, ກະຊວງສາທາລະນະສຸກ ໄດ້ສົມທົບກັບກະຊວງພາຍໃນ ເພື່ອຈັດຕັ້ງປະຕິບັດກິດຈະກຳການໂຄສະນາ ແລະ ບໍລິການສັກວັກຊີກໃຫ້ແກ່ຊຸມຊົນ ຫຼາຍກວ່າ 100 ແຫ່ງ (ສະເພາະບ້ານທີ່ມີອັດຕາປົກຄຸມການສັກວັກຊີນເຂັມທໍາອິດຕໍ່າ) ໃນທົ່ວທຸກເມືອງ ຢູ່ແຂວງຊຽງຂວາງ.

ຜ່ານມາ, ວຽກງານດັ່ງກ່າວ ຍັງມີຂໍ້ຈໍາກັດຫຼາຍຢ່າງ, ອໍານາດການປົກຄອງ ຈຶ່ງໄດ້ຕັດສິນໃຈນຳໃຊ້ວິທີການ CONNECT ເຊິ່ງເປັນວຽກງານການເພີ່ມທະວີການມີສ່ວນຮ່ວມ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໄດ້ຮັບການສະໜັບສະໜູນທາງດ້ານວິຊາການຈາກອົງການອະນາໄມໂລກ ແລະ ຈັດຕັ້ງປະຕິບັດໂດຍກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ.

ໂດຍການສະໜັບສະໜູນຈາກສະຫະພາບເອີຣົບ (EU), ລັດຖະບານລຸກຊຳບວກ, ອົງການສາທາລະນະສຸກສາກົນ ສ. ເກົາຫຼີ (KOFIH) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID), ວິທີການແບບ CONNECT ໄດ້ສຸມໃສ່ການເສີມສ້າງຄວາມໄວ້ວາງໃຈລະຫວ່າງແພດໝໍ ກໍຄືຜູ້ໃຫ້ບໍລິການດ້ານສາທາລະນະສຸກ ແລະ ຊຸມຊົນ ພ້ອມທັງເຮັດວຽກຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ເພື່ອປັບປຸງຄວາມເຂົ້າໃຈກັບຊາວບ້ານ ແລະ ຕອບສະໜອງຄວາມຕ້ອງການທາງການບໍລິການດ້ານສາທາລະນະສຸກທີ່ຈຳເປັນ ເຊັ່ນ ການສັກວັກຊີນ ເປັນຕົ້ນ.

ບົດບາດໜ້າທີ່ຂອງ CONNECT ແມ່ນເຮັດວຽກຮ່ວມກັບຂັ້ນແຂວງ ແລະ ສູນກາງ ໃນການວາງແຜນ ແລະ ເລີ່ມກິດຈະກຳການຊຸກຍູ້ການສັກວັກຊີນປ້ອງກັນ​ພະ​ຍາດ​ COVID-19 ແລະ ວັກຊີນຮອບປົກກະຕິ ໃຫ້ໄວທີ່ສຸດ ໃນເດືອນພະຈິກ ກ່ອນເປີດງານມະຫະກໍາກິລາແຫ່ງຊາດ. ຕະລຸມບອນສັກວັກຊີນໃນຄັ້ງນີ້ ແມ່ນເນັ້ນໃສ່ການ​ສັກ​ວັກຊີນປ້ອງກັນ​ພະ​ຍາດ​ COVID-19 ໃຫ້ແກ່​ກຸ່ມທີ່ມີຄວາມ​​ສ່ຽງ ໂດຍ​ສະ​ເພາະ​ ຜູ້​ສູງ​ອາ​ຍຸ, ຄົນ​ພິ​ການ ແລະ ຊຸມຊົນບັນດາ​ເຜົ່າ ແລະ​ ເນັ້ນໃສ່ການ​ສັກ​​ວັກຊີນຮອບ​ປົກ​ກະ​ຕິ​ໃຫ້ແກ່ ເດັກ​ນ້ອຍທີ່​ອາ​ຍຸ​ຕ່ຳ​ກວ່າ 1 ປີ.

ກິດຈະກຳດັ່ງກ່າວໄດ້ຮັບຜົນສໍາເລັດເປັນຢ່າງດີ ເຊິ່ງໃນນັ້ນ ​ປະ​ຊາ​ຊົນ​ໃນ​ແຂວງຫຼາຍ​ກວ່າ 39,000 ຄົນ​ໄດ້​ຮັບ​ວັກ​ຊີ​ນ​ປ້ອງກັນ​ພະ​ຍາດ COVID-19 ຫຼື ເຂັມກະຕຸ້ນ ຈາກວຽກງານຕະ​ລູມ​ບອນການສັກວັກຊີນໃນຄັ້ງນີ້ ແລະ ອັດຕາປົກຄຸມການສັກວັກຊີນເຂັມກະຕຸ້ນໃນແຂວງ​ເພີ່ມ​ຂຶ້ນ​ຈາກ 24% ເປັນ 32% ພາຍ​ໃນ​ສອງ​ອາ​ທິດ.

ທີ່ສຳຄັນໄປກວ່ານັ້ນ, ຂະບວນການຊຸກຍູ້ການສັກວັກຊີນໃນບ້ານທີ່ມີຄວາມສ່ຽງສູງ 29 ບ້ານ ຄັ້ງທີ່ຜ່ານມາ ບໍ່ປະສົບຜົນສໍາເລັດເທົ່າທີ່ຄວນ, ແຕ່ໃນຄັ້ງນີ້ ພົບວ່າໃນ 29 ບ້ານດັ່ງກ່າວ ແມ່ນໄດ້ຮັບຄວາມຮ່ວມມືຈາກຊຸມຊົນຫຼາຍຂຶ້ນ ເຮັດໃຫ້ຈໍານວນຄົນທີ່ໄດ້ຮັບການສັກວັກຊີນຄັ້ງທໍາອິດ​​ເພີ່ມ​ຂຶ້ນ 246%  (ຈາກ 316 - 776) ທຽບໃສ່ການລົງສັກວັກຊີນຄັ້ງທີ່ຜ່ານມາ.

ທ່ານ Shogo Kubota, ຫົວຫນ້າທີມງານມີສ່ວນຮ່ວມຂອງຊຸມຊົນ ຈາກອົງການອະນາໄມໂລກ ກ່າວວ່າ: "ເຖິງວ່າຈໍານວນຜູ້ທີ່ຫາກ່ໄດ້ຮັບການສັກວັກຊີນ ຖືວ່າຍັງໜ້ອຍ ເມື່ອທຽບກັບຈໍານວນຄົນທັງຫມົດທີ່ໄດ້ຮັບການສັກວັກຊີນແລ້ວ, ຕົວເລກທີ່ເພີ່ມຂຶ້ນດັ່ງກ່າວສະແດງໃຫ້ເຫັນວ່າ ບາງກຸ່ມຍັງພາດໂອກາດໃນການເຂົ້າເຖິງວັກຊີນ."

"ທີ່ສໍາຄັນ ເຫັນວ່າ ສິ່ງທີ່ໂນ້ມນ້າວໃຫ້ປະຊາຊົນປ່ຽນແປງແນວຄວາມຄິດໄດ້ດີທີ່ສຸດ ກໍຄື ການໂອ້ລົມກັບເຂົາເຈົ້າຢ່າງກົງໄປກົງມາ, ໃຊ້ເວລາຖາມ-ຕອບ ກ່ຽວກັບວັກຊີນ ແລະ ຮັບຟັງຄວາມກັງວົນ ແລະ ທັດສະນະຂອງພວກເຂົາເຈົ້າ ເພື່ອໃຫ້ສາມາດລະບຸບັນຫາໄດ້ ແລະ ຊັກຊວນຜູ້ທີ່ມີອິດທິພົນໃຫ້ຍອມຮັບຕົກລົງເຫັນດີໃນການສັກວັກຊີນ ບໍ່ວ່າຈະເປັນອຳນາດການປົກຄອງບ້ານ, ຜູ້ນໍາທາງສາສະໜາ ຫຼື ເພື່ອນບ້ານ ແລະ ໝູ່ເພື່ອນທີ່ໃກ້ຊິດ.”

ສິ່ງທີ່ເຫັນໄດ້ຊັດເຈນຈາກບັ້ນຕະລຸມບອນໃນຄັ້ງນີ້ ແມ່ນການລົງພື້ນທີ່ຊຸກຍູ້ການສັກວັກຊີນ, ໃນຂະນະດຽວກັນ ສິ່ງສໍາຄັນອີກອັນໜຶ່ງ ແມ່ນການວາງແຜນ ໂດຍການມີສ່ວນຮ່ວມຂອງຜູ້ທີ່ມີອິດທິພົນໃນຊຸມຊົນ ແລະ ພາກສ່ວນອື່ນໆ ນອກເໜືອຈາກຂະແໜງສາທາລະນະສຸກ.

ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວວ່າ: “ເປົ້າໝາຍຂອງວຽກງານນີ້ ກໍຄືການໃຫ້ອົງການທີ່ບໍ່ໄດ້ນອນໃນຂະແໜງສາທາລະນະສຸກ ແລະ ຜູ້ນໍາທ້ອງຖິ່ນມີສ່ວນຮ່ວມໃນການຊ່ວຍຈັດຕັ້ງປະຕິບັດວຽກງານດັ່ງກ່າວຮ່ວມກັນ.”

“ນັບຕັ້ງແຕ່ບັນດາເຈົ້າແຂວງ, ເຈົ້າເມືອງ, ໄປຈົນເຖິງແນວລາວສ້າງຊາດ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມ, ຄະນະກໍາມະການວຽກງານແມ່ ແລະ ເດັກ, ພະນັກງານໃນຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳ, ຕະຫຼອດຮອດຜູ້ນຳຊຸມຊົນ; ທຸກພາກສ່ວນລ້ວນແຕ່ມີບົດບາດ ແລະ ມີສ່ວນຮ່ວມໃນການວາງແຜນ ແລະ ຈັດຕັ້ງປະຕິບັດກິດຈະກຳໂຄສະນາເຜີຍແຜ່.”

ທ່ານ ດຣ ພອນປະເສີດ ອຸນາພົມ ຍັງກ່າວຕື່ມອີກວ່າ: “ການວາງແຜນຮ່ວມກັນ ແລະ ການສ້າງຄວາມສາມັກຄີຖືເປັນປະໂຫຍດຢ່າງສູງ ໃນການເປັນເຈົ້າການ, ເຮັດວຽກຮ່ວມກັນ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ລະດົມກຳລັງໃຊ້ທ່າແຮງທີ່ມີ  ເພື່ອປັບປຸງວຽກງານດ້ານສຸຂະພາບ ພ້ອມທັງເຕືອນທຸກຄົນວ່າ ສຸຂະພາບ ແມ່ນຄວາມຮັບຜິດຊອບຂອງທຸກຄົນ.”

ນາຍບ້ານທ່ານໜຶ່ງໃນເມືອງແປກ ໄດ້ໃຫ້ຄຳເຫັນວ່າ ການປ່ຽນແປງວິທີການ ແມ່ນມີຄວາມສຳຄັນຫຼາຍ.

“ຂ້າພະເຈົ້່າ ແລະ ຄອບຄົວຕັດສິນໃຈບໍ່ໄປສັກວັກຊີນ ເພາະພວກເຮົາຢູ່ແຕ່ເຮືອນ ແລະ ໄປເຮັດນາ. ພວກເຮົາຈຶ່ງບໍ່ຈໍາເປັນໄປສັກວັກຊີນ. ນອກຈາກນັ້ນ, ຂ້າພະເຈົ້າບໍ່ເຄີຍສັກຢາມາກ່ອນໃນຊີວິດ ແລະ ຂ້າພະເຈົ້າກໍ່ຍັງສະບາຍດີ”.

"ແຕ່ວ່າ ຫຼັງຈາກທີໄດ້ຍິນຈາກທີມງານ ກ່ຽວກັບຄວາມເປັນໄປໄດ້ໃນການຕິດເຊື້ອ COVID-19 ແລະ ຜົນດີຂອງວັກຊີນແລ້ວ, ຂ້າພະເຈົ້າຈຶ່ງຕັດສິນໃຈສັກວັກຊີນ. ນີ້ເປັນການສັກຢາຄັ້ງທຳອິດຂອງຂ້າພະເຈົ້າ.

ມື້ຕໍ່ມາ, ລາວໄດ້ພາພັນລະຍາຂອງລາວໄປສັກວັກຊີນເຊັ່ນກັນ. ສຸກສາລາໃນທ້ອງຖິ່ນໄດ້ລາຍງານວ່າ ນີ້ຖືເປັນບາດກ້າວໜຶ່ງທີ່ສໍາຄັນ.

ແມ່ຍິງຖືພາ 33 ອາທິດ ອາໄສຢູ່ໃນເມືອງໝອກ ມີປະສົບການທີ່ຄ້າຍຄືກັນ ເຊິ່ງທໍາອິດລາວໄດ້ປະຕິເສດການສັກວັກຊີນ ແລະ ບໍ່ຢາກໂອ້ລົມກັບທີມງານ CONNECT.

"ຂ້າພະເຈົ້າບໍ່ກ້າສັກວັກຊີນ [ປ້ອງກັນພະຍາດ COVID-19] ເພາະວ່າຂ້າພະເຈົ້າຖືພາຢູ່, ແຕ່ຕໍ່ມາກໍ່ຕັດສິນໃຈໄປສັກ ເພາະວ່າຂ້າພະເຈົ້າເຫັນປະຊາຊົນຫຼາຍຄົນໃນບ້ານໄປສັກວັກຊີນຫຼາຍຂຶ້ນ."

ລາວບອກສະມາຊິກທີມງານ CONNECT ວ່າ ປັດໄຈທາງສະພາບແວດລ້ອມ [ເຫັນຫຼາຍຄົນສັກ] ໄດ້ຊ່ວຍແກ້ໄຂຄວາມລັງເລຂອງລາວໄດ້ຫຼາຍ ແລະ ໃນຂະນະດຽວກັນ ການລົງຢ້ຽມຢາມຊຸກຍູ້ຂອງທີມງານ ກໍເປັນວິທີທີ່ດີໃນການເຂົ້າເຖິງກຸ່ມຜູ້ສູງອາຍຸ ແລະ ຄົນພິການ.

ພາຍຫຼັງ​ຂະ​ບວນການຊຸກຍູ້​ດັ່ງກ່າວ​ປະສົບ​ຜົນສຳ​ເລັດ, ກະຊວງ​ສາທາລະນະ​ສຸກ ມີແຜນໃນການຜັນ​ຂະຫຍາຍ​ວິທີການດັ່ງກ່າວ ​ໄປ​ຍັງ​ບັນດາ​ແຂວງອື່ນໆ​ຕື່ມ​ອີກ.

ການເຄື່ອນໄຫວວຽກງານຂອງອົງການອະນາໄມໂລກ ໃນການສະໜັບສະໜູນກະຊວງສາທາລະນະສຸກ ແລະ ອໍານາດການປົກຄອງແຂວງຊຽງຂວາງ ຕະຫຼອດງານມະຫະກຳກິລາແຫ່ງຊາດ ປະກອບມີວຽກງານການຊຸກຍູ້ການສັກວັກຊີນປ້ອງກັນພະຍາດ COVID-19, ການເຝົ້າລະວັງພະຍາດ, ຄວາມປອດໄພດ້ານອາຫານ, ການສື່ສານຄວາມສ່ຽງ ແລະ ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານທີ່ບໍລິການສາທາລະນະສຸກ. ການຊ່ວຍເຫຼືອທາງດ້ານວິຊາການຂອງອົງການອະນາໄມໂລກ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ (EU), ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA). CONNECT ແມ່ນຮັບການສະໜັບສະໜູນໂດຍ EU, ອົງການສາທາລະນະສຸກສາກົນ . ເກົາຫຼີ (KOFIH), USAID ແລະ ລັດຖະບານລຸກຊຳບວກ