ຄອນເນັກ ບໍ່ແມ່ນໂຄງການ, ແຕ່ແມ່ນວິທີການຮ່ວມມື ເຮັດວຽກຮ່ວມກັນຢ່າງກົມກຽວຂອງຫຼາຍຂະແໜງການ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ສ້າງຄວາມເປັນເຈົ້າການຂອງຊຸມຊົນ ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການທີ່ຈໍາເປັນຂອງລັດໄດ້ຢ່າງເທົ່າທຽມ ເຊັ່ນ ການເຂົ້າເຖິງການບໍລິການດ້ານສຸຂະພາບ. ຄອນເນັກ ເນັ້ນໃສ່ການສ້າງຄວາມໄວ້ວາງໃຈ ລະຫວ່າງ ຊາວບ້ານ, ຜູ້ໃຫ້ບໍລິການ ແລະ ພະນັກງານຂອງລັດທີ່ຢູ່ໃນທ້ອງຖິ່ນ ໂດຍນຳໃຊ້ກົນໄກທີ່ມີຢູ່ໃນຊຸມຊົນ ພາຍໃຕ້ການຮ່ວມມືຂອງກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ເຊິ່ງສະໜັບສະໜູນຈາກອົງການອະນາໄມໂລກ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ.
ວິທີການຄອນເນັກ ປະກອບດ້ວຍ 3 ໂມດູນ ເຊິ່ງມີຜູ້ເຂົ້າຮ່ວມຈາກອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆຫຼາຍລະດັບ ຈາກຂະແໜງການທີ່ກ່ຽວຂ້ອງ ແລະ ການສືບຕໍ່ຕິດຕາມສະໜັບສະໜູນແບບສ້າງສັນ ແບບກັບທີ່ ແລະ ທາງອອນລາຍ ຈາກຂັ້ນສູນກາງ, ແຂວງ ແລະ ເມືອງ ເພື່ອສືບຕໍ່ການສ້າງຄວາມໄວ້ວາງໃຈ. ພ້ອມດຽວກັນນັ້ນ, ຍັງມີການຝຶກອົບຮົມເພື່ອເສີມທັກສະໃຫ້ແພດໝໍ ແລະ ການຊຸກຍູ້ສະໜັບສະໜູນການໃຫ້ບໍລິການເຊື່ອມສານເຄື່ອນທີ່. ນອກຈາກນັ້ນ, ວິທີການຄອນເນັກ ຍັງໄດ້ເອົາໃຈໃສ່ສິ່ງທີ່ເປັນບູລິມະສິດຂອງຊຸມຊົນ ບໍ່ສະເພາະແຕ່ການສັກວັກຊີນ, ວຽກງານແມ່ ແລະ ເດັກ ແລະ ການຈົດທະບຽນການເກີດ (ໂດຍມີເປົ້າໝາຍເພື່ອຮັບປະກັນໃຫ້ເດັກທຸກຄົນສາມາດເຂົ້າເຖິງບໍລິການສຸຂະພາບຂັ້ນພື້ນຖານຕ່າງໆ).
ມາຮອດເດືອນກໍລະກົດ ປີ 2024, ວິທີການຄອນເນັກ ໄດ້ເຂົ້າເຖິງຫຼາຍກວ່າ 230 ບ້ານ ຢູ່ພາຍໃນ 10 ແຂວງ (ລວມທັງນະຄອນຫຼວງວຽງຈັນ), ໂດຍໄດ້ວາງຄາດໝາຍສູ້ຊົນໃຫ້ໄດ້ 14 ແຂວງ ພາຍໃນທ້າຍປີ 2024 ແລະ ຈະຜັນຂະຫຍາຍໄປທົ່ວທຸກແຂວງ ໃນອະນາຄົດ.
ການປະເມີນຜົນໄດ້ຮັບ ອີງໃສ່ຜົນການຄົ້ນຄວ້າຫຼ້າສຸດ
ການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບຂອງວຽກງານຄອນເນັກ ແມ່ນໄດ້ມີການຕິດຕາມປະເມີນ ໂດຍທີມງານປະເມີນຈາກພາຍນອກ ແລະ ມີການສະຫຼຸບລາຍງານການປະເມີນຢ່າງຊັດເຈນ. ການປະເມີນກາງສະໄໝ ໄດ້ສະແດງໃຫ້ເຫັນເຖິງຜົນໄດ້ຮັບໄລຍະສັ້ນຫຼາຍດ້ານ. ໜຶ່ງໃນວິທີການປະເມີນ ໄດ້ມີການສໍາຫຼວດປະຊາກອນ ຈໍານວນ 3161 ຄົນ ກ່ອນ ແລະ 3 ເດືອນ ພາຍຫຼັງຈັດຕັ້ງປະຕິບັດວິທີການຄອນເນັກ ແລະ ການສໍາພາດລົງເລິກກັບປະຊາຊົນ ຈໍານວນ 100 ຄົນ ຢູ່ໃນ 12 ບ້ານ ຈາກແຂວງຄໍາມ່ວນ, ບໍ່ແກ້ວ, ຈຳປາສັກ ແລະ ໄຊສົມບູນ ເຊິ່ງໄດ້ສະແດງໃຫ້ເຫັນຜົນໄດ້ຮັບດັ່ງນີ້:
- ອັດຕາການນໍາໃຊ້ການບໍລິການສຸຂະພາບທີ່ຈໍາເປັນຂອງແມ່ໄດ້ເພີ່ມຂຶ້ນ ແລະ ທັດສະນະຄະຕິຕໍ່ການນໍາໃຊ້ການບໍລິການສຸຂະພາບຂັ້ນຕົ້ນໄດ້ຮັບການປັບປຸງ.ຜົນຈາກການສໍາຫຼວດໃນກຸ່ມແມ່ຍິງຖືພາ 144 ຄົນ ພົບວ່າ ອັດຕາການເກີດລູກຢູ່ໃນສຸກສາລາເພີ່ມຂຶ້ນ 14%, ພ້ອມດຽວກັນ ຈາກການສຳພາດແມ່ຍິງຖືພາ 67 ຄົນ ເຫັນວ່າກໍມີອັດຕາຂອງແມ່ຍິງທີ່ຄິດວ່າຈະໄປເກີດລູກຢູ່ສຸກສາລາໃນອະນາຄົດ ເພີ່ມຂຶ້ນເປັນ 92% ພາຍຫຼັງຈັດຕັ້ງປະຕິບັດວິທີການຄອນເນັກ.
ອີງໃສ່ຜົນໄດ້ຮັບທັງສອງທີ່ກ່າວມາຂ້າງເທິງ ເຫັນວ່າແມ່ຍິງທີ່ຕັດສິນໃຈເກີດລູກຢູ່ເຮືອນມີທ່າອ່ຽງຫຼຸດລົງ. ການເກີດຢູ່ສຸກສາລາແມ່ນມີຜົນປະໂຫຍດຫຼາຍຢ່າງ: ມີແພດໝໍທີ່ມີຄວາມຊຳນານຊ່ວຍໃນການເກີດລູກ, ໄດ້ຮັບວັກຊີນຫຼັງເກີດ ແລະ ໄດ້ຮັບໃບຢັ້ງຢືນການເກີດ, ໄດ້ຮັບການດູແລ ແລະ ມີການສົ່ງຕໍ່ໃນກໍລະນີທີ່ມີອາການແຊກຊ້ອນ ແລະ ສາມາດຫຼຸດຜ່ອນໄລຍະເວລາການເດີນທາງໄປໂຮງໝໍ. ໂດຍລວມແລ້ວ, ຜົນໄດ້ຮັບດັ່ງກ່າວສະທ້ອນເຖິງຄວາມເຊື່ອໝັ້ນຕໍ່ສຸກສາລາທີ່ເພີ່ມຂຶ້ນ ແລະ ການຊ່ວຍຊຸມຊົນເພື່ອເຂົ້າເຖິງກຸ່ມເປົ້າໝາຍ ລວມທັງແມ່ຍິງຈາກບ້ານທີ່ບໍ່ໄດ້ເຂົ້າຮ່ວມວິທີການຄອນເນັກໂດຍກົງ. - ຄວາມໄວ້ວາງໃຈຕໍ່ກັບຜູ້ໃຫ້ບໍລິການສຸຂະພາບເພີ່ມຂຶ້ນ. ການສໍາຫຼວດໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈເພີ່ມຂຶ້ນຕໍ່ກັບຜູ້ໃຫ້ບໍລິການດ້ານສຸຂະພາບ ຜ່ານການຈັດຕັ້ງປະຕິບັດວິທີການຄອນເນັກ, ຈາກ 36% ເປັນ 53%. ຜູ້ປະເມີນໄດ້ພັດທະນາການປະເມີນຄວາມໄວ້ວາງໃຈ ອອກເປັນ 8 ເງື່ອນໄຂເພື່ອໃຫ້ສອດຄ່ອງກັບສະພາບການຂອງ ສປປ ລາວ ເຊັ່ນ: ການຫຼຸດຜ່ອນການຖືກຈໍາແນກ, ຄວາມເຊື່ອໝັ້ນໃນທັກສະຂອງຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ຄວາມພ້ອມຂອງການປິ່ນປົວ ແລະ ການປັບປຸງພາບລັກຂອງສຸກສາລາ. ຢູ່ໃນບ້ານທີ່ໄດ້ຖືກຈັດຕັ້ງປະຕິບັດວິທີການຄອນເນັກໄດ້ສະແດງໃຫ້ເຫັນວ່າປະຊາຊົນຢູ່ໃນຊຸມຊົນມີຄວາມໄວ້ວາງໃຈຕໍ່ກັບສຸກສາລາເພີ່ມຂຶ້ນ ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ.
- ຄວາມເປັນເຈົ້າການຂອງການຮັກສາສຸຂະພາບໃນຊຸມຊົນເພີ່ມຂຶ້ນ. ພາຍຫຼັງການຈັດຕັ້ງປະຕິບັດວິທີການຄອນເນັກ, ຜົນການສໍາຫຼວດໄດ້ສະແດງໃຫ້ເຫັນວ່າ ປະຊາຊົນມີຄວາມເຊື່ອໝັ້ນເພີ່ມຂຶ້ນ ວ່າເຂົາເຈົ້າມີພາລະບົດບາດ ແລະ ມີອິດທິພົນຕໍ່ສຸຂະພາບຂອງຊາວບ້ານ. ນອກຈາກນັ້ນ, ເຂົາເຈົ້າຍັງມີຄວາມເຊື່ອໝັ້ນເພີ່ມຂຶ້ນວ່າ ເຂົ້າເຈົ້າສາມາດສ້າງຜົນກະທົບຕໍ່ການບໍລິການດ້ານສຸຂະພາບ. ດັ່ງທີ່ຊາວບ້ານຄົນໜຶ່ງໄດ້ກ່າວວ່າ: "ທຸກຄົນຕ້ອງເຮັດວຽກຮ່ວມກັນ, ຖ້າມີແຕ່ຄົນຈຳນວນໜ້ອຍທີ່ເຮັດ, ພວກເຮົາຈະບໍ່ບັນລຸເປົ້າໝາຍໃຫ້ຊຸມຊົນມີສຸຂະພາບດີໄດ້.
- ອັດຕາການສັກວັກຊີນປ້ອງກັນພະຍາດ ແລະ ຄວາມໝັ້ນໃຈເພີ່ມຂຶ້ນ ໂດຍສະເພາະກັບກຸ່ມຊົນເຜົ່າ ກຸ່ມທີ່ເຂົ້າເຖິງຍາກ. ທີມປະເມີນໄດ້ຄັດເລືອກເອົາເຂດທີ່ມີຄວາມຫຼາກຫຼາຍດ້ານຊົນເຜົ່າ ແລະ ອັດຕາປົກຄຸມການສັກວັກຊີນຕໍ່າໃນໄລຍະຜ່ານມາ ເຊິ່ງມີຜົນໄດ້ຮັບພົ້ນເດັ່ນຫຼັງຈາກການຈັດຕັ້ງປະຕິບັດວິທີການຄອນເນັກ. ໃນນັ້ນ, ອັດຕາການການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດ ເພີ່ມຂຶ້ນ 7 ເທົ່າໃນ 25 “ບ້ານທີ່ມີຄວາມສ່ຽງສູງ” ຢູ່ແຂວງຊຽງຂວາງ ກ່ອນງານມະຫະກໍາກິລາແຫ່ງຊາດ ປີ 2022.
ຜົນໄດ້ຮັບເຫຼົ່ານີ້ ແມ່ນໄດ້ຖືກເຜີຍແຜ່ໃນວາລະສານວິຊາການ British Medical Journal Global Health, ເຊີ່ງໄດ້ຂຽນຮ່ວມກັນກັບ ລັດຖະມົນຕີກະຊວງສາທາລະນະສຸກ ຂອງ ສປປ ລາວ ໂດຍບົດຄົ້ນຄວ້າດັ່ງກ່າວໄດ້ຍົກໃຫ້ເຫັນການນໍາໃຊ້ວິທີການຄອນເນັກຄື: ການສື່ສານທີ່ມີປະສິດທິພາບມີຄວາມສອດຄ່ອງກັບສະພາບຂອງທ້ອງຖິ່ນ, ນໍາໃຊ້ກົນໄກຂອງຊຸມຊົນທີ່ມີຢູ່ແລ້ວ ແລະ ນໍາໃຊ້ບຸກຄົນທີ່ມີອິດທິພົນຕໍ່ກັບຊຸມຊົນໃນຮູບແບບການມີສ່ວນຮ່ວມກັບຂອງຫຼາຍພາກສ່ວນ, ຊຸກຍູ້ກໍາລັງໃຈໃຫ້ຊຸມຊົນໂດຍຜ່ານການປັບປຸງຄວາມເພິ່ງພໍໃຈ, ຄວາມເປັນເຈົ້າການ ແລະ ການສ້າງສາຍສໍາພັນ .
ການເພີ່ມຂຶ້ນຂອງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດ ໃຫ້ແກ່ປະຊາຊົນໃນບ້ານທີ່ມີສາສະໜາ ແລະ ຊົນເຜົ່າກຸ່ມນ້ອຍ ໃນແຂວງຊຽງຊວາງ ພາຍຫຼັງໄດ້ນຳໃຊ້ວິທີການຄອນເນັກ ຢູ່ໃນ 24 ບ້ານ (ສະເລ່ຍຈຳນວນການຮັບວັກຊີນຕໍ່ບ້ານ).
ການປະເມີນຜົນໄດ້ສັງລວມເອົາບັນດາບົດຮຽນທີ່ດີໃນການແກ້ໄຂກ່ຽວກັບປັດໄຈທາງສັງຄົມທີ່ສົ່ງຜົນສະທ້ອນຕໍ່ດ້ານສຸຂະພາບ, ລວມທັງການເພີ່ມການຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ, ການຄົມມະນາຄົມ ແລະ ການເຂົ້າເຖິງສະຖານທີ່ບໍລິການສຸຂະພາບ, ກອງທຶນຊ່ວຍເຫຼືອ, ການສະໜອງຂໍ້ມູນຂ່າວສານ ແລະ ຜົນກະທົບຂອງການແຕ່ງງານແຕ່ອາຍຸຍັງນ້ອຍ ໃນເຂດທີ່ໄດ້ຈັດຕ້ັງປະຕິບັດວິທີການຄອນເນັກ.
ຕົວຢ່າງ: ຢູ່ເມືອງຫີນບູນ, ແຂວງຄຳມ່ວນ, ອົງການປົກຄອງບ້ານ ໄດ້ກໍ່ຕັ້ງກອງທຶນ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກໃນກໍລະນີສຸກເສີນທີ່ກ່ຽວຂ້ອງກັບສຸຂະພາບ. ຊາວບ້ານໄດ້ເວົ້າວ່າ ອົງການປົກຄອງບ້ານໄດ້ໃຫ້ການສະໜັບສະໜູນຄອບຄົວທີ່ມີຄວາມສ່ຽງສູງ (ເຊັ່ນ: ຄອບຄົວທຸກຍາກ ຫຼື ຄອບຄົວທີ່ມີຄົນພິການ ໂດຍຜ່ານການໄປຢ້ຽມຢາມຄອບຄົວເຂົາເຈົ້າ ແລະ ຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງການບໍລິການສຸຂະພາບ).
ຜົນການຄົ້ນຄວ້າ ແມ່ນຮວບຮວມຢູ່ໃນບົດລາຍງານລຸ່ມນີ້:
- WHO, 2024. Evaluating Community Engagement in Public Health: The Case of The Connect Initiative in Lao PDR. Summary Report of the Key Operational and Evaluation Insights from the Village-based Data Collection.
- WHO, 2024. Addressing Social Determinants of Health in Lao PDR: Local Solutions to Promote Health Equity.
ການບັນທຶກບົດຮຽນ ແລະ ຂໍ້ມູນ
ໃນຂະນະທີ່ວິທີການຄອນເນັກ ຍັງສືບຕໍ່ຜັນຂະຫຍາຍ, ເພື່ອຮັບປະກັນການບັນທຶກການແລກປ່ຽນຮຽນຮູ້ ແລະ ການສ້າງຄວາມເຂົ້າໃຈ, ບັນດາບົດຄວາມຕໍ່ໄປນີ້ໄດ້ຖືກເຜີຍແຜ່ເມື່ອບໍ່ດົນມານີ້ ແລະ ຍັງມີອີກຫຼາຍບົດຄວາມທີ່ກຳລັງຢູ່ໃນຂັ້ນຕອນທົບທວນຄືນເພື່ອເຜີຍແຜ່ ດັ່ງລຸ່ມນີ້່:
- Haenssgen MJ, Elliott EM, Phommachanh S….Kubota S et al. Trust in Healthcare: Methodological and conceptual insights from mixed method research in Lao People’s Democratic Republic. British Medical Journal Global Health 2024;9:e014640. doi:10.1136/bmjgh-2023-014640
- • Phrasisombath K, Kubota S, Elliott EM, Horiuchi S…Phoummalaysith B et al. Reaching the unreached through building trust: a mixed-method study on COVID-19 vaccination in rural Lao PDR. British Medical Journal Global Health 2024;0:e014680. doi:10.1136/bmjgh-2023-014680
- Valentine N, Solar O, Castedo A.,…Kubota, S., Elliott E, et al., (2022). Action on the social determinants for advancing health equity in the time of COVID-19: perspectives of actors engaged in a WHO Special Initiative. International Journal of Equity in Health 21 (Suppl 3): 193 https://doi.org/10.1186/s12939-022-01798-y
- Marco J. Haenssgen, Elizabeth M. Elliott, Sysavanh Phommachanh, Ounkham Souksavanh, Hironori Okabayashi, Shogo Kubota. Community engagement for stakeholder and community trust in healthcare: Short-term evaluation findings from a nationwide initiative in Lao PDR. Social Science & Medicine, 354. https://doi.org/10.1016/j.socscimed.2024.117079
ແຜນການໃນຕໍ່ໜ້າ
ຜົນໄດ້ຮັບໄດ້ສະທ້ອນໃຫ້ເຫັນເຖິງຜົນກະທົບໄລຍະສັ້້ນທີ່ເກີດຂຶ້ນຢູ່ບັນດາບ້ານ ທີ່ໄດ້ເຂົ້້າຮ່ວມວິທີການຄອນເນັກ ເຊິ່ງການປະເມີນຜົນແມ່ນຍັງດໍາເນີນການຕໍ່ເນື່ອງ ເພື່ອຄົ້ນຫາຜົນກະທົບໃນໄລຍະກາງ ແລະ ຜົນກະທົບໄລຍະຍາວ.
ກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໄດ້ສືບຕໍ່ຜັນຂະຫຍາຍວິທີການຄອນເນັກໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ວິທີການດັ່ງກ່າວເກີດຄວາມຍືນຍົງ. ມີຫຼາກຫຼາຍວິທີການທີ່ພວກເຮົາກໍາລັງຄົ້ນຄວ້າ ເຊິ່ງລວມມີການເຊື່ອມສານວິທີການຄອນເນັກເຂົ້າໃນລະບົບ ແລະ ກົນໄກຂອງລັດ ໂດຍນໍາໃຊ້ທ່າແຮງ ແລະ ຊັບພະຍາກອນຂອງອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ. ພ້ອມກັນນັ້ນ, ເພື່ອເຮັດໃຫ້ມີການຜັນຂະຫຍາຍຜົນສໍາເລັດຈາກວຽກງານຄອນເນັກ ໄດ້ມີການປຶກສາຫາລືເພື່ອຜັນຂະຫຍາຍວີທີການເຮັດວຽກແບບມີຄວາມຮັບຜິດຊອບຂອງຫຼາຍຂະແໜງການ ແລະ ກັບຄູ່ຮ່ວມງານອື່ນໆ.
ສຸດທ້າຍນີ້, ພວກເຮົາກໍາລັງຄົ້ນຄວ້າເພື່ອເຊື່ອມສານບັນດາບົດຮຽນທີ່ດີຈາກວິທີການຄອນເນັກ ເຂົ້າໃນຫຼັກສູດການຮຽນການສອນຂອງຂະແໜງສາທາລະນະສຸກ ເຊິ່ງເປັນພາກສ່ວນໜຶ່ງຂອງລະບົບການສຶກສາ.