©WHO/WHO staff
Lao PDR’s first National Games in several years required substantive health planning and support
© Credits

ຮັບປະກັນການແຂ່ງຂັນກິລາແຫ່ງຊາດຂອງ ສປປ ລາວ ດໍາເນີນໄປຢ່າງປອດໄພ

20 January 2023
  • ງານມະຫະກຳກິລາແຫ່ງຊາດຂອງ ສປປ ລາວ ໄດ້ຈັດຂຶ້ນອີກຄັ້ງໃນເດືອນທັນວາ 2022, ໂດຍມີມວນຊົນເດີນທາງໄປທີ່ ແຂວງຊຽງຂວາງຫຼາຍກວ່າ 10,000 ຄົນ.
  • ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ແລະ ອໍານາດການປົກຄອງແຂວງ ໄດ້ສຸມໃສ່ການກະກຽມຄວາມພ້ອມໃນການປ້ອງກັນສຸຂະພາບ, ສຸມໃສ່ອັດຕາການປົກຄຸມຂອງ ການສັກວັກຊີນປ້ອງກັນພະຍາດ COVID-19, ການເຝົ້າລະວັງພະຍາດ, ຄວາມປອດໄພດ້ານອາຫານ, ການສື່ສານຄວາມສ່ຽງ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານທີ່ບໍລິການສາທາລະນະສຸກ.
  • ງານແຂ່ງຂັນກິລາໄດ້ສິ້ນສຸດລົງໂດຍບໍ່ມີການລະບາດ ຫຼື ເຫດການຮ້າຍແຮງເກີດຂຶ້ນ.

    ຫຼັງ​ຈາກ​ທີ່ຫ່າງຫາຍ​ໄປ​ຫຼາຍ​ປີ, ງານ​ແຂ່ງຂັນກິລາ​ແຫ່ງ​ຊາດ​ ໄດ້ຫວນມາຈັດຂຶ້ນອີກຄັ້ງ ​ໃນ​ເດືອນ​ທັນວາ 2022 ຢູ່ທີ່​ແຂວງ​ຊຽງ​ຂວາງ. ກິລາແຫ່ງຊາດຄັ້ງນີ້ ມີນັກກິລາ ແລະ ຜູ້ຊົມຫຼາຍກວ່າ 10,000 ຄົນ ຈາກທົ່ວປະເທດ ມາຮ່ວມໃນການແຂ່ງຂັນຮອບຄັດເລືອກ ແລະ ຮອບການແຂ່ງຂັນເປັນເວລາໜຶ່ງເດືອນ.

    ໃນຂະນະທີ່ງານດັ່ງກ່າວເປັນເຫດການທີ່ມີຄວາມໝາຍສໍາຄັນລະດັບຊາດ ແລະ ໄດ້ສະເຫຼີມສະຫຼອງຫຼັງການແຜ່ລະບາດ ເຊິ່ງການເຕົ້າໂຮມຂອງຄົນຈຳນວນຫຼວງຫຼາຍ ອາດເຮັດໃຫ້ມີຄວາມສ່ຽງດ້ານສຸຂະພາບ ໂດຍສະເພາະໃນແຂວງທີ່ໂຄງສ້າງພື້ນຖານດ້ານສາທາລະສຸກຍັງມີຂໍ້ຈໍາກັດ.

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: “ງານມະຫະກຳກິລາແຫ່ງຊາດ ເປັນໂອກາດດີທີ່ຈະມາເຕົ້າໂຮມກັນ ແລະ ໄດ້ຮ່ວມຊົມການແຂ່ງຂັນກິລາອັນໂດດເດັັ່ນຂອງບັນດານັກກິລາລາວ, ແຕ່ຍັງເປັນໂອກາດໃນການແຜ່ລະບາດຂອງພະຍາດ COVID-19 ແລະ ພະຍາດອື່ນໆ ເປັນຕົ້ນ ໄຂ້ຫວັດໃຫຍ່ ຫຼື ພະຍາດທີ່ເກີດຈາກອາຫານ. ກະຊວງສາທາລະນະສຸກ ໄດ້ມີການວາງແຜນຮັບມືກັບການໂຮມຊຸມນຸມໃຫຍ່ຄັ້ງນີ້ ໂດຍໄດ້ຮັບໍການຊ່ວຍເຫຼືອຈາກ ອົງການອະນາໄມໂລກ."

    ດ້ວຍການວາງແຜນ ແລະ ການປະສານງານຜ່ານສູນປະຕິບັດງານ ເຫດສຸກເສີນທາງດ້ານສາທາລະນະສຸກ (PHEOC) ທີສະໜັບສະໜູນໂດຍອົງການອະນາໂມໂລກ ຈຶ່ງໄດ້ມີການລະບຸ ແລະ ຕອບສະໜອງຕໍ່ຂໍ້ກໍານົດໃນການປົກປ້ອງສຸຂະພາບ ລວມທັງການເຝົ້າລະວັງພະຍາດ ແລະ ການຕອບໂຕ້ຕໍ່ການລະບາດ, ຄວາມປອດໄພຂອງອາຫານ, ການສັກວັກຊີນປ້ອງກັນພະຍາດ COVID-19, ການສື່ສານຄວາມສ່ຽງ ແລະ ຄວາມອາດສາມາດຮອງຮັບຂອງສະຖານທີ່ບໍລິການສາທາລະນະສຸກ.

    ວຽກງານບຸລິມະສິດ ແມ່ນການສັກວັກຊີິນປ້ອງກັນ COVID-19. ອັດຕາ​ປົກຄຸມການ​ສັກ​​ວັກ​ຊີນ ເຂັມພື້ນຖານ ໃນແຂວງ​ຊຽງ​ຂວາງ ແມ່ນກວມເອົາ​ປະມານ 66% ເຊິ່ງຕ່ຳ​ກວ່າ​ອັດຕາປົກຄຸມທົ່ວປະເທດ 74% ແລະ ອັດຕາປົກຄຸມຂອງການສັກວັກຊີນເຂັມກະຕຸ້ນ​ມີ​ພຽງ 24% ​ໃນ​ຕົ້ນ​ເດືອນ​ພະຈິກ.

    ອ່ານເພີ່ມເຕີມໄດ້ທີ່: ປົກປ້ອງປະຊາຊົນ 39,000 ຄົນຈາກພະຍາດໂຄວິດ-19 ກ່ອນງານມະຫະກຳກິລາແຫ່ງຊາດ

    ເພື່ອແກ້ໄຂບັນຫານີ້, ຂະບວນການເສີມສ້າງການມີສ່ວນຮ່ວມຂອງຊຸມຊົນ CONNECT ຂອງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ໄດ້ປະຕິບັດການຊຸກຍູ້ການສັກວັກຊີນ ໂດຍສຸມໃສ່ກຸ່ມຊົນເຜົ່າ, ຜູ້ສູງອາຍຸ ແລະ ບ້ານທີ່ມີອັດຕາການສັກວັກຊີນຕໍ່າ.

    ໂດຍນໍາໃຊ້ວິທີການຕ່າງໆເຂົ້າໃນການຊຸກຍູ້ດັ່ງກ່າວ ເຮັດໃຫ້ປະຊາຊົນ ຫຼາຍກວ່າ 39,000 ຄົນໄດ້ຮັບການສັກວັກຊີນເຂັມພື້ນຖານ ຫຼື ເຂັມກະຕຸ້ນ ແລະ ອັດຕາປົກຄຸມຂອງການສັກວັກຊີນເຂັມກະຕຸ້ນ ເພີ່ມຂຶ້ນຈາກ 24% ເປັນ 32%. ​ສັງ​ເກດເຫັນວ່າ ໃນກຸ່ມ​ບ້ານ​ທີ່​ມີ​ຄວາມ​ສ່ຽງ​ສູງ 29 ບ້ານ ມີອັດຕາການປົກຄຸມການສັກຢາວັກຊີນ ​​ເພີ່ມ​ຂຶ້ນ 246% ໃນຈຳນວນ​ຄົນ​ທີ່​ໄດ້​ຮັບ​ການ​ສັກ​ວັກຊີນ​ໃໝ່ເພີ່ມຂຶ້ນ ​ເມື່ອ​ທຽບ​ໃສ່​ກັບ​ການລົງສັກວັກຊີນຄັ້ງ​ທີ່​ຜ່ານ​ມາ. 

ໃນຂະນະດຽວກັນ​ນັ້ນ, ທາງອົງການອະນາໄມໂລກ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ກໍ​ໄດ້​ເລີ່​ມດຳ​ເນີນ​ການ​ກະກຽມ​ບຸກຄະລາກອນແພດໃນການຮັບມືກັບມວນຊົນທີ່ຫຼັ່ງໄຫຼເຂົ້າມາແຂວງຊຽງຂວາງ ເຊິ່ງອາດຈະເກີດມີຄວາມສ່ຽງ​ທີ່ເປັນ​ອັນຕະລາຍ​ຕໍ່ສຸຂະພາບ​.

ເພື່ອເປັນການກຽມພ້ອມ, ໄດ້ມີການຈັດການຝຶກອົບຮົມການເຝົ້າລະວັງພະຍາດ ໃຫ້ແກ່ພະນັກງານສາທາລະນະສຸກ, ພະນັກງານຂັ້ນທ້ອງຖິ່ນ, ອາສາສະໝັກ ແລະ ນາຍບ້ານ ເກືອບ 200 ຄົນ ເພື່ອໃຫ້ເຂົາເຈົ້າສາມາດຄົ້ນຫາ, ກຳນົດ ແລະ ລາຍງານການລະບາດ ໄດ້ດີຂຶ້ນ. ການຝຶກອົບຮົມດັ່ງກ່າວ ຍັງລວມເຖິງການປັບປຸງລະບົບການເຝົ້າລະວັງແບບທາງການທີ່ມີຢູ່ ແລະ ເສີມຂະຫຍາຍໃຫ້ແກ່ການລາຍງານແບບ່ບໍ່ເປັນທາງການນອກລະບົບສາທາລະນະສຸກ (ເຊັ່ນ: ຄູອາຈານທີ່ຢູ່ພາຍໃນທ້ອງຖິ່ນ ກໍສາມາດລາຍງານອາການຕ່າງໆໄດ້ ເຊັ່ນດຽວກັນ).

ທ່ານ ນາງ ດຣ Satoko Otsu ຈາກອົງການອະນາໄມໂລກໄດ້ກ່າວວ່າ: “ນີ້ອາດຈະເປັນອົງປະກອບທີ່ສໍາຄັນທີ່ສຸດ, ເພາະວ່າ ຖ້າຫາກເຮົາບໍ່ຮູ້ຊັດເຈນວ່າ ມີຫຍັງແດ່ທີ່ເກີດຂຶ້ນໃນພື້ນທີ່ທີ່ມີການໂຮມຊຸມນຸມໃຫຍ່ນັ້ນໆ, ລະບົບສາທາລະນະສຸກ ກໍອາດຈະພົບຂໍ້ຫຍຸ້ງຍາກໃນການຕອບໂຕ້ຕໍ່ເຫດການດັ່ງກ່າວ, ແຕ່ໂຊກດີທີ່ພວກເຮົາມີທີມງານທີ່ເຮັດວຽກຢ່າງຫ້າວຫັນ.”

ເຖິງຢ່າງໃດກໍໍ່ຕາມ, ຍັງມີສິ່ງທ້າທາຍອື່ນໆທີ່ເຮັດໃຫ້ເກີດຄວາມສ່ຽງຫລາຍຢ່າງ.

ທ່ານ ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການລະບາດຂອງອາຫານເປັນພິດ ແລະ ພະຍາດທີ່ເກີດຈາກອາຫານ ແມ່ນມີໂອກາດເກີດຂຶ້ນຫຼາຍໃນການຈັດງານໃຫຍ່ ແລະ ສາມາດຫຼີກລ່ຽງໄດ້ດ້ວຍຂັ້ນຕອນງ່າຍໆ.”

“ໜຶ່ງໃນສິ່ງທີ່ດີທີ່ສຸດຂອງການມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງງານກິລາແຫ່ງຊາດ ຢູ່ແຂວງຊຽງຂວາງ ເຊິ່ງເປັນສະຖານທີ່ ທີ່ສວຍງາມ ກໍຄືການໄດ້ຮັບປະທານອາຫານແຊບໆ. ເມື່ອທ່ານຢູ່ຫ່າງໄກຈາກບ້ານ, ເດີນທາງມາທ່ອງທ່ຽວ ຫຼື ເຂົ້າຮ່ວມໃນການແຂ່ງຂັນ, ຖ້າເກີດມີການເຈັບປ່ວຍ ຈະເຮັດໃຫ້ທ່ານບໍ່ມ່ວນຊື່ນໄດ້, ສະນັ້ນ, ຈົ່ງເລືອກຮັບປະທານອາຫານທີ່ປອດໄພ.”

ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ກະຊວງສາທາລະນະສຸກ, ອໍານາດການປົກຄອງແຂວງ ແລະ ອົງການອະນາໄມໂລກ ໄດ້ມີການຝຶກອົບຮົມ ແລະ ກວດກາຄວາມປອດໄພຂອງອາຫານ ເຊິ່ງເປັນການຝຶກອົບຮົມຄືນໃໝ່ໃຫ້ແກ່ພະນັກງານທີ່ຮັບຜິດຊອບການກວດກາອາຫານໃນທ້ອງຖິ່ນ, ກວດກາຕາມຮ້ານອາຫານ, ຕະຫຼາດ ແລະ ໂຮງແຮມ ແລະ ຍັງເປັນການຊ່ວຍເຫຼືອໃນການດຳເນີນການກວດກາ ແລະ ປະເມີນຜົນ.

ໃນຂະນະທີ່ມີການກະກຽມໃນຂະແໜງສາທາລະນະສຸກ ກໍມີນັກກິລາຫຼາຍພັນຄົນໄດ້ເດີນທາງມາຮອດແຂວງຊຽງຂວາງ. ຫຼາຍໆຄົນຈະໄດ້ກະຈາຍກັນພັກຢູ່ຕາມອາຄານໂຮງຮຽນຕ່າງໆ ທີ່ດັດແປງເປັນຫໍພັກຊົ່ວຄາວ, ຢູ່ບັນດາເຮືອນພັກ, ໂຮງແຮມ ແລະ ຮັບປະທານອາຫານຢູ່ຮ້ານອາຫານຕ່າງໆ ແລະ ບ່ອນທີ່ຈັດໄວ້ສະເພາະໃນໄລຍະງານແຂ່ງຂັນກິລາ.

ສິ່ງສໍາຄັນ ແມ່ນຕ້ອງຮັບປະກັນໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ລ່ວງໜ້າ, ໃຫ້ເຂົາເຈົ້າຮູ້ເຖິງຄວາມປອດໄພຂອງອາຫານ, ໃຫ້ເຂົ້າໃຈ ແລະ ເອົາໃຈໃສ່ໃນຂໍ້ຄວນປະຕິບັດໃນການຮັກສາສຸຂະພາບ .

ຄຽງຄູ່ກັບການອັບເດດຂ່າວສານໃນສື່ມວນຊົນແລ້ວ, ອົງການອະນາໄມໂລກ ຍັງໄດ້ເຮັດວຽກຮ່ວມກັບນັກກິລາ ຈໍານວນ 9 ຄົນ ເພື່ອມາໃຫ້ຄໍາແນະນໍາໃນການຮັກສາສຸຂະພາບ ຜ່ານການໂຄສະນາທາງສື່ສັງຄົມອອນລາຍ ອີກດ້ວຍ.

ທ່ານ ນາງ ສຸດາພອນ ວິລະວົງສາ, ຜູ້ຊ່ຽວຊານດ້ານວຽກງານການສື່ສານ ຂອງອົງການອະນາໄມໂລກ ໄດ້ກ່າວວ່າ: "ຈາກການລົງສື່ໂຄສະນາດັ່ງກ່າວ ເຫັນວ່າ ມີໄວໜຸ່ມໃນຂອບເຂດທົ່ວປະເທດ ໄດ້ເຂົ້າຊົມວິດີໂອ ລວມກັນແລ້ວ ທັງໝົດຫຼາຍກວ່າ 17.3 ລ້ານ ຄັ້ງ ເຊິ່ງໃນວິດີໂອສື່ໂຄສະນານີ້ ເຮົາໄດ້ມີນັກກິລາທີ່ໂດດເດັ່ນ ມາໃຫ້ຄຳແນະນຳໃນການຮັກສາສຸຂະພາບ ເຊິ່ງໄດ້ຮັບຄວາມສົນໃຈຫຼາຍ ໂດຍມີການກົດຖືກໃຈ, ສົນທະນາ ແລະ ສົ່ງຕໍ່ ຫຼາຍກວ່າ 3.96 ລ້ານ ຄັ້ງ."

"ນອກຈາກນີ້, ຍັງມີການຈັດກິດຈະກໍາ ແລະ ການໂຄສະນາຕາມສະໜາມກິລາ ເຊັ່ນ ໂປສເຕີທີ່ມີລະຫັດ QR ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໄປອ່ານຄໍາແນະນໍາໃນການຮັກສາສຸຂະພາບໄດ້ຜ່ານທາງອິນເຕີເນັດ, ມີແຈ້ງການໃນໜັງສືພິມ ແລະ ຍັງມີການໂຄສະນາການແຂ່ງຂັນກິລາແຫ່ງຊາດ ປອດຄວັນຢາສູບ ອີກດ້ວຍ."

ສຸດທ້າຍ ໃນດ້ານການປິ່ນປົວ, ທາງອົງການອະນາໄມໂລກ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ມີການສຸມໃສ່ການຍົກລະດັບການບໍລິການດ້ານສາທາລະນະສຸກໃນທ້ອງຖິ່ນຕື່ມອີກ ໂດຍສະເພາະ ວຽກງານການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ (IPC) ເຊິ່ງເປັນວຽກງານສໍາຄັນ ເພື່ອປ້ອງກັນການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ.

ຜ່ານການສະໜັບສະໜູນຈາກສະຫະພາບເອີຣົບ (EU), ອົງການອະນາໄມໂລກໄດ້ຈັດການຝຶກອົບຮົມ ກ່ຽວກັບ ວຽກງານ IPC ຢູ່ໂຮງໝໍ 3 ແຫ່ງໃນແຂວງຊຽງຂວາງ ເຊິ່ງເປັນການຝຶກອົບຮົມຄືນໃຫມ່ ໃຫ້ແກ່ ບຸກຄະລາກອນສາທາລະນະສຸກຈໍານວນ 50 ຄົນ ກ່ຽວກັບການຕິດຕາມກວດກາມາດຕະການ IPC, ການພັດທະນາແຜນການປັບປຸງສະຖານທີ່ສະເພາະຈຸດ ເພື່ອແກ້ໄຂຊ່ອງຫວ່າງຕ່າງໆ ແລະ ການນໍາໃຊ້ອຸປະກອນການປິ່ນປົວຄົນເຈັບ.

ທ່ານ ດຣ ສົມຈັນ ທູນສະຫວັດ, ຮອງຫົວໜ້າ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ກ່າວວ່າ: “ເວລາທີ່ເຮົາເຈັບປ່ວຍ ການເຂົ້າໄປໃຊ້ບໍລິການໂຮງໝໍ ຄວນຈະເຮັດໃຫ້ອາການເຮົາດີຂຶ້ນ, ແຕ່ວ່າການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດ ກໍສາມາດເກີດຂື້ນຢູ່ໃນໂຮງໝໍ ເຊັ່ນດຽວກັນ.”

“ບັນຫານີ້ ສາມາດປ້ອງກັນໄດ້ ຖ້າເຮົາເອົາໃຈໃສ່ ແລະ ປະຕິບັດຢ່າງຖືກຕ້ອງ. ເພື່ອກະກຽມໃສ່ງານມະຫະກຳກິລາແຫ່ງຊາດ, ໄດ້ມີການຝຶກອົບຮົມ ກ່ຽວກັບການອະເຊື້ອອຸປະກອນການແພດຕ່າງໆ ແລະ ການຝຶກອົບຮົມຍັງໄດ້ກວມເອົາການນຳໃຊ້ເຄື່ອງມືປະເມີນ IPC ສະບັບທີ 3 ຂອງ ສປປ ລາວ ອີກດ້ວຍ.”

ຍ້ອນ​ມີ​ການ​ກະ​ກຽມ​ງານຢ່າງ​ເຕັມທີ່, ງານ​ກິ​ລາ​ແຫ່ງ​ຊາດ​ ທີ່ຈັດຂຶ້ນຄັ້ງ​ທຳ​ອິດ ​ນັບ​ແຕ່​ປີ 2014 ໄດ້​ດຳ​ເນີນ​ໄປ​ໂດຍ​ບໍ່​ມີ​ການ​ແຜ່​ລະ​ບາດ​ ​ຫຼື ​ເຫດ​ການຮ້າຍແຮງເກີດຂຶ້ນ.

ທ່ານ ດຣ Ying-Ru Lo, ຜູ້ຕາງໜ້າອົງການອະນາໄມໂລກ ກ່າວວ່າ: “ນີ້ຖືເປັນງານໃຫຍ່ຄັ້ງທຳອິດຂອງ ສປປ ລາວ ນັບຕັ້ງແຕ່ມີການລະບາດຂອງພະຍາດ COVID-19 ເປັນຕົ້ນມາ ເຊິ່ງໂອກາດນີ້ ຮຽກຮ້ອງໃຫ້ມີການປັບປຸງໃໝ່, ການວາງແຜນ ແລະ ການປະສານງານຢ່າງເປັນລະບົບ ເພື່ອຮັບປະກັນໃຫ້ການຕອບໂຕ້ຕໍ່ເຫດການຕ່າງໆມີປະສິດທິຜົນສູງສຸດ.”

"ໂອກາດໃນການກັບຄືນສູ່ການດຳລົງຊີວິດແບບປົກກະຕິ ຖືວ່າເປັນສິ່ງທີ່ໜ້າຕື່ນເຕັ້ນ, ແຕ່ພວກເຮົາຕ້ອງໄດ້ບໍລິຫານຈັດການກັບບັນຫາຢ່າງປອດໄພ ແລະ ໃນກໍລະນີນີ້, sawທາງກະຊວງສາທາລະນະສຸກ ແລະ ທີມງານຂອງແຂວງເອງ ໄດ້ເອົາໃຈໃສເປັນຢ່າງຍິ່ງ ເພື່ອຮັບປະກັນຄວາມປອດໄພຕະຫຼອດງານແຂ່ງຂັນກິລາ."

ານເຄື່ອນໄຫວວຽກງານຂອງອົງການອະນາໄມໂລກ ໃນການສະໜັບສະໜູນກະຊວງສາທາລະນະສຸກ ແລະ ອໍານາດການປົກຄອງແຂວງຊຽງຂວາງ ຕະຫຼອດງານມະຫກຳກິລາແຫ່ງຊາດ ປະກອບມີ: ວຽກງານການຊຸກຍູ້ການສັກວັກຊີນປ້ອງກັນພະຍາດ COVID-19, ການເຝົ້າລະວັງພະຍາດ, ຄວາມປອດໄພດ້ານອາຫານ, ການສື່ສານຄວາມສ່ຽງ ແລະ ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອໃນສະຖານທີ່ບໍລິການສາທາລະນະສຸກ. ການຊ່ວຍເຫຼືອທາງດ້ານວິຊາການຂອງອົງການອະນາໄມໂລກ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ (EU), ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການຫລຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA). CONNECT ແມ່ນໄດ້ຮັບການສະໜັບສະໜູນໂດຍ EU, ອົງການສາທາລະນະສຸກສາກົນ ສ. ເກົາຫຼີ (KOFIH), USAID ແລະ ລັດຖະບານລຸກຊຳບວກ.