ເນື່ອງຈາກສະຖານະການລະບາດຂອງພະຍາດໂຄວິດ-19 ທີ່ເພີ່ມສູງຂຶ້ນ ໃນແຕ່ລະມື້, ກະຊວງສາທາລະນະສຸກ ຈຶ່ງມີການສົ່ງເສີມໃຫ້ມີການປິ່ນປົວຢູ່ເຮືອນ ສຳລັບຜູ້ທີ່ຕິດໂຄວິດ-19 ແຕ່ບໍ່ມີອາການ ຫຼື ມີອາການທີ່ບໍ່ຮຸນແຮງ. ທັງນີ້ກໍເພື່ອຮັບປະກັນໃຫ້ຄົນເຈັບທີ່ຕ້ອງການ ການປິ່ນປົວແທ້ໆ ໄດ້ເຂົ້າເຖິງໂຮງໝໍ ແລະ ສູນປິ່ນປົວທີ່ມີຢູ່ໃນທົ່ວປະເທດ.
“ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກຄົນຈົ່ງພ້ອມພາກັນປະຕິບັດບັນດາມາດຕະການປ້ອງກັນຕ່າງໆ, ລວມທັງການໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງ ເພື່ອປ້ອງກັນຕົນເອງ ແລະ ຄົນໃນຊຸມຊົນ. ຖ້າຫາກ ທ່ານ ຮູ້ສຶກບໍ່ສະບາຍ ຫຼື ມີອາການຄ້າຍຄືພະຍາດໂຄວິດ-19, ກະລຸນາຢູ່ເຮືອນ ແລະ ປະຕິບັດຕາມຄຳແນະນຳໃນການປິ່ນປົວຢູ່ເຮືອນ. ພ້ອມນັ້ນ, ຄຽງຄູ່ກັບການສະເຫຼີມສະຫຼອງປີໃໝ່ລາວ, ຂໍໃຫ້ທຸກຄົນຈົ່ງປົກປ້ອງ ຄົນທີ່ ທ່ານ ຮັກ ຈາກພະຍາດໂຄວິດ-19.” ກ່າວໂດຍ ດຣ. ບຸນແຝງ ພູມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ.
ດຣ. ຢິງ-ຣູ ແຈັກເກີຣີນ ໂລ, ຜູ້ຕາງໜ້າຈາກອົງການອະນາໄມໂລກກໍ່ໄດ້ກ່າວວ່າ “ການຮັກສາ ແລະ ປິ່ນປົວ ພະຍາດໂຄວິດ-19 ຢູ່ເຮືອນ ເປັນສ່ວນໜຶ່ງຂອງແຜນໄລຍະຍາວຂອງລັດຖະບານລາວ ເພື່ອຮັບມືກັບພະຍາດໂຄວິດ-19, ພ້ອມທັງເປັນການ ປົກປ້ອງລະບົບສາທາລະນະສຸກ ແລະ ຫຼຸດຜ່ອນຄວາມກົດດັນໃຫ້ແກ່ບັນດາພະນັກງານສາທາລະນະສຸກ. ສຳລັບກຸ່ມຄົນທີ່ບໍ່ໄດ້ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງ, ແລະ ບໍ່ມີອາການ ຫຼື ມີອາການເລັກນ້ອຍ ສາມາດປິ່ນປົວຕົນເອງຢ່າງປອດໄພຢູ່ເຮືອນ ໂດຍການປະຕິບັດຕາມຄຳແນະນຳ ແລະ ຕິດຕໍ່ຂໍຄວາມຊ່ວຍເຫຼືອຖ້າຫາກມີອາການຮ້າຍແຮງຂຶ້ນ.”
“ອົງການອະນາໄມໂລກ ຈະສືບຕໍ່ປະສານງານກັບ ກະຊວງສາທາລະນະສຸກ ເພື່ອຄຸ້ມຄອງ ແລະ ຮັບມືກັບການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອ ແລະ ການຫັນປ່ຽນໄປສູ່ການຈັດການພະຍາດໂຄວິດ-19 ແບບຍືນຍົງ ໂດຍການແກ້ໄຂບັນຫາຕ່າງໆ ເຊັ່ນ: ໝູນໃຊ້ລະບົບສາທາລະນະສຸກຢ່າງມີປະສິດທິຜົນ ໂດຍການໃຫ້ຄຳປຶກສາກ່ຽວກັບການເບິ່ງແຍງຄົນເຈັບ, ການປິ່ນປົວ, ການປ້ອງກັນ ແລະ ຄວບຄຸມການລະບາດ, ພ້ອມທັງການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ໜ້າເຊື່ອຖື ເພື່ອໃຫ້ປະຊາຊົນສາມາດສືບຕໍ່ປ້ອງກັນຕົນເອງ, ກຸ່ມຄົນທີ່ມີຄວາມສ່ຽງສູງ ແລະ ລະບົບສາທາລະນະສຸກຢູ່ໃນຊຸມຊົນຂອງພວກເຂົາ.” ດຣ. ຢິງ ກ່າວຕື່ມ.
ດັ່ງນັ້ນ, ຖ້າຫາກທ່ານກວດພົບວ່າຕົນເອງຕິດພະຍາດໂຄວິດ-19, ທ່ານ ສາມາດປະຕິບັດຕາມ 9 ຂັ້ນຕອນແນະນຳ ເພື່ອຫຼີກເວັ້ນການແຜ່ເຊື້ອ, ປົກປ້ອງທຸກຄົນໃຫ້ປອດໄພ ແລະ ຮູ້ວ່າຕ້ອງເຮັດແນວໃດ ຖ້າຫາກມີອາການຮຸນແຮງ. ນອກນັ້ນ, ຫຼາຍໆຂັ້ນຕອນເຫຼົ່ານີ້ ກໍ່ຍັງມີປະໂຫຍດສຳລັບຜູ້ສຳຜັດກັບຜູ້ທີ່ຕິດເຊື້ອ ຫຼື ຜູ້ສຳຜັດໃກ້ຊິດ ເຊັ່ນກັນ.
- ລົງທະບຽນແຈ້ງເຈົ້າໜ້າທີ່ສາທາລະນະສຸກ
ຖ້າຫາກທ່ານ ກວດພົບເຊື້ອໂຄວິດ-19 ດ້ວຍເຄື່ອງກວດໄວ ຫຼື RDT, ມັນສຳຄັນຫຼາຍທີ່ ທ່ານ ຈະຕ້ອງແຈ້ງເຈົ້າໜ້າທີ່ ຫຼື ອົງການປົກຄອງທ້ອງຖິ່ນ ໃຫ້ຮັບຮູ້. ທ່ານ ສາມາດລົງທະບຽນອອນລາຍ ຜ່ານມືຖື ໄດ້ ໂດຍການກົດເຂົ້າໄປໃນລິ້ງ https://forms.gle/wNJ7uTWH1i22onPm7 ຫຼື ໂທຫາສາຍດ່ວນ 163 ແລະ 164. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈະສົ່ງຂໍ້ຄວາມ ຫຼື ໂທຫາທ່ານເພື່ອເອົາລະຫັດຄົນເຈັບໃຫ້ ເພື່ອຕິດຕາມອາການຂອງທ່ານ.
- ຕັດສິນໃຈວ່າຈະປິ່ນປົວຢູ່ ເຮືອນ ຫຼື ຢູ່ສູນປິ່ນປົວທີ່ທາງຄະນະສະເພາະກິດໄດ້ກຳນົດໄວ້
ກະຊວງສາທາລະນະສຸກ ໄດ້ໃຫ້ຄຳແນະນຳວ່າ ຜູ້ທີ່ສາມາດປິ່ນປົວຢູ່ເຮືອນໄດ້ ແມ່ນ ຕ້ອງເປັນຜູ້ທີ່ບໍ່ໄດ້ຢູ່ໃນກຸ່ມທີ່ມີປັດໄຈສ່ຽງສູງ, ແລະ ບຸກຄົນທີ່ມີອາການບໍ່ຮຸນແຮງ ຫຼື ບໍ່ມີອາການເລີຍ ເທົ່ານັ້ນ. ຖ້າຫາກ ທ່ານ ປິ່ນປົວຢູ່ເຮືອນ, ທ່ານຕ້ອງມີຜູ້ເບິ່ງແຍງ 1 ຫຼື 2 ຄົນ, ຊຶ່ງບຸກຄົນດັ່ງກ່າວຕ້ອງບໍ່ມີພະຍາດປະຈຳໂຕ ແລະ ສັກວັກຊີນແລ້ວຢ່າງໜ້ອຍສອງເຂັມ.
ການປິ່ນປົວຢູ່ເຮືອນ ແມ່ນບໍ່ແນະນຳ ສຳລັບຜູ້ສູງອາຍຸ (60 ປີ ຂຶ້ນໄປ), ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາ ເນື່ອງຈາກ ພວກເຂົາເຫຼົ່ານີ້ ມີຄວາມສ່ຽງສູງໃນການເຈັບເປັນຮຸນແຮງເມື່ອມີອາການ. ດັ່ງນັ້ນ, ພວກເຂົາມີຄວາມຈຳເປັນທີ່ຈະຕ້ອງເຂົ້າເຖິງມືແພດໝໍຢ່າງໃກ້ຊິດເພື່ອຕິດຕາມອາການ.
- ແຍກດ່ຽວ ແລະ ຮັກສາໄລຍະຫ່າງ
ເພື່ອປ້ອງກັນການຕິດຕໍ່ພະຍາດພາຍໃນສະມາຊິກຄອບຄົວ, ຜູ້ທີ່ຕິດພະຍາດໂຄວິດ-19 ຄວນຈະຢູ່ໃນຫ້ອງທີ່ແຍກຕ່າງຫາກ. ຖ້າມີຄວາມເປັນໄປໄດ້, ພວກເຂົາຄວນມີຕຽງນອນທີ່ແຍກອອກຈາກຜູ້ອື່ນ.
ນອກນັ້ນ, ພວກເຂົາກໍ່ຄວນໃຊ້ຫ້ອງນ້ຳ ແລະ/ຫຼື ຫ້ອງອາບນ້ຳ ທີ່ແຍກອອກຈາກຜູ້ອື່ນເຊັ່ນດຽວກັນ. ຖ້າຫາກເປັນໄປບໍ່ໄດ້, ກໍ່ໃຫ້ລ້າງທຳຄວາມສະອາດຫ້ອງອາບນ້ຳ/ຫ້ອງນ້ຳ ພາຍຫຼັງທີ່ຜູ້ທີ່ຕິດພະຍາດໂຄວິດ-19 ໃຊ້ແລ້ວ.
ຜູ້ທີ່ຕິດພະຍາດໂຄວິດ-19 ຄວນຈຳກັດການເຄື່ອນໄຫວໃນບໍລິເວນເຮືອນຂອງຕົນ, ອອກໄປນອກຫ້ອງໃນຍາມຈຳເປັນເທົ່ານັ້ນ ເຊັ່ນ ອອກໄປຫ້ອງນ້ຳ. ນອກນັ້ນ, ກໍ່ຄວນຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ຈາກຜູ້ອື່ນ.
ໃນໄລຍະການແຍກດ່ຽວ, ບໍ່ຄວນອະນຸຍາດໃຫ້ຄົນອື່ນເຂົ້າມາຢ້ຽມຢາມເຮືອນ ເພື່ອປ້ອງກັນການລະບາດຂອງພະຍາດ.
- ເຮັດໃຫ້ອາກາດຖ່າຍເທ ໃນຫ້ອງ ແລະ ພື້ນທີ່ສ່ວນລວມ
ອາກາດຖ່າຍເທ ທີ່ດີ ໃນຫ້ອງຂອງ ຜູ້ທີ່ຕິດພະຍາດໂຄວິດ-19 ຫຼື ພື້ນທີ່ສ່ວນລວມ ແມ່ນການປ່ອຍໃຫ້ອາກາດສົດເຂົ້າມາພາຍໃນພື້ນທີ່ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ຊື່ງສາມາດເຮັດໄດ້ໂດຍການເປີດປ່ອງຢ້ຽມ ໃນບ່ອນທີ່ປອດໄພ.
- ໃສ່ຜ້າອັດປາກ-ດັງ ແລະ ຮັກສາຄວາມສະອາດ
ເມື່ອໃດກໍ່ຕາມທີ່ ຜູ້ທີ່ຕິດພະຍາດໂຄວິດ-19 ຢູ່ຫ້ອງດຽວກັບຜູ້ອື່ນ, ທຸກຄົນທີ່ຢູ່ໃນຫ້ອງຄວນໃສ່ຜ້າອັດປາກ-ດັງ. ໃນເວລາທີ່ຜູ້ດູແລ ອອກຈາກຫ້ອງຂອງຜູ້ທີ່ຕິດພະຍາດໂຄວິດ-19, ພວກເຂົາຕ້ອງປົດຜ້າອັດປາກ-ດັງ ອອກ ແລະ ລ້າງມືທຸກຄັ້ງ. ຫຼີກລ້ຽງການໃຊ້ຜ້າເຊັດໂຕ, ຜ້າປູບ່ອນ, ຈານ ແລະໂທລະສັບມືຖື ຮ່ວມກັນ.
ຂ້າເຊື້ອ ແລະ ທຳຄວາມສະອາດວັດຖຸ ແລະ ພື້ນທີ່ທີ່ໃຊ້ຮ່ວມກັນກັບ ຜູ້ທີ່ຕິດພະຍາດໂຄວິດ-19 ທຸກມື້ ຈົນກວ່າຈະໝົດໄລຍະເວລາການແຍກດ່ຽວ. ຄວນທຳຄວາມສະອາດ ແລະ ຂ້າເຊື້ອ ໃນຫ້ອງຂອງຜູ້ທີ່ຕິດພະຍາດໂຄວິດ-19ເປັນປະຈຳ. ຂີ້ເຫຍື້ອຕ່າງໆ ທີ່ໃຊ້ໂດຍຜູ້ທີ່ຕິດພະຍາດໂຄວິດ-19 ເຊັ່ນ ເຈ້ຍອະນາໄມ ແມ່ນຂີ້ເຫຍື້ອທີ່ຕິດເຊື້ອ ແລະ ຕ້ອງນຳເອົາໄປຖິ້ມຢ່າງຖືກຕ້ອງ.
- ຕິດຕາມອາການ ແລະ ປິ່ນປົວຕາມອາການ.
ອາການຂອງພະຍາດໂຄວິດ-19 ຈະເກີດຂຶ້ນເປັນເວລາ ສາມ ຫາ ສີ່ ມື້. ອາການທີ່ພົບເຫັນເປັນປະຈຳແມ່ນ ເປັນໄຂ້, ໄອແຫ້ງ, ແລະ ເມື່ອຍ. ນອກນັ້ນ, ກໍ່ມີອາການອື່ນໆເຊັ່ນ ບໍ່ຮັບຮູ້ລົດຊາດ ຫຼື ກິ່ນ, ເຈັບຄໍ, ເຈັບຫົວ, ປວດກ້າມຊີ້ນ ແລະ ວິນຫົວ. ແນະນຳໃຫ້ ປະຕິບັດຕາມຄຳແນະນຳຂອງ ທ່ານໝໍ ກ່ຽວກັບຢາປິ່ນປົວອາການຕ່າງໆ.
- ຂໍຄວາມຊ່ວຍເຫຼືອໃນທັນທີຖ້າຫາກພົບເຫັນສັນຍານທີ່ບໍ່ດີໃນຮ່າງກາຍ
ຜູ້ທີ່ຕິດພະຍາດໂຄວິດ-19 ແລະ ປິ່ນປົວຢູ່ເຮືອນ ຈະຕ້ອງມີການຕິດຕາມອາການຕົນເອງຢ່າງໜ້ອຍມື້ລະ 1 ຄັ້ງ. ສັນຍານທີ່ອາດຈະເກີດການເຈັບເປັນທີ່ຮຸນແຮງແມ່ນຂຶ້ນກັບ ອາຍຸ ຂອງຜູ້ທີ່ຕິດພະຍາດ:
- ສຳລັບຜູ້ໃຫຍ່, ອາການຕເຫຼົ່ານັ້ນລວມມີ ໜັກຫົວ,ຫາຍໃຈຝືດ, ຫາຍໃຈຍາກ, ເຈັບໜ້າເອິກ ຫຼື ອາການຂາດນ້ຳ.
- ສຳລັບເດັກນ້ອຍ ອາດຈະເກີດອາການມຶນງົງກະທັນຫັນ, ເບື່ອອາຫານ, ຫຼື ມີສົບສີຟ້າ ຫຼື ໜ້າສີຟ້າ.
- ສຳລັບແອນ້ອຍ ອາດຈະເກີດອາການບໍ່ສາມາດດູດນົມແມ່ໄດ້.
- ຖ້າຫາກກໍລະນີດັ່ງກ່າວເກີດຂຶ້ນກັບທ່ານ, ກະລຸນາຂໍຄວາມຊ່ວຍເຫຼືອໃນທັນທີ.
- ຢູ່ເຮືອນຕາມໄລຍະການກັກໂຕທີ່ໄດ້ກຳນົດໂດຍຄະນະສະເພາະກິດ
- ຜູ້ທີ່ຕິດພະຍາດໂຄວິດ-19 ແຕ່ບໍ່ມີອາການ ຕ້ອງກັກໂຕ ຫຼື ແຍກດ່ຽວຢູ່ເຮືອນເປັນເວລາ 10 ມື້.
- ຜູ້ທີ່ຕິດພະຍາດໂຄວິດ-19 ແຕ່ມີອາການບໍ່ຮຸນແຮງ ຕ້ອງແຍກດ່ຽວເປັນເວລາ 10 ມື້ ແລະ ເພີ່ມອີກ 3 ມື້ ພາຍຫຼັງທີ່ບໍ່ມີອາການແລ້ວ. ຫຼັງຈາກທີ່ແຍກດ່ຽວຄົບຕາມໄລຍະທີ່ກຳນົດແລ້ວ, ພວກເຂົາສາມາດກັບໄປໃຊ້ຊີວິດແບບປົກກະຕິ ໂດຍບໍ່ຈຳເປັນຕ້ອງກວດໂຄວິດ-19 ຄືນອີກ.
- ສຳລັບຜູ້ສຳຜັດໃກ້ຊິດ ເນື່ອງຈາກມີການສຳຜັດກັບຜູ້ທີ່ຕິດພະຍາດໂຄວິດ-19 ຕ້ອງກັກໂຕເປັນເວລາ 7 ມື້.
- ຊອກຫາຂໍ້ມູນ ແລະ ຄວາມຊ່ວຍເຫຼືອ ເພີ່ມຕື່ມ
ປັດຈຸບັນ, ມີຫຼາຍວິທີໃນການຂໍຄວາມຊ່ວຍເຫຼືອ ລວມທັງການໂທຫາສາຍດ່ວນ 163 ແລະ 164 ເພື່ອຂໍຄຳປຶກສາກ່ຽວກັບການປິ່ນປົວຢູ່ເຮືອນ.
ທ່ານ ຍັງ ສາມາດຊອກຫາຄຳແນະນຳໃນການປິ່ນປົວຢູ່ເຮືອນໄດ້ໃນ ເຟສບຸກຂອງ
ສູນຂ່າວສານການແພດສຸຂະສຶກສາ https://www.facebook.com/CCEH.MoH.Lao ແລະ ອ່ານຄຳແນະນຳທັງໝົດກ່ຽວກັບການປິ່ນປົວຕົນເອງຢູ່ເຮືອນ ໃນເວັບໄຊ້ຂອງອົງການອະນາໄມໂລກ
WHO’s questions and answers on home care for families and caregivers.