ນັບຕັ້ງແຕ່ການເລີ່ມຕົ້ນຂອງພະຍາດລະບາດໂຄວິດ-19, ບັນດາບຸກຄະລາກອນທາງການແພດກໍ່ໄດ້ເອົາໃຈໃສ່ເຮັດວຽກດ່ານໜ້າເພື່ອຮັກສາຊີວິດຂອງທຸກຄົນໃນແຕ່ລະວັນ. ວຽກງານເຫຼົ່ານີ້ ເຮັດໃຫ້ພວກເຂົາມີຄວາມສ່ຽງ ແລະ ຜົນກະທົບຕ່າງໆດ້ານສຸຂະພາບ ແລະ ການປິ່ນປົວ, ກ່ຽວພັນໄປເຖິງການຕິດເຊື້ອ, ການຖືກແບ່ງແຍກທາງສັງຄົມ, ຄວາມກົດດັນທາງດ້ານຈິດໃຈ ແລະ ອາລົມ, ການເຈັບເປັນ ແລະ ໄປຈົນເຖິງຂັ້ນເສຍຊີວິດໄດ້.
“ໃນ ສປປ ລາວ, ບຸລິມະສິດອັນຕົ້ນຕໍຂອງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແມ່ນການປົກປ້ອງບັນດາບຸກຄະລາກອນທາງການແພດ ໂດຍການຮັບປະກັນວ່າພວກເຂົາສາມາດເຂົ້າເຖິງການນຳໃຊ້ອຸປະກອນປ້ອງກັນຕົວເອງ (PPE), ໄດ້ຮັບການຝຶກອົບຮົມທີ່ເໝາະສົມໃນການໃຊ້ PPE ແລະ ເຂົ້າໃຈຄວາມຮູ້ກ່ຽວກັບການຕິດເຊື້ອ, ຮູ້ຈັກມາດຕະການການປ້ອງກັນ ແລະ ຄວບຄຸມ, ເຮັດໃຫ້ພວກເຂົາສາມາດປະຕິບັດວຽກງານໄດ້ຢ່າງປອດໄພ” ກ່າວໂດຍ ທ່ານ ດຣ ຈຸນ ກ່າວ, ຮັກສາການຕາງໜ້າອົງການອະນາໄມໂລກ.
ໃນຂະນະທີ່ຕົວເລກຂອງບັນດາບຸກຄະລາກອນທາງການແພດທີ່ຕິດເຊື້ອພະຍາດໂຄວິດ-19 ມີການຫຼຸດລົງໃນທົ່ວໂລກ ນັບຕັ້ງແຕ່ປີກາຍ, ແຕ່ຕົວເລກດັ່ງກ່າວກໍ່ຍັງກວມເອົາເຖິງ 8 ສ່ວນຮ້ອຍ ຂອງກໍລະນີຕິດເຊື້ອ. ທີ່ສຳຄັນແມ່ນ ບຸກຄະລາກອນທາງການແພດ ຍັງເປັນກຸ່ມທີ່ມີຄວາມສ່ຽງທີ່ຈະຕິດພະຍາດຫຼາຍກວ່າປະຊາຊົນທົ່ວໄປເຖິງ 3 ເທື່ອ.
ບຸກຄະລາກອນທາງການແພດສອງທ່ານ ຈາກ ກະຊວງສາທາລະນະສຸກ ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ໄດ້ມາເລົ່າປະສົບການຂອງພວກເພິ່ນໃຫ້ເຮົາຟັງ.
ຫົວໜ້າສູນສຸຂະພາບນາຄັນທຸງ, ດຣ ຫຼອຍ ຈັນທະລາ
ດຣ. ຫຼອຍ ຈັນທະລາ ແມ່ນທ່ານໝໍ ແລະ ຮອງຫົວໜ້າສູນສຸຂະພາບບ້ານ ນາຄັນທຸງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ກ່ອນການລະບາດຂອງພະຍາດໂຄວິດ-19, ພາລະບົດບາດຂອງທ່ານແມ່ນການຄຸ້ມຄອງພະແນກສຸຂະພາບ ແມ່ ແລະ ເດັກ ທີ່ສູນດັ່ງກ່າວ.
ເຖິງຢ່າງໃດກໍ່ຕາມ, ເມື່ອຕົວເລກຂອງຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ ໃນເດືອນ ກໍລະກົດ ປີນີ້ ເນື່ອງຈາກການກັບຄືນປະເທດຂອງແຮງງານຄົນລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ, ດຣ. ຫຼອຍ ໄດ້ຖືກຍົກຍ້າຍໂດບຫ້ອງການສຸຂະພາບເມືອງ ເພື່ອໄປເຮັດວຽກທີ່ ສູນກັກໂຕໂຮງຮຽນມັດທະຍົມສົມບູນ ໂຄກສີວິໄລ (ຫຼັກ21), ຊຶ່ງທ່ານໝໍ ໄດ້ຮັບຜິດຊອບວຽກງານການກວດອຸນຫະພູມຂອງແຮງງານທີ່ກັບຄືນປະເທດ ແລະ ເອົາອາຫານໃຫ້ພວກເຂົາ.
“ໃນຕອນນັ້ນ, ມີປະມານ 167 ຄົນ ທີ່ກັກໂຕຢູ່ສູນ, ແລະ ໃນສູນກໍ່ມີທີມງານພະນັກງານສາທາລະນຸສຸກທັງໝົດ 3 ທີມ, ມີ ຕຳຫຼວດ 3 ຄົນ ແລະ ທະຫານ 5 ຄົນ” ທ່ານໝໍອະທິບາຍ. ຜຽນຂອງທ່ານໝໍ ແມ່ນ 14 ມື້ ແລະ ທ່ານໝໍໄດ້ຮັບຜຽນ ສອງ ເທື່ອ ກ່ອນຈະມີທີມງານໃໝ່ເຂົ້າມາແທນ.
“ຫຼັງຈາກທີ່ແລ້ວຜຽນທີ 2 ຂອງຂ້ອຍ, ພວກເຮົາທຸກຄົນກໍ່ຕ້ອງກັກໂຕເປັນເວລາ 14 ມື້ ແລະ ກວດໂຄວິດ-19, ແລະ ນັ້ນກໍ່ແມ່ນຕອນທີ່ຂ້ອຍຮູ້ວ່າ ສອງຄົນເຮົາທີ່ຢູ່ໃນສູນ ມີໂຄວິດເປັນຜົນບວກ”. ຂ້ອຍຮູ້ສຶກຕົກໃຈ ແຕ່ກໍ່ຕ້ອງຍອມຮັບມັນເພາະວ່າ ມັນເປັນສິ່ງທີ່ອາດຈະເກີດຂຶ້ນກັບພວກເຮົາທີ່ເຮັດວຽກດ້ານນີ້.
“ຂ້ອຍຮູ້ສຶກສະບາຍດີ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ ໃນໄລຍະເວລາກັກໂຕ ແລະ ບໍ່ໄດ້ມີອາການຫຍັງ. ຫຼັງຈາກທີ່ຂ້ອຍກັກໂຕແລ້ວໆ, ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ກັບບ້ານ. ຄອບຄົວຂອງຂ້ອຍ, ໝູ່ເພື່ອນ ແລະ ເພື່ອນຮ່ວມງານ ໃຫ້ກຳລັງໃຈຂ້ອຍຕະຫຼອດເວລາ. ເຂົາເຈົ້າເຂົ້າໃນສະຖານະການດີ ແລະ ເຫັນອົກເຫັນໃຈກັບຂ້ອຍ.”
ຮອງຫົວໜ້າສູນສຸຂະພາບບ້ານ ຊາຍ, ດຣ.ດາວອນ ດາລາວົງ
ດຣ ດາວອນ ເປັນຮອງຫົວໜ້າສູນສຸຂະພາບ ບ້ານຊາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ. ເຊັ່ນດຽວກັນກັບ ດຣ. ຫຼອຍ, ວຽກຂອງທ່ານ ແມ່ນເນັ້ນໃສ່ ສຸຂະພາບ ແມ່ ແລະ ເດັກ, ແຕ່ ທ່ານ ກໍ່ຖືກຍົກຍ້າຍໄປເຮັດວຽກຊ່ວຍສູນກັກໂຕ ແລະ ສັກວັກຊີນກັນພະຍາດໂຄວິດ-19.
ດຣ ດາວອນ ກ່າວວ່າ “ມັນເປັນເທື່ອທຳອິດຂອງຂ້ອຍທີ່ໄດ້ເຮັດວຽກຢູ່ສູນກັກໂຕ. ຂ້ອຍຖືກມອບໝາຍໃຫ້ເອົາອາຫານໄປໃຫ້ຜູ້ກັກໂຕ ແລະ ກວດສອບອຸນຫະພູມຂອງເຂົາເຈົ້າ ຢູ່ສູນກັກໂຕຫຼັກ 27.”
ໃນຕອນທຳອິດທີ່ ທ່ານໝໍ ຮູ້ວ່າໂຕເອງຕິດໂຄວິດ-19, ທ່ານຮູ້ສຶກສະບາຍດີເນື່ອງຈາກທ່ານບໍ່ມີອາການຫຍັງ, ແຕ່ທ່ານມີຄວາມກັງວົນນຳຄອບຄົວຫຼາຍກວ່າ.
“ເມື່ອຂ້ອຍບອກເຂົາເຈົ້າ, ເຂົາເຈົ້າກໍ່ສະແດງຄວາມໃຈດີ ແລະ ເອົາອາຫານມາໃຫ້ຂ້ອຍ ແລະ ໂທຫາຂ້ອຍຕະຫຼອດເວລາ. ເມື່ອຂ້ອຍອອກຈາກສະຖານທີ່ປິ່ນປົວແລ້ວ, ໝູ່ເພື່ອນຂອງຂ້ອຍກໍ່ນັດເຈິ, ແຕ່ຂ້ອຍເລືອກທີ່ຈະລະວັງໂຕ ແລະ ຖ້າຈົນກັກໂຕຢູ່ບ້ານແລ້ວກ່ອນ.”
ເພື່ອເປັນການຢຸດການແຜ່ລະບາດ, ພວກເຮົາຕ້ອງປະຕິບັດຕາມມາດຕະການຕ່າງໆ ທາງດ້ານສຸຂະພາບ ແລະ ສັງຄົມ ເຊັ່ນ ໃສ່ໜ້າກາກອະນາໄມ, ຮັກສາໄລຍະຫ່າງ,ລ້າງມືເປັນປະຈຳ, ໝັ່ນຮັກສາຄວາມສະອາດ, ເປີດປະຕູ ແລະ ປ່ອງຢ້ຽມ ເພື່ອໃຫ້ອາກາດຖ່ານເທສະດວກ, ແລະ ກິນເຂົ້າຮ່ວມກັບ 1 ຄົນ ເທົ່ານັ້ນ,ຊຶ່ງທັງໝົດນີ້ກໍ່ລ້ວນແຕ່ແມ່ນສ່ວນໜຶ່ງຂອງການປະຕິບັດມາດຕະການ ລວມໄປເຖິງການສັກວັກຊີນ.
ການສັກວັກຊີນກັນພະຍາດໂຄວິດ-19 ແມ່ນເປັນສິ່ງທີ່ສຳຄັນຫຼາຍ ທີ່ປ້ອງກັນບໍ່ໃຫ້ ດຣ. ຫຼອຍ ແລະ ດຣ. ດາວອນ ມີອາການໜັກຈົນເຖິງຂັ້ນເຂົ້າໂຮງໝໍ. ອົງການ USAID ຈາກ ສ. ອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການເງິນ ແລະ ການຝຶກອົບຮົມວິຊາການ ກ່ຽວກັບການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ຕັ້ງແຕ່ເລີ່ມຕົ້ນການແຜ່ລະບາດຂອງໂຄວິດ-19. ການຝຶກອົບຮົມດັ່ງກ່າວ ໄດ້ຊ່ວຍຫຼຸດຜ່ອນຄວາມສ່ຽງໃຫ້ແກ່ບັນດາບຸກຄະລາກອນທາງການແພດໃນການຕິດເຊື້ອພະຍາດ.
ການສັກວັກຊີນກັນພະຍາດໂຄວິດ-19 ໄດ້ຊ່ວຍປ້ອງກັນບໍ່ໃຫ້ ດຣ. ຫຼອຍ ແລະ ດຣ. ດາວອນ ມີອາການໜັກຈົນເຖິງຂັ້ນເຂົ້າໂຮງໝໍ. ລະບົບສາທາລະນະສຸກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໄດ້ຊ່ວຍຮັກສາວັດທະນະທຳການບໍ່ຕຳໜິ ຫຼື ໃສ່ໂທດກັນ, ແລະ ພວກເຂົາຍັງໄດ້ຮັບກຳລັງໃຈຈາກຄອບຄົວ, ເພື່ອຮ່ວມງານ ແລະ ໝູ່ເພື່ອນ ທີ່ຊ່ວຍເຫຼືອພວກເຂົາໃນໄລຍະປິ່ນປົວ ແລະ ເຊົາຈາກພະຍາດໂຄວິດ-19.