© WHO / Enric Catala
© Credits

ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບຢາສູບໄຟຟ້າ ຜ່ານການມີສ່ວນຮ່ວມຂອງຮ້ານຄ້າຂາຍຍ່ອຍ

13 May 2025

ໃນໄລຍະຜ່ານມາ, ສປປ ລາວ ໄດ້ດຳເນີນມາດຕະການທີ່ເຂັ້ມງວດເພື່ອຕ້ານກັບຜະລິດຕະພັນຢາສູບທີ່ໃຊ້ໄຟຟ້າໃນການເຜົາໄໝ້ສານນິໂຄຕິນ (ENDS) ຫຼື ເປັນທີ່ຮູ້ຈັກກັນດີໃນນາມ ຢາສູບໄຟຟ້າ ຫຼື ເວບ ເຊິ່ງ ສປປ ລາວ ຫ້າມໃຫ້ມີການນໍາເຂົ້າ, ສົ່ງອອກ, ການຂາຍ ແລະ ການຈໍາໜ່າຍຜະລິດຕະພັນດັ່ງກ່າວ. ຂໍ້ຫ້າມດັ່ງກ່າວນີ້ ຍັງກວມລວມເຖິງບັນດາຜະລິດຕະພັນຢາສູບອາຍລະເຫີຍ ແລະ ຊີຊາ ຫຼື ບາຣາກູ ອີກດ້ວຍ.  

ເຖິງຢ່າງໃດກໍຕາມ, ຜະລິດຕະພັນເຫຼົ່ານີ້ ແມ່ນຍັງຄົງຫາຊື້ໄດ້ຕາມຊ່ອງທາງອອນລາຍ ຫຼື ຕາມບາງສະຖານທີ່ ເຊັ່ນ ຮ້ານຄ້າ, ຕະຫຼາດ, ສະຖານບັນເທີງ ເຮັດໃຫ້ມີຄວາມຈຳເປັນທີ່ຈະຕ້ອງບັງຄັບໃຊ້ກົດໝາຍໃຫ້ເຂັ້ມງວດຍິ່ງຂຶ້ນ.  

ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຈໍານວນຜູ້ເສຍຊີວິດຈາກຢາສູບ ແລະ ຢາສູບໄຟຟ້າຕ້ອງຫຼຸດລົງ. ເຖິງແມ່ນວ່າ ສປປ ລາວ ໄດ້ດຳເນີນມາດຕະການໄດ້ດີສົມຄວນ ແຕ່ກໍຍັງເຫັນວ່າຜະລິດຕະພັນດັ່ງກ່າວແມ່ນຍັງມີວາງຂາຍຢູ່. ພວກເຮົາບໍ່ສາມາດທີ່ຈະປ່ອຍໃຫ້ຜະລິດຕະພັນອັນຕະລາຍເຫຼົ່ານີ້ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນລາວ, ໂດຍສະເພາະຕໍ່ກັບໄວໜຸ່ມ.” 

ເພື່ອແກ້ໄຂບັນຫາດັ່ງກ່າວ, ໃນລະຫວ່າງເດືອນກໍລະກົດ ຫາ ເດືອນທັນວາ ປີ 2024 ໄດ້ມີການລິເລີ່ມຈັດຕັ້ງປະຕິບັດກິດຈະກໍາທີ່ມີສ່ວນຮ່ວມຂອງບັນດາກຸ່ມເປົ້າໝາຍ ກໍຄືບັນດາຮ້ານຄ້າຂາຍຍ່ອຍ, ສະຖານບັນເທີງ ແລະ ບັນດາໂຮງແຮມ-ເຮືອນພັກ ຢູ່ໃນແຂວງຫຼວງພະບາງ ເຊິ່ງເປັນແຂວງທີ່ມີນັກ​ທ່ອງ​ທ່ຽວ​ມາຢ້ຽມຢາມຫຼາຍ.

ຮູບພາບຕົວຢ່າງຜະລິດຕະພັນຢາສູບໄຟຟ້າທີ່ມີຂາຍໃນແຂວງຫຼວງພະບາງ ແລະ ຮູບຖ່າຍຕົວຈິງທີ່ໄດ້ຈາກການທົດລອງສັ່ງຊື້ຜະລິດຕະພັນດັ່ງກ່າວທາງອອນລາຍ (ປັດຈຸບັນ, ການຕິດຕາມຜູ້ຂາຍຢາສູບໄຟຟ້າອອນລາຍ ແມ່ນຍັງຄົງເປັນສິ່ງທ້າທາຍ). ຮູບພາບໂດຍວິວ ຊຽວ/WHO

ກິດຈະກໍານີ້ ແມ່ນນຳພາໂດຍຄະນະກຳມະການຄວບຄຸມຢາສູບແຂວງຫຼວງພະບາງ ເຊິ່ງໄດ້ຮັບການສະໜັບສະໜູນຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ. ໂຄງການນີ້ ແມ່ນໄດ້ສຸມໃສ່ການມີສ່ວນຮ່ວມຂອງບັນດາຮ້ານຄ້າຂາຍຍ່ອຍ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເພີ່ມທະວີຄວາມຮັບຮູ້-ຄວາມເຂົ້າໃຈແກ່ບັນດາກຸ່ມເປົ້າໝາຍ ໂດຍສະເພາະກ່ຽວກັບກົດລະບຽບການຫ້າມ ແລະ ຄວາມສ່ຽງຕໍ່ສຸຂະພາບຈາກການຊົມໃຊ້ຜະລິດຕະພັນຢາສູບໄຟຟ້າ. ນອກຈາກນີ້, ຍັງໄດ້ສຸມໃສ່ການລົງຕິດຕາມກວດກາບັນດາຮ້ານຄ້າແບບມີໜ້າຮ້ານ ແລະ ຮ້ານຄ້າອອນລາຍ, ລວມທັງສຸມໃສ່ການເກັບຮວບຮວມຂໍ້ມູນທີ່ຈຳເປັນ ແລະ ການເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ.​ 

ຜ່ານການຈັດຝຶກອົບຮົມໃຫ້ຄວາມຮູ້ແກ່ບັນດາຮ້ານຄ້າ ຮ່ວມກັບການລົງຕິດຕາມກວດກາຂອງເຈົ້າໜ້າທີ່ ເຮັດໃຫ້ມີ 115 ສະຖານທີ່ ທີ່ໄດ້ຮັບການກວດກາ. ໃນຈຳນວນດັ່ງກ່າວ ຜະລິດຕະພັນຢາສູບໄຟຟ້າ ແມ່ນໄດ້ຖືກກວດພົບຢູ່ພຽງບາງຮ້ານຄ້າ ເຊິ່ງພາຍຫຼັງແມ່ນໄດ້ຖືກຍຶດໂດຍເຈົ້າໜ້າທີ່.  

ເຈົ້າໜ້າທີ່ຈັດຕັ້ງປະຕິບັດການລົງຕິດຕາມກວດກາຢາສູບໄຟຟ້າ ພາຍຫຼັງສຳເລັດການຝຶກອົບຮົມໃຫ້ຄວາມຮູ້ແກ່ບັນດາຜູ້ຄ້າຂາຍຍ່ອຍກ່ຽວກັບກົດໝາຍວ່າດ້ວຍການຄວບຄຸມຢາສູບ ຂອງ ສປປ ລາວ. ຮູບພາບໂດຍ ພະແນກສາທາລະນະສຸກແຂວງຫຼວງພະບາງ

ຜ່ານການຕອບແບບສອບຖາມຂອງບັນດາຮ້ານຄ້າ ກໍຄື ກຸ່ມເປົ້າໝາຍ ສະແດງໃຫ້ເຫັນວ່າ ຜູ້ເຂົ້າຮ່ວມສ່ວນຫຼາຍມີຄວາມຮັບຮູ້ ແລະ ສົ່ງເສີມການຫ້າມຜະລິດຕະພັນຢາສູບໄຟຟ້າ. ໃນນັ້ນ, 96.8% ຂອງຜູ້ເຂົ້າຮ່ວມ ‘ຮູ້’ ວ່າຜະລິດຕະພັນຢາສູບໄຟຟ້າ ‘ຜິດກົດໝາຍ’ ຢູ່ໃນ ສປປ ລາວ ແລະ ຈຳນວນຜູ້ທີ່ເຫັນດີໃຫ້ຜະລິດຕະພັນດັ່ງກ່າວຜິດກົດໝາຍ ກໍມີເປີເຊັນທີ່ສູງໃກ້ຄຽງກັນ, ແຕ່ໃນນັ້ນມີ 41.9% ທີ່ບໍ່ຮູ້ລາຍລະອຽດການຫ້າມດັ່ງກ່າວ. 

ຜົນໄດ້ຮັບຈາກການເຮັດແບບສຳຫຼວດຍັງສະແດງໃຫ້ເຫັນຂໍ້ມູນລວງເລິກ ກ່ຽວກັບການນຳໃຊ້ ແລະ ການຂາຍຜະລິດຕະພັນຢາສູບໄຟຟ້າ. ໃນນັ້ນ, ຫຼາຍກວ່າເຄິ່ງຂອງຜູ້ຕອບແບບສອບຖາມຄິດວ່າສະຖານທີ່ທີ່ມີການຂາຍຢາສູບໄຟຟ້າ ແມ່ນມີຈຳນວນທີ່ເພີ່ມຂຶ້ນ. ນອກຈາກນັ້ນ, ຈຳນວນ 2 ໃນ 3 ຂອງຜູ້ຕອບແບບສອບຖາມບອກວ່າ ພວກເຂົາເຫັນຄົນຊົມໃຊ້ຢາສູບໄຟຟ້າຢູ່ໃນເຂດຊຸມຊຸນຂອງພວກເຂົາ. ຜູ້ຕອບແບບສອບຖາມສ່ວນຫຼາຍຍັງບອກວ່າ ຢາສູບໄຟຟ້າສ່ວນໃຫຍ່ ແມ່ນເຫັນວ່າມີການຂາຍ-ຈຳໜ່າຍຢູ່ຕາມຊ່ອງທາງອອນລາຍຫຼາຍກວ່າໜ້າຮ້ານຄ້າ ແລະ ເຫັນວ່າເດັກນ້ອຍ ແລະ ໄວໜຸ່ມ ເປັນກຸ່ມຄົນທີ່ນຳໃຊ້ຢາສູບໄຟຟ້າຫຼາຍທີ່ສຸດ.  

ກ່ຽວກັບຄວາມອັນຕະລາຍຂອງຜະລິດຕະພັນຢາສູບໄຟຟ້າ, ຜູ້ຕອບແບບສອບຖາມຫຼາຍກວ່າ 80% ຄິດວ່າຢາສູບໄຟຟ້າ ແມ່ນເປັນອັນຕະລາຍຫຼາຍທີ່ສຸດ. 

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ກ່າວວ່າ: “ພວກເຮົາຮູ້ວ່າໃນຜະລິດຕະພັນຢາສູບໄຟຟ້າ ແມ່ນປະກອບມີສານເຄມີທີ່ເປັນອັນຕະລາຍຫຼາຍຊະນິດ ເປັນຕົ້ນແມ່ນ ສານນິໂຄຕິນ ເຊິ່ງເປັນສານເສບຕິດຊະນິດຮ້າຍແຮງ. ສານນິໂຄຕິນສາມາດສົ່ງຜົນກະທົບທາງລົບຕໍ່ພັດທະນາການທາງສະໝອງຂອງໄວໜຸ່ມ ແລະ ເດັກນ້ອຍ ເຊິ່ງອາດມີຜົນກະທົບໃນໄລຍະຍາວ.” 

“ຜູ້ທີ່ບໍ່ສູບຢາ ຫາກໄດ້ເລີ່ມຊົມໃຊ້ຢາສູບໄຟຟ້າ ພວກເຂົາອາດຈະຕິດສານນິໂຄຕິນໄດ້ຢ່າງໄວວາ ເຮັດໃຫ້ພວກເຂົາອອກຈາກຢາສູບໄດ້ຍາກ ແລະ ຢາສູບໄຟຟ້າຍັງອາດນຳພາພວກເຂົາໄປສູ່ການລິເລີ່ມການນຳໃຊ້ຢາສູບແບບກອກເພີ່ມຂຶ້ນອີກ. ນອກຈາກນີ້, ການໄດ້ຮັບຄວັນຢາສູບມືສອງ ຍັງສາມາດສົ່ງຜົນເສຍຕໍ່ສຸຂະພາບຂອງຜູ້ທີ່ບໍ່ສູບ ອີກດ້ວຍ.” 

ທ່ານ ດຣ ຫຸມພັນ ຈີລະສັກ, ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ກ່າວວ່າ: “ການເຜີຍແຜ່ຂໍ້ມູນກ່ຽວກັບຢາສູບ, ຢາສູບໄຟຟ້າ ແລະ ລະບຽບການທີ່ກ່ຽວຂ້ອງ ແມ່ນເປັນສິ່ງທີ່ສຳຄັນ ຄວບຄູ່ກັບການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເພີ່ມຄວາມຮັບຮູ້-ຄວາມເຂົ້າໃຈໃຫ້ແກ່ປະຊາຊົນ ແລະ ບັນດາຮ້ານຄ້າ ກ່ຽວກັບຄວາມສ່ຽງ, ຜົນກະທົບ ແລະ ນິຕິກຳທີ່ກ່ຽວຂ້ອງກັບຜະລິດຕະພັນດັ່ງກ່າວ.”  

“ພວກເຮົາໄດ້ເຫັນວ່າ ປະຊາຊົນມີຄວາມຮັບຮູ້-ຄວາມເຂົ້າໃຈທີ່ເພີ່ມຂຶ້ນ ແລະ ປະຕິບັດຕາມຂໍ້ຫ້າມ ກ່ຽວກັບຢາສູບໄຟຟ້າ, ເຖິງຢ່າງໃດກໍຕາມ ຜະລິດຕະພັນເຫຼົ່ານີ້ ແມ່ນຍັງມີວາງຂາຍຢູ່ ໂດຍສະເພາະໃນຊ່ອງທາງອອນລາຍ ແລະ ຖືກຊົມໃຊ້ຢ່າງຫຼວງຫຼາຍໃນກຸ່ມໄວໜຸ່ມ. ການເຜີຍແຜ່ບັນຫາດັ່ງກ່າວນີ້ແມ່ນວຽກງານຈຸດສຸມຂອງພວກເຮົາ, ເພື່ອຮັບປະກັນໃຫ້ແຂວງຫຼວງພະບາງປອດຄວັນຢາສູບໄຟຟ້າ.”

ໃນຂະນະທີ່ພາກສ່ວນກ່ຽວຂ້ອງສືບຕໍ່ຕ້ານການຂາຍຜະລິດຕະພັນຢາສູບໄຟຟ້າ, ການຊົມໃຊ້ຢາສູບ ຍັງຄົງເປັນສາເຫດຫຼັກທີ່ພາໃຫ້ເກີດພະຍາດບໍ່ຕິດຕໍ່ (NCDs) ຂອງປະຊາຊົນລາວ. ຄຽງຄູ່ກັບການບໍ່ອອກກໍາລັງກາຍ, ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ, ການກິນອາຫານທີ່ບໍ່ດີຕໍ່ສຸຂະພາບ ແລະ ບັນຫາມົນລະພິດທາງອາກາດ, ການຊົມໃຊ້ຢາສູບ ກໍເປັນໜຶ່ງໃນປັດໄຈສ່ຽງຫຼັກທີ່ສົ່ງຜົນໃຫ້ເກີດບັນຫາສຸຂະພາບຮ້າຍແຮງ. ອົງການອະນາໄມໂລກ ໄດ້ນຳໃຊ້ວິທີການທີ່ຫຼາກຫຼາຍເພື່ອແກ້ໄຂບັນຫາດັ່ງກ່າວ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ.​ 

ທ່ານ ດວງແກ້ວ ທໍ່ຈົ່ງເລ່ຍຈີ່, ວິຊາການ ຮັບຜິດຊອບວຽກງານຄວບຄຸມຢາສູບ, ອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ເຖິງແມ່ນວ່າວຽກງານການຄວບຄຸມຢາສູບຈະມີຄວາມຄືບໜ້າຫຼາຍດ້ານ ເຊັ່ນ ການຫ້າມການໂຄສະນາຢາສູບ ແລະ ການອອກຂໍ້ຕົກລົງກຳນົດຊອງ ແລະ ຕຸດຢາສູບແບບມາດຕະຖານ, ແຕ່ ສປປ ລາວ ກໍຍັງມີອັດຕາອາກອນຢາສູບທີ່ຕໍ່າທີ່ສຸດໃນອາຊຽນ. ທຸກຄວາມພະຍາຍາມໃນການຊຸກຍູ້ໃຫ້ມີການເພີ່ມອາກອນຢາສູບ ຈະສາມາດຊ່ວຍປົກປ້ອງຊີວິດຂອງປະຊາຊົນໄດ້ ແລະ ນີ້ແມ່ນວຽກງານຈຸດສຸມທີ່ສໍາຄັນສໍາລັບພວກເຮົາ ຄຽງຄູ່ກັບການໃຫ້ຄວາມຮູ້, ການປັບປຸງນະໂຍບາຍ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ. 

ເພື່ອເພີ່ມຄວາມຮັບຮູ້ກ່ຽວກັບພະຍາດທີ່ບໍ່ຕິດຕໍ່ ແລະ ຄວາມສ່ຽງຕໍ່ສຸຂະພາບຈາກການຊົມໃຊ້ຢາສູບ ແລະ ຢາສູບໄຟຟ້າ, ອົງການອະນາໄມໂລກ ປະຈຳ ສປປ ລາວ ໄດ້ອຳນວຍຄວາມສະດວກໃຫ້ແກ່ຕາງໜ້າສື່ມວນຊົນຈາກ ສປປ ລາວ ຈຳນວນ 3 ທ່ານ ເພື່ອເຂົ້າຮ່ວມ “ການຝຶກອົບຮົມສື່ມວນຊົນກ່ຽວກັບພະຍາດທີ່ບໍ່ຕິດຕໍ່” ລະດັບພາກພື້ນ ໃນເດືອນທັນວາ ປີ 2024. ການຝຶກອົບຮົມດັ່ງກ່າວ ແມ່ນໄດ້ຮວບຮວມເອົາບັນດາຕາງໜ້າຈາກສື່ມວນຊົນຈາກຫຼາຍປະເທດໃນພາກພື້ນປາຊິຟິກຕາເວັນຕົກມາເຕົ້າໂຮມກັນ ເພື່ອຄົ້ນຄວ້າວິທີການສື່ສານທີ່ມີປະສິດທິພາບ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບພະຍາດບໍ່ຕິດຕໍ່. 

ທ່ານ ນາງ ແສງລັດສະໝີ ສຸວັດ, ຈາກສະຖານີວິທະຍຸຊາວໜຸ່ມລາວ ເປັນໜຶ່ງໃນບຸກຄົນທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມໂປຣແກຣມການຜະລິດສື່ຂໍ້ມູນຂ່າວສານ ຮ່ວມກັບຕາງໜ້າຈາກສື່ມວນຊົນປະເທດອື່ນໆ ເຊິ່ງເພິ່ນໄດ້ເລືອກລົງເລິກ ກ່ຽວກັບການເພີ່ມຂຶ້ນຂອງຈຳນວນກໍລະນີພະຍາດທີ່ບໍ່ຕິດຕໍ່ໃນກຸ່ມໄວໜຸ່ມ ເປັນຕົ້ນຫົວໃຈ ແລະ ເສັ້ນເລືອດ ໂດຍສະເພາະຈາກການຊົມໃຊ້ຢາສູບ. ນາງ ແສງລັດສະໝີ ມີເປົ້າໝາຍທີ່ຈະຍົກສູງຄວາມຮັບຮູ້ ແລະ ຊຸກຍູ້ໃຫ້ມີນະໂຍບາຍທີ່ເຂັ້ມງວດຂຶ້ນໃນການປ້ອງກັນພະຍາດທີ່ບໍ່ຕິດຕໍ່ ແລະ ໃນວຽກງານຄວບຄຸມຢາສູບ. 

“ການໄດ້ເຫັນຈຳນວນຄົນເຈັບໄວໜຸ່ມຈາກພະຍາດທີ່ບໍ່ຕິດຕໍ່ເພີ່ມຂຶ້ນ ໂດຍສະເພາະບັນຫາພະຍາດຫົວໃຈ ແລະ ເສັ້ນເລືອດ ແມ່ນເປັນສິ່ງທີ່ໜ້າກັງວົນຫຼາຍ. ບັນຫາການຊົມໃຊ້ຢາສູບ ແລະ ປັດໄຈສ່ຽງອື່ນໆທີ່ກໍ່ໃຫ້ເກີດພະຍາດທີ່ບໍ່ຕິດຕໍ່ ກຳລັງເຮັດໃຫ້ປະຊາຊົນລາວສູນເສຍສຸຂະພາບທີ່ດີ. ຂ້າພະເຈົ້າມີເຈດຈໍານົງໃນການສຶກສາຂໍ້ມູນທີ່ມີຢູ່ແລ້ວກ່ຽວກັບພະຍາດບໍ່ຕິດຕໍ່ ໃນ ສປປ ລາວ ເພື່ອນໍາມາສະເໜີໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້, ຂໍ້ມູນດັ່ງກ່າວ ຈະບໍ່ມີພຽງຕົວເລກສະຖິຕິ, ແຕ່ຍັງຈະເປັນຂໍ້ມູນກ່ຽວກັບນະໂຍບາຍພະຍາດບໍ່ຕິດຕໍ່ນຳອີກ. ຂ້າພະເຈົ້າຕ້ອງການເນັ້ນໃຫ້ເຫັນເຖິງຄວາມຮີບດ່ວນໃນການປ້ອງກັນພະຍາດທີ່ບໍ່ຕິດຕໍ່ ແລະ ວຽກງານການຄວບຄຸມຢາສູບ ເພື່ອທີ່ເຮົາຈະສາມາດປົກປ້ອງໄວໜຸ່ມລາວ ແລະ ສ້າງອະນາຄົດທີ່ປະຊາຊົນລາວມີສຸຂະພາບທີ່ດີ.”