ໃນໄລຍະການລະບາດຂອງພະຍາດໂຄວິດ-19, ປະຊາຊົນຈຳນວນໜຶ່ງທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມສ່ຽງສູງໃນບາງຄັ້ງ ກໍ່ບໍ່ໄດ້ເຂົ້າເຖິງອິນເທີເນັດ ແລະ ຍັງບໍ່ສາມາດເຂົ້າໃຈກ່ຽວກັບຄໍາແນະນຳທີ່ເປັນພາສາລາວ.
ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ທ່ານ ດຣ. ມາກ ເຈຄົບສ, ໄດ້ກ່າວວ່າ: “ການເຂົ້າເຖິງປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ການເຜີຍແຜ່ຄຳແນະນຳທີ່ສຳຄັນ ທີ່ເປັນພາສາຂອງພວກເຂົາເຈົ້າ ເພື່ອໃຫ້ພວກເຂົາເຈົ້າໄດ້ປະຕິບັດຕາມ ເພື່ອປ້ອງກັນຕົນເອງ ແລະ ຄອບຄົວຈາກພະຍາດໂຄວິດ-19 ເປັນໜຶ່ງໃນສິ່ງທ້າທາຍດ້ານການສື່ສານທີ່ສຳຄັນ ທີ່ພວກເຮົາພົບ ຢູ່ໃນ ສປປ ລາວ.”
ໂດຍການໃຫ້ທຶນຈາກກະຊວງສາທາລະນະສຸກ ຂອງປະເທດເຢຍລະມັນ, ລະບົບໂທລະໂຄ່ງ 50 ຊຸດ ໄດ້ຮັບການຕິດຕັ້ງຢູ່ໃນເຂດຫ່າງໄກສອກຫຼີກທີ່ເປັນເປົ້າໝາຍ ເຊິ່ງມີຄວາມສ່ຽງທີ່ຈະເກີດການລະບາດຂອງພະຍາດ ແລະ ໄພພິບັດທາງທຳມະຊາດ. ນອກຈາກນີ, ລຳໂພງ 150 ໜ່ວຍ ກໍ່ໄດ້ຮັບການຈັດຊື້ ເພື່ອສະໜັບສະໜຸນກິດຈະກຳຮ່ວມກັບຊຸມຊົນ ກ່ຽວກັບພະຍາດໂຄວິດ-19 ແລະ ພະຍາດອື່ນໆ.
ຜູ້ຊ່ວຍວຽກງານໄອທີ, ທ່ານ ເຊັນຊິງ ແຊ່ເຕິນ, ແລະ ທີ່ປຶກສາວຽກງານສື່ສານ, ທ່ານ ສົມລິດ ຄູນປະເສີດ, ໄດ້ເດີນທາງໄປ 3 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ເພື່ອຕິດຕາມກວດກາການຕິດຕັ້ງລະບົບໂທລະໂຄ່ງເຫຼົ່ານີ້ ໃນຊຸມຊົນທີ່ຍາກຈະເຂົ້າເຖິງ ແລະ ຝຶກພະນັກງານໂຮງໝໍນ້ອຍກ່ຽວກັບການນຳໃຊ້. ນອກຈາກນີ້, ພວກເຂົາຍັງໄດ້ໂອ້ລົມກັບປະຊາຊົນໃນຊຸມຊົນກ່ຽວກັບຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບຈາກລະບົບໂທລະໂຄ່ງ ໃນການປ້ອງກັນຕົນເອງ ແລະ ຮັກສາສຸຂະພາບຂອງພວກເຂົາເຈົ້າ.
ໃນຫຼາຍຊຸມຊົນທີ່ຢູ່ເຂດຫ່າງໄກສອກຫຼີກເຫຼົ່ານີ້, ໄດ້ມີການປາກເວົ້າພາສາຊົນເຜົ່າຢ່າງກວ້າງຂວາງ. ການຕິດຕັ້ງລະບົບໂທລະໂຄ່ງ ຈະຊ່ວຍໃຫ້ພະນັກງານສາທາລະນະສຸກ ສາມາດສື່ສານກັບປະຊາຊົນເປັນພາສາຂອງພວກເຂົາເຈົ້າງ່າຍຂຶ້ນ. ນອກຈາກພະຍາດໂຄວິດ-19, ພະນັກງານສາມາດນໍາໃຊ້ໂທລະໂຄ່ງ ເພື່ອສື່ສານກັບປະຊາຊົນກ່ຽວກັບພະຍາດອື່ນໆ ທີ່ເປັນໄພຂົ່ມດ້ານສຸຂະພາບຂອງປະຊາຊົນ ເຊັ່ນ: ພະຍາດໝາກແດງ, ໄຂ້ເລືອດອອກ ເປັນຕົ້ນ ພ້ອມດຽວກັນນັ້ນ ກໍນໍາໃຊ້ເຂົ້າໃນກິດຈະກຳສົ່ງເສີມສຸຂະພາບ ເຊັ່ນ: ການສັກວັກຊີນກັນພະຍາດ. ໃນບາງຄັ້ງ ລະບົບໂທລະໂຄ່ງ ສາມາດນຳໃຊ້ໃນການເຕືອນປະຊາຊົນ ກ່ຽວກັບໄພພິບັດທາງທຳມະຊາດທີ່ຈະເກີດຂຶ້ນ ເຊັ່ນ: ໄພນໍ້າຖ້ວມ. ຕໍ່ໄປນີ້, ພວກເຮົາຈະມາເບິ່ງບາງຕົວຢ່າງກ່ຽວກັບການນຳໃຊ້ລະບົບໂທລະໂຄ່ງໃນແຂວງທີ່ກ່າວມາຂ້າງເທິງນັ້ນ.
ແຂວງຜົ້ງສາລີ
“ຂ້າພະເຈົ້າຮູ້ສຶກດີໃຈທີ່ໂຮງໝໍນ້ອຍຂອງພວກເຮົາໄດ້ຮັບລະບົບໂທລະໂຄ່ງ ເຊິ່ງເຮັດໃຫ້ພວກເຮົາສາມາດນໍາໃຊ້ເຂົ້າໃນການສື່ສານຢ່າງເປັນປົກກະຕິ ກັບປະຊາຊົນທີ່ຢູ່ໃນບ້ານຊົນເຜົ່າຢ້າວໃກ້ຄຽງ.” ກ່າວໂດຍ ທ່ານ ນາງ ສີໄມ ອິນຈັກ, ຮັກສາການຫົວໜ້າໂຮງໝໍນ້ອຍ ຜາແດງ, ເມືອງຍອດອູ. ໂຮງໝໍນ້ອຍແຫ່ງນີ້ ແມ່ນຕັ້ງຢູ່ຫ່າງຈາກເທດສະບານແຂວງຜົ້ງສາລີ ຫຼາຍກວ່າ 130 ກິໂລແມັດ ແລະ ບໍ່ມີໄຟຟ້າ ແລະ ນໍ້າໃຊ້. ໃນປະຈຸບັນ, ໂຮງໝໍນ້ອຍຈິ່ງໃຊ້ພຽງແຕ່ພະລັງງານໄຟຟ້າຈາກແສງຕາເວັນ ແລະ ນໍ້າໃຊ້ຈາກບ້ານໃກ້ຄຽງເທົ່ານັ້ນ.
“ພວກເຮົາຈະໃຫ້ນາຍບ້ານ ບ້ານຊົນເຜົ່າຢ້າວມານໍາໃຊ້ລະບົບໂທລະໂຄ່ງ ໃນເວລາທີ່ພວກເຮົາຕ້ອງການທີ່ຈະສື່ສານກັບປະຊາຊົນເປັນພາສາຢ້າວ,” ຮັກສາການຫົວໜ້າໂຮງໝໍນ້ອຍກວ່າເພີ່ມເຕີມ.
ແຂວງອຸດົມໄຊ
ຢູ່ເມືອງງາ, ໂຮງໝໍນ້ອຍຫ້ວຍໄລ່ ກໍ່ເປັນໂຮງໝໍນ້ອຍແຫ່ງໜຶ່ງທີ່ໄດ້ຮັບລະບົບໂທລະໂຄ່ງ ເຊິ່ງໂຮງໝໍນ້ອຍແຫ່ງນີ້ ໃຫ້ບໍລິການດ້ານສຸຂະພາບໃຫ້ແກ່ປະຊາຊົນເຜົ່າມົ້ງ, ຂະມຸ ແລະ ລາວ ທີ່ຢູ່ໃນ 4 ບ້ານ.
ldquo;ໂດຍນໍາໃຊ້ລະບົບໂທລະໂຄ່ງ, ພວກເຮົາຈະສາມາດແຈ້ງເຕືອນໃຫ້ພໍ່ແມ່ເດັກນ້ອຍ ນຳລູກຂອງພວກເຂົາເຈົ້າມາສັກວັກຊີນກັນພະຍາດຢູ່ໂຮງໝໍນ້ອຍ.” ທ່ານ ນາງ ບຸນນ້ອງ ພິມມາທອງ, ຮອງຫົວໜ້າໂຮງໝໍນ້ອຍຫ້ວຍໄລ່.
ຮູບພາບ: ອົງການອະນາໄມໂລກ / ສົມລິດ ຄູນປະເສີດ
ທ່ານ ນາງ ແພງ, ແມ່ລູກ 3, ອາຍຸ 27 ປີ, ປະຊາຊົນບ້ານຊົນເຜົ່າຂະມຸ ຢູ່ເມືອງງາ ໄດ້ກ່າວວ່າ, “ຂ້າພະເຈົ້າຈະພາລູກນ້ອຍໄປສັກວັກຊີນກັນພະຍາດ ຕາມໝໍນັດ ເພາະຂ້າພະເຈົ້າຮູ້ວ່າ ວັກຊີນກັນພະຍາດ ມີຜົນດີຕໍ່ລູກຂອງຂ້າພະເຈົ້າ.”
ຮູບພາບ: ອົງການອະນາໄມໂລກ / ສົມລິດ ຄູນປະເສີດ
ແຂວງຫຼວງພະບາງ
ໂຮງໝໍນ້ອຍຄອນເກິ່ງ, ເມືອງງອຍ, ແຂວງຫລວງພະບາງ ໃຫ້ບໍລິການດ້ານສຸຂະພາບແກ່ປະຊາຊົນໃນ 8 ບ້ານ ເຊິ່ງມີປະຊາກອນຫຼາຍກວ່າ 3,300 ຄົນ ທີ່ເປັນຊົນເຜົ່າມົ້ງ, ຂະມຸ ແລະ ລາວ. ພະນັກງານໂຮງໝໍນ້ອຍແຫ່ງນີ້ ໄດ້ເຮັດວຽກຢ່າງໃກ້ຊິດກັບການຈັດຕັ້ງບ້ານ ໃນການສະໜອງຄຳແນະນຳກ່ຽວກັບພະຍາດໂຄວິດ-19 ໃຫ້ແກ່ຊຸມຊົນ ແລະ ຊ່ວຍໃນການຕິດຕາມອາການຂອງແຮງງານທີ່ກັບມາແຕ່ຕ່າງປະເທດ ຢູ່ສູນຈຳກັດບໍລິເວນຂອງເມືອງ.
ໃນເມື່ອກ່ອນ, ພະນັກງານສາທາລະນະສຸກ ຕ້ອງໄດ້ເດີນທາງໄປຫາປະຊາຊົນ ເພື່ອແຈ້ງກ່ຽວກັບກິດຈະກໍາຂອງສາທາທີ່ຈະເຮັດວຽກກັບຊຸມຊົນ ແຕ່ເມື່ອມີລະບົບໂທລະໂຄ່ງ, ພວກເຂົາເຈົ້າສາມາດແຈ້ງປະຊາຊົນໄວຂຶ້ນ ແລະ ຫຼາຍໆເທື່ອໄດ້.
ລະບົບໂທລະໂຄ່ງໄດ້ຖືກມອບຮັບໃຫ້ຊຸມຊົນ ແລະ ພະນັກງານສາທາລະນະສຸກ ກໍ່ມີຄວາມຕື່ນເຕັ້ນ ທີ່ສາມາດໃຊ້ລະບົບໂທລະໂຄ່ງດັ່ງກ່າວ ໃນການສະໜອງຂໍ້ມູນກ່ຽວກັບສຸຂະພາບແກ່ຊຸມຊົນ. ນອກຈາກນີ້, ພວກເຂົາເຈົ້າກໍ່ຈະໄດ້ເຮັດວຽກນຳການຈັດຕັ້ງໃນທ້ອງຖິ່ນ ເພື່ອສ້າງຄຳແນະນຳເປັນພາສາທ້ອງຖິ່ນ ເພື່ອໃຫ້ປະຊາຊົນໄດ້ຮັບຂໍ້ມູນກ່ຽວກັບສຸຂະພາບ ແລະ ສິ່ງທີ່ຄວນເຮັດ ເພື່ອປ້ອງກັນຕົນເອງ ແລະ ຮັກສາສຸຂະພາບຂອງພວກເຂົາເຈົ້າ.